ບຸນຫໍເຂົ້າປະດັບດິນ
ເຖິງລະດູເດືອນເກົ້າ ເປັນກາງແຫ່ງວັດສາການ
ປະຊາຊົນຊາວເມືອງ ກະເລົ່າກຽມກັນໄວ້
ພາກັນທານຍັງເຂົ້າ ປະດັບດິນກິນກ່ອນ
ທາຍົກທານຖອດໃຫ້ ສັງໂຄພ້ອມຊູ່ພາຍ
ເດືອນສິບໄດ້ລ້ຳລ່ວງມາເຖິງ ເດືອນສິບມາຮອດແລ້ວ
ທາຍົກຖອດເບີຍບານ ເບີກພີພີທຳທານຕໍ່ມາສອງຊັ້ນ
ເຂົ້າສະຫຼາກນຳມາໃຫ້ ສັງໂຄທານຖອດ
ພາກັນຫວັງຍອດແກ້ວ ນິພານພຸ້ນບ່ອນເຢັນ
ເຖິງລະດູເດືອນນີ້ ຍົມພິບານປ່ອຍເຜດ
ກັບທັງສັດນາຣົກພ້ອມ ໃນໝໍ້ແຜ່ນແດງ
ເທພພະທອນໄທ້ ໃນລະຫວາງກາມາ
ຊິໄດ້ລົງມາຫາ ໝູ່ເຮົາມວນພ້ອມ
ຊຸມທີ່ເປັນແຊງເຊື້ອ ກັນມາແຕ່ຊາດກ່ອນ
ຊິມາຄອຍຮັບຕ້ອນ ລໍຖ້າສ່ວນບຸນ
ຊຸມທີ່ເປັນເທພໄທ້ ເນົາຢູ່ເທິງສະຫວັນ
ຊິພາກັນລົງມາ ຈອບຊອມຫຼິງຢ້ຽມ
ເຫັນເຮົາທຳທານສ້າງ ການກຸສົນສ້າງກໍ່
ດີໃຈນຳພີ່ນ້ອງ ຊິເມືອພໍ້ຢູ່ສະຫວັນ
ຄັນເຫັນເຮົາລຶບມ້າງ ຮິດເກົ່າຄອງຫຼັງ ກະດີແລ້ວ
ບຸນກຸສົນສິນທານ ບໍ່ຄະນິງນຳດ້ວຍ
ເຂົາກະພາກັນນ້ອຍ ໃນຫົວໃຈເອົ້າອັ່ງ
ຄິດຄະນິງນຳພີ່ນ້ອງ ຊິລົງໝໍ້ແຜ່ນແດງ
ສ່ວນວ່າເຜດນາຣົກຮ້າຍ ຖືກປົດປ່ອຍມາເມືອງຄົນ
ເຂົາກໍ່ສົນລະວົນ ຊອກຫາແຊງເຊື້ອ
ແລ່ນຂຶ້ນເໜືອລົງໃຕ້ ຕາມສາລາຮີມທ່າ
ຕາມສາລາຄ້ວງບ້ານ ຫາຊຸມເຊື້ອຊາດຕົວ
ຄອບວ່າທຸກຍາກໄຮ້ ອາໄສເພິ່ງໃບບຸນ
ຕັ້ງແຕ່ຍັງເປັນຄົນ ບໍ່ໄດ້ທຳເອົາໄວ້
ມົວແຕ່ວົນວຽນສ້າງ ປາປັງຍັງບາບ
ຕົກມາໃນເຊັ່ນນີ້ ເລີຍລົງໝໍ້ແຜ່ນແດງ
ເຂົາກໍ່ເລາະແລັ້ງແຄັ້ງ ຮ້ອງຮ່ຳຫວນຫາ
ທັງລູກຫຼານອາວອາ ບໍ່ໄດ້ຍິນສຽງນັ້ນ
ຍ້ອນວ່າອະກຸສົນເບື້ອງ ປາປັງກັມບາບ
ໄດ້ມາບັງເຫຼື່ອໄວ້ ໃຫ້ເຂົານັ້ນບໍ່ໄດ້ຍິນ
(ອະທິບາຍ)
ເຂົາກໍ່ເມື່ອຍເລາະຊອກຄົ້ນ ທັງໄຫ້ຮ່ຳຄະນິງຫາ
ລົງໄປຕາມຖຽງນາ ປ່າດົງພົງສ້ຽງ
ໝົດສຽງເຮໂຮ່ຮ້ອງ ຄວນຄາງເອີ້ນກູກ
ລູກແລະຫຼານກະບໍ່ຮູ້ ກຳນັ້ນແລ່ນບັງ
ເຂົາກໍ່ໂຊມຊາມເຂົ້າ ອາລາມຫຼວງກວ້າງໃຫຍ່
ລາງຜ່ອງໄປເຫັນພີ່ນ້ອງ ກະພໍໄດ້ສ່ວນບຸນ
ເຂົາກໍດີໃຈລົ້ນ ເຫັນຄົນແໜ້ນອັ່ງ
ຄືຊິເຫັນພີ່ນ້ອງ ຄາວນີ້ທ່ຽງຈິງ
ລາງພວກເຫັນພີ່ນ້ອງ ຊາດເຊັ່ນແນວໂຕ
ມາຈຳສິນກິນທານ ໄດ້ຊື່ນຊົມຫົວແຍ້ມ
ມີທັງໂພຊະນັງເຂົ້າ ປູປາຊີ້ນຕ່ອນ
ພາກັນທານຖອດໃຫ້ ກະເລີຍໄດ້ອີ່ມພຸງ
ເຂົາກໍ່ຍໍມືຂຶ້ນ ສາທຸການພ້ອມພ່ຳ
ສາທຸທ້ອນ ປາກກ່າວຕ້ານ ອວຍພອນໃຫ້ຢູ່ເຢັນ
ຂໍໃຫ້ລຸລາບໄດ້ ໂດຍດັ່ງໃຈປະສົງ
ຄັນວ່າມໍຣະນາຕາຍ ໃຫ້ເຈົ້າເມືອເມືອງຟ້າ
ບາງຜ່ອງສົ່ງສານເຂົ້າ ອາລາມຫຼວງກວ້າງໃຫຍ່
ເຫັນແຕ່ໜ້າເພິ່ນພຸ້ນ ບໍມີເຊື້ອເຊັ່ນຕົນ
ບາງຜ່ອງກຳເວຣສ້າງ ປາງຫຼັງໜັກໜ່ວງ
ເຂົ້າໄປວັດບໍ່ໄດ້ ມັນຮ້ອນດັ່ງໄຟ
ເຂົາກໍ່ດ່າວໆດິ້ນ ຮີບອອກຈາກອາລາວ
ໝົດເຂດທໍຣະນີສົງ ຈິ່ງຄ່ອຍເຊົາຫາຍຮ້ອນ
ຄອບວ່າຕິຕຽນເຈົ້າ ຜູ້ຊົງທັມຄອງປະເສີດ
ກຳມາແລ່ນຕ້ອນ ແຜ່ນດິນຮ້ອນດັ່ງໄຟ
(ອະທິບາຍ)
ຄອບວ່າກຳແລ່ນຕ້ອນ ແຜ່ນດິນຮ້ອນດັ່ງໄຟ
ຄອບວ່າເປັນຈັ່ງຊັ້ນ ເຮົາຈິ່ງໄດ້ ເຮັດເຂົ້າຫໍ່ໄປແຂນ
ທັງອາຫານຫວານຄາວ ຄູ່ຊູ່ອັນມວນພ້ອມ
ທານທອດໃຫ້ ຊຸມບໍ່ມີຊາດເຊັ່ນ
ພວກເຂົາບໍ່ມີພີ່ນ້ອງ ເປັນໜ້າອີດູ
ນອກຈາກນັ້ນ ຍັງມີຜູ້ເປັນກຳ
ຢາກເຂົ້າມາໃນວັດ ແຕ່ແຜ່ນດິນມັນຮ້ອນ
ເຮົາເລີຍບວງສວງໄວ້ ທຳທານນອກເຂດ
ເຮັດເປັນຮ້ານເຜດໄວ້ ທາງຊິເຂົ້າວັດມາ.
(ອະທິບາຍ)
ຊຸມໝູ່ຂາດພີ່ນ້ອງ ທັງຜ່ອງພວກກຳໜັກ
ຍາມເມື່ອເຂົາໄດ້ກິນຂອງ ທີ່ມອບເວຣວາງໃຫ້
ເຂົາກໍ່ດີໃຈລົ້ນ ຂົນຫົວພອງນ້ຳຕາຫຼັງ
ປາກກະຜ່ອງເວົ້າ ໃຫ້ພອນເຈົ້າຜູ້ທານ
ວ່າສາທຸທ້ອນ ເພິ່ນຜູ້ທານຖອດໃຫ້ ເຄື່ອງຢູ່ຂອງກິນ
ຂໍໃຫ້ມີຄວາມສຸກ ຮັ່ງມີດີໄດ້
ເງິນຄຳແກ້ວ ແນວປະສົງໝົດທຸກຢ່າງ
ຍາມເມື່ອມຸດມອດມ້ຽນ ເມືອເມືອງຟ້າສູ່ສະຫວັນ
ຊຸມໝູ່ຝູງພີ່ນ້ອງ ຜູ້ຂ້ານັ້ນ ໃຫ້ມັນທຸກຈົນຕາຍ
ບໍ່ທຳບຸນກິນທານ ຊາດຊຸມແຊງຮ້າຍ
ໃຫ້ມັນຕາຍລົງໝໍ້ ນາຣະກາຮ້ອນເດືອດ
ພົ້ນຈາກນັ້ນ ໃຫ້ເປັນເປົ້າເຜດຜີ
(ອະທິບາຍ)
ຢ່າໄດ້ມີວັນພໍ້ ໂພຊະນັງເຂົ້າຜອກ
ໃຫ້ເຂົາທຸກຍິ່ງລ້ຳ ໃຫ້ຄືດ້າມດັ່ງເຮົາ ນີ້ເດີ …
ໃຫ້ເຂົາເປັນເຜດຮ້າຍ ຍາມຕາຍໄປຕະຫຼອດຊົ່ວ
ເຂົ້າປະດັບດິນ ເຂົ້າສະຫຼາກພ້ອມ ຕາຍແລ້ວຢ່າພົບພານ ກັນເດີ່
(ອະທິບາຍ)