ສະຫຼອງ ທາດເຈດີຍ໌
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ)
ປະຕິກັດເຈວະ ຕັງ ກະຍິຣາ ຊັນຍາ ຫິຕະມັດ ຕະໂນຕິ.
ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ຜາລະອານິສົງສະ ຜົນແຫ່ງການສ້າງທາດເຈດີ ພໍເປັນເຄື່ອງປະດັບ ສະຕິປັນຍາປາ ຣະມີຂອງທ່ານ ພຸດທະມາມະກະ ບໍລິສັດທັງຫຼາຍ ຜູ້ປະກອບໄປດ້ວຍສັດທາ ແລະ ປັນຍາເຊື່ອໝັ້ນ ໃນຄຸນພຣະຣັດຕະນະໄຕຄື ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສົງ ຈິ່ງໄດ້ພາກັນບໍລິຈາກຊັບ ແລະ ກຳລັງກາຍຂອງຕົນ ສ້າງເຈດີທາດ ເພື່ອອຸທິດເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ຈິ່ງໄດ້ວ່າບຳເພັນ ບຸນກຸສົນອັນເປັນແກ່ສານ ສົມເດັດພຣະບໍຣົມສາສດາຈານ ຊົງສັນລະເສີນວ່າ ເປັນເຫດນຳມາເຊິ່ງຫິຕະສຸກ ແກ່ຕົນ ແລະ ບຸກຄົນອື່ນ ທັງໃນພົບນີ້ ແລະ ພົບໜ້າ.
ດັ່ງພຣະຄາຖາ ທີ່ຍົກໄວ້ໃນຂ້າງຕົ້ນນັ້ນ: “ປະຕິກັດເຈວະ ຕັງກະຣິຍາ ຍັງ ຊັນຍາ ຫິຕະມັດຕະໂນ” ດັ່ງນີ້ເປັນເຄົ້າ ຮູ້ວ່າການໃດ ເປັນປະໂຫຍດແກ່ຕົນ ເພິ່ງຮີບທຳການນັ້ນແລ ດັ່ງນີ້ມີອັດອະທິບາຍວ່າ ຄຳວ່າປະໂຫຍດນັ້ນມີ 2 ປະ ການຄື: ປະໂຫດຍໃນພົບນີ້1, ປະໂຫຍດໃນພົບໜ້າ1, ການທີ່ບຸກຄົນມາປະພຶດຕົນ ຂອງຕົນໃຫ້ເປັນຄົນດີ ມີການລ້ຽງຊີບອັນຊອບທຳ ແລະ ຊອບກົດໝາຍ ຕັ້ງ ຕົ້ນໃຫ້ເປັນຜູ້ມີຫຼັກຖານ ໝັ້ນຄົງບໍລິບູນ ດ້ວຍໂພຄະສົມບັດ ຊື່ວ່າ ເຖິງພ້ອມດ້ວຍປະໂຫຍດໃນພົບນີ້.
ຄວາມເປັນຜູ້ບໍ່ປະໝາດ ອຸດສາຫະພະຍາຍາມ ທຳຕົນຂອງຕົນໃຫ້ເປັນ ຜູ້ມີສັດທາ-ມີສິນ ມີການບໍລິຈາກ ມີປັນຍາອັນເປັນມັກຄາ ໄປສູ່ສຸຄະຕິໂລກສະຫວັນ ຈົນຕະຫຼອດເຖິງ ພຣະນິບພານ ຊື່ວ່າເຖິງພ້ອມດ້ວຍ ປະ ໂຫຍດໃນພົບໜ້າ ແມ່ນທ່ານທັງຫຼາຍ ພາກັນບໍລິຈາກຊັບ ແລະ ກຳລັງກາຍ ສ້າງທາດເຈດີໃຫ້ເປັນ ທີ່ເຄົາລົບກາບໄຫວ້ ສັກກາລະບູຊາ ຂອງເທວະດາ ແລະ ມະນຸດທັງຫຼາຍ ກໍ່ຊື່ວ່າ ທຳປະໂຫຍດແກ່ຕົນ ແລະ ບຸກຄົນອື່ນ ທັງເປັນປະໂຫຍດ ໃນພົບນີ້ ແລະ ພົບໜ້າ.
ດັ່ງຈະນຳວັດຖຸນິທານ ມາໃຫ້ເປັນໃຈຄວາມວ່າ “ອະຕິເຕ ກະເລ” ໃນອະ ດີດຕະການ “ກັດສະປະ ພຸດທະກາເລ” ໃນກາລະສະໄໝ ສາສນາຂອງ ພຣະສຳມາສຳພຸດທະເຈົ້າ ຊົງພະນາມວ່າ ກັດສະປະ ມີບໍລົມມະກະສັດອົງໜຶ່ງ ຊົງພຣະນາມວ່າ ກິງກິສະຣາດ ຊົງສະເຫວີຍຣາຊະສົມບັດ ຢູ່ໃນເມື່ອງພາຣານະສີ ພຣະອົງມີພະໄທ ປະກອບໄປດ້ວຍສັດທາ ຄວາມເຫຼື້ອມໃສ ໃນຄຸນພຣະຣັດ ຕະນະໄຕ ພຣະອົງຊົງພຣະດຳຣິວ່າ ເຮົາມີຊັບສົມບັດໃນທ້ອງ ພຣະຄັງຫຼວງມາກມາຍ ເຖິງພຽງນີ້ ຊັບເຫຼົ່ານີ້ບໍ່ໄດ້ຕິດຕາມເຮົາໄປ ໃນສຳປະຣາຍິກະພົບ ພາຍພາກໜ້າ ເມື່ອເຮົາຕາຍແລ້ວ ກໍເປັນຂອງຄົນອື່ນໆຕໍ່ໄປ.
ບໍ່ມີໃຜເອົາໄປໄດ້ຈັກຄົນ ຢ່າວ່າຢ່າງນັ້ນເລີຍ ເຮົາຈະທຳຊັບນີ້ໃຫ້ ເປັນປະ ໂຫຍດແກ່ ເທວະດາ ແລະ ມະນຸດ ອຸທິດເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ໃຫ້ຈິິ່ງໄດ້ ເມື່ອບໍລົມມະກະສັດ ຊົງພຣະດິຣິສະນັ້ນແລ້ວ ຈິ່ງປົງພຣະໄທໃນອັນຈະສ້າງ ພຣະທາດເຈດີ ໃຫ້ເປັນທີ່ບັນຈຸພຣະທາດ ຂອງພຣະພຸດທະເຈົ້າ ແລະອະຣະຫັນຕະສາວົກ ຈຶ່ງຮຽກອຳມາດມາແລ້ວ ມອບຊັບໃຫ້ 7 ແສນກະຫາ-ປະນະຕັດສັ່ງວ່າ ຈົ່ງໄປວ່າຈ້າງຄົນກໍ່ເຈດີອິດ ແລະປູນໃຫ້ສູູງປະມານ 1 ໂຍດດ້ວຍຊັບ 7 ແສນກະຫາປະນະນີ້ ດັ່ງນີ້ແລ້ວອຳມາດກໍ່ທຳຕາມ ພຣະຣາຊາອົງການທຸກປະການ ສຳເລັດແລ້ວຈຶ່ງໄປກາບທູນ ພຣະບໍຣົມມະຫາກະສັດໃຫ້ຊົງຊາບ ພຣະອົງຊົງໂສປະນັດປິດາ ປາໂມດຍິ່ງໜັກໜາເຫດວ່າ ພຣະທາດເຈດີນີ້ເປັນທີ່ ໄວ້ສັກກະຣະບູຊາຂອງເທວະດາ ແລະມະນຸດທັງຫຼາຍ “ກາລັງ ກັດຕະວາ” ຄັນພຣະບໍຣົມມະກະ ສັດຊົງພຣະນາມວ່າ ກິງກິດສະຣາດຊິ້ນພຣະຊົນມາຍຸແລ້ວ ກໍ່ໄປບັງເກີດໃນຕາວະຕິງສະຫວັນ ສະເຫວີຍທິບພຣະສົມບັດ ໃນວິມານຜະສາດສູງໄດ້ 12 ໂຍດ ມີນາງຟ້າໝື່ນໜຶ່ງແວດລ້ອມ ເປັນຍົດສັກບໍຣິວານ ຊົງໄດ້ເຫັນຄວາມສຸກຄວາມ ສຳລານເຫັນປານນີ້ ດ້ວຍຜະລາອະນິງສົງສະ ຜົນທີ່ພຣະອົງໄດ້ສ້າງ ທາດເຈດີນີ້ແລທ່ານທາຍົກ ອຸປາສົກອຸປາສີກາທັງຫລາຍ ເມື່ອບຸກຄົນນໍຣະຍິງຊາຍ ຜູ້ໃດມີສັດທາເຫຼື້ອມໃສໃນ ພຣະຣັດຕະນະໃຕໄດ້ສ້າງ ທາດເຈດີຖານ 7 ປະການ ຄືທາດ ເຈດີບັນຈຸທາດຂອງພຣະພຸດທະເຈົ້າ ແລະພຣະສາວົກ 1 ທຳມະເຈດີທີ່ບັນຈຸພຣະທຳ ມີໂພທິປັກຂິຍະທຳເປັນຕົ້ນ 1 ອຸດເທສີກະເຈດີຄື ພຣະພຸດທະຮູບປະຕິມາກອນ 1 ບໍຣິໂພກເຈດີທີ່ບັນຈຸເຄື່ອງ ບໍຣິໂພກມີ ບາດ-ຈີວອນ-ທຳມະກົກເປັນຕົ້ນ ຂອງພຣະພຸດທະເຈົ້າໜຶ່ງ ໃຫ້ເປັນທີ່ເຄົາຣົບກາບໄຫວ້ ສັກກະຣະບູຊາ ຂອງເທພະຍາດາແລະ ມະນຸດທັງຫລາຍຍ່ອມ ເປັນເຫດໃຫ້ໄດ້ສຸຄະຕິ ໂລກສະຫວັນທ່ຽງແທ້ ນິດຖີຕາ ກໍຈົບລົງພຽງເທົ່ານີ້ແລ.
ຄຸນ ມານດາ ບິດາ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ)
ອິທານິ ທໍາມັດສາວະນະ ທິວະເສສັນນິ ປະຕິຕາຍະມາຕາປິຕຸ ຄຸນະກະຖັງ ພາສິດສາມິຕັງ ສຸມາຖະສະມາຄະຕາຕິ.
ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ອັນເປັນພຸດທະໂອວາດ ສາສນາຄືຄຳສອນ ຂອງພຣະພຸດທະເຈົ້າ ເພາະວ່າການຟັງທຳ ຄຳສອນຂອງ ພຣະພຸດທະເຈົ້າ ນີ້ຍອມມີປະໂຫຍດ ມີອະນິສົງເປັນອັນມາກ ຜູ້ມີຜະຫຍາປັນຍາ ເພີ່ງຮູ້ດັ່ງນີ້ເຖີ້ນ ການຟັງທີ່ຈະເພີ່ງໄດ້ ໃນປະຈຸບັນນີ້ ມີຢູ່ 5 ປະການ ຄື
1 ອະສຸຕັງ ສຸນາຕິ ຈະໄດ້ຍິນຈະໄດ້ຟັງ
2 ສຸຕັງປະຣິ-ໂຍທະປະຕິ ຈະຍັງຂໍ້ອັດຂໍ້ທຳ ຕົນເຄີຍໄດ້ຍິນໄດ້ຟັງມາແລ້ວ ໃຫ້ຊຳນິຊຳນານ ແຈ່ມແຈ້ງຍິ່ງຂື້ນໄປກວ່າເກົ່າ
3 ກັງຂາວິຕະຣະຕິ ຈະຕັດເສຍເຊີ່ງຄວາມສົງໃສ ອັນຂ້ອງຢູ່ໃນໃຈຂອງຕົນ
4 ສະກະຈິດຕັງປະສິທະຕິ ຈະຍອມຍັງຈິດຂອງຕົນ ໃຫ້ເຫຼື້ອມໃສໃນ ພຣະຣັດຕະນະໄຕຣ ເປັນຕົ້ນ
5 ອັດຕະໂນ ຈິດຕັງອຸຊຸກະໂຣຕິ ກະທຳຈິດຂອງຕົນ ໃຫ້ເປັນຕົນຊື່ສັດ ຕໍ່ຄຸນທານຄຸນສິນເປັນຕົ້ນ
ການຟັງທັງ 5 ຂໍ້ນີ້ ຈະບັງເກີດໃຫ້ແກ່ຜູ້ຕັ້ງໃຈ ຟັງທຳມະເທສະນາ ເພາະດັ່ງນັ້ນການຟັງທຳ ສັັບປຸຣິສະເຈົ້າຈື່ງຈັດວ່າ ເປັນສາວະນານຸດຕະຣິຍະ ເປັນການຟັງອັນສູງສຸດ ບໍ່ມີການຟັງອັນໃດໆ ຈະສະເໝີໄດ້ ຄວນສັບປຸຣິສາເຈົ້າທັງຫຼາຍ ຈົ່ງພາກັນຕັ້ງອົກຕັ້ງໃຈຟັງ ໃຫ້ສຳເຣັດປະໂຫຍດ ຂອງຕົນເທີ້ນລຳດັບນີ້ ຈະສະແດງເຊີ່ງຄຸນຂອງ ບິດາ-ມານດາ ເຊີ່ງເປັນວັດຖຸອັນຄວນ ຄົບລົບນັບຖືຢ່າງສູງສຸດ ມະຕາປິຕະໂຣນາມະ ຊື່ວ່າ ມານດາບິດານີ້ ຍ່ອມເປັນຜູ້ສົມຄວນ ອັນບຸດແລະທິດາ ຈະເພີ່ງເຄົາລົບນ້ອມນົບ ສັກກະຣະບູຊາເປັນຢ່າງສູງ
ຄຳວ່າບິດາມານດາ ນັ້ນແປວ່າ ພໍ່ ແມ່ ຄຳວ່າບຸດແລະ ທິດານັ້ນ ແປວ່າ ລູກຊາຍ ລູກຍິງ ຖ້າຈະເວົ້າເປັນພາສາລາວ ຂອງເຮົາໃຫ້ຟັງງ່າຍໆ ໝາຍຄວາມວ່າຜູ້ກໍ່ໃຫ້ເກີດ ເມື່ອເຮົາອາໃສເກີດກັບບຸກຄົນຜູູູ້ໃດ ບຸກຄົນນັ້ນແລະຊື່ວ່າ ພໍ່ ແມ່ ທຳມະດາພໍ່ແມ່ ຍ່ອມຮັກແພງລູກ ລຽ້ງລູກສັ່ງສອນລູກ ຖະນຸຖະໜອມ ບຳລຸງລູກ ຊວ່ຍສົງເຄາະລູກ ໃຫ້ມີວິຊາຫາກິນລຽ້ງຊີບ ຫາຊັບສົມບັດໃຫ້ແກ່ລູກ ປູກຝັງຕັ້ງແຕ່ງ ໃຫ້ລູກມີຜົວມີເມຍ ຕາມທຳມະດາ ປະເພນີຂອງໂລກ ໃນກາລະສະໄໝ ທີ່ຄວນໄດ້ຄວນມີ ຄົນອື່ນບໍ່ແມ່ນຜູ້ທີ່ເຮົາ ອາໃສເກີດແຕ່ວ່າ ທຳຄຸນໃຫ້ແກ່ເຮົາ ດັ່ງກ່າວມານັ້ນ ກໍນັບເຂົ້າໃນໃນຖານະ ເປັນພໍ່ເປັນແມ່ເໝືອນກັນ
ເພາະວ່າບຸກຄົນຜູ້ນັ້ນ ເກື້ອກູນອຸດໜຸນຖະນຸບຳລຸງ ເຮົາມາຈົນໃຫ້ເຮົາ ໃຫຍ່ໂຕຂື້ນມາໄດ້ ນັ້ນແລະຊື່ວ່າທ່ານ ທຳຄຸນໄວ້ໃຫ້ແກ່ເຮົາ ທຳມະດາຂອງຜູ້ເປັນລູກ ເມື່ອຮັບການອະນຸເຄາະ ເຊັ່ນນັ້ນກໍຍ່ອມຮັກພໍ່ແມ່ ເປັນການຕອບແທນ ພໍ່ແມ່ ນັ້ນຊື່ວ່າບຸບພະກາຣີ ບຸກຄົນຜູ້ທຳອຸປະກາຣະ ກ່ອນສ່ວນລູກນັ້ນ ຊື່ວ່າກະຕັນຍູກະຕະເວທີ ບຸກຄົນຜູ້ອຸປະກາຣະ ທີ່ທ່ານທຳແລ້ວ ແລະຕອບແທນພາຍຫຼັງ ການຕອບແທນນັ້ນ ກໍຄືການທຳຄວາມເຄົາລົບ ຕໍ່ທ່ານດ້ວຍ ກາຍ-ວາຈາ-ໃຈ ບໍ່ດູຖູກດູໝິ່ນ ທ່ານປະສົງສິ່ງໃດ ກໍກະທຳສິ່ງນັ້ນ ໃຫ້ສົມຄວາມປະສົງ ນັ້ນແລຊື່ວ່າ ເຄົາລົບບູຊາທ່ານ ການເຄົາລົບບູຊາດ້ວຍອາມິດ ແລະການປະຕິບັດ ມີຄວາມໝາຍຕ່າງກັນ ອາມິດນັ້ນຄືເມື່ອ ທ່ານຕ້ອງການວັດຖຸ ສິ່ງໃດທີ່ບໍ່ເຫຼືອວິໃສ ເຮົາຕ້ອງຫາມາໃຫ້ຕາມ ຄວາມປາຖະນາ ຕະຫຼອດເຖີງ ໃຫ້ໄດ້ທຳບຸນໃຫ້ທານ-ຮັກສາສິນ-ຈະເຣີນເມດຕາ-ພາວະນາ
ເມື່ອທ່ານຕາຍແລ້ວ ເຮົາຕ້ອງປະກອບການກຸສົນ ອຸທິດສ່ວນບຸນໄປໃຫ້ ເປັນທີ່ສຸດກໍຊື່ວ່າໄດ້ ບູຊາພໍ່ແມ່ ດວ້ຍອາມິດ ແຕ່ການບູຊາດ້ວຍອາມິດນັ້ນ ບໍ່ເປັນສາທາຣະນະ ຄບໍ່ທົ່ວໄປແກ່ພໍ່ແມ່ ບາງປະເພດເໝືອນຢ່າງ ພໍ່ແມ່ ທີ່ທ່ານບໍຣິບູນດ້ວຍ ໂພຄະຊັບ ຕົວຢ່າງ ທ່ານເປັນເຈົ້າເປັນນາຍ ເປັນເສດຖີ ຄະຫະບໍດີຜູ້ຮັ່ງມີ ດ້ວຍໂພຄະສົມບັດ ບໍ່ສູ້ຈະມີຄວາມປະສົງ ໃຫ້ລູກສະແຫວງຫາເຂົ້າຂອງ ເງີນທອງມາໃຫ້ ບໍ່ເໝືອນສາມັນຊົນ ແຕ່ການປະຕິບັດນັ້ນ ພໍ່ແມ່ມີຄວາມເຈດຈຳນົງທົ່ວກັນ ຄຳທີ່ວ່າປະຕິບັດ ນັ້ນໝາຍຄວາມວ່າ ປະຄືດຕາມຄວາມປະສົງຂອງທ່ານ ຊື່ວ່າປະຕິບັດ ຕົວຢ່າງຈຳພວກ ທີ່ທ່ານຮັ່ງມີ ບໍຣິບູນກໍມີຄວາມປະສົງ ໃຫ້ບຸດຂອງຕົນ ມີວິຊາສິຣະປະສາດ ສາມາດຈະຮັບມໍຣະດົກ ໃຫ້ຕັ້ງໝັ້ນສືບວົງຕະກູນ ຕໍ່ໄປສ່ວນພວກຄົນສາມັນ ທີ່ພໍຈັ້ງບ້ານເຮືອນຢູ່ໄດ້ ກໍມີຄວາມປະສົງຈະໃຫ້ລູກ ມີວິຊາສິຣະປະສາດ ສາມາດລຽ້ງຕົນໃຫ້ເປັນສຸກ ບຳລຸງວົງຕະກູນຂອງຕົນ ໃຫ້ຈະເລີນຍິ່ງຂື້ນໄປເໝືອນກັນ ຂໍ້ສຳຄັນຄວາມຈຳນົງ ຂອງພໍ່ແມ່ ຢາກໃຫ້ລູກເປັນຄົນ ປະພຶດຕົນເປັນຄົນດີ ຂໍ້ນີ້ເບີ່ງແລ້ວຈະທົ່ວໂລກ ເມື່ອເຮົາຜູ້ເປັນລູກ ຜູ້ຮູ້ຄວາມປະສົງ ຂອງພໍ່ແມ່ເຊັ່ນນັ້ນ
ເມື່ອຍັງນ້ອຍຍັງໜຸ່ມພໍ່ແມ່ ມີຄວາມປະສົງຈະໃຫ້ເລົ່າຮຽນ ວິຊາສິຣະປະສາດ ຢ່າງໃດກໍໃຫ້ຕັ້ງໃຈ ປະຕິບັດຕາມ ເມື່ອໃຫຍ່ໂຕຂື້ນມາແລ້ວ ພໍ່ແມ່ມີຄວາມປະສົງຈະໃຫ້ເຮົາ ທຳມາຫາລຽ້ງຊີບ ດ້ວຍວິທີໃດ ກໍໃຫ້ປະຕິບັດຕາມ ຄວາມປະສົງຂອງທ່ານ ດ້ວຍວິທີນັ້ນ ການປະພືດຕົນ ໃຫ້ຖືກຕ້ອງຕາມ ຄວາມປະສົງ ຂອງທ່ານນັ້ນ ແລະ ຊື່ວ່າປະຕິບັດບູຊາທ່ານ ແລະໃຫ້ນ້ອມຄຸນທັງສິ້ນ ຂອງພໍ່ແມ່ລວມ ຢູ່ທີ່ຕົວຂອງເຮົາສະເໝີໄປ ຄືໃຫ້ເຫັນວ່າ ຕົວຂອງເຮົາມີຄວາມຈະເຣີນ ຢູ່ດຍວນີ້ກໍເພາະອຸປະກະຣະ ຄຸນທີ່ພໍ່ແມ່ບຳລຸງມາ ແມ່ນຕົວຂອງເຮົານີ້ກໍແບ່ງ ອອກມາຈາກພໍ່ແມ່ນັ້ນແລ ສ່ວນຕົວຂອງເຮົານີ້ກໍມີແຕ່ ຈິດວິນຍານ ທີ່ທ່ານຮຽກວ່າ ປະຕິສົນທິຈິດກັບກຸສົນ ກຸສົນເທົ່ານັ້ນເປັນຜູ້ອຸປະຖຳ ນອກຈາກນັ້ນຄືສ່ວນຮ່າງກາຍເຮົານີ້ ເມື່ອຕັ້ງປະຕິສົນທິຂື້ນແລ້ວ ກໍ່ອາໃສເລືອດແລະເນື້ອຂອງແມ່ ມາບຳລຸງຮ່າງກາຍຂອງຕົນ ຈົນເປັນຮູບເປັນຮ່າງຄົບບໍຣິບູນແລ້ວ ຈຶ່ງຄອດອອກມາຈື່ງວ່າ ເຮົາແບ່ງປັນເອົາຮ່າງກາຍ ຂອງພໍ່ແມ່ມາເປັນຮ່າງກາຍຂອງຕົນ ເຖິງແມ່ນວ່າຄອດອອກມາແລ້ວ ເມື່ອຍັງເປັນທາຣົກກໍຍັງ ກິນແຂງບໍ່ໄດ້ກໍຕ້ອງດູດກິນນ້ຳ ນົມຂອງແມ່ມາບຳລຸງຮ່າງກາຍຂອງຕົນ ເຖິງພົ້ນເຂດດື່ມນ້ຳນົມແມ່ແລ້ວ ໃນລະຫວ່າງຍັງຫາລ້ຽງຕົນບໍ່ທັນໄດ້ ຈົນເຖິງ 15 ປີ 16ປີ ກໍຕ້ອງອາໃສອາຫານທີ່ ພໍ່ແມ່ຫາມາລ້ຽງເພາະເຮົາ ລ້ຽງຕົວເອງຍັງບໍ່ທັນໄດ້ ຖ້າເຫັນຕາມໃນທີ່ກ່າວມານີ້ ຕ້ອງເຂົ້າໃຈວ່າຮ່າກາຍຂອງ ເຮົານີ້ເນື່ອງມາຈາກພໍ່ແມ່ ຫລືແບ່ງປັນມາຈາກພໍ່ແມ່
ເມື່ອເຮົາຮູ້ເຊັ່ນນັ້ນແລ້ວ ກໍຄວນເຫັນໄດ້ວ່າພໍ່ແມ່ ມີໃນຕົວຂອງເຮົາຢູ່ທຸກເມື່ຶອ ເຖິງແມ່ນວ່າທ່ານລ່ວງລັບດັບສູນໄປແລ້ວ ກໍດັບສູນໄປແຕ່ສ່ວນຂອງທ່ານ ສ່ວນທີ່ແບ່ງມາເປັນເຮົາແລ້ວ ຖ້າຕົວຂອງເຮົາຍັງມີຢູ່ຕາບໃດ ກໍ່ຊື່ວ່າພໍ່ແມ່ຍັງຢູ່ທີ່ເຮົາສະເໝີ ຖ້າຮູ້ໄດ້ຍ່າງນີ້ການເຄົາຣົບ ພໍ່ແມ່ກໍ່ບໍ່ລຳບາກ ຄືໃຫ້ລະວັງຮັກສາຕົວຂອງເຮົາເທົ່ານັ້ນ ການຮັກສາຕົວກໍຄື ການຮັກສາສຸຈະຣິດທຳ ປະພຶດດີດ້ວຍກາຍ-ວາຈາ-ໃຈ ໃຫ້ເປັນສຸພາບບຸຣຸດ-ສຸພາບສະຕຣີ ຕັ້ງຫນ້າທຳມາຫາກິນໃຫ້ມັ່ງມີ ສີສຸກໃຫ້ໄດ້ນາມວ່າ ອະພິຊາຕະບຸດ ແປວ່າ ລູກດີເກີນພໍ່ແມ່ ຄືມັ່ງມີທັງລາບທັງຍົດເກີນພໍ່ເກີນແມ່ ເປັນຄົນມີສິນ-ມີທານກວ່າພໍ່ກວ່າແມ່ ຫລືສະຫລະສົມບັດອອກບວດບຳລຸງ ພຣະພຸດທະສາສະໜາໄດ້ ດີກວ່າພໍ່ແມ່ເປັນຕົ້ນ ຊື່ວ່າອະພິຊາຕາບຸດເປັນບຸດຢ່າງສູງ ຖ້າປະພຶດຕົນໃຫ້ເປັນບຸດຊັ້ນສູງ ບໍ່ໄດ້ກໍໃຫ້ເປັນພຽງຊັ້ນອະນຸຊາຕາບຸດ ແປວ່າ ລູກສະເໝີພໍ່ສະເໝີແມ່ກໍຍັງດີ ລູກທີ່ໄດ້ຊື່ວ່າ ອະນຸຊາຕະບຸດນີີ້
ຄືວ່າ ພໍ່ແມ່ພາຮັ່ງພຽງໃດ ແລະມີຍົດຖາບັນດາສັກພຽງໃດ ມີຊັບສິນພຽງໃດ ມີຄຸນງາມຄວາມດີພຽງໃດ ກໍ່ຮັກສາໄວ້ໃຫ້ສະເໝີພໍ່ແມ່ ຊື່ວ່າ ອະນຸຊາຕະບຸດ ຫລືພໍ່ແມ່ສະແຫວງຫາຊັບມໍຣະດົກໄວ້ໃຫ້ ມີທັງສັງຫາຣິມະຊັບ ແລະ ອະສັງຫາຣິມະຊັບ ສິງຫາຣິມະຊັບນັ້ນ ຄື ຊັບເຄື່ອນທີ່ໄດ້ແກ່ເຂົ້າຂອງ ເງີນ ທອງ ຊ້າງມ້າ ງົວຄວາຍ ລໍ້ກວຽນ ເປັ້ນຕົ້ນ 1
ອະສັງຫາຣິມະຊັບ ຄືຊັບທີ່ເຄື່ອນທີ່ບໍ່ໄດ້ ໄດ້ແກ່ທີ່ບ້ານ ທີ່ນາທີ່ສວນ ເປັນຕົ້ນ 1 ຊັບທີ່ເປັນສັງຫາຣິມະ ປຽບເໝືອນເລື່ອດ ແລະ ເນື້ອໜັງຂອງ ພໍ່ ແມ່ ຊັບທີ່ເປັນອະສັງຫາຣິມະຊັບ ປຽບເໝືອນກະດູກຂອງ ພໍ່ ແມ່ ຖ້າລູກຮັກສາໄວ້ໄດ້ ທັງ 2 ປະເພດນີ້ ຮຽກວ່າອະນຸຊາຕະບຸດຢ່າງດີ
ຖ້າຮັກສາສັງຫາຣິມະຊັບໄວ້ບໍ່ໄດ້ ຄົງຮັກສາໄວ້ໄດ້ແຕ່ ອະສັງຫາຣິມະຊັບ ກໍຍັງນັບວ່າເປັນ ອະນຸຊາຕະບຸດ ຢູ່ນັ້ນແລແຕ່ເປັຢ່າງຕຳ ອີກຈຳພວກໜື່ງ ຊື່ວ່າ ອະວິຊາຕະບຸດ ແປວ່າ ບຸດຢ່າງຕ່ຳ ຢ່າງຊົ່ວ ຄືປະພຶດຕົນສະເໝີ ພໍ່ແມ່ ບໍ່ໄດ້ເປັນຕົ້ນວ່າ ພໍ່ແມ່ ຮັ່ງມີຕົວເປັນຄົນຈົນ ພໍ່ແມ່ມີຍົດຖາບັນດາສັກ ຕົວຫາຍົດຖາບັນດາສັກບໍ່ໄດ້ ພໍ່ແມ່ ຍິນດີໃນທານ-ສິນ ຕົວຫາສິນຫາທານບໍ່ໄດ້ ອະວະຊາຕະບຸດ ຫຼື ພໍ່ແມ່ຫາຊັບມໍຣະດົກໄວ້ໃຫ້ ມີທັງຫາຣິມະຊັບ ແລະ ອະສັງຫາຣິມະຊັບ ຕົວຮັກສາໄວ້ບໍ່ໄດ້ ສ່ວນສັງຫາຣິມະຊັບ ກໍຈັບຈ່າຍໃຊ້ສອຍເສຍໝົດ ຊື່ວ່າກິນເລືອດກິນເນື້ອ ຂອງພໍ່ແມ່ຈົນໝົດ ຍັງເຫຼືອແຕ່ກະດູກ ຫຼື ອະສັງຫາຣິມະຊັບກໍຍັງດີ ຖ້າລົງຊື້ໃຊ້ຈ່າຍ ຂາຍກິນທັງອະສັງຫາຣິມະຊັບ ຂອງພໍ່ແມ່ເສຍໝົດ ຊື່ວ່າ ກິນຈົນໝົດກະດູກພໍ່ແມ່ ດັ່ງນີ້ເປັນລູກຢ່າງຕ່ຳຢ່າງຊົ່ວທີ່ສຸດ ຊື່ວ່າ ອະວະຊາຕະບຸດ ຢ່າງຕ່ຳຖ້າສືກສາ ໃຕ່ຕອງຫຼືຣິນຕອງ ເຫັນຄວາມແຈ້ງຊັດວ່າ ພໍ່ແມ່ມີຢູ່ທີ່ຕົວຂອງເຮົາ ຢູ່ສະເໝີຢ່າປະພຶດຕົນ ໃຫ້ເປັນອະວະຊາຕະບຸດ ຢ່າປະພືດຕົນໃຫ້ເປັນຄົນພານ ບຽດບຽນຂ້າຟັນທ່ານ ຜູ້ອື່ນ ຢ່າໂລບລັກສິ່ງຂອງ ສົມບັດຂອງທ່ານຜູ້ອື່ນ ຢ່າລອບລັກຊູ້ຊິງເມຍທ່ານຜູ້ອື່ນ ຢ່າຫຼອກລວງທ່ານຜູ້ອື່ນ ໃຫ້ເສຍຊັບສິນ ເງີນທອງຢ່າຮັບຈ້າງເປັນພະຍານໂກງ ຢ່າເປັນນັກເລງເຈົ້າຊູ້ ຢ່າເປັນນັກຫຼິ້ນການພະນັນ ຢ່າເປັນນັກເລງຂີ້ເມົາ ຢ່າເປັນນັກເລງຂື້ນໂຮງສານ ຢ່າໄປຕິດຄຸກຕິດຕະລາງ ໃຫ້ຄິດເຖີງພໍ່ແມ່ ຢູ່ທີ່ກັບຕົວເຮົາ ຢ່າໄປຫາທ່ານທຳຄວາມຊົ່ວ ບໍ່ແມ່ນຊົ່ວແຕ່ຕົວຂອງເຮົາ ຄ່ອຍທຳໃຫ້ພໍ່ແມ່ໄດ້ຮັບຄວາມອັບປີດວ້ຍ ຄືວ່າເຮົາຖືກເຂົາດ່າ ພໍ່ແມ່ກໍຖືກດ້ວຍ ເຮົາຖືກເຂົາຕີ ພໍ່ແມ່ກໍຄ່ອຍຖືກດ້ວຍ ເຮົາຖືກປະຫານຊີວິດ ພໍ່ແມ່ກໍຄ່ອຍຖືກດ້ວຍ ເຮົາຖືກຕິດຄຸກຕິດຕະລາງ ພໍ່ແມ່ ກໍຖືກຕິດຄຸກຕິດຕະລາງດ້ວຍ ເພາະເຫດວ່າ ພໍ່ແມ່ມີຢູ່ທີ່ຕົວຂອງເຮົາສະເໝີ
ຖ້າຜູ້ໃດເວັ້ນຄວາມຊົ່ວ ທັງປວງເສຍປະພຶດ ໃຫ້ເປັນຄົນດີນັ້ນແລ ຊື່ວ່າ ເຄົາຣົບພໍ່ແມ່ດວ້ຍ ກາຍ-ວາຈາ-ໃຈ ແລະ ໄດ້ຊື່ວ່າບູຊາພໍ່ແມ່ຂອງຕົນດ້ວຍ ປະຕິບັດບູຊາ ຢູ່ທຸກເມື່ອຈົ່ງຕັ້ງໃຈໃຫ້ຮັກສາຕົນ ເປັນອະພິຊາຕະບຸດ ຫຼືອະນຸຊາຕະບຸດຢູ່ທຸກເມື່ອ ກໍຈະເປັນຊື່ວ່າ ຜູ້ຕັ້ງຢູ່ໃນກະຕັນຍູ ກະຕະເວທີ ເປັນຜູ້ຮູ້ຈັກຄຸນຂອງທ່ານ ແລະ ກະທຳອຸປະກາຣະ ຕອບແທນຄຸນຂອງທ່ານ ຫຼືວ່າ ບິດາມານດາ ເປັນຄົນຂີ້ຕະໜີ່ໜຽວແໜ້ນ ບໍ່ເຂົ້າວັດວາອາຮາມ ບໍ່ຮັກສາສິນ ກິນທານ ບຸກຄົນໃດໄດ້ຊັກຊວານ ບິດາມານດາ ຜູ້ມີຄວາມຕະໜີ່ ໃຫ້ເປັນຜູ້ຮູ້ຈັກ ບໍຣິຈາກທານ ຫາຍຄວາມຕະໜີ່ ຫຼືວ່າຫາຍ ຄວາມຂີ້ຖີ່ ໄດ້ເປັນໃຊ້ແທນຄຸນ ບິດາມານດາ ຢ່າງສຳຄັນ ດັ່ງພຣະພຸດທະເຈົ້າ ຊົງເທສນາແກ່ພິຂຸບໍຣິສັດ ທີ່ມາແຕ່ມາຕາປິຕຸຄຸນ ຄາຖາວ່າາ ໂຍຈະພິຂຸເວ ມາຕາປິຕະໂຣ ມັດສາຣິໂນ ຈາຄະສຳປະທາຍະ ສະມາທະເປຕິ ນິເວສະຕິ ປະຕິຖາເປຕິ ດູລາພິກຂູທັງຫຼາຍ ບຸກຄົນໃດໄດ້ຊັກຊວນ ບິດາມານດາ ຜູ້ມີຄວາມຕະໜີ່ ໃຫ້ຕັ້ງໃຈປະດິດຖານ ຮັກສາສິນ 5 ສິນ 8 ຢູ່ໃນຈາຄະສະມາບັດ ພິກຂຸປະຕິບັດ ແລະ ຍ່ອມຊື່ວ່າໄດ້ກະທຳແລ້ວ ທຳຕອບແທນແລ້ວ ແກ່ບິດາມານດາ ຜູ້ໃດໄດ້ປະພຶດຕົນ ເຊັ່ນນີ້ ກໍຈະມີຄວາມຈະເຣີນ ແລະ ຄວາມສຸກທັງຊາດນີ້ ແລະ ຊາດໜ້າດັ່່ງໄດ້ ເທສນາມານີ້ແລ ນິຖີຕາ ກໍຈົບລົງພຽງເທົ່ານີ້ແລ.
ພຣະສັງຄ໌ຄະຄຸນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ(ວ່າ 3 ເທື່ອ)
ອິທານິ ສັນນິປະຕິຕາຍະ ປະຣິສາຍະ ສັງຄະ ຄຸນະກະຖັງ ພາສິດສາມິ ຕັງສຸນາຖະ ສະມາຄະຕາຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ອັນເປັນພຸດທະໂອວາດ ສາສນາ ຄືຄຳສັ່ງສອນຂອງ ພຣະພຸດທະເຈົ້າ ສຳລັບຈະໄດ້ປະຕິບັດ ດຳເນີນຕາມດ້ວຍວ່າ ພວກເຮົາເປັນຊາວລາວ ເປັນພຸດທະມາມະ ກະ ມາແຕ່ບັນພະບູຣຸດ ຈຳເປັນຈະຕ້ອງສຶກສາ ໃຫ້ເຂົ້າອົກເຂົ້າໃຈ ໃນທາງພຸດທະສາສນາ ໄວ້ສຳລັບຕົນທຸກໆຄົນ ຄືພວກເຮົາທີ່ຍັງເປັນ ເດັກເຍົາວະຊົນນີ້ ແລະ ຕໍ່ໄປຈະຕ້ອງເປັນ ຜູ້ໃຫ່ຍຮັບມໍລະດົກ ພຣະພຸດທະສາສນາຕໍ່ໄປ ທີ່ເປັນຜູ້ໃຫ່ຍບຳລຸງ ພຣະພຸດທະສາສນາ ຢູ່ທຸກວັນນີ້.
ແຕ່ກ່ອນນັ້ນກໍ່ເປັນເດັກນ້ອຍ ເຍົາວະຊົນຢູ່ ດັ່ງພວກທ່ານທັງຫຼາຍ ນັ້ນເອງຄັນໃຫຍ່ແລ້ວ ກໍແບ່ງອອກເປັນ 2 ພາກທີ່ເປັນນັກບວດ ກໍບວດຮັບມໍຣະດົກຕົກກັນມາ ພວກທີ່ເປັນຊາວບ້ານ ກໍຮັບມໍຣະດົກ ເປັນອຸປາສົກອຸປາສິກາ ທະນຸບຳ ລຸງພຣະພຸດທະສາສນາ ສືບຕໍ່ກັນໄປຢ່າງນີ້ ບໍ່ມີທີ່ສຸດ. ວັນນີ້ ຈັກສະແດງພຣະສັງຄະຄຸນ ອັນເປັນວັດຖຸທີ່ຄວນເຄົາລົບ ເຊີ່ງເປັນປະເທດເອເຊຍ ຝ່າຍຕາເວັນອອກ ໂດຍມາກແລ້ວ ຖືເອົາເປັນເຈົ້າຂອງ ສວ່ນສາສນາຄຣິດສະຕັງ ແລະ ອິດສະລາມ ສາສນາສະແດງເຖີງພຽງສະຫວັນ ແຫ່ງຄວາມສຸກ ສ່ວນພຸດທະສາສນາສະແດງພຣະນິບພານ ເປັນຍອດແຫ່ງຄວາມສຸກ ຜົນທີ່ສຸດມີວິເສດຕ່າງກັນ.
ຢ່າງນີ້, ການທີ່ຍົກສາສນາຕ່າງໆ ມາສະແດງໃຫ້ຟັງ ນີ້ປະສົງຈະໃຫ້ຮູ້ວ່າ ໂລກນີ້ ມີສາສນາໃຫຍ່ຢູ່ 3 ສາສນາເທົ່ານັ້ນ ພຣະສາສະນາທັງ 3 ນັ້ນ ລ້ວນແຕ່ປະກາດຄຸນງາມຄວາມດີ ໃຫ້ແກ່ຜູ້ປະຕິບັດ ໄດ້ຮັບຄວາມສຸກທັງຊາດນີ້ ແລະຊາດໜ້າເໝືອນກັນ ເປັນສາສນາທີ່ ດີວິເສດດ້ວຍກັນທັງ 3 ແຕ່ທີ່ຈະປະກາດໃຫ້ຮູ້ວ່າ ສາສນາໃດ ຈະຍິ່ງຈະຫຍ່ອນກວ່າກັນ ດ້ວຍເລ້ລົມຄົມໃນ ຂໍ້ນັ້ນເປັນວິໃສຂອງນັກປາດ ຜູ້ເປັນຈິນຕະກະວີ ເພີ່ງຮູ້ວິນິດໃສ ແຕ່ໃຫ້ເພີ່ງຮູ້ ເພີ່ງເຂົ້າໃຈວ່າ ສາສນາໃນໂລກ ເປັນຂອງກາງດ້ວຍກັນໝົດ ຄົນຊາດໃດຈະຖືສາສນາໃດ ກໍໄດ້ ແຕ່ໃຫ້ຊາດທີ່ຮັບປະຕິບັດ ມີອິດສະຣະ ບໍ່ເປັນກຳມະສິດ ຖືວ່າເປັນເຈົ້າຂອງແກ່ສາສນານັ້ນ.
ຖ້າຊາດບໍ່ໄດ້ຮັບຄວາມເປັນອິດສະຣະ ບໍ່ເປັນກຳມະສິດ ຖືວ່າຄົນທີ່ຊາດຖືມາກ່ອນ ເຂົາບໍ່ຍອມໃຫ້ກຳມະສິດ ເຂົາບໍ່ໂອນກຳມະສິດໃຫ້ ເຂົາຕາມມາປົກ ຄອງ ເປັນອິດສະລະຂອງເຂົາ ເປັນກຳມະສິດຂອງເຂົາຢູ່ ສາສນາເຊັ່ນນັ້ນ ເຮົາບໍ່ຄວນຖື ເພາະເສຍກຽດຕິຍົດຂອງຊາດ ບັດນີ້ ຈະໄດ້ເຫຼົ່າເຖີງ ຄວາມສະຫຼາດສະຫຼຽວ ເປັນພຣະບຸຣຸດຂອງພວກເຮົາ ທີ່ໄດ້ຮັບເອົາ ພຣະພຸດທະສາສນາ ເຂົ້າມາເປັນເຈົ້າຂອງຄື ພຣະພຸດທະເຈົ້າ ບໍ່ແມ່ນຄົນຊາດເຮົາ ເປັນຄົນຊາດ ອະຣິຍະກະ ຕາມພຸດທະປະຫວັດວ່າ ຢູ່ປະເທດອິນເດຍ ເມື່ອພຣະອົງຕັດສະຮູ້ ເປັນພຣະພຸດທະເຈ້າ ໄດ້ຊົງປະກາດ ພຣະພຸດທະສາສນາ ຢູ່ອິນເດຍ ບໍ່ໄດ້ສະເດັດມາສັ່ງສອນ ທີ່ປະເທດລາວເຮົາ ຈະເຫຼົ່າໃຫ້ຟັງຕາມ ສາຣະນະປະຫວັດ.
ເມື່ອພຣະອົງສະເດັດນິບພານແລ້ວ ໃນລະຫວ່າງ 200 ປີລ່ວງມາຕັ້ງ ພຣະເຈົ້າຣັດຊະໄໝ ອະໂສກະ ມະຫາຣາດ ໃນເມືອງປາຕະຣິບຸດ ໄດ້ພຣະໂມກຄັນລາ ພຣະສາລິບຸດ ເປັນພຣະມະຫາສັງຄະນາຍົກ ທ່ານຈື່ງຍົກຕະຕິຍະ ສັງ ຄະຍະນາສຳເລັດແລ້ວ ພຣະເຖຣະເຈົ້າພິຈາລະນາ ດ້ວຍອະນາຄະຕັງສະຍານ ເຫັນວ່າພຣະພຸດທະສາສນາ ຈະໄປຮຸ່ງເຮືອງປັດຈັນຕະປະເທດ ຈື່ງໄດ້ແຕ່ງໃຫ້ພຣະເຖຣະ ຜູ້ແຕກສານໃນ ພຣະທຳພຣະວິໄນ ພ້ອມດ້ວຍອັນດັບຄົບຄະນະ ອຸປະສົມບົດກໍແຍກກັນອອກ ໄປປະກາດ ພຣະພຸດທະສາສນາ ເປັນຫຼາຍສາຍໃນປະເທດ ສີລັງກາ ແລະ ປະເທດລາວ-ໄທ.
ກໍຄາວດຽວກັນ ໃນປະເທດເຮົາ ກໍປາກົດຕາມສາສນາ ປະຫວັດວ່າ ມີ2ສາຍຄື ໂຍນົກປະເທດ ເຊີ່ງນິຍົມຮຽກກັນວ່າ ເມືອງຊຽງແສນສາຍ1 ສຸວັນນະພູມ ປະເທດນິຍົມ ຮຽກກັນວ່າ ເມືອງທ້າວອູ່ທອງ ຢູ່ລະຫວ່າງ ນະຄອນປະຖົມ ກັບການຈະນະບູລີ ຕໍ່ກັນສາຍ1 ຖ້າຫາກແມ່ນຄວາມຈິງ ຕາມປະຫວັດສາດ ເຮົາເພີ່ງເຂົ້າໃຈວ່າ ພຣະເຖຣະເຈົ້າທັງຫຼາຍ ທີ່ນຳເອົາພຸດທະສາສນາ ເຂົ້າມາປະ ກາດນັ້ນ ບໍ່ແມ່ນຄົນຊາດລາວ ເຮົາມີພຣະເຈົ້າແຜ່ນດິນ ເປັນປະມຸກ ຄັ້ງນັ້ນຄື ພຣະຍາຟ້າງຸ່ມ ຈື່ງໄດ້ນຳເອົາ ພຣະພຸດທະສາສນາ ເຂົ້າໄວ້ໃຫ້ເປັນສົມບັດ ຂອງປະເທດ ບໍ່ໄດ້ພາກັນລັງກຽດ ຂໍ້ນີ້ແຫລະພວກເຮົາ ຈະເຫັນໄດ້ວ່າ ທ່ານພຣະເຈົ້າ ແຜ່ນດິນນີ້ ເປັນບັນພະບູຣຸດ ຜູ້ສະຫຼຽວສະຫຼາດ ແລະ ສຽ້ມແຫຼມຍິ່ງໜັກ ເພີ່ງເຫັນດິ່ງ ພຣະສົງຜູ້ນຳສາສນາມ າສູ່ປະເທດ ເປັນຜູ້ບໍຣິສຸດຄື:
“ສຸປະຕິປັນໂນ” ເປັນຜູ້ປະຕິບັດດີແລ້ວ “ອຸຊຸປະຕິປັນໂນ” ເປັນຜູ້ປະຕິບັດຊື່ຕົງແລ້ວ ຄືປະຕິບັດດ້ວຍ ກາຍ-ວາຈາ-ໃຈ ຊື່ຕົງຕໍ່ໄຕສິກຂາ “ຍາຍະປະຕິປັນໂນ” ປະຕິບັດເພື່ອຈະຮູ້ຂອງຈິງ “ສາມິຈິປະຕິປັນໂນ” ປະຕິບັດເປັນໜ້າໄຫວ້ ໜ້າກາບ ສະແດງຕົນບໍ່ກຽ່ວກັບຊາດ ຂາດນາມສະກຸນ ເປັນອະຣິໂຍ ຜູ້ບໍ່ມີຂ້າເສີກ ຄືບໍ່ທຳໃຫ້ເປັນ ຂ້າເສີກແກ່ຕົນ ແລະ ການນຳພຣະພຸດທະສາສນາ ມາມອບໃຫ້ນີ້ ຄືໃຫ້ຜູ້ຮັບມີອິດສະຣະ ມີກຳມະສິດ ຄືເມື່ອຕົນຕາຍແລ້ວ ກໍບໍ່ຕ້ອງໃຫ້ຜູ້ໜື່ງຜູ້ໃດ ໃນຊາດຂອງຕົນ ມາຮັກສາອິດສະຣະ ຮັກສາກຳມະສິດ ສ່ວນພຣະພຸດທະໂອວາດ ສາສະດາທີ່ນຳມານັ້ນ ກໍລ້ວນເປັນຂອງດີຂອງຈິງ.
ນຳຜູ້ປະຕິບັດໃຫ້ໄດ້ຮັບ ຄວາມສຸກຄວາມສຳຣານ ເປັນໝາກຜົນຜູ້ນຳສາສນາ ມາສູ່ຊາດ ປຽບເໝືອນນຳແກ້ວ ສາລະພັດນຶກ ມາມອບໃຫ້ ຄືເມື່ອທ່ານມາ ປະກາດພຸດທະສາສນາ ໃຫ້ບັນພະບູຣຸດຂອງພວກເຮົາ ເກີດຄວາມເຫຼື້ອມໃສ ຮັບປະຕິບັດຕາມແລ້ວ ກໍຮີບເຮັ່ງສັງສອນ ອຸປາສົກອຸປາສິກາ ໃຫ້ຍິນດີໃນ ທານ-ສິນ-ພາວະນາ ໃຫ້ມີພຣະໄຕສາຣະນະຄົມ ເປັນທີ່ເພີ່ງຕາມສົມຄວນ ແກ່ອຸປະຕິໃສ ກຸລະບຸດທີ່ຍັງໜຸ່ມນ້ອຍ ກໍແນະນຳໃຫ້ມີສັດທາ ບວດເປັນສາມະເນນ ແລະ ພິກຂຸກ ໃຫ້ຮ່ຳຮຽນພຣະປະຣິຍັດຕິທຳ ໃຫ້ແຕກສານ ຊຳນິຊຳນານ ໃນພຣະທຳ-ພຣະວິໃນ ໃຫ້ສະຫຼາດໃນການເທສະນາ ສັ່ງສອນພຸດທະບໍຣິສັດ ໃຫ້ເປັນຜູ້ແທນຕົນໄດ້ ທຸກປະການ.
ຄັນທ່ານທີ່ເປັນ ໂປຣານາຈານເຫຼົ່ານັ້ນ ເຖີງມໍຣະນາພາບ ດັບລັບໄປແລ້ວ ລູກສິດທີ່ເປັນຊາວລາວ ເຮົາກໍໄດ້ຮັບມໍຣະດົກ ຕໍ່ມາຈົນກາຣະທຸກວັນນີ້. ຄົນຊາວລາວເຮົາຈື່ງໄດ້ຊື່ວ່າ ພຸດທະມາມະ ທຳມະມາມະກະ ສັງຄະມາມະກະ ແປວ່າຜູ້ຖືພຣະພຸດ-ພຣະທຳ-ພຣະສົງ ເປັນທີ່ເພີ່ງຂອງຕົນ ຄືວ່າຕົນເປັນເຈົ້າຂອງ ພຣະພຸດທະສາສນາ ຂໍ້ທີ່ສະແດງມານີ້ ເພີ່ງເຫັນໄດ້ວ່າ ບັນພະບຸຣຸດຂອງເຮົາ ເປັນຜູ້ສະຫຼຽວສະຫຼາດ ຍິ່ງໜັກໜາ ໄດ້ທັງພຣະພຸດທະສາສນາ ເຊີ່ງເປັນຂອງປະເສີດ ໄດ້ທັງຄວາມເປັນອິດສະຣະ ກຳມະສິດດ້ວຍ ທ່ານຈື່ງຮັບເອົາ ພຣະພຸດທະສາສນາ ໄວ້ສຳລັບຊາດ ຄືວ່າບໍ່ຕ້ອງນັບຖືບຸກຄົນ ຊາດທີ່ນຳເອົາ ພຣະພຸດທະສາສນາ ມາມອບໃຫ້ ແມ່່ນເຖີງຊາດຂອງ ພຣະພຸດທະເຈົ້າ ເຊີ່ງຮຽກວ່າ ອະຣິຍະກະ ກໍບໍ່ຕ້ອງນັບຖືເໝືອນກັນ ນັບຖືແຕ່ຈຳເພາະ ພຣະພຸດທະເຈົ້າ ຜູ້ເປັນເຈົ້າຂອງ ພຣະພຸດທະສາສນາ ອົງດຽວເທົ່ານັ້ນ.
ການນັັບຖືຢ່າງນີ້ ສົມຄວນແທ້ ທີ່ຈະຮຽກຮ້ອງ ພຣະພຸດທະສາສນາ ເຊັ່ນນັ້ນ ຈື່ງເປັນກຽດຕິຍົດ ສຳລັບຊາດ ການນັບຖື ພຣະພຸດທະສາສນາ ໄດ້ປຽບໄດ້ກຳໄລຢ່າງນີ້ ບັນພະບຸຣຸດຂອງພວກເຮົາ ທ່ານຈື່ງພາກັນນັບຖື ນີ້ແລສົມຄວນ ຊາວລາວຂອງພວກເຮົາ ຈື່ງພາກັນຢຳເກງ ກາບໄຫວ້ຕໍ່ຄຸນຂອງພຣະສົງ ທີ່ທ່ານນຳເອົາ ພຣະພຸດທະສາສນາ ຂອງປະເສີດມາປະກາດ ໃຫ້ຊາດເຮົາ ໄດ້ນັບຖືຊື່ວ່າ ບຸບພາຈານ ມີຄຸນແກ່ຊາດ ຂອງເຮົາຢ່າງຍິ່ງ ຄວນພວກເຮົາລະລຶກເຖີງ ພຣະຄຸນຂອງທ່ານ ເປັນຢ່າງຍິ່ງ.
ແມ່ນພຣະສົງ ທີ່ຮັບມໍຣະດົກ ກໍຕັ້ງອົກຕັ້ງໃຈ ສືກສາເຫຼົ່າຮຽນ ຊົງຈຳພຣະວິໃນ ແລະ ພຣະປະຕິບັດ ກິດພຣະພຸດທະສາສນາ ຕະຫຼອດການ ຖ້າຂາດພຣະຜູ້ຮັບປະຕິບັດ ສືບກັນແລ້ວພວກເຮົາ ເກີດມາພາຍຫຼັງ ກໍຈະບໍ່ໄດ້ປະສົບພົບເຫັນ ພຣະພຸດທະສາສນາ ເມື່ອເຮົາຈະຖືເອົາພຣະສົງ ເປັນທີ່ເພີ່ງກໍຕ້ອງສືກສາ ພຣະສົງທ່ານຊົງຄຸນທຳ ປະການໃດ ທ່ານຈື່ງໄດ້ນາມວ່າ “ສຸປະຕິປັນໂນ” ເພີ່ງເຂົ້າໃຈວ່າທ່ານ ຊົງໄວ້ເຊີ່ງຄຸນທຳ ຄືໄຕຣສິກຂາ ໄດ້ແກ່ ສິນ-ສະມາທິ-ປັນຍາ ທ່ານຈື່ງເປັນຜູ້ປະຕິບັດ ດ້ວຍກາຍ-ວາຈາ-ໃຈ ທ່ານເປັນຜູ້ຕົງໃຈຕໍ່ແລ້ວ ຕໍ່ໄຕຣສິກຂາ ທ່ານຈື່ງໄດ້ນາມວ່າ “ອຸຊຸປະຕິປັນໂນ” ຜູູ້ປະຕິບັັດຕົງແລ້ວ ຖ້າຮູ້ຄຸນທໍາອັນພຣະສົງ ຊົງໄວ້ເຊັ່ນນັ້ນ ກໍນ້ອມເອົາຄຸນທຳເຫຼົ່ານັ້ນ ມາສູ່ຕົນ.
ຄື ສິນ-ສະມາທິ-ປັນຍາ ພຣະສົງທ່ານຊົງໄວ້ ຄົບທຸກປະການ ເມື່ອເຮົາມີສິນ-ສະມາທິ-ປັນຍາ ພຽງຊັ້ນໃດ ກໍເປັນອັນເຖີງພຣະສົງ ດ້ວຍຄຸນທຳໃນຊັ້ນນັ້ນ ເປັນທີ່ເພີ່ງ ຕົກລົງເຮົາ ມີສິນ5 ພຽງຢ່າງດຽວ ເປັນອັນເຖີງປັນຍາ ຄຸນຂອງພຣະພຸດທະເຈົ້າ ເພາະວ່າສິນ5 ເປັນຄຳສອນຂອງ ພຣະພຸດທະເຈົ້າ ຈື່ງຊື່ວ່າເປັນ ພຣະປັນຍາຄຸນ ຂອງພຣະອົງ ຖ້າເຮົາຊົງທຳຄືສິນ5 ໃຫ້ມີທີ່ເພີ່ງຂອງຕົນ ກໍເປັນອັນເຖີງພຣະທຳ ເພາະສິນ5 ເປັນພຣະທຳ ຄືເປັນຄຳສອນຂອງ ພຣະພຸດທະເຈົ້າ ຖ້າເຮົາຮັກສາສິນ5 ໄວ້ໄດ້ກໍເປັນອັນເຖີງ ພຣະສົງຊັ້ນສິນ5 ເພາະສິນນັ້ນເປັນພຣະສົງ ຊົງໄວ້ທຸກປະການ ລວມຄວາມໃຫ້ສັ້ນ ຖ້າເຮົາຮັກສາສິນ ໄດ້ເປັນອັນເຖີງ ພຣະໄຕຣສະຣະນະຄົມ ເປັນພຸດທະມາມະກະ ມີພຣະໄຕຣສາຣະນະຄົມ ເປັນທີ່ເພີ່ງປິດອະບາຍ ພູມໄດ້ມີສຸກຄະຕິ ເປັນທີ່ໄປນະເບື່ອງໜ້າ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.
ພຣະທັມມະຄຸນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສຳພຸດທັດສະ(ວ່າ 3 ເທື່ອ)
ອິທານິ ສັນນິປະຕິຕາຍະ ປະຣິສາຍະ ທຳມະຄຸນະກະຖັງ ພາສິດສາມິ ຕັງສຸນາຖະ ສະມາຄະຕາຕິ
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ໃນການແນະນຳຄຳສັ່ງສອນ ທາງພຸດທະສາສະໜາ ທ່ານນໍຣະຍິງຊາຍ ທັງຫຼາຍພ້ອມທັງ…………….ໄດ້ມາປະຊຸມກັນໃນ…………..ທີ່ນີ້ ເພື່ອເປັນການອົບຣົມນິດໃສຂອງ………..ໃຫ້ຍິນດີເຄົາຣົບຕໍ່ ພຸດທະສາສະໜາ ອັນເປປັນພຣະບຸຣຸດຂອງພວກເຮົາ ໄດ້ຮັບມໍລະດົກສືບເນື່ອງ ຕໍ່ກັນມາຊິ້ນກາລະນານ ຄືວ່າ ຝ່າຍຊາວບ້ານກໍໄດ້ຮັບມໍລະດົກເປັນ ອຸປາສົກ ອຸປາສີກາ ພາກັນມາທຳບຸນໃຫ້ທານ-ຮັກສາສິນ 5 ສິນ 8 ແລະ ເກື້ອກູນດ້ວຍປັດໃຈ 4 ຄື:
ຈີວອນ-ບິນທະບາດ-ເສນາສະນະ ຄີລານະເພສັດໃຫ້ແກ່ ພຣະພິກຂຸສາ ມະເນນ ໄດ້ສຶກສາເລົ່າຮຽນແລະ ບຳເພັນກິດຈະວັດໂດຍສະດວກ ຝ່າຍພິກຂຸສາມະເນນ ກໍເປັນຜູ້ຮັບມໍລະດົກ ທາງສຶກສາກິດວັດ ແລະ ການສຶກສາເລົ່າຮຽນ ພຣະທຳ ພຣະວິນັຍ ໃຫ້ເປັນຜູ້ມີຄວາມຮູ້ ຄວາມສະຫລາດ ໃນພຸດທະໂອວາດ ແຕກສານໃນທຳ ໃນວິນັຍ ສາມາດອາດຫານ ການສະແດງທຳ ແກ່ບໍຣິສັດຮູ້ຄອງ ບ້ານ ຄອງເຮືອນ ເກີດຄວາມ ສະຫລາດ ຮູ້ຈັກບຸນ ຮູ້ຈັກບາບ-ຮູ້ຈັກຂໍ້ ປະຕິບັດ ໃຫ້ໄດ້ຄວາມສຸກ ໃນຊາດນີ້ ແລະຫນ້າ ຕະຫລອດເຖິງ ທາງມັກ-ຜົນ-ນິບພານ ເປັນການຕອບແທນ ອຸປາສົກ ອຸປາສີກາ.
ອຸປາສົກອຸປາສີກາ-ເກື້ອກູນແກ່ ພຣະສົງ-ສາມະເນນ ດ້ວຍປັດໃຈທັງ 4 ຝ່າຍ ພຣະສົງສາມະເນນ ກໍເກື້ອກູນ ອຸປາສົກ ອຸປາສີກາ ດ້ວຍທຳມິ ກະຖາຊ່ວຍແນະນຳສັ່ງສອນ ໃຫ້ພາກັນໄດ້ທີ່ເພິ່ງ ທັງຊາດນີ້ ແລະຊາດໜ້າ ຊ່ວຍເກື້ອກູນແກ່ກັນ ແລະ ກັນຢ່າງນີ້ ມີປະໂຫຍດຢ່າງໃດ? “ເພີ່ງຕອບວ່າ” ໂອວາທະຄຳສອນຂອງ ພຣະພຸດທະເຈົ້າ ປຽບເໝືອນນ້ຳໃສ ທີ່ສະອາດປາສະຈາກມົນທິນ ເປັນທີ່ອາໃສກິນອາໃສອາບ ອາໃສຊຳລະຂອງໂສໂຄກເສົ້າໝອງເຊັ່ນນັ້ນ.
ແຕ່ນ້ຳທຳມະດານັ້ນແຕ່ກິນກະຫາຍ ແລະ ອາບແກ້ຮ້ອນຊຳລະມົນທິນຈາມຮ່າງກາຍ ແລະ ຊຳລະຂອງບໍ່ສະອາດ ທີ່ມີຢູ່ຕາມພາຍນອກເທົ່ານັ້ນ ສ່ວນຄືນ້ຳພຸດທະໂອວາດສາສະໜານີ້ ເປັນນ້ຳອະມະຕະ ສຳຫຼັບດື່ມສຳອາບຊຳລະຂອງໃຈ ແລະ ອາດຈະລະງັບຄວາມກະຫາຍ ແລະ ລະງັບຄວາມຮ້ອນກະວົນກະວາຍ ແລະ ເປັນເຄື່ອງຊຳລະຄວາມເສົ້າໝອງ ຂ້ອງໃຈໃຫ້ສ້ຽງໃຫ້ໝົດສິ້ນ ເພາະເຫດນັ້ນຈຶ່ງສ້າງວັດ ປຽບເໝືອນສ້າງບໍນ້ຳ ສ່້າງໄວ້ສຳຫຼັບໃສ່ນ້ຳເກັບນ້ຳ ແລະ ມີ ພຣະພິກຂຸສາມະເນນໄວ້ ສຳຫຼັບຮັກສານ້ຳບຳລຸງນ້ຳ ໃຫ້ເຕັມຢູ່ສະເໝີເພື່ອຈະໄດ້ ພາກັນອາບພາກັນກິນ ຊຳລະເຄື່ອງເສົ້າໝອງເປັນ ສາທາລະນະປະໂຫຍດ.
ເພາະສະນັ້ນຊາວບ້ານຜູ້ເປັນ ຍາດໂຍມອຸປະຖາກຈຶ່ງຕ້ອງທຳບຸນ ໃຫ້ທານເກື້ອກູນແກ່ພິກຂຸສາມະເນນ ດ້ວຍປັດໃຈທັງ 4 ປຽບເໝືອນບຳລຸງບໍ່ນ້ຳ ບຳລຸງສະນ້ຳບຳລຸງທັງຜູ້ຮັກສານ້ຳ ໃຫ້ເຕັມຢູ່ສະເໝີຈະໄດ້ບໍຣິໂພກທົ່ວກັນ ບ້ານໃດເມືອງໃດບໍ່ມີວັດ ບໍ່ມີພິກຂຸສາມະເນນ ເທົ່າກັບບໍ່ມີນ້ຳວິເສດ ບໍ່ມີບ່ອນເກັບນ້ຳບ ບໍ່ມີທັງຜູ້ຮັກສານ້ຳ ເປັນບ້ານເມືອງທີ່ແຫ້ງແລ້ງໄປ ຫລື ວັດແຕ່ພິກຂຸສາມະເນນບໍ່ມີ ຫລື ມີພິກຂຸສາມະເນນ ແຕ່ບໍ່ສຶກສາເລົ່າຮຽນໃຫ້ສະຫລາດ ໃນພຸດທະໂອວາດບໍ່ສາມາດ ຈະສັ່ງສອນຍາດໂຍມ ອຸປະຖາກຂອງຕົນໃຫ້ສະອາດ ໃນຄຳສອນຂອງພຣະພຸດທະເຈົ້າໄດ້ ກໍ່ເທົ່າກັບບໍ່ມີນ້ຳເໝືອນກັນ.
ເພາະເຫດນັ້ນ ພວກເຮົາຊາວລາວ ທັງຝ່າຍພິກຂຸສາມະເນນ ແລະ ຝ່າຍອຸບາສົກອຸປາສີກາ ສົມຄວນແທ້ທີ່ຈະ ຕັ້ງໃຈຊ່ວຍກັນບຳລຸງ ພຣະພຸດທະສາສນາ ໃຫ້ຮຸ່ງເຮືອງຈະເລີນ ສະເໝີກັບບັນພະບູຣຸດ ບຳລຸງມາແລ້ວ ຫຼື ຈະເລີນຍິ່ງຂື້ນໄປກວ່າເກົ່າ ຈິ່ງຈະໄດ້ຊື່ວ່າ ຮັກຊາດ ຮັກສາສນາ ຮັກປະທານປະເທດ ໃນເບື້ອງຕົ້ນ ຕ້ອງສຶກສາໃຫ້ຮູ້ຈັກ ພຣະພຸດທະຄຸນ ພຣະທຳມະຄຸນ ພຣະສັງຄະຄຸນ ໃຫ້ແນ່ນອນແກ່ໃຈເສຍກ່ອນ ເພາະເປັນສະຣະນະທີ່ເພິ່ງ ເປັນວັດຖຸຄວນເຄົາລົບຢ່າງສູງສຸດ. ໃນບັດນີ້ ຈະສະແດງພຣະທໍາມະຄຸນຕໍ່ໄປ ຫຍໍ້ ພຣະທໍາມະຄຸນລົງ ພໍໃຫ້ໄດ້ໃຈຄວາມກໍຄື ພຣະປັນຍາຄຸນ ຂອງພຣະພຸດທະເຈົ້າ ເຊິ່ງເປັນພະຍານ ແກ່ພຸດທະບໍລິສັດຢູ່ທົ່ວໄປ ໄດ້ແກ່ພຣະປະຣິຍັດຕິທຳຄື ພຣະສູດ ພຣະວິໄນ ພຣະປະຣະມັດ ທີ່ຮຽກກັນວ່າ ພຣະໄຕປິດົກ.
ນັ້ນແລ ຊື່ວ່າ ພຣະທຳ ເພາະເປັນຄຳສອນຂອງ ພຣະພຸດທະເຈົ້າ ພຣະປະຣິຍັດຕິທຳ ເປັນເຄື່ອງປະກາດ ປະຕິບັດທຳຄື ຂໍ້ປະຕິບັດຫຍໍ້ ລົງເປັນ 3 ຢ່າງຄື: ສິນ1, ສະມາທິ1, ປັນຍາ1, ຊື່ວ່າ ພຣະທຳ ເພາະວ່າເປັນຄຳສອນ ຂອງ ພຣະພຸດທະເຈົ້າ ແລະ ເພິ່ງຮູ້ວ່າເປັນປັນຍາ ຄຸນຂອງພຣະພຸດທະເຈົ້າ ຈິ່ງຊື່ວ່າຄຸນທຳ ໃຫ້ນ້ອມເອົາຄຸນທຳນັ້ນ ເຂົ້າມາສູ່ຕົນ ຄືທຳຕົນໃຫ້ເປັນສິນ, ໃຫ້ເປັນສະ ມາທິ, ໃຫ້ເປັນປັນຍາ ຖ້າຕົນຂອງຕົນ ເປັນໄດ້ໃນຊັ້ນໃດ ຄືເປັນໃນຊັ້ນສິນ ຫຼື ສະມາທິ ຫຼື ຊັ້ນປັນຍາ ກໍ່ຊື່ວ່າເປັນອັນເຖິງ ພຣະທຳໃນຊັ້ນນັ້ນ ແລະ ເປັນອັນທີ່ເພີ່ງໃນຊັ້ນນັ້ນ.
ຄວາມຈິງ ສິນ-ສະມາທິ-ປັນຍາ ເປັນໄປທັງຊັ້ນຕ່ຳແລະຊັ້ນສູງ ຫລືເປັນໄປໄດ້ທັງຊັ້ນໂລກີຍະ ແລະ ໂລກູດຕະຣະດ້ວຍກັນ ສິນນັ້ນທ່ານສະແດງໄວ້້ຫລາຍປະເພດ ຄື ສິນ 5 ກໍມີ ສິນ 8 ກໍມີ ສິນ 10 ກໍມີ ສິນພຣະປາຕິໂມກກໍມີ ຕາມພູມແຫ່ງສັດທາຂອງ ຜູ້ສາມາດຈະຮັກສາໄດ້ ໃນທີ່ນີ້ຈະສະ ແດງແຕ່ພຽງສິນ 5 ເຊີ່ງເປັນຂອງຄວນຮັກສາທົ່ວກັນ ເພາະເປັນເບື້ອງຕົ້ນແຫ່ງຂໍ້ ປະຕິບັດທັງປວງ ເພື່ອໃຫ້ຄຸນທຳກະຈ່າງແຈ້ງຂື້ນ ການຮັກສາສິນ ສຳເລັດດ້ວຍເຈຕະນາຄື ຕັ້ງໃຈວ່າ ເຮົາຈະເວັ້ນຈາກ ການບຽດບຽນຊີວິດ ແລະ ຮ່າງກາຍຂອງຜູ້ອື່ນ, ເວັ້ນຈາກການບຽດບັງເອົາ ເຂົ້າຂອງແຫ່ງຜູ້ອື່ນ1 ເວັ້ນຈາກການລ່ວງຜິດປະເວນີ ຄືເຂົາຫວງແຫນຢູ່1 ເວັ້ນຈາກການ ກ່າວຄຳຕົວະຫລ່າຍ ຄືຄຳທີ່ບໍ່ຈິງ1 ເວັ້ນຈາກການດື່ມນໍ້າເມົາ ຄືສຸຣາເມໄຣ1 ຕັ້ງໃຈເຈຕະນາງົດເວັ້ນ ຊື່ວ່າ ວິຣັດເຈຕະນາ ຮັກສາກາຍ-ວາຈາ ໃຫ້ເປັນປົກກະຕິ ໃນຄຸນຄວາມດີຢ່າງນີ້ ຊື່ວ່າເປັນສິນ 5.
ເມື່ອທຳຕົນໃຫ້ເປັນສິນ 5 ໄດ້ແລ້ວ ກໍເປັນອັນເຖີງ ພຣະທຳຊັ້ນສິນ 5 ຄືໄດ້ພຣະທຳເປັນທີ່ເພີ່ງ ຜູ້ເບີ່ງພຣະທຳຍ່ອມ ບໍ່ມີໄພ ບໍ່ມີເວນ ບໍ່ຕ້ອງເປັນໂຈນເປັນຈຳເລີຍ ຈະໄດ້ຮັບແຕ່ຄວາມສັນຣະເສີນ ຂອງໂລກ ແລະ ຢູ່ເຢັນເປັນສຸກຕະຫຼອດຊີວິດ ດ້ວຍອະນິສົງເຫລົ່ານີ້ ຜູ້ປະຕິບັດເຫັນດ້ວຍຕົນເອງ ຕາມໃນພຣະທຳມະຄຸນ ເຊີ່ງແຜ່ຫຼາຍທົ່ວໄປ ໃນຣະຫວ່າງພຸດທະບໍຣິສັດຄື “ສວາກຂາໂຕພະຄະວະຕາ ທຳໂມ” ພຣະທຳອັນ ພຣະຜູ້ມີພຣະພາກເຈົ້າ ຕັດດີແລ້ວ ພຣະທຳນັ້ນກໍຄື ສິນ-ສະມາທິ ແລະ ປັນຍາ ນັ້ນເອງ.
ທຳອັນ ພຣະພູມີພຣະພາກເຈົ້າ ຕັດດີແລ້ວ ດີຢ່າງຍິ່ງ ຈິງຢ່າງໃດ ຂໍ້ນັ້ນເພີ່ງເຫັນໃນຂໍ້ວິນິດໄສ 4 ຢ່າງ ບົດເບື້ອງຫຼັງຄື “ສັນທິດຖິໂກ” ຜູ້ປະຕິບັດຈະເຫັນເອງເໝືອນດັ່ງສິນ 5 ຖ້າບຸກຄົນໃດຮັກສາໄດ້ ຜູ້ນັ້ນກໍເຫັນເອງ ຄືໄດ້ຮັບ ໝາກຜົນເອງ “ອະກາຣິໂກ” ຜູ້ປະຕິບັດບໍ່ຕ້ອງ ເລືອກເວລາ ເພາະຕົວມີຢູ່ທຸກ ເມື່ອ ສິນມີຢູ່ທຸກເມືີ່ອ ຮັກສາເວລາໃດ ກໍເປັນສິນເວລານັ້ນ “ເອຫິປັດສິໂກ” ຜູ້ປະ ຕິບັດ ອາດທວາຍຊີ້ ໃຫ້ຜູ້ອື່ນເຫັນໄດ້ເບີ່ງໄດ້ ເພາະມີທີ່ຕົນຮັກສາ “ໂອປະນະຍິໂກ” ຜູ້ປະຕິບັດອາດ ນ້ອມມາສູ່ຕົນໄດ້ ຄືນ້ອມສິນ 5 ມາສູ່ຕົນເຊັ່ນນັ້ນ “ປັດຈັດ ຕັງເວທິຕັບໂພວິນຍູຫິ” ຜູ້ປະຕິບັດ ຈະຮູ້ແຈ້ງປະຈັກວ່າ ຕົນເປັນສິນແລ້ວ ດັ່ງນີ້.
ບົດທັງ 4ນີ້ເປັນເຄື່ອງຕັດສິນ ພຣະທຳ ຖ້າເປັນພຣະອໍຣະຫັນ ພຣະຜູ້ມີ ພຣະພາກເຈົ້າຕັດດີແລ້ວ ຍ່ອມໄດ້ລັກຂະນະ 4 ປະການດັ່ງນີ້ ພວກເຮົາທີ່ຈະປະຕິຍານຕົນວ່າ ເປັນທຳມາມະກະ ຄືຖືວ່າພຣະທຳເປັນຂອງເຮົາ ຖືວ່າພຣະທຳເປັນທີ່ເພີ່ງຂອງເຮົາ ເພີ່ງສືກສາໃຫ້ຮູ້ຈັກພຣະທຳ ໃຫ້ຮູ້ຈັກວ່າພຣະທຳເປັນທີ່ເພີ່ງ ໃຫ້ຮູ້ຈັກອາການ ເຖີງພຣະທຳ ໂດຍທີ່ອະທິບາຍມານີ້ ແຕ່ເຍົາວະຊົນນັກຮຽນ ຍັງອອ່ນດ້ວຍປະການທັງປວງ ຈະຟັງໃຫ້ເຂົ້າໃຈໄດ້ໃນເວລານີ້ ກໍຍາກທີ່ຈະຮູ້ໄດ້ ແຕ່ຫຼັກຂອງພຣະທຳ ມີຢູ່ຢ່າງນີ້ ນັກຮຽນເຍົາວະຊົນ ຈົ່ງຕັ້ງໃຈຟັງ ຂໍ້ທຳອັນເລິກນັ້ນແລ.
ຖ້າເຮົາຮູ້ຈັກແລ້ວ ກໍຫາກເປັນຂອງຕື້ນນັ້ນເອງ ອຸສະຟັງເລື້ອຍໆ ຄິດເລື້ອຍ ເລື້ອຍ ອາດຈັກຮູ້ແທ້ ດ້ວຍກັນທຸກໆຄົນ ແຕ່ໜັງສືທີ່ເຮົາຮຽນ ຢູ່ໃນໂຮງຮຽນທຸກມື້ນີ້ ກໍເປັນຂອງເລິກເຊີ່ງເໝືອນກັນ ອາດຈະເປັນຂອງເຫຼືອວິໄສ ຈະເພີ່ງຂຽນໄດ້ອ່ານໄດ້ ເຍົາວະຊົນນັກຮຽນ ທີ່ຂຽນໄດ້ ແລະ ອ່ານອອກນັ້ນ ກໍເພາະຄູອາຈານຕັ້ງໃຈສອນຄັກໆ ສ່ວນເຍົາວະຊົນ ນັກຮຽນກໍຕັ້ງໃຈຮຽນ ຈົນຂຽນໄດ້ອ່ານອອກບໍ່ລະຄວາມເຫຼົ່າຮຽນ ກໍອາດສຳເລັດໄດ້ ການຮູ້ທຳມະກໍຄື ຢ່າງດຽວກັນນັ້ນແລ.
ຖ້າຄູອາຈານຜູ້ສອນ ເຍົາວະຊົນ ນັກຮຽນບໍ່ຮູ້ທຳມະ ຈະໃຫ້ເຍົາວະຊົນລູກ ສິດຜູ້ຟັງ ຮູ້ທຳມະໄດ້ດ້ວຍອາການຢ່າງໃດ ຖ້າບໍ່ຮູ້ພຣະທຳ ຈະຖືເອົາຄຸນປະ ໂຫຍດ ໃນພຣະທຳນັ້ນຢ່າງໃດ ເໝືອນຄົນທີ່ບໍ່ຮູ້ໜັງສື ຈະເອົາຄຸນປະໃນໜັງສື ໄດ້ຢ່າງໃດ ເພາະສະນັ້ນ ຈື່ງຈະສະແດງໄວ້ໃຫ້ ເປັນຫຼັກສຳລັບ ສືກສາຕໍ່ໄປ ພວກເຮົາຊາວລາວ ພຸດທະບໍລິສັດມາແຕ່ບັນພະບູຣຸດ ແມ່ນວ່າພວກເຈົ້າແຜ່ນ ດິນແຕ່ບູຮານນະການ ກໍຊົງເປັນປະມຸກ ອັກຄະສາສະນູປະຖຳ ພົກຍົກຍ້ອງ ພຣະພຸດທະສາສນາ ສືບເນື່ອງກັນມາ ຈົນເຖີງປະທານປະເທດ ຂອງພວກເຮົາ.
ໃນປະຈຸບັນກໍຊົງບຳລຸງ ພຣະພຸດທະສາສນາ ອັນເປັນພະຍານໃຫ້ແກ່ພວກເຮົາທັງຫຼາຍ ສົມຄວນທີ່ພວກເຮົາ ຈະພາກັນຮັກຊາດ ຮັກກຽດຕິຍົດຂອງຊາດ ພວກເຮົາເປັນຊາດລາວ ຈື່ງຮັກສາຕົນໃຫ້ເປັນຄົນດີ ຕາມຄຳສັ່ງສອນ ຂອງພຣະພຸດທະສາສນາ ໄດ້ຊື່ວ່າເປັນຜູ້ຮັກຕົນ ໄດ້ຊື່ວ່າເປັນຜູ້ຮັກຊາດ ໄດ້ຊື່ວ່າເປັນຜູ້ຮັກສາສນາ ໄດ້ຊື່ວ່າເປັນຜູ້ຮັກ ທ່ານປະທານປະເທດດ້ວຍ ເພາະທ່ານປະທານປະເທດຂອງພວກເຮົາ ຊົງນັບຖືພຣະພຸດທະສາສນາ ເມື່ອເຮົານັບຖືພຣະພຸດທະສາສນາ ຖືກຕ້ອງຕາມຄວາມປະສົງ ຂອງຂັ້ນເທິງແລ້ວ ກໍເປັນອັນວ່າເຮົາຮັກທ່ານປະທານປະເທດ ຖ້າພວກເຮົາມີສິນ 5 ເທົ່ານັ້ນ ກໍເປັນອັນເຖີງ ພຣະທຳຄຳສອນ ຂອງພຣະພຸດທະເຈົ້າ ເປັນທີ່ເພີ່ງ ຄືເປັນຄົນດີໄດ້ແລ້ວ ກໍຈະໄດ້ຮັບແຕ່ຄວາມສຸກ ຄວາມສຳຣານ ເບີກບານໃຈ ດ້ວຍອຳນາດຄຸນພຣະທຳ ຫາກມາອະພິບານຮັກສາຕົນ ໃຫ້ເຖີງຈຸດໝາຍປາຍທາງນັ້ນ ທຸກປະການນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.
ສະຫຼອງ ການສ້າງ ກຸດີ-ກຸຕິ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ເວລຸວະເນ ປຸບພະຣາເມ ລັດຖິວະເນ ສັນຕິຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງກຸຕິວິຫານ ໃຫ້ເປັນທານແກ່ ພຣະພິກຂຸສົງ ເຊິ່ງມາແຕ່ທິດຕ່າງໆກໍດີ ຫຼື ທີ່ຍັງບໍ່ທັນໄດ້ມາ ກໍ່ດີ ຫຼື ທີ່ມາປະຈຳຢູ່ຕະຫຼອດ ຊີວິດກໍ່ດີ ຫຼື ຈະມາອາໃສ ຈຳພັນສາແລ້ວ ໜີໄປກໍ່ດີ ນໍຣະຍິງຊາຍຜູ້ໃດ ມີໃຈໃສ່ສັດທາ ແລມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານ ແກ່ພຣະພິກຂຸສົງ ທີ່ໄດ້ມາພັກພາອາໃສ ກໍຈະມີຜະລະອານິສົງ ເປັນອັນມາກ.
ອາດນຳຕົນໃຫ້ພົ້ນຈາກທຸກ ເອົາຕົນໄປສູ່ ຄວາມຈະເລີນໄດ້ ແລະ ຈະແຜ່ອຸທິດສ່ວນບຸນ ກຸສົນໄປໃຫ້ແກ່ ບິດາ-ມານດາ ແລະ ຍາດມິດສະຫາຍ ທັງ ຫຼາຍກໍ່ໄດ້ວ່າ ດ້ວຍອານິສົງ ທີ່ໄດ້ສ້າງກຸດີວິຫານນີ້ ເປັນອານິສົງອັນຍິ່ງໃຫ່ຍ ໄພສານ ບຸກຄົນຜູ້ມີສັດທາ ປູກຕົ້ນໄມ້ ສີມະຫາໂພດໄວ້ ເປັນສັກກະຣະບູຊາກໍ່ດີ ໄດ້ບັນພະຊາ ອຸປະສົມບົດ ບຳເພັນພົດພົມມະຈັນ ໃນພຣະພຸດທະສາສນາ ກໍ່ດີ ຫຼໍ່ຮູບພຣະປະຕິມາກອນ ສະຫຼອງພຣະພຸດທະອົງ ປະສົງຈະໃຫ້ເປັນເຈດີ ທີ່ເຄົາລົບນະມັດສະການ ນັ້ນກໍດີ ບຸກຄົນເຫຼົ່ານີ້ ຈະສຳເລັດສົມບັດ ດັ່ງຄວາມປາຖນາ ຖ້າຮັກໃຄ່ໃນ ສັບພັນຍູພຸດທະພູມ ກໍ່ຈະໄດ້ສຳເລັດ ດັ່ງມະໂນລົດປະນິທານ ທ່ຽງແທ້.
“ໂຍ ປະສາທະວະຕິ” ບຸກຄົນຜູ້ມີສັດທາກະທໍາ ສັກກາລະບູຊາ ພຣະພຸດ ທະອົງເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ສິ້ນກາລະທຸກເມື່ອ ບໍ່ໄດ້ເບື່ອໃນກິດບຳເພັນທານ-ຮັກສາສິນ-ກະທຳບຸນກຸສົນ ດ້ວຍຕົນ ແລ້ວຊັກນຳໃຫ້ຜູ້ອື່ນ ກະທຳດ້ວຍບຸກຄົນຜູ້ນັ້ນ ຖ້າຈະປາຖນາເອົາສິ່ງໃດ ກໍ່ຈະໄດ້ສິ່ງນັ້ນ ດັ່ງພຣະຄາ ຖາທີ່ຍົກຂື້ນ ໃນເບື້ອງຕົ້ນນັ້ນວ່າ “ພະຄະວາ ຣາຊະຄະເຫ ວິຫາເຣ ເວລຸວະເນ ປຸບພາຣາເມ” ດັ່ງນີ້ເປັນເຄົ້າ.
ໃນກາລະຄັ້ງນັ້ນ ສົມເດັດພຣະ ບໍຣົມສາສດາ ສະເດັດປະທັບຢູ່ ໃນລັດຖິວັນ ສວນຕານໜຸ່ມ ພຣະອົງຊົງຂົນຂວາຍ ແຕ່ທີ່ຈະຮື້ຈະຂົນ ຊຶ່ງເວໄນຍະສັບ ພະສັດທັງປວງ ໃຫ້ອອກໄປຈາກ ສັງສາລະວັດ ຕັດພຣະສັດທຳມະເທສນາ ໂຜດສັດໃຫ້ໄດ້ມັກ 4 ຜົນ 4 ໃຫ້ປະດິດສະຖານ ໄວ້ໃນພຣະນິບພານ ອັນກະ ເສີມສຸກນິຣາດໄພ ໃນກາລະຄັ້ງນັ້ນ ຍັງມີສົມເດັດ ພຣະຍາພິມພິສານ ກໍ່ໄດ້ສະເຫວີຍຣາຊະສົມບັດ ໃນກຸງຣາຊະຄຶ ມະຫານະຄອນ ກໍບັງເກີດເຫຼື້ອມໃສ ສັດທາມາກໍ່ສ້າງ ກຸດິວິຫານ ໃນພຣະຣາຊະອຸທະຍານ ເວຣຸວັນ ສວນປ່າໄມ້ໃຜ່ ໃຫ້ເປັນວັດວາອາຣາມ ແລ້ວກໍ່ຖວາຍໃຫ້ເປັນ ແກ່ອົງສົມເດັດພຣະພຸດທະເຈົ້າ ກັບທັງຊາວເຈົ້າພິກຂຸສົງ ທັງຫຼາຍເປັນບໍຣິວານ ຖວາຍສັງຄະທານບິນທະບາດ ສົມເດັດພຣະຜູູ້ມີພຣະພາກເຈົ້າ ສຳເລັດພັດທະກິດແລ້ວ ພຣະເຈົ້າ ພຣະຍາພິມພິສານ ກໍ່ໄຫ້ວທູນຖາມ ສັບພັນຍູເຈົ້າວ່າ “ພັນເຕ ພະຄະວາ”.
ຂ້າແຕ່ອົງສົມເດັດ ພຣະຜູ້ມີພຣະພາກເຈົ້າ ບຸກຄົນນໍຣະຍິງຊາຍທັງຫຼາຍ ມີໃຈໃສສັດທາ ປະສັນນະການ ເຫຼື້ອມໃສໃນ ພຣະພຸດທະສາສນາ ມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານນັ້ນ ໄປໃນໂລກເບື້ອງໜ້າ ຈະໄດ້ຜະລະອາ ນິສົງ ເປັນປະການໃດ ຈົ່ງຊົງພຣະກະຣຸນາ ຕັດພຣະສັດທຳມະເທສນາ ໃຫ້ຂ້າພະອົງກັບທັງ ພຸດທະບໍຣິສັດທັງຫຼາຍ ຮູ້ແຈ້ງເຫັນຈິງແດ່ກໍ່ຂ້າເທີ້ນ.
ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະສາສດາເຈົ້າ ຈິ່ງມີພຣະພຸດທະດີກາ ໂຜດປະທານ ພຣະສັດທຳມະເທສນາ ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ບຸກຄົນນໍຣະຍິງຊາຍ ຜູ້ມີສັດທາປະສັນນະການ ເຫຼື້ອມໃສ ໄດ້ມາກໍ່ສ້າງກຸດີວິຫານ ແລະ ຜາສາດໂຮງມົນດົບ ສາລາຫ້ອງຄູຫາ ນ້ອຍໃຫ່ຍ ເອີ້ນວ່າວິຫານທັງນັ້ນ ບຸກຄົນນໍຣະຍິງຊາຍ ຜູ້ໃດໄດ້ຖວາຍເປັນທານແລ້ວ ກໍປະກອບດ້ວຍຜະລະອານິສົງມາກ ເປັນອະເນກອະນັນ ນັບໄດ້ເຖິງ 40 ກັບເປັນກຳນົດ ພຣະພຸດທະເຈົ້າ ຈິ່ງນຳເອົາອະດີດນິທານ ມາເທສນາຕໍ່ໄປວ່າ “ອະຕິເຕ ກິຣະ” ດັ່ງໄດ້ຍິນມາວ່າ ໃນອະດີດຕະການລ່ວງລັບ ໄປແລ້ວຊ້ານານ ກ່ອນພັດທະກັບອັນນີ້ ພຣະພຸດທະເຈົ້າທັງຫຼາຍ ຍັງບໍ່ໄດ້ອຸບັດ ບັງເກີດຂື້ນໃນໂລກນີ້ ຍັງສູນເປົ່າຢູ່ສິ້ນການຊ້ານານ.
ໃນລະຫວ່າງນັ້ນ ພຣະປັດເຈກະ ໂພທິເຈົ້າທັງຫຼາຍ ກໍບັງເກີດຕັດສະຮູ້ໃນໂລກນີ້ແລ້ວ ພຣະປັດເຈກະໂພທິເຈົ້ານັ້ນ ກໍອາໃສຢູ່ໃນປ່າຫິມະວັນທີ່ນັ້ນ ຢູ່ມາວັນໜຶ່ງ ທີ່ຄວາມປາຖນາ ເພື່ອຈະມາຢູ່ໃກ້ແດນມະນຸດ ຈັບບາດ ແລະ ຈີວອນເຄື່ອງບໍຣິຂານ ແລ້ວກໍເຫາະໄປໂດຍ ນະພາໄລປະເທດ ລົງໄປໃນບ້ານແຫ່ງໜຶ່ງ ອັນເປັນແວ້ນແຄວ້ນ ກາສີກະຣາດ ອາໃສຢູ່ໃນຣາວປ່າແຫ່ງໜຶ່ງ ແຖບໃກ້ບ້ານອັນນັ້ນ “ເອໂກ ນະລະກາຣະປຸຣິໂສ” ຍັງມີນາຍຊ່າງອໍ້ ຜູ້ໜື່ງຢູ່ໃນບ້ານນັ້ນມັນກໍໄປປ່າກັບດ້ວຍລູກຊາຍ ເພື່ອຈະຕັດໄມ້ອໍ້ນັ້ນ ມາຂາຍກິນລ້ຽງຊີບຕາມເຄີຍ ກໍຍ່າງເຂົ້າໄປໃກ້ ແລ້ວນ້ອມກາຍ ຖວາຍນະມັດສະການ ພຣະປັດເຈກະໂພທິເຈົ້າ ກະທຳປາໃສແລ້ວ ທູນຖາມວ່າ.
ຂ້າແຕ່ພຣະຜູ້ເປັນເຈົ້າ ຈະໄປໃສຈຶ່ງມາຢູ່ໃນທີ່ນີ້ ພຣະປັດເຈກະໂພທິເຈົ້າ ຈື່ງຕອບວ່າ ດູກ່ອນອາວຸໂສ ບັດນີ້ຈວນຈະເຂົ້າພັນສາແລ້ວ ອາຕະມາທ່ຽວສະ ແຫວງຫາ ກຸຕິວິຫານ ທີ່ຈະຈຳພັນສາ ຊ່າງອໍ້ກໍອາຣາທະນາ ພຣະຜູ້ເປັນເຈົ້າ ຈຳພັນສາຢູ່ໃນທີ່ນີ້ເທີ້ນ ພຣະປັດເຈກະໂພທິເຈົ້າ ກໍຮັບດ້ວຍຕຸສະນີພາບນິ້ງຢູ່ ພໍ່ລູກທັ້ງສອງນັ້ນ ກໍຊື່ນຊົມໂສມະນັດຍິ່ງນັກ ຈິ່ງອາຣາທະນາ ພຣະຜູ້ເປັນເຈົ້າເຂົ້າໄປສູ່ເຮືອນ ຖວາຍບິນດິບາດທານ ແກ່ພຣະປັດເຈກະໂພທິ ເມື່ອຜູ້ເປັນເຈົ້າກະທຳພັດຕິກິດ ສຳເລັດແລ້ວ.
ນາຍຊ່າງອໍ້ສອງພໍ່ລູກນັ້ນ ກໍພາພຣະປັດເຈກະ ໄປສູ່ຮາວປ່ານັ້ນ ຍັງພຣະຜູ້ເປັນເຈົ້າ ໃຫ້ຢູ່ແທບຮິມສະ ໂບກຂະຣະນີອັນໃຫຍ່ ສ່ວນນາຍຊ່າງອໍ້ສອງພໍ່ລູກນັ້ນ ທ່ຽວຕັດໄມ້ອໍ້ນັ້ນ ໄດ້ຫຼາຍແລ້ວກໍແບກມາວາງໄວ້ໃນທີ່ ຈະກະທຳ ກຸດດິວິຫານແລ້ວ ຈຶ່ງໄປສູ່ໄມ້ໝາກເດື່ອ ເລືອກຕັດເອົາແຕ່ທີ່ຈະກະທຳເສົາດັງຂື່ ຕັດເອົາທັງເຄືອເຂົາ ເຖົາວັນແລ້ວທ່ຽວກ່ຽວຫຍ້າຄາ ມາເພື່ອຈະມຸງ ແລ້ວກໍປຸກເປັນກຸດດິນ້ອຍອັນໜື່ງ ສຳເລັດໄປດ້ວຍ ໄມ້ໝາກເດື່ອ ໄມ້ອໍ້ກະທຳເປັນຝາ ຫຍ້າຄາເປັນໄພມຸງເບື້ອງເທິງ ເຮັດປະຕູເຂົ້າອອກ ຄອຍເບິ່ງສະໂບກຂາຣະນີ ແລ້ວ ກະທຳທີ່ຈົງກົມຍາວ ທາໄປດ້ວຍດິນແດງ ແລ້ວປະດັບດ້ວຍດອກໄມ້ ມີສີຕ່າງໆຫວ່ານໂຮຍລົງ ໄວ້ໃນທີ່ຈົງກົມໂດຍຮອບ ກະທຳການສຳເລັດແລ້ວ.
ກໍເຂົ້າໄປກາບໄຫວ້ ນະມັດສະການ ພຣະປັດເຈກະໂພທິເຈົ້າ ແລ້ວວ່າ ຂ້າແຕ່ພຣະຜູ້ເປັນເຈົ້າ ຜູ້ຈະເລີນ ບັນດາກຸດິ ແລະ ທີ່ຈົງກົມທີ່ຂ້າພະເຈົ້າ ທຳໄວ້ສຳເລັດແລ້ວ ຂໍອາຣາທະນາ ພຣະຜູ້ເປັນເຈົ້າ ຢູ່ໃຫ້ເປັນສຸກເທີດ ຂະນ້ອຍ ຄັນພຣະປັດເຈກະໂພທິເຈົ້າ ໄດ້ຮັບນິມົນຂອງນາຍຊ່າງອໍ້ ທັງສອງພໍ່ລູກແລ້ວ ກໍລຸກຈາກອາດສະໜາ ຣຸກຂະມູນ ໄປສູ່ກຸດິອຸປາສົກທັງສອງ ກໍຖືເອົາບາດຈີ ວອນ ຕາມໄປສົ່ງໃຫ້ ພຣະຜູ້ເປັນເຈົ້າ ຢູ່ເປັນສຸກສຳລານ ໃນປັນນະກຸດິທີ່ນັ້ນ ແລ້ວຊ່າງອໍ້ ທັງສອງພໍ່ລູກກໍຖວາຍກຸດິ ແລະ ບ່ອນທີີ່ຈົງກົມ ເປັນສັງຄະທານ ໃຫ້ແກ່ພຣະປັດເຈກະໂພທິເຈົ້າ ແລ້ວກໍ່ຕັ້ງຄວາມປາຖນາ ຂໍຈົ່ງໃຫ້ຂ້າພະເຈົ້າ ພົ້ນຈາກຄວາມທຸກ ຍາກໄຮ້ເຂັນໃຈ ແລະ ຂໍໃຫ້ຂ້າພະເຈົ້າທັງສອງນີ້ ໄດ້ເປັນພຣະອະຣະຫັນຂີນາສາວົກ ຜູ້ປະເສີດອົງໜຶ່ງເຖີ້ນ.
ພຣະປັດເຈກະໂພທິເຈົ້າ ກໍ່ຮັບອະນຸໂມທະນາ ຊຶ່ງບຸນນາຍນະຣະການ ຊ່າງອໍ້ ສອງພໍ່ລູກແລ້ວ ພຣະປັດເຈກະໂພທິ ກໍ່ຈຳພັນສາຢູ່ທີີ່ນັ້ນ ຈຳເດີມແຕ່ທີ່ນັ້ນມາ ພໍ່ລູກທັງສອງ ກໍ່ອຸດສາຫະກະທຳ ວັດປະຕິບັດ ແກ່ພຣະປັດເຈກະໂພທິ ດ້ວຍຈະຕຸປັດໃຈ ທັງສີ່ບໍ່ໄດ້ຂາດ ຈົນວັນອອກພະວັດສາ ຖວາຍໄຕຈີີວອນ ແກ່ພຣະປັດເຈກະໂພທິແລ້ວ ທ່ານກໍໄປສູ່ ປ່າຫິມມະພານ ສ່ວນນາຍນະຣະການ ທັງສອງພໍ່ລູກ ກໍ່ຕັ້ງຢູ່ໃນເຂດອາຍຸແຫ່ງຕົນ “ກາລັງ ກັດຕະວາ” ຄັນກະທໍາກາລະກິຣິຍາຕາຍ ກໍ່ໄດ້ໄປບັງເກີດ ໃນສະຫວັນຊັ້ນຟ້າ ຕາວະຕິງສາ ສະເຫວີຍທິບພະສົມບັດ ຢູ່ໃນວິມານຜາສາດ ໃຫ່ຍຄົນລະຫລັງ ຜູ້ພໍ່ນັ້ນຊື່ວ່າ ນະລະການເທວະບຸດ ຜູ້ລູກນັ້ນຊື່ວ່າ ນະລະການເທວະບຸດ.
ເທວະບຸດທັງສອງນັ້ນ ກໍ່ຮຸ່ງເຮືອງ ສະຫວ່າງໄປດ້ວຍ ລັດສະໝີແກ້ວ ແລະ ທອງ ປະດັບປະດາໄປດ້ວຍແກ້ວ 7 ປະການ ບານປະຕູ ແລະ ໜ້າຕ່າງ ແລະ ໜ້າມຸກ ແລະ ຍອດກຸຕາຄາລະມະຫາບຸດ ສະບົກໂດຍຮອບ ມີພວງເງິນພວງທອງ ເປັນອັນງາມ ສະເນາະສະນັ່ນ ໄປດ້ວຍສຽງຂັບຮ້ອງຟ້ອນລຳ ປະໂຄມມົນຕີອັນນາງ ເທບພະອັກສອນທັງຫຼາຍ ພັນກວ່າ ລ້ວນແຕ່ມີລັດສະໝີ ອັນໂອພາດສະຫວ່າງ ນະລະການເທວະບຸດ ທັງສອງສະເຫວີຍ ທິບພະສົມບັດ ຢູ່ໃນສະຫວັນເທວະໂລກ ສິ້ນການຊ້ານານ ນະລະການເທວະບຸດ ຄັນຈຸຕິຕາຍຈາກ ສະຫວັນນັ້ນແລ້ວ ກໍ່ໄດ້ມາບັງເກີດ ນຳສົມເດັດພຣະເຈົ້າ ສຸໂຣທິບໍຣົມມະກະສັດ ໄດ້ສະເຫວີຍຣາຊະສົມບັດໃນ ເມືອງມິຖິລາມະຫານະຄອນ ຊົງນາມວ່າມະຫາປະນາດກຸມມານ ເມື່ອເຈົ້າມະຫາປະນາດກູມານຈະເລີນໄວຂື້ນມາ ກໍໄດ້ສະເຫວີຍຣາຊະສົມບັດ ເປັນພະຍາຈັກກະພັດຕິຣາດ ໃນຂະນະນັ້ນທ້າວໂກສີລະມະລິນເທວະລາດ ຈິ່ງໃຊ້ວິສຸກຳມະເທວະບຸດລົງມາສ້າງຜາສາດແກ້ວ ມີພື້ນໄດ້ 7 ຊັ້ນ ສູງໄດ້ 12 ໂຢດ ກ້ວາງໄດ້ເຄິ່ງໂຍດ ຍາວໄດ້ໂຍດ 1 ງາມເໝືອນທິບພະວິມານໃນເມືອງສະຫວັນມີ ນາງນາດນາລີທັງຫຼາຍ 6 ພັນເປັນບໍລິວານຄັນສົມເດັດມະຫາປະນາດ ໄດ້ສະເຫວີຍຣາຊະສົມບັດ ບ້ານເມືອງແລ້ວຮຸ່ງເຮືອງ ສະຫວ່າງ ໄປດ້ວຍຂອງທິບກໍເກີດມາພ້ອມ ຈະຄະນະນານັບບໍ່ຖ້ວນ ດ້ວຍອານິສົງສະ ໄດ້ສ້າງກຸຕິຖວາຍເປັນທານ ໃຫ້ແກ່ພຣະປັດເຈກະໂພທິເຈົ້ານັ້ນແລ.
ຄັນວ່າຕາຍຈາກຊາດ ເປັນພຣະຍາມະຫາປະນາດນັ້ນແລ ກໍທ່ອງທ່ຽວໄປມາຢູ່ໃນມະນຸດສົມບັດ ສະຫວັນສົມບັດ ແລ້ວກໍໄດ້ມາເກີດເປັນບຸດເສດຖີ ມີຊັບເຖິງ 8 ໂກດ ຢູ່ໃນເມືອງພັດທິຍະນະຄອນ ກຸມານນັ້ນມີນາມຊື່ວ່າ ພັດທະສີໄດ້ສະເຫວີຍຜະສາດ 3 ຫຼັງຢູ່ໃນ 3 ລະດູ ຄັນຈະເລີນໄວຂື້ນມາກໍໄດ້ເຂົ້າບວດ ໃນສາສະໜາ ກໍໄດ້ເປັນພຣະອໍຣະຫັນຊົງນາມວ່າ ພັດທະສີເທວະເຖຣະຜູ້ມີ ອະນຸພາບໃນ ສາສະໜາຕະຖາຄົດດຽວນີ້ແລ.
ສ່ວນວ່າ ນະລະການເທວະບຸດອົງພໍ່ນີ້ ຍັງສະເຫວີຍທິບພະສົມບັດ ຢູ່ໃນເມືອງສະຫວັນຊ້ານານ ຈົນເຖິງສາສະໜາພຣະສີອະຣິຍະເມດໄຕ ລົງມາຕັດເປັນ ພຣະສັບພັນຍູ ສຳມາສຳພຸດທະເຈົ້າໃນມະນຸດໂລກນີ້ ນະລະການເທວະບຸດ ຈິ່ງຈຸຕິລົງມາປະຕິສົນທິແຫ່ງ ພຣະອັກຄະມະເຫສີ ສົມເດັດພຣະເຈົ້າກຸງເກຕຸມະວະດີ ບໍຣົມມະຜູ້ປະເສີດຊົງນາມວ່າ ສົງຄະກຸມານ ຄັນຂະເລີນໄວຂື້ນມາກໍໄດ້ສະ ເຫວີຍ ສົມບັດເປັນອິດສະຣະພາບໃນ ຈະຕຸທະວີບໃຫຍ່ທັງ 4 ມີທະວີບນ້ອຍ 2 ພັນ ເປັນບໍຣິວານຊົງວິຊາການ ຊຳນານໃນໄຕເພດ ສະເຫວີຍຣາຊະສົມບັດ ໃນເກຕຸມະວະດີຣາຊະທານີ ປາສະຈາກອາຍາ ປາສະຈາກອາວຸດ ທົ່ວທຸກປະເພດຍ່ອມເກງເດດ ຖວາຍບັງຄົມນຳເຄື່ອງຣາຊະ ປັນນະການມາ ອ່ອນນ້ອມສົມເດັດ ພຣະເຈົ້າສັງຂະຈັກ ບໍຣົມມະກະສັດຜູ້ປະເສີດນັ້ນ.
ພຣະອົງຈຶ່ງໄດ້ສະຫຼະຣາຊະສົມບັດ ອອກໄປບັບພະຊາໃນສຳນັກ ພຣະສີອາຣິຍະເມດໄຕກັບທັ້ງ ບໍຣິວານ 1 ໂກດ ກໍໄດ້ເຖິງພຣະອໍຣະຫັນ ຈຶ່ງໄດ້ເປັນອັກຄະສາວົກເບື້ອງຂວາ ຊົງພຣະນາມວ່າ ອະໂສກະເຖຣະນັ້ນແລ ກໍດ້ວຍອານິ ສົງສ້າງກຸດິ ໃຫ້ເປັນທານນັ້ນແລ ອັນເປັນບຸນໃຫ້ເຖິງເຊິ່ງຄວາມສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ນິພານສົມບັດ “ຕັດສະມາ ສາທະໂວ” ເພາະສະນັ້ນແລ ທ່ານພຸດທະບໍຣິສັດທັງຫຼາຍ ຈົ່ງຣື່ນເຣີງໃນທານະປາຣະມີ ທີ່ທ່ານໄດ້ສ້າງສົມໄວ້ໃນວັນນີ້ ຄົງຈະສຳເລັດດັ່ງມະໂນຣົດຄວາມປາຖະໜາ ທຸກປະການນັ້ນແລ ນິຖີຕາ ກໍຂົບລົງພຽງເທົ່ານີ້ແລ.
ສະຫຼອງ ການສ້າງ ວິດ-ຖານ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພາວະມິຫັນຕິ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ປຸບພະຈະຣິຍັງ ອາຣັບພະ ກະເຖສິຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການສ້າງເວດຈະກຸດິງ (ຖານ) ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຣາສີ ທີ່ທ່ານພຸດທະບໍລິສັດ ທັງຫຼາຍ ໄດ້ສະລະຊັບສິ່ງຂອງ ອອກມາກະທຳສ້າງຖານ ໃນຄາວນີ້ ເພື່ອຍົກຍໍຜົນປະໂຫຍດ ທີ່ຈະເພິ່ງໄດ້ ຈາກການກະທຳນີ້ ໃຫ້ແຈ້ງຊັດຂື້ນ ຈົ່ງບຳລຸງເຈດຕະນາ 3 ໃຫ້ເຕັມປ່ຽມຢູ່ທຸກເວລາ ເມື່ອນຶກຂື້ນມາເວລາໃດ ກໍ່ມີຄວາມປິຕິຍິນດີ ຊົມຊື່ນຢູ່ສະເໝີ ຊື່ງຮຽກວ່າ ທານະໄມ ບຸນສຳເລັດດ້ວຍການໃຫ້ທານ ດຳເນີນຄວາມຕາມ ພຣະຄາຖາທີ່ຍົກໄວ້ ໃນເບື້ອງຕົ້ນນັ້ນວ່າ.
“ສັດຖາ ເຊຕະວະເນ” ບາງເມື່ອ ພຣະພຸດທະເຈົ້າ ສະເດັດປະທັບຢູ່ໃນ ປ່າເຊຕະວັນມະຫາວິຫານ ກຸງສາວັດຖີ ມີມານົບຜູ້ໜຶ່ງເປັນຊ່າງ ທຳການນຄ້າ ຂາຍທອງຄຳ ຮູບປະພັນ ຢູ່ໃນກຸງສາວັດຖີ ຈົນມັ່ງມີສີສຸກ ດ້ວຍໂພຄະຊັບ ຢູ່ມາວັນໜຶ່ງ ມານົບນັ້ນ ລະນຶກເຖິງການຄ້າຂາຍ ກໍ່ໄດ້ກຳໄລ ກ້າວຂື້ນສູ່ຄວາມຈະເລີນ ເປັນລຳດັບ ຫວນກັບມາຄຳນຶກເຖິງຊັບ ທີ່ຫາມາໄດ້ໂດຍຍາກ ບໍ່ຢາກໃຫ້ເສື່ອມສູນໄປ ໂດຍໄວ ຕິຕອງຫາວິທີ ທີ່ຈະເກັບຊັບຢູ່ ເປັນເວລານານ ກໍບໍ່ພົບວິທີໃດ ທີ່ຈະປ້ອງກັນໄພຄື ຄວາມເສື່ອມເສຍຂອງຊັບໄດ້ ເພາະວ່າຊັບເປັນຂອງກາງ ເປັນເຄື່ອງອາໃສຂອງທຸກໆຄົນ.
ສຸດແລ້ວແຕ່ ບຸກຄົນໃດຂະຫຍັນ ກໍ່ທຳໄດ້ຫຼາຍ ເຖິງແມ່ນວ່າຈະຫາໄດ້ຫຼາຍກໍ່ດີ ຖ້າຂາດປັນຍາ ເປັນເຄື່ອງຮັກສາໄວ້ແລ້ວ ຊັບນັ້ນກໍ່ບໍ່ຄົງທົນຢູ່ໄດ້ ແມ່ນຈະຢູ່ໄດ້ນານຕະຫຼອດໄປ ຕົນເອງກໍ່ບໍ່ມີຊີວິດຍືນຍາວ ຢູ່ບໍລິໂພກຕໍ່ໄປໄດ້ ເພາະຄວາມຕາຍ ຍ່ອມມາພາກຕົນ ໃຫ້ໜີເສຍຈາກຊັບ ເມື່ອສິ້ນຊີບແລ້ວ ຊັບເຫຼົ່ານັ້ນ ກໍ່ບໍ່ຕິດຕາມຕົນໄປ ຄົງໄປປ່ອຍໄວ້ໃຫ້ຜູ້ອື່ນ ເຂົາໃຊ້ຢ່າງສະບາຍ ເຫັນມີຢູ່ແຕ່ສິ່ງດຽວເທົ່ານັ້ນ ຊັບສົມບັດຈິ່ງຈະຕິດຕາມຕົນໄປ ເມື່ອຄິດດັ່ງນີ້ແລ້ວ ໃຄ່ຄວນເບິ່ງວ່າ ຈະເຮັດຢ່່າງໃດດີ ສິ່ງອື່ນໆກໍ່ມີຜູ້ກະທຳໄວ້ໝົດແລ້ວ ເບິ່ງເຫັນແຕ່ເວດຈະກຸຕິ (ຖານ) ເປັນທີ່ຖ່າຍອາຈົມ ຂອງພິກຂຸສາມະເນນ ເທົ່ານັ້ນ ທີ່ຍັງບໍ່ມີຜູ້ສ້າງໄວ້ໃນອາຣາມ.
ຈິ່ງໄດ້ຈັດສ້າງຂື້ນ ເມື່ອສຳເລັດແລ້ວ ຍັງໄດ້ໂຮງໄຟ ແລະ ຫ້ອງສຳລັບອາບນ້ຳອີກດ້ວຍ ແລ້ວທຳມະຫາກຳ ສະຫຼອງຢ່າງມ່ວນຊື່ນ ມະໂຫລານ ແລ້ວມອບຖວາຍແກ່ ພຣະພິກຂຸສົງສາມະເນນ ມີພຣະສາລິບຸດ ແລະ ພຣະໂມກຄັນລານະ ເປັນປະທານ ຕັ້ງປະນິທານ ຄວາມປາຖນາວ່າ ຂ້າແຕ່ທ່ານຜູ້ຈະເລີນ ເມື່ອຂ້າພະເຈົ້າ ຍັງເປັນຜູ້ທ່ອງທ່ຽວຢູ່ ໃນວັດຕະສົງສານນີ້ ຍັງບໍ່ເຖິງພຣະນິບພານຕາບໃດ ຂື້ນຊື່ວ່າ ຄວາມທຸກອັນເກີດແກ່ໂຣກຕ່າງໆ ແມ່ນແຕ່ນ້ອຍໜຶ່ງ ຢ່າໄດ້ມາແຜ້ວພານ ສະຣິຣະຂອງຂ້າພະເຈົ້າເລີຍ.
“ອິມິນາ ທາເນນະ” ດ້ວຍອໍານາດຜົນ ອານິສົງຂອງທານນີ້ ພຣະຜູ້ເປັນເຈົ້າ ສາຣິບຸດ ອະນຸໂມທະນາວ່າ ຂໍຄວາມປາຖນາ ຂອງທ່ານຈົ່ງສຳເລັດເຖີ້ນ ດັ່ງນີ້ ມານົບນັ້ນເປັນຜູ້ ບໍ່ປະໝາດໃນກອງການກຸສົນ ໃຫ້ທານ ແລະ ສະມາ ທານເຊິ່ງສິນ ຢູ່ຕະຫຼອດຊີບ “ກາລັງ ກັດຕະວາ” ເມື່ອທໍາການກິຣິຍາຕາຍແລ້ວ ໄດ້ໄປເກີດເທິງສະຫວັນ ເທວະໂລກ ສະເຫວີຍສົມບັດ ໃນວິມານຜາສາດທອງ ມີນາງຟ້າເປັນ ຍົກສັກບໍລິວານ.
ຢູ່ມາວັນໜຶ່ງ ພິກຂຸທັງຫຼາຍ ສັ່ງສົນທະນາເຖິງ ມານົບຜູ້ນີ້ຢູ່ ພຣະພຸດທະເຈົ້າ ສະເດັດມາເຖິງທີ່ນັ້ນ ຈິ່ງຕັດຖາມເຖິງ ເຫດທີ່ສົນທະນາກັນ ພິກຂຸທັງຫຼາຍ ກາບ ທູນໃຫ້ຊົງຊາບແລ້ວ ພຣະອົງຊົງສະແດງທຳ ແກ່ພິກຂຸເຫຼົ່ານັ້ນວ່າ ດູກ່ອນພິກຂຸທັງຫຼາຍ ນໍຣະຊົນທັງຫຼາຍເຫຼົ່າໃດ ເກີດມາປະສົບຂະນະທີ່ ພຣະພຸດທະເຈົ້າ ອຸ ບັດເກີດຂື້ນໃນໂລກກໍ່ດີ ໃນຂະນະທີ່ ສາສນາຂອງພຣະອົງ ຍັງປະດິດສະຖານ ຢູ່ກໍ່ດີ ນໍຣະຊົນເຫຼົ່ານັ້ນ “ນະໂສ ຈັນຕິ” ຍ່ອມບໍ່ເສົ້າໂສກ ໃນອະບາຍຍະພູມ ເປັນຈຳນວນມາກ ມານົບ ທີ່ເປັນຊ່າງທອງ ເກີດປະສົບທັງສອງນັ້ນແລ້ວ ແລະບໍ່ປະໝາດ.
ຍັງຂະນະເຫຼົ່ານັ້ນ ໃຫ້ເຕັມບໍລິບູນ ຄື ເມື່ອພົບ ພຣະພຸດທະເຈົ້າ ໄດ້ສ້າງເວດຈະກຸດີຖວາຍ ບູຊາພຣະຣັດຕະນະໄຕ ດ້ວຍຄວາມເຫຼື້ອມໃສ ສັດທາ ຊື່ວ່າ ຍັງຂະນະປະສົບໄດ້ໂດຍຍາກ ບໍ່ໃຫ້ຂ້າມພົ້ນຕົນໄປເລີຍ “ສຸຂັງ ເສຕິ” ໄດ້ສະ ເຫວີຍສຸກ ໃນສຸກຄະຕິ ໂລກສະຫວັນ ແລະ ທັງເປັນປັດໃຈ ໃຫ້ເຖິງພຣະນິບພານ ຢ່າງແນ່ນອນ ແມ່ນໃນສາສນາ ຂອງພຣະພຸດທະເຈົ້າ ຊົງພຣະນາມວ່າ ຕັນທັງກາໂຣ ເຮົາຕະຖາຄົດ ກໍ່ເຄີຍສ້າງເວດຈະກຸດີ (ຖານ) ແລະ ຫ້ອງອາບ ນ້ຳໃຫ້ເປັນທານ ໃຫ້ສັດຈະອິທິຖານວ່າ “ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພະວາມິຫັງ” ດັ່ງນີ້ເປັນເຄົ້າ ແປຄວາມວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ຂໍໃຫ້ຂ້າພະອົງ ໄດ້ຕັດເປັນ ພຣະພຸດທະເຈົ້າ ພຣະອົງໜຶ່ງໃນອະນາຄົດຕະການພຸ້ນເທີີ້ນ “ອິມິນາ ທາເນນະ” ດ້ວຍຜົນອານິສົງ ທີ່ຂ້າພຣະອົງ ໄດ້ຖວາຍເວດຈະກຸດີ (ຖານ) ໃຫ້ເປັນທານ.
ຕະຖາຄົດ ຄັນທຳລາຍຈາກຊາດ ນັ້ນແລ້ວ ກໍ່ໄປສະເຫວີຍ ສົມບັດທິບ ຢູ່ບົນຊັ້ນຕຸສິຕາ ຄັນຈຸຕິຈາກຊາດ ນັ້ນມາແລ້ວ “ສັງສະຣັນໂຕ” ທ່ອງທ່ຽວຢູ່ໃນ ວັດຕະສົງສານ ຈົນປາຣະມີແກ່ກ້າ ເຕັມປ່ຽມດີແລ້ວ ຈິ່ງໄດ້ມາຕັດເປັນ ພຣະພຸດທະເຈົ້າ ດັ່ງຄຳປາຖນາ ໃນຄາວການຄັ້ງນັ້ນ ເມື່ອຈົບພຣະສັດທຳມະເທສນາລົງ ນໍຣະຊົນທັງຫຼາຍ ໄດ້ດວງຕາເຫັນທຳ ເປັນອັນມາກ ຕ່າງກໍ່ສາທຸການ ໃນເວດຈະກຸດີ (ຖານ) ຖວາຍທານລື່ນເລີງ ໃນພຣະພຸດທະຄາຖາ ຍິ່ງໜັກ ທ່ານພຸດທະບໍລິສັດທັງຫຼາຍ ເພິ່ງຊາບຜົນອານິສົງ ຂອງການສ້າງຖານ ຖວາຍທານຄັ້ງນີ້ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.
ສະຫຼອງ ການຟັງທຳ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ສັດຖຸໂນ ສັດທຳມັງ ສຸຕະວາ ສັບພັດສະມິງ ຊິນະສາສະເນ ກັບປານິ ສະຕະສະຫັດສານິ ທຸກຄະຕິ ໂສ ນະ ຄັດສະຕິຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການຟັງທຳແກ່ ນໍຣະຍິງຊາຍທັງຫຼາຍ ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຄື ທານ-ສີນ-ພາວະນາ ອັນທ່ານທັງຫຼາຍ ໄດ້ກະທຳແລ້ວ.
ເພື່ອໃຫ້ເປັນປະທີບໃຕ້ ແສງສະຫວ່າງສ່ອງທາງ ທຽວໄປມາໃນວັດຕະ ສົງສານ ອັນທຳມະດາມວນໝູ່ ມະນຸດຈະເກີດມີປັນຍາ ຮູ້ແຈ້ງໃນອັດຖະທຳທີ່ເລີກແລບໄດ້ ຕ້ອງມີປັນຍາປະດັບດວງໃຈ ໃຫ້ຮູ່ງເຮືອງເໝືອນແສງສະຫວ່າງ ແຫ່ງດວງພຣະອາທິດ ແຕ່ປັນຍາຈະເກີດຂື້ນໄດ້ ຕ້ອງອາໃສການສຶກສາ ການຟັງຄູ-ອາຈານ ແນະນຳສັ່ງສອນວິຊາ ທາງໂລກ ແລະ ທາງທຳ ຍິ່ງເປັນຄວາມຮູ້ ທີ່ເປັນຫຼັກທຳມະແລ້ວ ຕ້ອງອາໃສຄວາມໝັ່ນ ຄວາມຂະຫຍັນພຽນ ສະດັບຮັບຟັງທ່ານຜູ້ຮູ້ ຈິ່ງຈະເປັນຜູ້ເປື້ອງປາດ ໃນທາງຄະດີທຳ ເພາະວ່າທຳມະເປັນຫຼັກ ຫຼື ກົດຂອງຄວາມຈິງທົ່ວໄປ ຖ້າຮູ້ຮອບຄອບໃນທາງທຳດີ ສັບພະວິິຊາທົ່ວໂລກ ຍ່ອມຊາບໄດ້ແຈ້ງຊັດ ເພາະວ່າການສຶກສາ ຕາມຫຼັກຂອງພຸດທະສາສນາ ທີ່ຮຽກວ່າທຳມະ ຫຼື ກົດທົ່ວໆໄປ ຂອງສະພາບທີ່ເປັນຈິງ ອັນທຳມະຊາດ ຫາກປຸງແຕ່ງຂື້ນເອງ.
ເຫດສະນັ້ນ ການຮຽນຫຼັກທຳ ຈິ່ງເປັນການສຶກສາສ່ວນລວມ ຂອງກົດທົ່ວໄປແຫ່ງທຳມະຊາດ ເມື່ອຊາບກົດທຳມະຊາດດີແລ້ວ ສັບພະວິທະຍາການຂອງໂລກ ເປັນສ່ວນນ້ອຍ ຂອງທຳມະຊາດ ຄືເປັນອານຸຊິກ ຫຼື ອະນຸສ້ຽວຂອງມັນ ເຫດໃດຜູ້ຮູ້ແຈ້ງ ແທງຕະຫຼອດຂອງ ທຳມະຊາດແລ້ວ ຈະບໍ່ຮູ້ທົ່ວເຖິງເຮົາ ເມື່ອຜູ້ໃດຮູ້ກົດຂອງທຳມະຊາດ ໝົດສິ້ນແລ້ວ ໂດຍບໍ່ມີສ່ວນເຫຼືອແລ້ວ ຜູ້ນັ້ນໄດ້ນາມວ່າ ອະເສຂະ ຜູ້ບໍ່ຕ້ອງສຶກສາ ເປັນຜູ້ຮູ້ເທົ່າທັນສັງຂານທັງຫຼາຍ.
ຕາມສະພາບ ເປັນຢ່າງໃດ ເປັນຍອດແຫ່ງຄວາມຮູ້ທັງປວງ ຮູ້ທົ່ວເຖິງບໍ່ເລືອກວ່າ ກະດີໂລກ ຫຼື ກະດີທຳ ເພາະເປັນຄຸນທຳຊັ້ນສູງ ຄື ພຣະນິບພານໄດ້ເຊັ່ນນີ້ ຕ້ອງອາໃສການສຶກສາ ສະດັບຮັບຟັງທຳ ຈາກສຳນັກທ່ານຜູ້ຮູ້ ເຖິງຈະມີປັນຍາ ສະຫຼຽວສະຫຼາດດີ ເຊັ່ນພຣະສາຣິບຸດ ແລະ ພຣະໂມກຄັນລານະ ແຕ່ຄັ້ງຍັງເປັນ ປະຣິບພາສົກຢູ່ ກໍ່ຕ້ອງຟັງທຳຈາກ ພຣະຜູ້ເປັນເຈົ້າອັດສະຊິ ຈິ່ງໄດ້ບັນລຸ ໂສດາປັດຕິຜົນ ສົມເດັດພຣະທັດສະພົນ ຈິ່ງຕັດສັນລະເສີນວ່າ ການຟັງທຳ ມີຜະລະອານິສົງມາກ ສາມາດອຳນວຍຜົນໃນປັດຈຸບັນ ທັນຕານີ້ຮຽກວ່າ ທິດຖະທຳມິກັດຖະປະໂຫຍດເຖິງ 5 ສະຖານຄື: ຜູ້ຟັງຍ່ອມໄດ້ຟັງ ສິ່ງທີ່ບໍ່ເຄີຍຟັງ1 ສິ່ງໃດທີ່ເຄີຍຟັງມາແລ້ວ ແຕ່ບໍ່ເຂົ້າໃຈຊັດ ຍ່ອມເຂົ້າໃຈສິ່ງນັ້ນຊັດ ເຈນຂື້ນ1 ແລ້ວບັນເທົາຄວາມສົງໃສໄດ້1 ທຳຄວາມເຫັນຂອງຕົນ ໃຫ້ຖືກຕ້ອງ1 ແລະ ຈິດຂອງຜູ້ຟັງ ຍ່ອມຜ່ອງໃສ1 ມີອັດອະທິບາຍວ່າ ຜູ້ຟັງທໍາຍ່ອມໄດ້ຟັງທຳ ພາສິດໃໝ່ໆ ແລະ ຕ່າງໆສະເໝີ.
ຟັັງສິ່ງໃດມາແລ້ວ ແຕ່ຍັງຈຳບໍ່ໄດ້ຕະຫຼອດ ກໍຈະຊົງຈຳສິ່ງນັ້ນໄດ້ ຕະ ຫຼອດຕົ້ນ ຕະຫຼອດປາຍ ແມ້ນຢຳຂື້ນອີກ ທຳໃຫ້ເປັນພະຫູສູດ ຊົງຈຳພຸດທະພົດໄວ້ໄດ້ມາກໆ ມີຄວາມຮູ້ກວ້າງຂວາງ ມີປະຕິພານສ້ຽມແຫຼມ ບັນເທົາຄວາມສົງໃສອັນມີແລ້ວ ໃນປາງກ່ອນໃຫ້ເສື່ອມສູນໄປ ທຳລາຍຄວາມເຫັນຜິດ ເປັນມິດສາທິດຖີເສຍ ກັບທຳຕົນໃຫ້ເປັນ ສຳມາທິດຖີ ຕັ້ງຢູ່ໃນຄວາມເຫັນຊອບ ເມື່ອເຫັນບໍ່ຜິດ ຄວາມປະພຶດຢ່າງຖືກຕ້ອງ ໃຈກໍ່ຜ່ອງໃສບໍ່ຂຸ້ນມົວ ເປັນບໍ່ເກີດແຫ່ງຄວາມສຸກສຳລານ.
ເພາະມາຮູ້ຊື່ເຫດແຫ່ງຄວາມເສື່ອມ ແລະ ຄວາມວັດທະນາຖາວອນ ຈະ ເລີນແລ້ວ ລະຕົ້ນເຫດແຫ່ງ ຄວາມເສື່ອມເສຍ ກັບປະພຶດສ້າງສົມແຕ່ເຫດ ແຫ່ງຈະເລີນ ຜູ້ຟັງພຣະສັດທຳ ຍ່ອມຢຶດເອົາປະໂຫຍດ ໃນປັດຈຸບັນໄວ້ໄດ້ດັ່ງ ກ່າວມານີ້ ບຸກຄົນຜູ້ຕັ້ງຕົນໄວ້ຊອບ ໃນປັດຈຸບັນພົບນີ້ ແມ່ນທຳລາຍຂັນຈຸຕິໄປ ໃນພົບເບື້ອງໜ້າ ກໍມີສຸຄະຕິເປັນແດນເກີດ ເພາະອຳນາດອານິສົງແຫ່ງ ການຟັງທຳນັ້ນ ຕາມຄຸ້ມຄອງຮັກສາ ສົມດ້ວຍພຸດທະພາສິດ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ສັດຖຸໂນ ສັດທຳມັງ ສຸດຕະວາ” ທຸກຄົນໃດໄດ້ຟັງ ພຣະສັດທໍາ ຂອງພຣະສາສດາ ຂອງພຣະຊິນະຣາດເຈົ້າທັງປວງ ບຸກຄົນນັ້ນຍ່ອມບໍ່ໄດ້ ໄປສູ່ທຸກຄະຕິສິ້ນແສນກັບ.
ຖ້າຈະຄຳນວນກັບອານິສົງສະ ຜົນການສະດັບຮັບຟັງ ພຣະສັດທຳແລ້ວ ຄົງຈະບໍ່ຈົບລົງໄດ້ງ່າຍໆ ຈະລວບລັດຕັດຕອນ ກ່າວແຕ່ຫຍໍ້ໆ ພໍເປັນທຳມານຸດ ຕະຣິຍະອານິສົງ ດັ່ງຈະນຳເລື່ອງສັດເດຍລະສານ ຜູ້ສະດັບຟັງທຳ ມາເປັນນິທັດສະນະອຸທາຫອນ “ອະຕິເຕ ກາເລ” ໃນອະດີດຕະການ ລ່ວງມານານແລ້ວ ມີເຈຍຕົວໜຶ່ງຈັບເກາະ ຢູ່ໃນວິິິຫານ ເຊີ່ງເປັນທີ່ສູດມົນ ທຳວັດຂອງພິກຂຸສົງ ສະດັບຮັບຟັງການສູດ ສັນລະເສີນ ພຣະພຸດທະຄຸນ ຄື: “ອິຕິປິໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ” ດັ່ງນີ້ເປັນເຄົ້າ.
ຕະຫຼອດເຖິງພຣະທໍາມະຄຸນ ແລະ ພຣະສັງຄະຄຸນ ຢູ່ເປັນເນື່ອງນິດ ດ້ວຍຈິດສັດທາເຫຼື້ອມໃສ ໃນເວລາເຊົ້າ ແລະ ເຢັນຈົນຕະຫຼອດອາຍຸໄຂ ຄັນສິ້ນຊີບທຳລາຍຂັນ ຈາກອັດຕະພາບ ທີ່ເປັນເຈຍໄປນັ້ນ ກໍ່ໄດ້ໄປອຸບັດເກີດຂື້ນ ບົນສະຫວັນເທວະໂລກ ມີວິມານຜາສາດທອງເປັນທີ່ຢູ່ ພັ່ງພ້ອມໄປດ້ວຍ ຄວາມສຸກສຳລານ ໃນວິມານຜາສາດທິບ ນີ້ເປັນອານິສົງທີ່ ສະດັບຮັບຟັງ ທຳມະຂອງສັດເດຍລະສານ ມີຄວາມປະພຶດແຕ່ພຽງເລັກນ້ອຍ ເທົ່ານັ້ນ ຖ້າສາ ທຸຊົນ ພຸດທະບໍລິສັດທັງຫຼາຍ ໝັ່ນສະດັບຟັງຈົນຟັງເຂົ້າໃຈ ດີແລ້ວ ນຳມາປະ ພຶດປະຕິບັດ ຈົນໄດ້ຮັບຜົນໃນປັດຈຸບັນນີ້ ກໍ່ທ່ຽງແທ້ທີ່ຈະໄດ້ໄປສະເຫວີຍ ສຸກສົມບັດທິບໃນປະຣະພົບ ເບື້ອງໜ້າ ບໍ່ຕ້ອງສົງໃສແທ້ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.
ສະຫຼອງ ເຂົ້າຈີີ່
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”
ດັ່ງນີ້ເປັນເຄົ້າ ໃນບາດພຣະຄາຖາ ນີ້ວ່າ ໃນເວລາໃກ້ຮຸ່ງແຫ່ງຣາຕີ ພຣະຜູ້ມີພຣະພາກເຈົ້າ ສະເດັດອອກທີ່ໃສ່ບາດແລ້ວ ຊົງສະນານສະສົງ ເຊິ່ງພຣະສາຣິຣະ ສຳເລັດແລ້ວ ສະເດັດປະທັບບົນບັນລັງ ອັນປະເສີດແລ້ວ ຫຼິງແລຕະ ລວດດູເບິ່ງ ໝູ່ສັດໃນໝື່ນໂລກຈັກກະວານ ຈິ່ງເຫັນນາງປຸນນະທາສີ ປາກົດໃນຂ່າຍ ຄືພຣະຍານຂອງພຣະອົງ ເມື່ອຫຼິງແລໄປຊາບແຈ້ງຊັດວ່າ ນາງປຸນນະທາສີ ຈັກຈຸຕິຕາຍໄປໃນວັນນີ້ ຢ່າງແນ່ນອນ ຖ້າພຣະອົງບໍ່ຊົງ ອະນຸເຄາະ ກໍຈະໄປສູ່່ສຸຄະຕິທ່ຽງແທ້ ທຳມະດາ ພຣະພຸດທະເຈົ້າທັງຫຼາຍ ເປັນຜູ້ມີພຣະມະ ຫາກະຣຸນາທິຄຸນາໃຫ່ຍ.
ເມື່ອຫຼິງເຫັນປານະສັດ ມາຂ້ອງໃນພຣະຍານແລ້ວ ແມ່ນຈະຢູ່ໃກ້ ຫຼື ຢູ່ໄກສັກປານໃດ ກໍຊົງມີພຣະເມດຕາ ສະເດັດໄປໂຜດ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ບັນລຸເຖິງຄວາມສຸຸກ ມີມັກ-ຜົນ-ນິບພານ ຕາມປາຣະມີຂອງສັດນັ້ນໆ ສັ່ງສົມໄວ້ ສ່ວນນາງປຸນນະທາສີນີ້ ກໍ່ເຊັ່ນດຽວກັນ ເມື່ອເວລາບິນທະບາດ ມາເຖິງແລ້ວ ພຣະອົງຊົງນຸ່ງຈີວອນ ສຳເລັດສາຣະພັດແລ້ວ ພຣະອານົນຖືເອົາບາດ ຕາມສະເດັດໄປສູ່ທີ່ຢູ່ ຂອງນາງປຸນນະທາສີ ສ່ວນນາງປຸນນະທາສີ ເປັນຄົນຍາກຈົນເຂັນໃຈໄຮ້ຊັບ ອາໃສຢູ່ໃນເຮືອນຂອງເສດຖີ ຊາວກຸງຣາຊະຄຶ ລ້ຽງຊີວິດເປັນຢູ່ ໃນເວລາວັນນັ້ນ ທ່ານເສດຖີ ໃຫ້ຕຳເຂົ້າກາງວັນຍັງຄ່ຳ ກໍ່ບໍ່ແລ້ວ ຄັນຮູ່ງເຊົ້າຂື້ນມາ ຈິ່ງລຸກຂື້ນແຕ່ເຊົ້າມືດ ໄຕ້ໄຟຊ້ອມຕຳຕໍ່ໄປ ພໍສະຫວ່າງກໍ່ແລ້ວພໍດີ.
ນາງຈິ່ງເອົາຮຳອ່ອນ ປະສົມກັນກັບເຂົ້າໃຫ້ໜຽວ ປັ້ນຈີ່ໄຟສຸກດີແລ້ວ ກໍ່ໃສ່ພົກຍົກເອົາຄຸຂື້ນເທິງບ່າ ເດີນໄປຕັກນ້ຳ ປາຖນາຈະນຳໄປບໍຣິໂພກ ດ້ວຍຕົນເອງ ຄັນໄປເຖິງກາງທາງ ໄດ້ທັດສະນາການ ເຫັນພຣະບໍຣົມສາສດາ ມີພຣະອານົນເປັນປັດສາສະມະນະ ເກີດສັດທາເຫຼື້ອມໃສ ຄຳນຶງໃນໃຈຂອງຕົນວ່າ ເຮົາທຸກຍາກ ລຳບາກກາຍໃຈ ຕ້ອງເປັນທາສີ ອາໃສທ່ານເສດຖີ ລ້ຽງຊີວິດຢູ່ປານນີ້ ກໍເພາະບໍ່ໄດ້ໃຫ້ທານ-ຮັກສາສິນ ທຳບຸນໄວ້ໃນຊາດປາງກ່ອນ ຈິ່ງໃຫ້ເດືອດຮ້ອນໃນຊາດນີ້ ມາກໜັກໜາ ເມື່ອສັດທາເຈຕະນາ ອັນນ້ອມໄປໃນທາງບຸນກຸສົນ ເກີດຂື້ນແກ່ນາງເຊັ່ນນີ້ ນາງຈິງເດີນເຂົ້າໄປຫາ ພຣະບໍຣົມສາສດາແລ້ວ ອາຣາດທະນາວ່າ “ພັນເຕ ພະຄະວາ” ຂ້າແຕ່ພຣະອົງຜູ້ຈະເລີນ ຂໍພຣະອົງຈົ່ງຮັບເຂົ້າຈີ່ ປັ້ນນີ້ຂອງຂ້ານ້ອຍດ້ວຍເຖີ້ນ ເພື່ອອະນຸເຄາະຂ້ານ້ອຍ ຜູ້ຍາກ ຈົນເຂັນໃຈດ້ວຍເຖີດ ໂດຍຂ້ານ້ອຍ.
“ສັດຖາ” ອັນວ່າ ອົງສົມເດັດພຣະບໍຣົມຄູ ຈິ່ງເປີດບາດນ້ອມເຂົ້າໄປຮັບ ເຂົ້າຈີ່ຂອງນາງປຸນນະທາສີ ແລ້ວກໍ່ສະເດັດໄປ ທາງບ້ານເສດຖີ ນາງປຸນນະທາ ສີ ຄັນໃສ່ບາດແລ້ວ ກໍ່ຍັງຢືນຢູ່ທີ່ນັ້ນ ຫຼຽວເບິ່ງພຣະມູນີ ທີ່ກຳລັງສະເດັດເຂົ້າໄປສູ່ ບ້ານຂອງເສດຖີ ດ້ວຍຄວາມຣຳເພິງວ່າ ເມື່ອພຣະພຸດທະເຈົ້າ ສະເດັດ ເຂົ້າໄປສັນເຂົ້າ ໃນບ້ານເສດຖີ ພັດຕາຫານໃນເຮືອນ ຂອງເສດຖີລ້ວນແຕ່ຂອງດີໆ ມີກິ່ນ ແລະ ຣົດອັນແຊບນົວດີ ທັງເປັນຂອງທີ່ປານີດໜ້າຂົບສັນ.
ສ່ວນເຂົ້າ ຈີ່ຂອງເຮົາເປັນຂອງເລວຊາມ ພຣະອົງຄົງບໍ່ສັນແນ່ນອນ ຈະເອົາໂຍນຖິ້ມໃຫ້ແຮ້ງກາ ແລະ ສຸນັກເສຍ ນາງຮຳເພິງຢູ່ໃນໃຈ ດັ່ງນັ້ນ ສົມເດັດພະຄະວັນຕະບໍພິດ ຊົງຊາບວ່າ ຣະນໍ້າຈິດຂອງນາງ ຈິິ່ງຫັນກັບຮັບສັ່ງໃຫ້ ພຣະອານົນປູຣາດ ອາສນະຖວາຍ ທີ່ພາຍໃຕ້ຮົ່ມໄມ້ ຮີມທາງສຳເລັດແລ້ວ ປະທັບນັ່ງສັນເຂົ້າຈີ່ນັ້ນ ໃຫ້ນາງປຸນນະທາສີເຫັນ ຄັນກະທຳພັດທະກິດແລ້ວ ຕັດ ພຣະສັດທຳມະເທສນາ ອະນຸໂມທະນາທານ ຂອງນາງປຸນນະທາສີ ດັ່ງບາດ ພຣະຄາຖາ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນ ມີໃຈຄວາມວ່າ ຂື້ນຊື່ວ່າ ໂພຄະຊັບສົມ ບັດຂອງບຸກຄົນ ຜູ້ຕະໜີ່ອັນມີຢູ່ໃນມະນຸດໂລກນີ້ ຈະມາກສັກໝື່ນແສນ ຫຼື ມາກ ກວ່ານັ້ນກໍ່ຕາມ ບໍ່ປະເສີດທໍ່ເຂົ້າປັັ້ນໜຶ່ງ ອັນບຸກຄົນໃຫ້ທານແລ້ວນັ້ນ ເພາະວ່າໂພຄະຊັບທັງຫຼາຍ ທີ່ມີຢູ່ກັບບຸກຄົນຜູ້ຕະໜີ່ ໜຽວແໜ້ນບໍ່ເປັນປະໂຫຍດອັນໃດເລີຍ.
ແຕ່ຕົນເອງຈະກິນ ກໍທັງຍາກ ກົວແຕ່ຈະໝົດເປືອງໄປ ຄັນຜູ້ທີ່ຕະໜີ່ນັ້ນ ຕາຍຕົງໄປ ສົມບັດເຫຼົ່ານັ້ນ ກໍ່ເປັນຂອງຄົນອື່ນໄປ ບໍ່ໄດ້ຕິດຕາມຕົນໄປ ສູ່ປະຣະພົບເບື້ອງໜ້າ ຊັບສົມບັດເຫຼົ່ານັ້ນ ແມ່ນຕົນມີຊີວິດຢູ່ ກໍບໍ່ທຳຄຸນປະ ໂຫຍດໃຫ້ ຄັນຕາຍໄປແລ້ວ ກໍເອົາຕິດຕາມໄປບໍ່ໄດ້ ສູ້ແຕ່ທ່ານອັນມີປະມານນ້ອຍ ທີ່ບຸກຄົນໄດ້ຖວາຍແລ້ວ ໃນພຣະອະຣິຍະເຈົ້າ ເພາະທານນັ້ນຈະເປັນ ຂັ້ນໃດໄປສູ່ ສຸຄະຕິໂລກສະຫວັນ ແລະ ເປັນສະບຽງລ້ຽງຕົນ ໄປໃນຫົນທາງທຸ ຣະກັນດານ ໃນຄາວທີ່ທຳລາຍຂັນໄປ.
ເມື່ອ ຈົບພຣະສັດທຳມະເທສນາລົງ ນາງປຸນນະທາສີ ໄດ້ຊ້ອງສາທຸການບັນເທີງ ໃນທານສົມບັດທີ່ຕົນໄດ້ໃຫ້ແລ້ວ ຖວາຍອະພິວາດກາບໄຫ້ວ ພຣະສາສດາແລ້ວຫຼີກໄປ ໃນຂະນະທີ່ນາງ ເດີນໄປຕາມທາງນັ້ນ ດ້ວຍຄວາມເອີບອີ່ມ ຍິນດີບໍ່ທັນພິຈາລະນາ ເບິ່ງທາງ ເດີນທາງໄປຢຽບງູເຫົ່າ ໃນລະຫວ່າງທາງ ງູເຫົ່າເລີຍຂົບກັດເທົ້າຂອງນາງເຂົ້າ ພິດອັນຮ້າຍແຮງ ແລ່ນເຂົ້າສູ່ຫົວໃຈ “ກາລັງ ກັດຕະວາ” ນາງປຸນນະທາສີ ກໍ່ເຖີງແກ່ຄວາມຕາຍໃນທີ່ນັ້ນ ແລ້ວນໍາເອົາຕົນ ໄປອຸບັດເກີດຂື້ນບົນສະຫວັນ ສະເຫວີຍສົມບັດໃນທິບ ວິມານຜາສາດ ມີນາງຟ້າແວດລ້ອມເປັນຍົດສັກ ບໍລິວານ.
“ຕັດສະມາ ສາທະໂວ” ເພາະເຫດ ດັ່ງນັ້ນ ທ່ານຍົກທາຍິກາ ທັງຫຼາຍທີ່ມີຈິດສັດທາ ໄດ້ນ້ອມນຳມາ ເຊິ່ງເຂົ້າຈີ່ມີລົດອັນແຊບດີ ຖວາຍໃຫ້ເປັນທານ ກັບພິກຂຸ ສາມະເນນ ໃນເວລານີ້ ຈົ່ງລື່ນເລີງບັນເທິງອາດ ທານໃນບຸນກຸສົນ ທີ່ຕົນໄດ້ກະທຳແລ້ວນີ້ ຄົງຈະໄດ້ປະສົບ ສົມບັດອັນຍວດຍິ່ງ ໃນສຸຄະຕິໂລກສະຫວັນ ດັ່ງຕົວຢ່າງ ນາງປຸນນະທາສີ ທີ່ໄດ້ຖວາຍທານມາແລ້ວ ໃນຄັ້ງພຸດທະການ ພຸ້ນເທີ້ນ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.
ສະຫຼອງ ເຂົ້າພັນກ້ອນ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ກັດສະປະ ພຸດທັດສະສາສະເນ ປັດຕິດຖິເຕ ເຍວະ ພາຣານະສີ ນະຄະເຣ ເອໂກ ທຸກຄະຕະປຸຣິໂສ ອາຣັບພະກະເຖສິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ບາງເມື່ຶອສາສນາຂອງ ພຣະສຳມາສຳພຸດທະເຈົ້າ ຊົງພຣະນາມວ່າ ພຣະກັດສະປະ ຍັງຕັ້ງຢູ່ປາງນັ້ນ “ເອກທິວານສັງ” ໃນວັນໜື່ງ “ເອໂກ ທະຣິໂກ” ມີຊາຍທຸກໄຣ້ຂີນໃຈຜູ້ໜ່ືງ ມັນກໍ່ລ້ຽງຊິວິດ ກັບດອມເມຍແຫ່ງຕົນ ຢູ່ໃນເມື່ອງພາຣານະສີມະຫານະຄອນ ຊາຍທຸກຄະຕະຜູ້ນັ້ນ ມັນກໍ່ອອກຈາກບ້ານໄປກັບ ດ້ວຍເຫດການແຫ່ງມັນ “ທິສະວາ” ມັນກໍເຫັນຍັງ ຮູບພຣະພຸດທະເຈົ້າ ເປັນອັນຊື່ຊົມຍິ່ງໜັກໜາ ຊາຍທຸກໄຣ້ຄົນນັ້ນ ມັນກໍ່ຄືນມາສູ່ ເຮືອນແຫ່ງຕົນ ກ່າວເຊີ່ງເມຍແຫ່ງຂອງຕົນວ່າ “ພະເທ” ດູລານາງຜູ້ຈະເລີນ ພວກເຮົາທັງສອງນີ້ ກໍ່ໄດ້ເກີດເປັນຄົນທຸກໄຣ້ຂີນໃຈ ຫາວັດຖຸເຂົ້າຂອງ ເງີນຄໍາສົມບັດ ເຂົ້ານໍ້າໂພ ຊະນະອາຫານ ມາຣັບປະທານກໍຍັງຍາກ ຫາເສື້ຶອຜ້າແຜ່ນແພ ອັນຈັກນຸ່ງ ຈັກທະຣົງກໍ່ບໍ່ໄດ້ ເຮົາທັງ2 ຈົ່ງໄປສະແຫວງຫາ ກະທໍາການຈ້າງ ເພື່ອໃຫ້ໄດ້ເຂົ້າສານມາແລ້ວ ໃຫ້ເຮົາທັງສອງ ໄດ້ເອົາເຂົ້າໄປບູຊາຍັງ ຣູບພຣະພຸດທະ ເຈົ້າເຖີ້ນ ພັນລະຍາ ເມຍຊາຍທຸກໄຣ້ຜູ້ນັ້ນ ຈິ່ງກວ່າວ່າ ສາທຸໆ ດີແລ້ວວ່າດັ່ງນັ້ນແລ.
“ສາມິໂກ” ອັນວ່າຜູ້ຍິ່ງທຸກໄຣ້ຄົນນັ້ນ ມັນກໍ່ຄວ່າສະແຫວງຫາ ກະທໍາການຈ້າງຜ່າຝືນຂາຍ ໃຫ້ແກ່ທ່ານຝູງອື່ນ ໄດ້ເຂົ້າສານປະມານ 4 ທະນານໝາກພ້າວ ເມຍຊາຍທຸຄະຕະ ມັນກໍ່ຄວ່າສະແຫວງຫາ ກະທໍາການຈ້າງຕໍາເຂົ້າ ໃຫ້ແກ່ທ່ານຜູ້ອື່ນ ໄດ້ເຂົ້າສານປະມານ 4 ທະນານມາກພ້າວ ຜົວ ແລະ ເມຍທັງສອງມາເຖີງເຣືອນແລ້ວ ກໍ່ເອົາເຂົ້າສານໂຮມກັນ ເປັນ 8 ທະນານໝາກພ້າວ ຂ້າທັງ2 ຜົວເມຍກໍ່ມາກະທໍາຕົກແຕ່ງ ໃຫ້ເປັນເຄື່ອງບູຊາ ຜຸູ້ປັ້ນເປັນເຂົ້າ 500ກ້ອນ ຜູ້ເປັນເມຍປັັ້ນເຂົ້າ 500 ກ້ອນ ມາໂຮມກັນແລ້ວເປັນ 1000 ກ້ອນແລ.
ຂ້າທັງ2 ກໍ່ພ້ອມກັນຕົກແຕ່ງ ພາງາມຊະພາດ ເຂົ້າພັນກ້ອນ ອາດບູຊາ ດອກໄມ້ກໍໃຫ້ໄດ້ພັນດວງ ແຕ່ງພ້ອມທຸກອັນ ຂົນຂວາຍຫາໝາກພູ ແລະ ປະທູບປະທິບ ໄຕ້ຫຼາຍປະການຕ່າງໆ ກັບໃຫ້ໄດ້ພັນສິ່ງ ສອງເຂືອກໍ່ພາກັນເອົາໄປບູຊາ ຣູບພຣະພຸດທະເຈົ້າ ກັບທັງເຈົ້າພິກຂຸທັງຫຼາຍກໍ່ໄດ້ 500 ຕົນ ອັນມີພຣະພຸດທະເຈົ້າ ເປັນເຄົ້າເປັນປະທານແລ້ວ ກໍ່ກະທໍາອະນຸໂມທະນາ ເຊິ່ງເຂົ້າພັນກ້ອນອາດ ບູຊາ ຂອງຂ້າຜົວເມຍ ນັ້ນແລ ເຂືອຜົວເມຍທັງສອງກໍຮັກສາສີນ 5 ສີນ 8 ດ້ວຍຄວາມປິຕີຍີນດີ ມາກໜັກໝາກໍ່ມີແລ.
“ອາຄັນຕະວາ” ຄັນຄືນມາສູ່ເຮືອນແຫ່ງຕົນແລ້ວ ກໍ່ຕັ້ງຢູ່ໂດຍປະກອບຊອບທໍານັ້ນແລ “ອະນຸດສະຣິດຕະວາ” ກໍ່ມາລະນືກເຖີງ ກຸສົນຜົນບຸນ ທີ່ຕົນໄດ້ໃຫ້ແລ້ວ ຊື່ງເຂົ້າພັນກ້ອນອາດບູຊາ ທັງມາລາດອກໄມ້ ກໍ່ໄດ້ພັນດອກ ໃນເມື່ອແລ້ວ ອາຍຸແຫ່ງຂ້າທັງສອງ ຕາຍຈາກອັດຕະພາບ ອັນເປັນຄົນທຸກໄຣ້ແລ້ວ ຂ້າທັງສອງກໍ່ໄດ້ ເອົາຕົນເມືອເກີດໃນຊັ້ນຟ້າ ຊື່ວ່າຕາວະຕິງສາສະຫວັນເທວະໂລກພຸ້ນແລ.
ອັນມີວິມານຜາສາດຄຳສູງ ໄດ້ 12 ໂຍດຊະນະ ວິມານຜາສາດສອງເຂືອນັ້ນ ກໍ່ຫາກສູງສະເໝີກັນແລ ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ໃຫ້ດອກໄມ້ດວງງາມຊະພາດ ເຂົ້າພັນກ້ອນອາດ ບູຊາຣູບພຣະພຸທະເຈົ້ານັ້ນແລ ຂ້າທັງສອງຜົວເມຍນັ້ນ ກໍ່ໄດ້ເປັນເທວະບຸດ ສະເຫວີຍສຸກສົມບັດທິບ ອັນມີນາງຂັບນາງພ້ອມກໍ່ມາກ ພ້ອມທັງດີດສີຕີເປົ່າ ເສບຕຸຣິຍະມົນຕີ ຢູ່ທຸກເມື່ອທຸກຍາມນັ້ນແລ ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ເອົາເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້ານັ້ນແລ ອັນມີເຂົ້ານ້ໍາ ໂພຊະນະອາຫານ ກໍ່ເປັນທິບ ມີດອກໄມ້ ຄັນທະຣົດສະ ຂອງຫອມກໍ່ເປັນທິບ ມີເສື່ອ, ສາດ, ອາດສະໜາ ຜ້າກັ້ງ ແລະ ເພດານນັ້ນ ກໍ່ເປັນທິບ ມີພາຊະນະເງີນຄຳ ກໍ່ເກີດມີຂື້ນໃນຖໍ້າກາງຜາສາດ ຢູ່ທຸກເມື່ອທຸກເວລາ ອັນນີ້ກໍດ້ວຍ ຜາລະອານິສົງສະ ອັນໄດ້ເອົາເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້າ.
ອີກປະການໜຶ່ງ ຍາມເມື່ອໄດ້ ຫົດສົງຍັງຣູບພຣະພຸດທະເຈົ້າ ໄດ້ເອົາດອກ ໄມ້ບູຊາ ຍາມເມື່ອເຂົ້າພັນສາ ແລະ ອອກພັນສາກໍ່ດີ ນໍລະຍິງຊາຍທັງຫຼາຍຝູງນັ້ນ ກໍ່ເອົາຕົນໄປເກີດ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ພຸ້ນກໍ່ມີແລ “ກັບປາຣຸກຂານິ” ອັນວ່າ ຕົ້ນກາລະພຶກທັງຫຼາຍ ກໍຣະງອກອອກມາ ຄູ່ປະຕູທວານທັງມວນ ມີເສື້ອຜ້າທິບຫາກ ແຂວນຫ້ອຍຍ້ອຍຢູ່ ໃນລຳໃນຕົ້ນກິ່ງຫງ່າທັງມວນ ແມ່ນວ່າ ຜ້ານຸ່ງຜ້າທະຣົງ ກໍ່ໄປປິດເອົາໃນ ຕົ້ນກາລະພຶກທິບນັ້ນແລ.
ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ເອົາພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້ານັ້ນແລ “ໂຍບຸກຄະໂລ” ອັນວ່າບຸກຄົນ ນໍລະຍິງຊາຍທັງ ທາຍົກທາຍິກາທັງຫຼາຍ ຝູງໃດແລໄດ້ເອົາ ເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະ ເຈົ້າ ພຣະທຳມະເຈົ້າ ແລະ ພຣະສັງຄະເຈົ້າ ກໍ່ຈັກເອົາຕົນເມືອເກີດ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ພຸ້ນກໍ່ມີແລ “ໂສບຸຄະໂລ” ອັນວ່າບຸກຄະລະຜູ້ນັ້ນ ຍັງທ່ຽວຢູ່ໃນວັດຕະສົງສານ ຍ່ອມໄດ້ຖືເອົາ ກໍາເນີດທີ່ດີໃນສຸຄະຕິພົບ ເມື່ອປາຣະມີແກ່ກ້າ ກໍ່ຈະໄດ້ເຖີງຊາດຊັ້ນ ຫໍຣະຫັນຕາ ຕາມບຸນຍະສົມພານ ທີ່ໄດ້ກະທຳໄວ້ນັ້ນແລ.
“ປາປຸນິງສຸ ພະຫຸຊະນາ ວະສາເນ” ໃນເມື່ອແລ້ວຮົດສະທຳມະເທສະນາດວງນີ້ ອັນເປັນຫິຕະປະໂຫຍດ ໂຜດບັນນະສັດທັງຫຼາຍ ໃຫ້ໄດ້ເຂົ້າສູ່ນິຣະພານ ເປັນທີ່ແລ້ວກໍ່ມີແລ ກວ່າຍ້ອງຍໍ ຜາລະອານິສົງສະ ອັນຊາຍທຸກໄຮ້ໄດ້ໃຫ້ເຂົ້າພັນກ້ອນ ອາດບູຊາ ເປັນທານ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ພຣະພຸດທະຮູບ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ນະມັດຖຸ ຣະຕະນັດຕະຍັດສະ ຕະໂຕ ປະຣັງ ພຸດທະຮູບປັງ ອານິສັງສາ ປະກາສິຕັນຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ໃຫ້ແກ່ພຸດທະສາສະນິກະຊົນ ທັງຫຼາຍ ຜູ້ມີຄວາມເຫຼື້ອມໃສ ໃນພຣະພຸດທະສາສນາ ໄດ້ຊັກຊວນກັນມາ ກໍ່ສ້າງກອງການກຸສົນ ມີການໃຫ້ທານ ແລະ ຮັກສາສິນ ກະທຳໃຫ້ເປັນ ອາມິດສະບູຊາ ແລະ ປະຕິບັດບູຊາ ແກ່ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ທັງ 3 ຣັດຕະນະສຳເລັດແລ້ວ ປາຖນາຈະຟັງທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ເຊິ່ງເປັນຮູບປຽບແຫ່ງ ພຣະບໍຣົມມະຄູ ສຳມາສຳພຸດທະ ເຈົ້າ ເພື່ອເປັນການສະຫຼອງ ຮູບພຣະປະຕິມາກອນ ທີ່ໄດ້ສະລະຊັໍບອອກມາ ກໍ່ສ້າງໄວ້ສຳລັບ ເພື່ອການບູຊາ ກາບໄຫ້ວ ຈະໄດ້ເປັນເຄື່ອງກະຕຸ້ນໃຈ ແກ່ຜູ້ສັນຈອນທ່ຽວໄປມາ ແລ້ວເກີດສັດທາເຫຼື້ອມໃສ.
ຣະລຶກເຖິງຄຸນພຣະຣັດຕະນະໄຕ ຈະໄດ້ມີຄວາມສະຫຼົດ ສັງເວດເກີດຂື້ນ ພາຍໃນຈິດຂອງຕົນ ແລ້ວຈະໄດ້ປະພຶດປະຕິບັດ ຕາມຄຳບໍຣົມພຸດທະໂອວາດ ຕັດເສຍຈາກ ການສ່ອງເສບຄົນພານ ໃຫ້ຂາດອອກຈາກ ຂັນທະສັນດານ ກັບເປັນຜູ້ຕັ້ງຕົນໄວ້ໂດຍຊອບ ຄືລະມິດສາທິດຖີ ຄວາມເຫັນຜິດເສຍ ຈະໄດ້ກັບມາຕັ້ງຕົນໃໝ່ ໃນສຳມາທິດຖີ ມີຄວາມເຫັນຖືກຕ້ອງ ຕາມທຳນອງຄອງທຳ ປະພຶດສິ່ງທີ່ເປັນປະໂຫຍດແກ່ຕົນ ມີການໃຫ້ທານ ຮັກສາສິນ ຟັງທຳມະເທ ສນາ ແລະ ຈະເລີນເມດຕາ ພາວະນາ ປະພຶດສົມຄວນແກ່ ພາວະຄວາມເປັນຢູ່ຂອງຕົນ.
ເປັນຄາຣະວາດ ຄອບຄອງຢ້າວເຮືອນ ກໍ່ໃຫ້ຕັ້ງຕົນໄວ້ໃນເຂດແຫ່ງ ສິນທຳອັນເປັນຄິຫິວິໄນ ແລະ ໃຫ້ທານຕາມສົມຄວນ ແກ່ໂພຄະຊັບຂອງຕົນ ຖ້າມີຄວາມຮູ້ສຶກຊາບຊຶ້ງ ໃນໃຈເຫຼື້ອມໃສ ຈົນຄາຣາວາດວິໃສ ອອກສູ່ເນກຂຳ ມະບັບພະຊາ ອຸປະສົມບົດ ກໍ່ຕັ້ງຕົນໄວ້ຊອບ ໃນສິນຈາຣານຸວັດຂອງບັບພະ ຊິດ ຄືຢຶດຖືເອົາ ປະຕິໂມກຂະສັງວອນ ສິນເປັນເຄື່ອງດຳເນີນ ຈະໄດ້ເປັນຜູ້ຊ່ວຍສົ່ງເສີມຄ້ຳຊູ ພຣະພຸດທະສາສນາ ໃຫ້ຢືດຍາວອອກໄປຕາບເທົ້າ 5000 ວັດສາ ກໍ່ແລ.
ການສ້າງພຣະພຸດທະຮູບ ມີປະໂຫຍດຫຼາຍສະຖານ ສາມາດອຳນວຍວິ ບາກຜົນ ໃຫ້ແກ່ຜູ້ສະຖາປະນາ ແລະ ຜູ້ໄດ້ທັດສະນາໃນປັດຈຸບັນ ພົບນີ້ ແລະ ພົບຂ້າງໜ້າ ດັ່ງພຣະເຖຣະຜູ້ໜຶ່ງ ບຳເພັນກຳມະຖານຢູ່ໃນ ປະເທດຮາວປ່າ ຢູ່ມາການວັນໜຶ່ງ ໄດ້ທັດສະນາການເຫັນ ພຣະພຸດທະປະຕິມາກອນ ເກີດຄວາມສະລົດສັງເວດ ລະລຶກເຖິງພຣະພຸດທະຄຸນ ບຳເພັນພຽນປະພຶດ ສະມະນາທຳ ໄດ້ບັນລຸພຣະອະຣະຫັນຕະຜົນ ພົ້ນຈາກສັງສາຣະທຸກ ໃນວັນນັ້ນເອງ ເພາະສະນັ້ນ ສົມເດັດພຣະບໍຣົມມະຄູ ຈິ່ງຕັດວ່າ ການເຫັນພຣະພຸດທະຮູບ ເປັນທັດສະນານຸດຕະຣິຍະ ອັນປະເສີດ ເພາະທຳໃຫ້ຜູ້ໄດ້ທັດສະນະ ຕື່ນຈາກບາບອະກຸສົນ ບໍ່ຫຼົງງົມງາຍ ເຫຼົ່າເທວະດາ ມະນຸດຈະຣະລຶກເຖິງ ພຣະພຸດທະ ຄຸນວ່າ “ອິຕິປິໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ” ເປັນຕົ້ນ ກໍຕ້ອງໄດ້ເຫັນ ພຣະພຸດທະເຈົ້າ ຫຼື ຮູບພຣະພຸດທະປະຕິມາກອນ ໂດຍທາງໃດ ທາງໜຶ່ງເສຍກ່ອນ.
“ຕັດສະມາ” ເພາະສະນັ້ນ ທ່ານຈິ່ງພັນລະນາ ຜະລະອານິສົງ ສ້າງພຣະພຸດທະຮູບ ໄວ້ນານາປະການ ດັ່ງຕໍ່ໄປນີ້ ນໍຣະຍິງຊາຍ ຜູ້ໃດໄດ້ສະລະຊັບ ສ້າງ ພຣະພຸດທະຮູບປະຕິມາກອນ ເບື້ອງໜ້າ ແຕ່ຕາຍໄປຈະໄດ້ເປັນ ເສດຖີ ມີຊັບມາກ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍດີມຸກ ເບື້ອງໜ້າແຕ່ຕາຍໄປ ຈະໄດ້ເປັນເທວະດາ ມີລິດທານຸພາບມາກ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍເງິນ ຜູ້ນັ້ນຈະໄດ້ເປັນ ພຣະເຈົ້າຈັກກະພັດຕິຣາດ ໃນປະຣະພົບເບື້ອງໜ້າ ທີ່ຕາຍໄປ, ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍ ທອງເຫຼືອງ ຫຼື ທອງສຳລິດ ຜູ້ນັ້ນຈະໄດ້ເປັນ ບໍຣົມມະກະສັດຕາທິ ຣາດ ໃນປະຣະພົບເບື້ອງໜ້າ ທີ່ຕາຍໄປ.
ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍສີລາ ຫຼື ດອກໄມ້ປົນເຈືອກັນຂື້ນເປັນອົງ ຈະໄດ້ເປັນ ທ້າວສັກກະເທວະຣາດ ໄດ້ເປັນໃຫ່ຍກວ່າເທວະດາ ໃນຊັ້ນຕາວະຕິງສາ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບ ດ້ວຍແກ່ນຈັນ ຜູ້ນັ້ນຈະໄດ້ເປັນ ໃຫ່ຍໃນປະເທດສະຣາດ ປະກອບໄປດ້ວຍ ຈະຕຸ ຣົງຄະເສນາ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບສາຍາ ໃສ່ແຜ່ນຜ້າ ຫຼື ແຜ່ນໂລຫະຕ່າງໆ ຜູ້ນັ້ນຈະໄດ້ເປັນ ພຣະມະຫາພົມ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບ ດ້ວຍທອງຄຳທຳມະຊາດ ນໍຣະຍິງຊາຍຜູ້ນັ້ນ ຈະປາຖນາເປັນພຸດທະພູມ ປັດເຈກະພູມ ສາວະກະພູມ ຢ່າງໃດ ຢ່າງໜຶ່ງ ກໍ່ຈະສຳ ເລັດດັ່ງຄວາມປາຖນາ ໃນປະຣະພົບເບື້ອງໜ້າໂດຍແທ້.
ພຸດທະສາສະນິກະຊົນທັງຫຼາຍ ມັກໃຄ່ໄດ້ຂົນຂວາຍ ສ້າງພຣະພຸດທະຮູບປະຕິມາກອນ ນານາວັດຖຸ ດັ່ງເທສນາມາແລ້ວນັ້ນ ເພື່ອອຸທິດບູຊາ ພຣະຣັດ ຕະນະໄຕຄື: ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ຈະໄດ້ເປັນທີ່ ສັກກາຣະບູຊາ ກາບໄຫວ້ແກ່ເທວະດາ ແລະ ມະນຸດນິກອນທຸກຖ້ວນໜ້າ ຍ່ອມເປັນບຸນອັນລ້ຳເລີດ ປະເສີດຍິ່ງໜັກໜາ ດັ່ງພຣະພຸດຄາຖາວ່າ “ປຸນຍານິ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປະນິນັງ” ບຸນຄືຄວາມດີ ຄວາມງາມ ຍ່ອມເປັນທີ່ເພິ່ງ ທີ່ອາໃສຂອງສັດທັງຫຼາຍ ໃນປະຣະພົບເບື້ອງໜ້າ ແມ່ນໃນອັດຕະພາບນີ້ ເມື່ອລະນຶກເຖິງກຸສົນ ຂື້ນມາຄາວໃດ ກໍ່ມີໃຈປິຕິປາໂມດເຫຼື້ອມໃສ ຄັນທຳລາຍຂັນລະໂລກນີ້ໄປ ກໍ່ມີສຸຄະຕິ ໂລກສະຫວັນ ເປັນທີ່ຢູ່ອາໃສ ດັ່ງໄດ້ເທສນາທຳມາ ນຸດຕະຣິຍາ ຜະລະອານິສົງແຫ່ງ ການສ້າງ ພຣະພຸດທະຮູບຕ່າງໆ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.
ສະຫຼອງ ການສ້າງຂົວ ສະພານ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ອິທະ ໂມທະຕິ ເປດຈະ ໂມທະຕິ ກະຕະປຸນໂຍ ອຸພະຍັດຖະ ໂມທະຕິ ໂມທະຕິ ໂສ ປະໂມທະຕິ ທິດສະວາ ກຳມະວິສຸດທິ ມັດຕະໂນຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສ້າງຂົວ ໃຫ້ເປັນທານພໍເປັນເຄື້ອງຊີ້ແຈ່ງ ສະແດງຜົນອັນຈະເພີ່ງ ໄດ້ຣັບຈາກເສຕຸທານບໍາລຸງນໍ້າໃຈ ໃຫ້ສະອາດທານເພີ່ມພູນ ສັດທາຂອງທາຍົກທານຍິກາ ທັງຫຼາຍຊື່ງ ສະລະຊັບ ແລະ ກຳລັງກາຍຂອງຕົນ ອອກມາກໍ່ສ້າງຂົວໃຫ້ເປັນທານ ເພື່ອເປັນສາທາລະນະປະໂຫຍດ ແກ່ມະຫາຊົນ ຜູ້ໂຄຈອນທ່ຽວໄປມາ ໄດ້ສະດວກສະບາຍ ການສ້າງປັບປຸງ ໃຫ້ສໍາເລັດສີ້ນສຸດລົງແລ້ວ.
ແຕ່ພຽງເທົ່ານີ້ ກໍ່ເປັນກຸສົນ ອັນຍີ່ງໃຫຍ່ໄພສານ ບໍ່ແມ່ນນ້ອຍ ແຕ່ເຖີງຢ່າງນັ້ນກໍ່ຍັງມີຈິດໃຈ ໃຄ່ຈະບໍາເພັນບຸນຕື່ມອີກ ເພື່ອໃຫ້ເປັນອຸດຕະມະ ມະ ຫາກຸສົນຍິ່ງໆຂື້ນໄປ ຈີ່ງໄດ້ປ່າວປະກາດຊັກຊວນ ຍາດຕິກາສາຍໂລຫິດ ມິດສະຫາຍ ມາກະທຳເປັນ ມະຫາກໍາການສະຫຼອງ ເປັນງານມະໂຫລານອັນ ຍິ່ງໃຫຍ່ ເປັນໂອກາດທີ່ຈະໄດ້ ບໍາເພັນທານ ຣັກສາສີນ ຟັງທໍາມະເທສນາ ຮ່ວມກັນເປັນສາມັກຄີ ເພື່ອເຈືອຈູນອຸດໜູນ ເພີ່ມເຕີ່ມ ບຸນກຸສົນ ໃຫ້ທະວີຍີ່ງໆຂື້ນໄປ ເປັນເທືອທີ 2 ເໝືອນດັ່ງ ຮັບປະທານອາຫານຄາວແລ້ວ ຍັງຮັບປະທານອານຕໍ່ເຄື່ອງຫວານ ເພີ່ມຕີ່ມອີກ ເພື່ອໃຫ້ມີຣົດອັນແຊບນົວ ໃນການບໍຣິໂພກອາຫານ ນັ້ນໃຫ້ທະວີຂື້ນ ອັນບຸນກຸສົນ ຍີ່ງທໍາໄດ້ມາກກໍ່ຍີ່ງດີ ບໍ່ມີເວລາເຕັມ ເພາະບຸນກຸສົນ ເປັນທຳມະຊາດ ທີ່ຍັງຜູ້ກະທຳໃຫ້ຣັບຄວາມສຸກ ຄວາມຈະໃນພົບນີ້ ແລະ ພົບໜ້າຕໍ່ໆໄປ ສົມດ້ວຍພຸດທະຄາຖາ ອັນມີມາໃທໍາມະບົດ ທີ່ຍົກໄວ້ເບື້ອງຕົ້ນ ນັ້ນວ່າ.
“ອິທະ ໂມທະຕິ ເປດຈະ ໂມທະຕິ ກະຕະປຸນໂຍ ອຸພະຍັດຖະ ໂມທະຕິ” ດັ່ງນີ້ເປັນເຄົ້າ ຄວາມວ່າຜູ້ມິີບຸນ ອັນໄດ້ກະທຳແລ້ວ ຍ່ອມບັນເທີງໃນໂລກທັງສອງ ຄືບັນເທີງໃນໂລກນີ້ ລະໂລກນີ້ໄປແລ້ວ ຍ່ອມບັນເທີງໃນໂລກໜ້າ ເຂົາຍ່ອມບັນເທີງລື່ນເລີງໃຈ ເພາະຄວາມບໍຣິສຸດ ແຫ່ງກໍາຂອງຕົນ ດັ່ງນີ້ ເປັນເຄື່ອງຊີ້ໃຫ້ ສາທຸຊົນເຫັນແຈ້ງວ່າ ໃນປັດຈຸບັນຊາດນີ້ ຍ່ອມໃຫ້ເກີດສຸກໃນໄດ້ຢ່າງໃດ ແມ່ນໃນສຳປະຣາຍິກະພົບ ເບື້ອງໜ້ານັ້ນ ກໍ່ຍອມໃຫ້ປະສົບສຸກໄດ້ຢ່າງນັ້ນ.
ທ່ານທັງຫຼາຍເພີ່ງຊາບວ່າ ຄວາມປະພຶດອັນເປັນ ຫິຕະປະໂຫຍດສະ ເພາະຕົນ ແລະ ທົ່ວໄປແກ່ຜູ້ອື່ນ ເໝືອນດັ່ງທ່ານທັງຫຼາຍ ປະພືດປະຕິບັດຢູ່ນີ້ ກໍ່ເອີ້ນວ່າບຸນກຸສົນ ອັນເປັນເຫດອຸດໜູນ ໃຫ້ເກີດສຸກ ເພາະມາພິຈາຣະນາ ເຖີງກໍາທີ່ສະອາດ ທີ່ຕົນໄດ້ກະທຳແລ້ວ ຍ່ອມຊື່ນຊົມຣື່ນເຣີງໃຈ ບໍ່ມີເວນໄພໃນອັດຕະພາບນີ້ ແມ່ນໃນອັດຕະພາບຕໍ່ໆໄປ ກໍ່ຈະໄດ້ປະສົບສຸກ ໃນສຸກຄະຕິໂລກສະຫວັນ ທັງຍັງຈະເປັນປັດໃຈ ໃຫ້ເຖີງພຣະນິບພານ ດັ່ງວັດຖຸນິທານທີ່ສ້າງຂົວ ໃຫ້ເປັນທານມາເປັນ ນິທັດສະນະອຸທະຫອນ ຄວາມວ່າ.
ໃນກາລະວັນໜື່ງ ພຣະກະປິເຖຣະ ໄດ້ອະທິຖານນໍ້າໃນ ມະຫາສະໝຸດແຂງກະດ້າງ ເດີນທ່ຽວໄປມາໄດ້ສະດວກ ພຣະພິກຂຸສົງເຫັນ ລິດແດດອານຸ ພາບຂອງທ່ານແລ້ວ ເຫຼື້ອມໃສໃນທໍາຄໍາສັ່ງສອນ ຂອງພຣະສຳມາສຳພຸດທະ ເຈົ້າ ຍີ່ງໜັກເພາະສາມາດ ບັນດານໃຫ້ຜູ້ອື່ນ ປະພຶດປະຕິບັດ ໄດ້ບັນລຸອິດ ທິພິນິຫານຕ່າງໆ ກຳລັງປາຣົບເຣື່ອງ ພຣະກະປິຣັດເຖຣະຢູ່ ສົມເດັດພຣະຜູ້ມີພາກເຈົ້າ ສະເດັດມາປະທັບ ເໜືອອາດສະໜາ ຊົງດໍາຣັດຕັດຖາມ ຊາບເຣື່ອງແລ້ວ ຈິ່ງຕັດ ພຣະສັດທຳມະເທດເທສນາວ່າ “ພິກຂະເວ” ດູກ່ອນພິກຂຸທັງ ຫຼາຍ.
“ອະຕິເຕ ກາເລ” ໃນອະດີດຕະການ ຄັ້ງສາສນາ ພຣະກຸກກຸສັນໂທສຳ ມາ ສຳພຸດທະເຈົ້າ ພຣະກະປິລັດເຖຣະ ເກີດໃນຕະກູນຄົນເຂັນໃຈ ມີອາຊີບໃນທາງຮັບຈ້າງ ພໍລ້ຽງອັດຕະພາບ ໃຫ້ໄປໃນວັນໜື່ງ ໄດ້ທາງໂຄຈອນບິນທະ ບາດຂອງພຣະພິກຂຸສົງ ມີເປືອກຕົມເປື້ອນເປີະ ຈິ່ງນຳເອົາຊັບຂອງຕົນທີ່ໄດ້ ຮິບໂຮມໄວ້ ພຽງເລັກນ້ອຍນັ້ນ ມາສ້າງຂົວສະພານ ຖວາຍໃຫ້ເປັນທານ ແກ່ ພຣະຜູ້ເປັນເຈົ້າ ໃຫ້ເດີນໄຕ່ທຽວໄປມາ ໄດ້ສະດວກ ດ້ວຍຄວາມ ປິຕິຍີນດີຍິ່ງໜັກ “ກາລັງ ກັດຕະວາ” ຄັນບູຣຸດເຂັນໃຈນັ້ນ ໃກ້ມາເຖິງແກ່ຄວາມຕາຍ ກໍ່ເກີດອັດສະຈັນນິມິດ ເປັນມະຫາມຸງຄຸນ ຄືເຫັນຂົວສະພານເງິນ ຂົວສະພານທອງລອຍລົງມາ ແຕ່ເທວະໂລກ ຈະມາຮັບເອົາບູຣຸດເຂັນໃຈນັ້ນ ໃຫ້ຂື້ນໄປສູ່ສະຫວັນ ບູຣຸດເຂັນໃຈຈິ່ງເວົ້າວ່າ ບັດດຽວຈິ່ງຂື້ນໄປ ຄຳທີ່ກ່າວນັ້ນ ກໍ່ປາກົດແກ່ຄົນທັງຫຼາຍ.
ຢູ່ມາປະມານສັກຄູ້ໜຶ່ງ ກໍເຖິງອະນິດຈະກຳ ທຳລາຍຂັນ ຂະນະນັ້ນ ສຽງຕຸລິຍາມົນຕີກໍ່ດັງ ສະນັ່ນຫວັ່ນໄຫວທົ່ວເວຫາ ປະຊາຊົນຊາວບ້ານ ກໍ່ໄດ້ຍິນສຽງທິບມົນຕີ ອັນເທພານີລະມິດ ໃຫ້ເກີດມີທຸກຖ້ວນໜ້າ ສ່ວນບູຣຸດເຂັນໃຈນັ້ນ ຄັນທຳລາຍຂັນແລ້ວ ກໍ່ໄປບັງເກີດບົນສະຫວັນ ຊັ້ນຕາວະຕິງສາ ສະ ເຫວີຍທິບສົມບັດ ອັນມະໂຫລານ ປະກອບໄປດ້ວຍແກ້ວ 7 ປະການ ຕະຫຼອດ ຈົນມາເຖິງ ສາສນາຂອງພຣະຕະຖາຄົດນີ້ ເທພຣະບຸດອົງນີ້ ຈິ່ງຈຸຕິຈາກວິ ມານຜາສາດ ລົງມາເກີດເປັນມະນຸດ ອອກບວດໃນພຸດທະສາສນາ ບຳເພັນ ພຽນໄດ້ສຳເລັດ ພຣະອະຣະຫັນຕະຜົນ ປະກອບໄປດ້ວຍວິຊາ ແລະ ອະພິນ ຍາ ຈິ່ງດົນບັນດານນ້ຳໃນ ມະຫາສະໝຸດແຂງກະດ້າງ ເໝືອນກັບພື້ນປະຖະພີ ດ້ວຍຜະລະອານິສົງ ທີ່ໄດ້ສ້າງຂົວສະພານ ແຕ່ຄັ້ງສາສນາຂອງ ພຣະກຸກກຸສັນໂທ ສຳມາສຳພຸດທະເຈົ້ານັ້ນ ມາສະແດງວິບາກຜົນ ໃຫ້ຜາກົດແກ່ທ່ານ ພຣະມະຫາກະປິລັດເຖຣະນີ້ແລ.
ສາທຸຊົນ ພຸດທະບໍລິສັດທັງຫຼາຍ ທີ່ມີຈິດປະສັນນະການ ເຫຼື້ອມໃສໃນບຸນກຸສົນ ຈະຣິຍາສຳມາ ປະຕິບັດຂອງຕົນ ບັນດາທ່ານທີ່ໄດ້ ສະດັບຮັບຟັງ ພຣະທຳມະເທສນາ ຜະລະອານິສົງ ສ້າງຂົວສະພານນີ້ ແມ່ນຍັງບໍ່ໄດ້ພົ້ນຈາກ ວັດ ຕະສົງສານ ວົນວຽນຢູ່ຕາບໃດ ກໍ່ມີສຸຄະຕິເປັນທີ່ໄປເບື້ອງໜ້າ ດັ່ງພຣະມະຫາກະປິລັດເຖຣະ ເປັນນິທັດສະນາອຸທາຫອນ ໄດ້ເທສນາໃນເລື້ອງ ສ້າງຂົວສະ ພານ ໃຫ້ເປັນທານ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.
ສະຫຼອງ ປູກຕົ້ນໂພສີ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ວິປັດສິດສະ ພະຄະວະໂຕ ກະຕະຍາທິກາໂຣ ອາຍັດສະມະໂຕ ປຸຖິຍະທາຍະກະເຖໂຣ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ແຫ່ງການຊຳລະປັດກວາດ ທຳຄວາມສະອາດ ໃນໃຕ້ຮົ່ມໄມ້ສີມະຫາໂພດ ແລ້ວນຳເອົາຊາຍໄປໂຮຍລົງ ກະທຳໃຫ້ເປັນພຣະແທ່ນ ທີ່ປະທັບບູຊາແກ່ ພຣະພຸດທະເຈົ້າ ຍ່ອມເປັນສິຣິມຸງຄຸນຄື ມິ່ງຂວັນເປັນທີ່ນຳມາແຫ່ງ ໂພຄະຊັບທັງຫຼາຍທີ່ເປັນໂລກິຍະ ແລະ ໂລກຸດຕະລະຄື ມະນຸດສົມ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ອັນເປັນຍອດແຫ່ງ ຄວາມປາຖນາຂອງ ສາທຸຊົນພຸດທະບໍລິສັດທັງຫຼາຍ ນໍຣະຍິງຊາຍຜູ້ມຸ້ງຫວັງ ໃນສົມບັດທັງ 3 ປະການນີ້.
ຈົ່ງຈົດຈຳນຳໄປປະພຶດ ປະຕິບັດຕາມ ຄຳສັ່ງສອນຂອງ ພຣະພຸດທະໂອ ວາດ ທີ່ໄດ້ຕັດເທສນາ ຍົກຍ້ອງຜາລະອານິສົງສາຜົນ ປະກາດໃຫ້ປາກົດ ແກ່ນໍຣະຍິງຊາຍທັງຫຼາຍວ່າ “ໂຍປຸກຄະໂລ” ອັນວ່າບຸກຄະລະຜູ້ໃດ ມີຈິດໃຈໃສສັດທາ ມາປູກຕົ້ນສີມະຫາໂພດກໍ່ດີ ໄດ້ເອົາຊາຍມາໂຮຍລົງ ກະທຳໃຫ້ຮາບ ພຽງກໍ່ດີ ແລະ ໄດ້ປັດກວາດ ໄດ້ຖາກຖາງຫຍ້າເຄືອ ເຖົາວັນອອກຈາກ ຄ່ວງພຣະສີມະຫາໂພດກໍ່ດີ “ໂສ ປຸກຄະໂລ” ອັນວ່າບຸກຄະລະ ຜູ້ນັ້ນຍ່ອມ ໄດ້ສະເຫວີຍ ຜາລະອານິສົງມາກໜັກ ເມື່ອຍັງທ່ອງທ່ຽວຢູ່ໃນ ວັດຕະສົງສານ ຍ່ອມຖືເອົາກຳເນີດ ທີ່ດີໃນສຸຄະຕິພົບ ເພາະອານິສົງແຫ່ງ ການປະຕິບັດ ຕົ້ນສີມະຫາໂພ ອັນເປັນປູຊະນິຍະສະຖານ ຄອບງຳເສຍ ເຊິ່ງອະບາຍພູມທັງ 4 ຄື: ນາຣົກ-ເຜດ-ອະສຸລະກາຍ ແລະ ສັດເດຍລະສານ.
ມີເລື້ອງແຫ່ງບຸບພະກຳ ຂອງພຣະຜູ້ເປັນເຈົ້າ ປຸຕະຖິນະທາຍະກັດເຖຣະ ທີ່ຍົກໄວ້ເປັນຫົວບົດເທສນາ ໃນເບື້ອງຕົ້ນນັ້ນວ່າ ພຣະປຸຕະຖິນະທາຍະກັດ ເຖຣະນີ້ ບວດໃນສາສນາຂອງ ພຣະໂຄດົມບໍຣົມສາສດາຂອງເຮົາ ໄດ້ບຳເພັນ ພຽນວິປັດສະນາ ຈົນສຳເລັດ ເປັນພຣະອາຣະຫັນ ປະກອບໄປດ້ວຍອະພິນຍາ 6 ຊ່ຽວຊານມາກ ເມື່ອພຣະຜູ້ເປັນເຈົ້າໄດ້ ບັນລຸພຣະອະຣະຫັນ ສໍາເລັດແລ້ວ ວັນໜຶ່ງນັ່ງໃນທີ່ສະຫງັດງຽບ “ອັດຕະໂນ ປຸບພະກຳມັງ ອະນຸດສະຣິດຕະວາ” ພຣະຜູ້ເປັນເຈົ້າ ກໍລະນຶກເຖິງບຸບພະກຳ ເຫດທີ່ໃຫ້ບັນລຸເຖິງ ພຣະອະຣະຫັນ ຕະຜົນ ເພາະກຸສົນຜົນກຳ ອັນໃດທີ່ຕົນໄດ້ກະທຳ ໄວ້ແລ້ວໃນປາງກ່ອນ ຈິ່ງໄດ້ສະເຫວີຍວິມຸດຕິສຸກ ເຖິງພຽງນີ້.
ພຣະຜູ້ເປັນເຈົ້າ ກໍ່ຊາບຊັດເຊິ່ງບຸບພະກຳ ເຫຼົ່ານັ້ນໂດຍແຈ່ມແຈ້ງ ດ້ວຍທິບພະຈັກຂຸຍານ ຄັນຊາບແລ້ວ ກໍ່ມີໃຈປະສົງ ເພື່ອຈະສະແດງ ເຊິ່ງບຸບພະ ກຳຂອງຕົນ ເພື່ອຈະໃຫ້ເປັນປະໂຫຍດ ແກ່ພຸດທະບໍລິສັດທັງຫຼາຍ ຕໍ່ໄປພາຍພາກຂ້າງໜ້າ ຈິ່ງລຸກຈາກອາສະນາ ແລ້ວເຂົ້າໄປສູ່ສຳນັກ ບໍລິສັດທັງ 4 ເພື່ອຈະສະແດງ ເຊິ່ງບຸບພະກຳຂອງຕົນ ກ່າວເຖິງພຣະຄາຖາວ່າ “ວິປັດສິດສະ ພະຄະວະໂຕ” ດັ່ງນີ້ເປັນເຄົ້າ ແປຄວາມວ່າ ດູກ່ອນພຸດທະບໍລິສັດທັງຫຼາຍ ເມື່ອສາສນາຂອງ ພຣະສຳມາສຳພຸດທະເຈົ້າ ພຣະນາມວ່າວິປັດສິ ອາຕະມາໄດ້ຖືເອົາກຳເນີດ ແຫ່ງບູຣຸດຜູ້ໜຶ່ງ ມີຈິດເຫຼື້ອມໃສໃນ ພຣະສາສນາ ໃນວັນໜຶ່ງ ອອກຈາກບ້ານໄປສູ່ອາຣາມ ໄດ້ທັດສະນະເຫັນ ຄ່ວງພຣະສີມະຫາໂພເສົ້າ ໝອງດ້ວຍຫຍ້າ ແລະ ໃບໄມ້ ໄດ້ຊຳລະສະສາງ ເຊິ່ງຫຍ້າ ແລະ ໃບໄມ້ ແລະ ຂົນຊາຍເກົ່າອອກເສຍ “ໂອກິຣິດຕະວາ” ຈິ່ງນຳຊາຍໃໝ່ມາໂຮຍລົງ ກະທຳ ໃຫ້ເປັນແທ່ນ ໃຕ້ໄມ້ພຣະສີມະຫາໂພ ເປັນປະຣິມົນທົນ ກ້ຽງຮາບພຽງ ດູຮຸ່ງ ເຮືອງງາມສະອາດ ແລ້ວປະດັບຕົກແຕ່ງດ້ວຍ ດອກໄມ້ຂອງຫອມ ມີວັນນະຕ່າງໆ ກະທຳແລ້ວດ້ວຍ ຄວາມປິຕິຍິນດີ ລື່ນເລີງບັນເທິງໃຈ ຄັນເຖິງມະຣະນະສະໄໝ ໃກ້ຈະກະທຳກາລະກິຣິຍາຕາຍ.
“ອະນຸດສະຣິດຕະວາ” ກໍ່ຣະນຶກເຖິງກຸສົນ ຜົນບຸນທີ່ຕົນໄດ້ກໍ່ສ້າງ ແທ່ນ ພຣະສີມະຫາໂພນັ້ນໄດ້ ຄັນຈຸຕິຕາຍຈາກ ອັດຕະພາບນັ້ນແລ້ວ ກໍ່ໄດ້ໄປອຸບັດເກີດໃນຊັ້ນຕຸສິດ ສະເຫວີຍທິບພະວິມານ ຜາສາດທອງສູງເຖິງຮ້ອຍໂຍດ ມີໝູ່ນາງອັບປະສອນ ແວດລ້ອມເປັນຍົດບໍລິວານ ຮຸ່ງເຮືອງງາມດວ້ຍ ທິບພະຣັດຕະນະ ປຽບປານດັ່ງວິມານຜາສາດ ຂອງທ້າວສັກກະເທວະຣາດ ເທບພະບຸດອົງນັ້ນ ຄັນເຄື່ອນຈາກເທວະໂລກແລ້ວ ມາບັງເກີດໃນມະນຸດສະໂລກ ໄດ້ເປັນພຣະເຈົ້າຈັກກະພັດຕິຣາດ ເປັນໃຫ່ຍໃນທະວີບທັງ 4 ປະກອບໄປດ້ວຍ ຣັດຕະນະທັງ 7 ປະການ.
ພຣະເຈົ້າຈັກກະພັດຕິຣາດອົງນີ້ ທ່ອງທ່ຽວຢູ່ໃນ ວັດຕະສົງສານໄປໆມາໆ ຄັນຈຸຕິຈາກ ມະນຸດສະໂລກແລ້ວ ກໍ່ໄດ້ນຳຕົນໄປບັງເກີດ ໃນເທວະໂລກສະ ຫວັນ ໄດ້ເປັນໃຫ່ຍກວ່າເທວະດາທັງຫຼາຍ ຄັນທຳລາຍຂັນແລ້ວ ກໍ່ໄດ້ເກີດເປັນພຣະເຈົ້າ ຈັກກະພັດຕິຣາດອີກ ແລະ ບາງຄາວກໍ່ໄດ້ເປັນ ພຣະຍາປະເທດສະຣາດ ມີອານາເຂດອັນ ກວ້າງຂວາງຍິ່ງໜັກ ມີຄວາມເປັນຢູ່ ໂດຍນິຍົມດັ່ງນີ້ ນັບຕັ້ງແຕ່ສາສນາຂອງ ພຣະວິປັດສິບໍຣົມມະຄູ ເປັນລຳດັບມາ ຈົນເຖິງສາສນາແຫ່ງ ພຣະສະມະນະໂຄດົມ ອາຕະມາຈິ່ງມາອຸບັດເກີດຂື້ນ ໃນຕະກູນອັນມັ່ງຄັ້ງ ດ້ວຍຍົດສັກສົມບັດບໍລິວານ ຄັນຈະເລີນໄວຂື້ນມາ ໄດ້ອອກບວດ ຈະເຣີນວິປັດສະນາ ບໍ່ຊ້ານານ ກໍ່ໄດ້ບັນລຸພຣະອະຣະຫັນ ເພາະບຸນກຸສົນ ທີ່ໄດ້ປູກຕົ້ນໂພສີ ກໍ່ພຣະແທ່ນສີມະຫາໂພນັ້ນ.
ເປັນປະຖົມເທດເບື້ອງຕົ້ນ ເມື່ອຈົບພຣະສັດທຳມະເທສນາລົງ ພວກພຸດທະບໍຣິສັດທັງຫຼາຍ ຍິນດີໃນທຳມະຄາຖາ ພາສິດເປັນອັນມາກ ທ່ານສາທຸຊົນ ພຸດທະບໍລິສັດທັງຫຼາຍ ຈົ່ງພິຈາລະນາ ເບິ່ງແບບຢ່າງຂອງ ພຣະປຸຕະຖິນະທາຍະກັດເຖຣະເຈົ້າ ແລ້ວຈົ່ງເປັນຜູ້ບໍ່ປະໝາດ ໃນກອງການກຸສົນ ທີ່ຕົນໄດ້ກະທຳໄວ້ ກໍຄົງຈະປະສົບວິບາກຜົນ ທີ່ທ່ານປະພຶດດີແລ້ວນັ້ນ ຢ່າງແນ່ນອນບໍ່ຕ້ອງສົງໃສ ນິດຖິຕາ ກໍໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ຫໍແຈກ ສາລາໂຮງທໍາ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ອິມິນາ ສຸຣຸຈິຣັງ ໂສ ອັນພັນເຕ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຳພະທຸລາ ພິກຂາເວ ທຳມະສາຂາ ກັດສະ ອະນາຖະ ບີນດິກະພຸດທະມາຍິ ໂກ ປັກກະຕິ ນະກະເຖສິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການ ກໍ່ສ້າງຫໍແຈກໂຮງທໍາ ໃຫ້ເປັນທີ່ພັກພາອາໄສ ແກ່ພຣະພິກຂຸສາມະເນນ ແລະ ນໍລະຍິງຊາຍທັງຫຼາຍ ຊ່ວຍກັນອຸດໜູນຄ້ຳຈູນ ພຣະພຸດທະ ສາສນາໃຫ້ຖາວອນ ໝັ້ນຄົງ ດ້ວຍສັດທາ ອັນແຮງກ້າຕໍ່ກອງກຸສົນ.
ບັດນີ້ການ ກໍສ້າງກໍສໍາເລັດລົງແລ້ວ ໂດຍບໍຣິບູນແຕ່ພຽງເທົ່ານີ້ ກໍເປັນມະຫາກຸສົນ ອັນໃຫຍ່ໄພສານ ນັບວ່າເປັນໂອກາດທີ່ດີ ຈະໄດ້ບໍາເພັນຈາຄະສະລະ ຄວາມຂີ້ຖີ່ໜ້ຽວແໜ້ນ ອັນເປັນຕົວ ມັດສະຣິຍະ ຫວງແຫນຊັບສົມບັດໄວ້ ບໍ່ເພືອແຜ່ແກ່ຜູ້ອື່ນ ແລະ ຕົນເອງ ຈະບໍຣິໂພກບໍາຣຸງ ຮ່າງກາຍກໍ່ຄິດແລ້ວຄິດອີກ ນີ້ເປັນການປາບປາມ ຫຼື ບັນເທົາຄວາມຂີ້ຖີ່ ຫວງແຫນ.
ອີກປະການໜື່ງ ທ່ານທານາທິບໍດີທັງຫຼາຍ ມາກໍ່ສ້າງບຸນກຸສົນໃນຄາວນີ້ ຈິ່ງເປັນຜູ້ອາດຫານ ຢຶດໜ່ວງເອົາກອງການກຸສົນ ເປັນທີ່ເພິ່ງອາໄສຂອງຕົນ ແມ່ນຊັບຈະເສຍໄປເປັນຕະລາຍ ດ້ວຍການກະທຳບຸນ ກຸສົນກໍບໍ່ເສຍໃຈ ເປັນຜູ້ທີ່ມີຄວາມເຫັນຖືກຕ້ອງ ຕາມປະເພນີ ທີ່ພຸດທະບັນດິດໄດ້ກະທໍາ ມາແລ້ວ ເພາະວ່າຊັບສົມບັດ ແລະ ຮ່າງກາຍນີ້ ມີການແຕກດັບໄປ ບໍ່ຄົງທົນຖາວອນ ມີອຸປະມາເໝືອນ ເຮືອນໄຟໄໝ້ ບຸກຄົນທີ່ເປັນເຈົ້າຂອງເຮືອນ ຂົນພາຊະນະເຄື່ອງໃຊ້ສອຍ ອອກເສຍໄດ້ແລ້ວ ຂອງນັ້ນກໍ່ຈະເປັນປະໂຫຍດ ໄດ້ໃຊ້ສອຍຕ່ໍໄປພາຍໜ້າ ສິ່ງຂອງທີ່ບໍ່ໄດ້ຂົນອອກນັ້ນ ກໍ່ເປັນເຊື້ອເພີງ ຍ້ອຍຍັບສູນຫາຍໄປ ບໍ່ເປັນປະໂຫຍດອັນໃດເລີຍ.
“ເອວະມາທິເຖ ໂລເກ ຊະຣາຍະ ມະຣະເນນະຈະ” ເມື່ອໂລກຄືເບັນຈະຂັນ ອັນເປັນຊະຣາ ແລະ ມະຣະນະເຜົາຜານແລ້ວຢ່າງນີ້ “ນິຫະເຣຖະ” ເພິ່ງນໍາອອກດ້ວຍ ຄວາມສາມາດ ບໍຣິຈາກແກ່ຍາຈົກ ວະນິຈົກຄົນອະນາຖາ ແລະ ສະມະນະພາມສະໄໝ “ທີນນັງ ໂຫຕຸ ສຸນິບພຸຕັງ” ສັບພຣະສິ່ງ ພັດສະດຸ ທີ່ໄດ້ບໍຣິຈາກແລ້ວນັ້ນ ເປັນອັນນໍາອອກໄປດ້ວຍດີ ຈະມີຜົນຕໍ່ໄປພາຍໜ້າ ສ່ວນຂອງທີ່ເກັບໄວ້ບໍ່ໄດ້ ບໍຣິຈາກທານກໍ່ເໜືອນ ຂອງອັນສູນເສຍໄປ ໃນໄຟນັ້ນລ້າໆ ບໍ່ມີຄຸນອັນໃດແກ່ຕົນ ສະນັ້ນ ເພາະສາທາຣະນະ ທົ່ວໄປດ້ວຍ ອໍານາດໄພຕ່າງໆ “ອະເຖພັນເຕນະ ສະຫາຕິ ສະຣິຣັງສາ ປະຣິກຄະຫັງ” ເມື່ອມະນະໄພນີ້ມາເຖີງ ສະຣິຣະຮ່າງກາຍ ກັບທັງພັດສະດຸ ໂພຄະຊັບ ກໍ່ຍ່ອມລະຖີ້ມ ບໍ່ມີອັນໃດຈະຕິດຕາມໄປຍັງ ປະລະໂລກນັ້ນໄດ້.
ເພາະສະນັ້ນ ນັ້ນທ່ານທາຍົກທາຍິກາ ທັງຫຼາຍ ເພີ່ງຜ່ອນຜັນບໍຣິຈາກທານ ແລະ ບໍຣິໂພກໃຊ້ສອຍຕາມສົມຄວນ ແກ່ໂພຄະສັບຂອງຕົນ ຢ່າໃຫ້ເກີດຄວາມ ວິປະຕິສານເດືອດຮ້ອນ ຕໍ່ການພາຍຫຼັງ ໃຫ້ຮິບກະທຳເຖີ້ນ ເຊິ່ງບຸນຄືຄວາມດີ ທັງຫຼາຍອັນເປັນ ເຄື່ອງຊໍາລະສັນດານ ຈິດໃຈໃຫ້ຜ່ອງໃສ ທັງເປັນປັດໃຈໃຫ້ແກ່ຕົນ ນໍາໄປສູ່ ປະຣະໂລກເບື້ອງໜ້າໄດ້ ເໝືອນດັ່ງພຣະຄາ ຖາ ທີ່ພຣະພຸດທະເຈົ້າ ຕັດເທສນາໄວ້ວ່າ “ປຸນຍາມີ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປານິນັງ” ບຸນຍ່ອມເປັນ ທີ່ເພີ່ງຂອງສັດທັງຫຼາຍ ໃນປະຣະໂລກຂ້າງໜ້າດັ່ງນີ້ ບຸນນີ້ຄວນສ້າງຢ່າໄດ້ປະຣະ ເພາະວ່າເປັນ ຂຸມຊັບນໍາສູ່ແດນສະຫວັນ ຄືຄວາມສຸກອັນແທ້ງຈິ່ງ.
ດັ່ງນີ້ ຊີ້ສ່ອງທາງ ໃຫ້ເຫັນເປັນຕົວຢ່າງ ດັ່ງພຸດທະພາສິດ ທີ່ຕັດໄວ້ແກ່ ພິກຂຸທັງລາຍວ່າ “ພິກຂະເວ ປຸນຍານັງ ພາຍິດຖະ” ດູກ່ອນພິກຂຸທັງຫຼາຍ ຄໍາວ່າບຸນໆນີ້ ເປັນຊື່ຂອງຄວາມສຸກ ທີ່ເກີດໃນກາຍ ແລະ ຈິດໃຈ ອັນຄວາມສຸກນີ້ ສັດທັງຫຼາຍປາຖນາ ຣັກໃຄ່ບໍ່ເລືອກວ່າຜູ້ໃດເລີຍ ລ້ວນແຕ່ສະແຫວງຫາ ຄວາມສຸກດ້ວຍກັນທັງສີ້ນ ຖ້າວ່າບຸນເປັນທືນ ທີ່ໃຫ້ພົບຄືຄວາມສຸກ ສົມບັດແລ້ວ ບໍ່ຄວນທີ່ຈະປະມາດ ໝັ່ນບໍາເພັນບຸນໄວ້ ໃຫ້ມາກໆ ໃນຈິດໃຈສັນດານ ຂອງຕົນຢ່າງເນື່ອງນິດ ສົມບັດເປັນອັນທິບ ກໍ່ຈະຜຸດຂື້ນລໍຄອຍ ຢູ່ໃນສຸຄະຕິໂລກ ສະຫວັນ ດັ່ງພຣະຄາຖາທີ່ຕັດໄວ້ ໃນເບື້ອງຕົ້ນນັ້ນວ່າ “ອິມານິ ສຸຣຸຈິຣັງ” ດັ່ງນີ້ເປັນເຄົ້າ ແປເປັນເນື້ອໃນ ໃຈຄວາມວ່າ ໃນການຄັ້ງນັ້ນ ພຣະບໍຣົມສາສດາ ຂອງເຮົາທັງຫຼາຍ ໄດ້ສະເດັດປະທັບຢູ່ ໃນປ່າເຊຕະວັນ ອັນເປັນຣາມຂອງ ນາຍອະນາຖະບິນດິກະ ມະຫາເສດຖີ ສ້າງຖວາຍແກ່ ພຣະພຸດທະເຈົ້າ ແລະ ພຣະສາວົກທັງຫຼາຍ ຢູ່ມາໃນວັນໜຶ່ງ ພຣະສາວົກທັງຫຼາຍ ກໍ່ສົນທະນາເຊິ່ງກັນ ແລະ ກັນວ່າ ນາຍອະນາຖະຜູ້ນີ້ ກໍ່ມີສັດທາສ້າງ ວັດວາອາຣາມທັງຫຼາຍ ຖວາຍເປັນທານແກ່ ພຣະພຸດທະເຈົ້າ ກັບທັງເປັນຜູ້ລ້ຽງດູ ຄຸ້ມຄອງຮັກສາ ພຣະສາສດາຈານເຈົ້າ ກໍ່ຈະເປັນປະໂຫຍດ ຢ່າງໃດໜໍ?
ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ໄດ້ຊົງທັດສະນະການເຫັນ ຊາວເຈົ້າພິກຂຸ ໂຈດທະນາຖາມກັນ ດັ່ງນັ້ນແລ້ວ ພຣະອົງກໍ່ສະ ເດັດເຂົ້າມາ ສູ່ສຳນັກຂອງພິກຂຸສົງ ແລ້ວກໍຖາມວ່າ ພວກທ່ານທັງຫຼາຍ ໂຈດທະນາໄຕ່ຖາມກັນ ໃນເລື່ອງອັນໃດ? ຊາວເຈົ້າພິກຂຸທັງຫຼາຍ ມີພຣະອານົນເຖ ຣະ ຈິ່ງກາບທູນຖວາຍ ພຣະອົງວ່າ ພວກຂ້າພຣະອົງທັງຫຼາຍ ໂຈດທະນາຖາມກັນເຖິງ ເລື້ອງນາຍອະນາຖະບິນດິກະ ມະຫາເສດຖີ ໄດ້ກໍ່ສ້າງອາຣາມ ຖວາຍພຣະພຸດທະເຈົ້າ ຈະເປັນປະໂຫຍດ ແລະ ໄດ້ຜະລາອານິສົງ ແກ່ທ່ານຢ່າງໃດ? ພຣະພຸດທະເຈົ້າຂ້າ ພວກຂ້າພຣະອົງ ໄດ້ໂຈດທະນາຖາມກັນດັ່ງນີ້.
ໃນກາລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າ ຈິ່ງຕັດພຣະສັດທຳມະເທສນາ ແກ່ພຣະພິກຂຸສົງ ອັນມີພຣະອານົນເຖຣະ ເປັນປະທານ ພຣະອົງຈິ່ງຍົກເອົາເລື້ອງ ພຣະຍາສຸທັດສະຣາຊາ ຈັກພັດຕິຣາດ ມາສະແດງເປັນຕົວຢ່າງ ຄືໃນກາລະຄັ້ງນັ້ນ ມີພຣະສຸທັດ ກໍ່ໄດ້ສະເຫວີຍຣາຊະສົມບັດ ເປັນເຈົ້າກະສັດ ໃນເມືອງສຸທັດນະຄອນ ໃນຄັ້ງສາສນາຂອງ ພຣະພຸດທະເຈົ້າ ປິຍະທັດສິ ພຣະອົງກໍໄດ້ບັງເກີດເປັນ ບຸດຂອງພຣະຍາອົງໜຶ່ງ ຊື່ວ່າ ພຣະຍາສຸທັດຣາຊາ ຄັນຈະເລີນໄວຂື້ນມາ ເຮົາກໍ່ໄດ້ສ້າງອາຣາມ ໃຫ້ເປັນທານແກ່ ພຣະພຸດທະເຈົ້າ ປິຍະທັດສິ ແລ້ວກໍ່ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າ ໄດ້ເປັນ ພຣະພຸດທະເຈົ້າອົງໜຶ່ງເຖີ້ນ.
ເມື່ອຈຸຕິຈາກຊາດ ເປັນພະຍານັ້ນແລ້ວ ກໍ່ໄດ້ໄປບັງເກີດ ໃນສະຫວັນຊັ້ນຕຸສິດາ ໄດ້ສະເຫວີຍສົມບັດ ມີນາງຟ້າເທພະອັບພະສອນ ກັນລະຍາແສນໜຶ່ງ ເປັນບໍລິວານ ມີຜາສາດຄຳສູງໄດ້ 44 ໂຍດ ມີອາ ຍຸຍືນນານໄດ້ພັນປີທິບ ຄັນຈຸຕິຈາກຊັ້ນຕຸສີດານັ້ນ ກໍ່ໄດ້ມາບັງເກີດເປັນບຸດ ພຣະຍາກາວິຕະກະສັດ ໃນເມືອງເສຖະນະຕອນທີ່ນັ້ນ ຊື່ວ່າ ຣາມະວັດຕິກຸມມານ ຄັນຈະເລີນໄວໃຫ່ຍຂື້ນມາ ກໍ່ໄດ້ດາບກາຍະສິດແກ້ວ ວະຊິຣາເພັດ ຊ້າງແກ້ວ ມ້າແກ້ວ ງົວແກ້ວ ຄວາຍແກ້ວ ຜາສາດແກ້ວ ກໍ່ເກີດຂື້ນດ້ວຍບຸນຍະຣາສີ ທີ່ໄດ້ກໍ່ສ້າງ ຫໍແຈກ ອາຣາມ ໃຫ້ເປັນທານນັ້ນແລ ຄັນທົວລະໄວໄປມາ ກໍ່ໄດ້ມາອຸປັດບັງເກີດ ເປັນອົງຕະຖາຄົດ ໃນກາລະບັດນີ້ແລ.
ເມື່ອພຣະບໍຣົມສາສະດາ ໄດ້ສະແດງ ພຣະສັດທຳມະເທສນາ ຈົບລົງ ໝູ່ ພຣະພິກຂຸສົງທັງຫຼາຍ ກໍ່ໄດ້ສຳເລັດຊັ້ນໂສດາ ສັກຄິທາອະນາຄາ ແລະ ອະ ຣະຫັນຕະປະຕິສຳພິທາຍານ ແລ້ວແຕ່ອຸປະນິດໃສຂອງ ໃຜຈະແກ່ກ້າ ສະນັ້ນ ຂໍແກ່ເຫຼົ່າສາທຸຊົນ ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ໄຕ່ເຕົ້າເຂົ້າມາຟັງ ຍັງພຣະສັດທຳມະເທສນາ ຮູ້ແຈ້ງໃນຜະລະ ອານິສົງແລ້ວ ຈົ່ງພາກັນລື່ນເລີງ ບັນເທິງໃຈໃນການກຸສົນຄັ້ງນີ້ ຈົ່ງປະນິທານ ຄວາມປາຖນາເອົາ ຊັບສົມບັດອັນໃດໆ ກໍຄົງຈະໄດ້ສຳເລັດມະໂນລົດ ຄວາມປາຖນາຂອງຕົນ ໂສດຖິຜົນທຸກປະການ ບໍ່ຕ້ອງສົງໃດເລີຍ ນິດຖິຕາ ກໍຈົບລົງພຽງເທົ່ານິ້ແລ.
ສະຫຼອງ ຫໍທຳມາດ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ເອກັດສະມິງ ກິຣະ ສະມະເຍ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຸທະສັງ ວັດຊະມັນເຍສັງ ອັດຕະໂນ ອຸປະນິດສາຍະ ເມນດະກະ ເສດຖິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການກໍ່ສ້າງ ຫໍທຳມາດ ໃຫ້ແກ່ທ່ານທາຍົກ ທາຍິກາ ຜູ້ມີເຈດຕະນາ ສັດທາພ້ອມພຽງກັນ ສ້າງໃຫ້ເປັນທີ່ນັ່ງ ເທສນາຂອງພຣະພິກຂຸ ສາມະເນນນັ້ນ ກໍນັບວ່າເປັນຍອດ ຜະລະອານິສົງ ຢ່າງລົ້ນພົ້ນປະມານ ທ່ານທັງຫຼາຍຈະໄດ້ຜົນ ທັງໃນພົບນີ້ ແລະ ພົບໜ້າ ຜົນທີ່ຈະໄດ້ໃນພົບນີ້ຄື ມີຜູ້ນັບໜ້າຖືຕາ ກ່າວຍົກຍ້ອງສັນລະເສີນ ບໍ່ເປັນທີ່ລັງກຽດຂອງບຸກຄົນໃດໆ ເປັນຜູ້ມມີມິດສະຫາຍມາກ ກິດຕິສັບ ຄວາມສັນລະເສີນ ລືກະສ່ອນໄປທົ່ວ ທິສານຸທິດ ເປັນຜູ້ບໍ່ເກງກົວ ຕໍ່ອຳນາດຜູ້ໃດ ຜົນທີ່ຈະໄດ້ໃນພົບໜ້າ ຄັນສິ້ນຊີບໄປແລ້ວ ກໍຈະໄດ້ອຸບັດຂຶ້ນບົນສະຫວັນ.
ດັ່ງພຸດທະພົດຄາຖາ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ເອກັດສະມິງ ກິຣະ ສະມະເຍ ສັດຖາ ເຊຕະວະເນ” ດັ່ງນີ້ເປັນເຄົ້າ ໃນສະໄໝໜຶ່ງ ອົງສົມເດັດ ພຣະສາດສະດາຂອງເຮົາ ສະເດັດປະທັບຢູ່ໃນ ພຣະເຊຕະວັນມະຫາວິຫານ ຟັງພ້ອມໄປດ້ວຍ ພຣະສາວົກທັງຫຼາຍ ໃນກາລະຄັ້ງນັ້ນ ຍັງມີເມນດະກະເສດ ຖີ ໃຫ້ເປັນອຸບັດເຫດ ເພາະເສດຖີນັ້ນ ມີຮູບແພະທອງຄຳ ອັນມີຣິດທານຸພາບມາກ ພຣະພິກຂຸສົງ ຈິ່ງໄດ້ໂຈດທະນາຖາມກັນ ຢູ່ໃນຄັນທະກຸດີ.
ໃນກາລະຄັັ້ງນັ້ນ ອົງສົມເດັດ ພຣະບໍຣົມສາສດາຈານ ຈິ່ງຕັດ ພຣະທຳ ມະເທສນາ ຍົກເປັນ ພຸດທະວະຈະນະຄາຖາວ່າ “ສຸທະສັງ ວັດຊະມັນເຍສັງ ອັດຕະໂນ ປະນັນຕິ ປັນຈະ ຄັນທະລັງ ອະນຸມານັງ ອະມາສິ” ດັ່ງນີ້ເປັນເຄົ້າ “ພິກຈະເວ” ດູກ່ອນພິກຂຸທັງຫຼາຍ ໃນກາລະຄັ້ງໜຶ່ງ ມີເມນດະກະເສດຖີ ແຕ່ໃນກາລະຄັ້ງກ່ອນນັ້ນ ທ່ານໄດ້ເກີດມາໃນ ສາສນາຂອງ ພຣະພຸດທະເຈົ້າ ຊົງ ພຣະນາມວ່າ ວິປັດສິ ມີນາມວ່າ ອິນທະເສດຖີ ທ່ານກໍມີຈິດສັດທາ ເຫຼື້ອມໃສໃນ ພຣະບໍວອນພຸດທະສາສນາ ໄດສະລະທຶນຊັບ ແລະ ນ້ຳພັກ ນ້ຳແຮງ ອອກກໍ່ສ້າງ ຫໍທຳມາດ ຖວາຍເປັນທານໃຫ້ແກ່ ພຣະພຸດທະເຈົ້າ ວິປັດສິ ເພື່ອນັ່ງສະແດງ ພຣະສັດທຳມະເທສນາ ແລະ ໄດ້ສ້າງຮູບແພະທອງຄຳອີກ 5 ຕົວຮອງເປັນຂັ້ນໃດ ເພື່ອສະເດັດຂຶ້ນເທສນາ ໄດ້ໂດຍສະດວກ ເມື່ອສຳເລັດ ແລ້ວ ທ່ານກໍ່ໄດ້ຖວາຍ ໃຫ້ແກ່ພຣະພຸດທະເຈົ້າ ວິປັດສິ ແລ້ວທ່ານກໍ່ມີ ຄວາມປິຕິຍິນດີ ເອີບອີ່ມໄປດ້ວຍສັດທາ ແລະ ຄວາມເຫຼື້ອໃສ ຈິ່ງໄດ້ໝັ່ນໃຈລົງ ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າໄດ້ ສຳເລັດດ້ວຍຣິດ ແພະທອງ ຄຳ ນີ້ເຖີ້ນ.
ພໍສຳເລັດແລ້ວ ກໍ່ສະເຫວີຍ ອາຍຸຕາມກຳລັງຂອງຕົນ ຄັນໝົດເຂດອາຍຸ ຈາກມະນຸດໂລກນີ້ແລ້ວ ກໍ່ໄດ້ໄປບັງເກີດ ອຸບັດຂື້ນບົນສະຫວັນ ມີວິມານຜາ ສາດທອງ ສູງໄດ້ 10 ໂຍດ ມີນາງຟ້າ ເທບພະອັບປະສອນ ພັນໜຶ່ງເປັນນບໍຣິວານ ມີວິມານຜາສາດນັ້ນ ປະກອບໄປດ້ວຍແກ້ວ 7 ປະການ ອັນຮຸ່ງ ເຮືອງລືຊາ ປາກົດໃນເທວະໂລກນັ້ນ ຊື່ວ່າອິນທະກະເທວະບຸດ ຄັນຈຸດຕິຈາກ ຊັ້ນຕາວະຕິງສາທີ່ນັ້ນ ກໍ່ໄດ້ມາບັງເກີດໃນເມືອງ ພາຣານະສີນະຄອນ ໄດ້ເປັນມະຫາເສດຖີ ມີເຂົ້າຂອງເງິນທອງ ເປັນອັນມາກ ຫາທີ່ຈະນັບຈະປະມານບໍ່ໄດ້.
ຄັນໝົດເຂດອາຍຸຈາກ ຕຳແໜ່ງເປັນເສດຖີນັ້ນແລ້ວ ກໍ່ໄດ້ນຳຕົນມາອຸບັດ ໃນເທວະໂລກ ອັນເປັນເທວະສະຖານ ອັນອຸດົມໄພສານ ຂອງພວກເທພະນິ ກອນທັງຫຼາຍ ເມື່ອໝົດອາໄຂ ໃນເທວະໂລກນັ້ນແລ້ວ ກໍ່ໄດ້ມາອຸບັດເກີດເປັນ ເມນດະກະເສດຖີ ໃນສາສນາ ພຣະພຸດທະເຈົ້າ ຂອງເຮົາຢູ່ດວຽວນີ້ ແລ້ວກໍ່ໄດ້ສະເຫວີຍ ເຊິ່ງໂພຄະຊັບສົມບັດ ມາກມາຍກ່າຍກອງ ຕະຫຼອດທັງຮູບແພະທອງຄຳ ເກີດພ້ອມປະມານທໍ່ຊ້າງ 5 ສອກ ຄັນເມນດະກະກຸມມານ ຈະເລີນໄວຂື້ນໄດ້ອາຍຸ 16 ປີນັ້ນ ແພະທອງຄຳ ກໍ່ຈຶ່ງທຳຣິດເດດ ໃຫ້ເງິນທອງເຂົ້າ ຂອງ ໃນຫ້ອງແພະນັ້ນ ໄຫຼອອກມາເປັນອັນມາກ ເມນດະກະກຸມມານ ກໍ່ໄດ້ສະເຫວີຍ ເຊິ່ງສົມບັດເຂົ້າຂອງເຫຼົ່ານັ້ນ ຈິ່ງມີນາມວ່າ ເມນດະກະເສດຖີນີ້ແລ.
ກໍ່ດ້ວຍຜົນທີ່ທ່ານ ມີເຈດຕະນາດີ ຫຼື ຫວັງດີຕໍ່ເພື່ອນ ຢາກໃຫ້ສາສນາ ຈະ ເລີນຮຸ່ງເຮືອງ ສືບຕໍ່ໄປ ແລະ ຫວັງໃຫ້ເປັນປະໂຫຍດ ແກ່ສາທາຣະນະຊົນ ເອົາເປັນຢ້ຽງຢ່າງ ຈົນຕະຫຼອດມາເຖິງທຸກວັນນີ້ ກໍ່ໄດ້ຮັບຜົນ ອານິສົງຕາມ ຄວາມປາຖນາ ຂອງທ່ານ ດັ່ງພຸດທະບໍຣິສັດທັງຫຼາຍ ໄດ້ສະດັບຮັບຟັງ ມາແລ້ວນັ້ນ ນີ້ແລ ຂໍພວກທ່ານສາທຸຊົນທັງຫຼາຍ ຈົ່ງນຳໄປປະພຶດປະຕິບັດ ເພື່ອເປັນບັນທັດດັດນິໃສຂອງຕົນ ໃຫ້ຕັ້ງຢູ່ໃນຄຸນຂອງ ພຣະຣັດຕະນະໄຕຄື ພຣະພຸດ ພຣະທຳ ແລະ ພຣະສັງຄະເຈົ້າ ເຊື່ອດ້ວຍຄວາມ ເອີບອີ່ມຈິງໆ ຈິ່ງຈະເປັນປະໂຫຍດ ຕະຫຼອດພົບນີ້ ແລະ ພົບໜ້າດັ່ງນີ້.
“ເທສນາ ປະຣິໂຍສະເນ” ໃນເມື່ອແລ້ວ ຣົດສະທຳມະເທສນານີ້ ອາຕະມາພາບຂໍອວຍພອນ ໃຫ້ແກ່ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ມາສາໂມສອນນິບາດຢູ່ທີ່ນີ້ ກວ່າຄືພຣະພຸດ ພຣະທັມ ພຣະສົງ ຈົ່ງມາປະຕິຮັກສາປົກປ້ອງກໍາບັງພວກທ່ານທັງຫຼາຍ ໃຫ້ປະສົບແຕ່ຄວາມສຸກ ຄວາມຈະເລີນ ແລະ ໄດ້ສຳເລັດຄວາມປາຖນາຂອງຕົນ ຕະຫຼອດເຖີງພົບນີ້ ແລະ ພົບໜ້າ.
ເມື່ອຈຸຕິຈາກໂລກນີ້ ຖ້າບໍ່ໄດ້ເກີດຂື້ນໃນຊາດໃດໆ ຂໍໃຫ້ສະເຫວີຍ ຊື່ງໂລກມະນຸດສົມບັດ ສະຫວັນສົມບັດ ນິບພານສົມບັດ ແລະ ໂພຄະຊະສົມບັດ ທຸກປະການ ແລະ ໃຫ້ມີກໍາລັງສັດທາ ແກ່ກ້າໄດ້ຄໍ້າຈູນ ພຣະພຸດທະສາສນາ ໃຫ້ຖາວອນສືບຕໍ່ໄປ ຈົນຕະຫຼອດອາຍຸໄຂຂອງຕົນ ແລະ ໃຫ້ພວກທ່ານປາສະ ຈາກ ໂຣກໄພໄຂ້ເຈັບຕ່າງໆ ແລະ ໝູ່ໂຈນມານ ພານກ້າມາຣາວີ ໃຫ້ໄດ້ຜາບແພ້ຂ້າເສີກ ສັດຕູໃນພົບນັ້ນ ໃຫ້ໄດ້ເປັນຜູ້ມີອໍານາດ ເໜືອກວ່າຄົນທັງຫຼາຍ “ແລະໃຫ້ມີກໍາລັງແຂງຂົ່ມ ເຊີ່ງມານຢ່າມາຜານໄດ້ໝົດທຸກຊັ້ນ ແລະ ບຸນກຸສົນອັນນີ້ຈົ່ງນໍາໄປປະຕິບັດ ໄວ້ໃຫ້ດີ ຢ່າໃຫ້ເສື່ອມ ໃຫ້ຣື່ນເຣີງບັນເທີງຢູ່ສະເໝີໆ ຜົນທີ່ສຸດກໍຄືໃຫ້ໄດ້ຮັບແຕ່ ອາຍຸ ວັນນະ ສຸຂະ ພະລະ ທຸກທິພາຣາຕິການ ດັ່ງໄດ້ເທສນາມາ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.
ສະຫຼອງ ສາລາ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ປຸນຍານິ ປະຣະໂລກັດສະມິງ ປະຕິຖາ ໂຫນຕິ ປານິນັນຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການສ້າງສາລາ ພໍເປັນເຄື່ອງເພີ່ມພູມ ກຸສົນບຸນຍະຣາສິ ແກ່ອຸປາສົກ ອຸປາສີກາທັງຫຼາຍ ຜູ້ປະກອບໄປດ້ວຍ ສັດທາເຫຼື້ອມໃສໃນຄຸນ ພຣະຣັດຕະນະໄຕແກ້ວ 3 ປະການຄື ພຣະພຸດ ພຣະທັມ ແລະ ພຣະສົງ ທັງບໍ່ມີຄວາມສົງໃສ ດັ່ງນັ້ນ ຈິ່ງໄດ້ສະລະຊັບສົມບັດ ແລະ ກໍາລັງຂອງຕົນມາກໍ່ ສ້າງສາລາໃຫ້ເປັນຫຼັງ ເພື່ອເປັນທີ່ພັກແກ່ຄົນເດີນທາງ ທີ່ມາແຕ່ທິດທັງ 4 ໄດ້ຫຼົບຫຼີກ ແດດລົມ ແລະ ຝົນເຂົ້າແວ່ເຊົາພັກຜ່ອນ ຄວາມເມື່ອຍອອ່ນເພຍ ຂອງແຕ່ລະບຸກຄົນ.
ບັດນີ້ ການກ່ໍສ້າງສາລາຫຼັງນີ້ ກໍ່ສໍາເລັດລົງແລ້ວ ໂດຍຄວາມຈົບງາມ ແຕ່ທໍ່ນີ້ເປັນມະຫາກຸສົນ ອັນຍີ່ງໃຫຍ່ໄພສານ ສາມາດອໍານວຍຄວາມສຸກ ອັນໄພ ບູນໄດ້ຢູ່ ແຕ່ຍັງບໍ່ທັນສຸດໃຈ ໃນຄວາມດີຄວາມງາມ ທີ່ຕົນໄດ້ກະທຳແລ້ວ ເຫດນັ້ນ ຈິ່ງໄດ້ຊັກຊວນ ຍາດພີ່ນ້ອງ ມິດຕະສະຫາຍ ພ້ອມກັນເປັນເອກະສັນ ປາຖນາກະທຳ ມະຫາກໍາຄືການສະຫຼອງ ເພື່ອຈະໄດ້ໃຫ້ ທານຣັກສາສີນ ແລະ ຟັງພຣະສັດທໍາມະເທສນາ ເປັນການຍ້ອງຍໍ ເພີ່ມເຕີ່ມສະເຫຼີມສະຫຼອງ ຜະລະອານິສົງ ໃຫ້ຍີ່ງໆຂື້ນໄປ ເປັນເທື່ອທີ2 ນັບວ່າເປັນໂອກາດ ອັນດີທີ່ພວກເຮົາ ຈະໄດ້ບໍາເພັນຈາຄະ ຄື ສະລະຄວາມຂີ້ຖີ່ ໝ້ຽວແໜ້ນ ອັນເປັນຕົວມັດສະຣິຍະ ຫວງແຫນຊັບສົມບັດໄວ້ ບໍ່ເພື່ອແຜ່ເຈືອຈານແກ່ຜູ້ອື່ນ ແຕ່ຕົນເອງຈະບໍຣິໂພກ ບໍາລຸງຮ່າງກາຍ ກໍ່ຄິດເຫັນແລ້ວຄິດອີກ.
ນີ້ ກໍ່ເປັນການປາບປາມ ຫຼື ບັນເທົາຄວາມຂີ້ຖີ່ ອີກປະການໜື່ງ ທ່ານໃດທີ່ໄດ້ມາກໍ່ສ້າງບຸນກຸສົນ ໃນຄາວນີ້ ຈິ່ງເປັນຜູ້ອົງອາດ ກ້າຫານ ຍຶດໝ່ວງເອົາກອງການກຸສົນ ເປັນທີ່ເພີ່ງຂອງຕົນ ແມ່ນວ່າຊັບສົມບັດ ຈະຍ່ອຍຍັບເປັນອັນຕະລາຍ ໄປດ້ວຍການ ທໍາບຸນກຸສົນ ກໍ່ບໍ່ເສຍໃຈ ເປັນຜູ້ມີຄວາມເຫັນຖືກ ຕ້ອງ ຕາມປະເພນີທີ່ ພຸດທາທິບັນດິດ ໄດ້ກະທໍາມາແລ້ວ ເພາະວ່າຊັບສົມບັດແລະ ສັງຂານຮ່າງກາຍນີ້ ມີການແຕກດັບ ບໍ່ຄົງທົນຖາວອນ ມີອຸປະມາເໝືອນ ເຮືອນທີ່ໄຟໄຫ້ມແລ້ວ ບຸກຄົນຜູ້ເປັນເຈົ້າຂອງເຮືອນ ຂົນເອົາພາຊະນະເຄື່ອງ ໃຊ້ສ້ອຍ ຕໍ່ໄປພາຍໜ້າ ສິ່ງຂອງທີ່ບໍ່ໄດ້ ຂົນອອກໄປນັ້ນ ລ້ວນເປັນເຊື້ອເພີງ ຍ່ອຍຍັບ ສູນເສຍໄປໝົດ ບໍ່ເປັນປະໂຫຍດ ອັນໃດໃຫ້ ແກ່ເຈົ້າຂອງເຮືອນ.
“ເອວະມາທິຕຸ ຕຸເກໂລເລ ຊະຣາຍະ ມະຣະເນນະຈະ” ເມື່ອໂລກຄື ເບນຈະຂັນ ອັນຊະຣາ ແລະ ມະຣະນະ ເຜົາຜານແລ້ວຢ່າງນີ້ “ນິຫະເຣເຖວະ ທາເນ” ຈະເພິ່ງນຳອອກດ້ວຍ ສາມາດບໍຣິຈາກແກ່ຍາຈົກ ວະນິພົກ ຄົນອະນາຖາ ແລະ ສະມະນະພາມ ຕາມສະໄໝ “ທິນນັງ ໂຫຕິ ສຸນີພະຕັງ” ສັບພະສິ່ງພັດສະດຸ ທີ່ໄດ້ບໍຣິຈາກ ແລ້ວນັ້ນ ເປັນອັນນຳອອກແລ້ວດ້ວຍດີ ຊ້ຳຈະມີສຸກ ເປັນຜົນຕໍ່ໄປພາຍໜ້າ ສ່ວນຂອງທີ່ເກັບໄວ້ ບໍ່ໄດ້ບໍຣິຈາກ ກໍ່ເໝືອນຂອງສູນເສຍ ໃນໄຟບໍ່ມີຄຸນ ອັນໃດແກ່ຕົນ ເພາະຈະເປັນສາທາຣະນາ ທົ່ວໄປ ດ້ວຍອຳນາດໄຟຕ່າງໆ “ອະຖະ ອັນເຕ ຊະຫາຕິ ສະຣິຣັງ ສະປະຣິກຄະຫັງ” ເມື່ອມະນະໄພມາເຖິງ ສະຣິຣະ ຮ່າງກາຍກັບທັງ ພັດສະດຸໂພຄະຊັບ ຍ່ອມລະຖິ້ມເສຍ ບໍ່ໄດ້ຕິດຕາມໄປ ຍັງປະຣະໂລກເບື້ອງໜ້າໄດ້.
ເພາະສະນັ້ນ ທ່ານທາຍົກ ທາຍິກາທັງຫຼາຍ ເພິ່ງຜ່ອນຜັນ ບໍຣິຈາກທານ ແລະ ບໍຣິໂພກຕາມສົມຄວນ ຢ່າໃຫ້ເກີດວິປະຕິສານ ຄວາມເດືອດຮ້ອນ ພາຍ ຫຼັງ ເພິ່ງຮີບກະທຳເສຍ ເຊິ່ງບຸນທັງຫຼາຍ ເພາະວ່າບຸນເປັນເຄື່ອງ ຊໍາລະຈິດ ໃຈສັນດານ ໃຫ້ຜ່ອງໃສ ແລະ ອາດເປັນປັດໃຈແກ່ ປະຣະພົບເບື້ອງໜ້າ ເມື່ອພິຈາລະນາເຫັນ ປະໂຫຍດແກ່ຕົນແລ້ວ ບຸນນີ້ສົມຄວນທີ່ຈະ ກໍ່ສ້າງຢ່າງຍິ່ງ ດັ່ງພຸດທະພາສິດຕັດວ່າ “ປຸນຍານິ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປານິນັງ” ແປວ່າ ບຸນຍ່ອມເປັນທີ່ເພິ່ງ ຂອງສັດທັງຫຼາຍ ໃນໂລກເບື້ອງໜ້າ “ມາ ພິກຂະເວ ປຸນຍານັງ ພາຍິດຖະ” ດູກ່ອນພິກຂຸທັງຫຼາຍ ທ່ານທັງຫຼາຍ ຢ່າໄດ້ກົວແຕ່ ບຸນເລີຍ ຄຳວ່າບຸນໆນີ້ ເປັນຊື່ຂອງຄວາມສຸກ ທີ່ໃນກາຍ ແລະ ຈິດ ອັນຄວາມສຸກນີ້ ສັດທັງຫຼາຍ ຍ່ອມມີຄວາມປາຖນາ ຮັກໃຄ່ບໍ່ເລືອກວ່າ ຜູ້ໃດເລີຍ ລ້ວນແຕ່ສະແຫວງຫາ ຄວາມສຸກດ້ວຍກັນທັງສິ້ນ.
ເມື່ອຮູ້ວ່າບຸນ ເປັນພືດທີ່ໃຫ້ຜົນຄື ຄວາມສຸກສົມບັດແລ້ວ ບໍ່ຄວນທີ່ຈະປະໝາດ ຈົ່ງໝັ່ນບຳເພັນໄວ້ໃຫ້ມາກໆ ໃນສັນດານຂອງຕົນ ເປັນນິດ ສົມບັດອັນເປັນທິບ ກໍຈະຜຸດຂື້ນ ລໍຄອຍຢູ່ໃນສຸຄະຕິ ໂລກສະຫວັນ ດັ່ງນັ້ນ ທິຍະມານົບ ໄດ້ຖວາຍສາລາແກ່ ພຣະບໍຣົມສາສດາ ເປັນຕົວຢ່າງ ຄວາມພິດສະດານວ່າ ນັນທິຍະມະນົບ ເປັນມະຫາທານະບໍດີ ໄດ້ສ້າງວະຫານທີ່ປ່າ ອິສິປະຕະນະ ພ້ອມທັງເຄື່ອງ ເສນາສະນະແລ້ວ ທຳມະຫາກຳການສະຫຼອງ ຢ່າງມະໂຫ ລານ ຖວາຍແກ່ພຣະພິກຂຸສົງ ມີອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ເປັນປະທານ ພ້ອມທັງໄດ້ຫຼັ່ງນ້ຳ ທັກຂີໂນທົກຕົງລົງ ເໜືອຝາພຣະຫັດຂອງ ພຣະພຸດທະເຈົ້າ.
ໃນຂະນະນັ້ນ ຜາສາດອັນເປັນທິບ ສຳເລັດແລ້ວດ້ວຍແກ້ວ 7 ປະການ ໃຫ່ຍ 12 ໂຍດ ສູງ 17 ໂຍດ ພຽນພ້ອມໄປດ້ວຍ ນາງເທວະດາ ກໍອຸບັດຂຶ້ນໃນເທວະໂລກ ລໍຄອຍນັນທິຍະມານົບຢູ່ “ກະລັງ ກັດຕະວາ” ຄັນທິຍະມານົບ ສິ້ນຊີບ ທຳລາຍຂັນແລ້ວ ກໍ່ໄດ້ໄປສະເຫວີຍສົມບັດ ໃນເທວະໂລກອັນ ລໍ ຄອຍຢູ່ນັ້ນ ມີນາມປາກົດວ່າ ນັນທິຍະເທວະບຸດ ບໍຣິໂພກຊັບສົມບັດ ອັນມີນາງຟ້າເປັນບາດ ບໍຣິຈາຣິກາ ແວດລ້ອມບຳເລີຢູ່ ທຸກທິພາຣາຕິການ ສຸກ ຂະເສີມສຳລານ ຢູ່ໃນທິບພະວິມານ ນັ້ນຢ່າງບໍ່ມີເວລາ ເມື່ອທ່ານສາທຸຊົນທັງຫຼາຍ ໄດ້ສະດັບຟັງ ຜະລະອານິສົງ ການສ້າງສາລາ ໃຫ້ເປັນທານຄັ້ງນີ້ແລ້ວ ຈົ່ງມີຄວາມປິດາປາໂມດ ໃນກຸສົນຈະຣິຍາສຳມາ ປະຕິບັດ ທີ່ໄດ້ບຳ ເພັນສ້າງສົມມາ ໄວ້ໃນເວລາຄັ້ງນີ້.
ບຸນອັນນີ້ຈະເປັນ ຂັ້ນໃດທອງຮອງຮັບ ທ່ານທັງຫຼາຍ ໃຫ້ດຳເນີນໄປສູ່ສຸ ຄະຕິພົບ ເໝືອນດັ່ງ ນັນທິຍະມານົບ ໂດຍທ່ຽງແທ້ ບໍ່ຕ້ອງສົງໃສ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ກອງຫົດ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ສັບພະທານັງ ທຳມະທານັງ ຊິນາຕິ ອິທັງ ຕຸມຫັງ ນະຫາຕະວາ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ທານະປາຣະມີ ອາຣັບພະກະເຖສິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສະ ແຫ່ງການຖວາຍ ສັງຄະທານ ພ້ອມທັງມີການ ເຖຣາພິ ເສກຫົດສົງ ພຣະພິຂຸສົງ ເພື່ອເປັນເຄື່ອງ ເຍືອງທາງໃຫ້ແກ່ ນໍຣະຍິງຊາຍທັງຫຼາຍ ທີ່ມີຈິດສັດທາ ເຫຼື້ອມໃສໃນ ພຣະພຸດທະສາສນາ ຈິ່ງໄດ້ແບ່ງ ຊັບສົມບັດອອກ ໃຫ້ເປັນທານ ຫວັງເອົາກຸສົນຜົນບຸນ ໃນຊາດນີ້ ແລະ ຊາດໜ້າ ຄົງຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານທຸກປະການ ຜູ້ທີ່ບໍຣິຈາກຊັບຂອງຕົນ ໃຫ້ເປັນສາທາຣະນະ ປະໂຫຍດ ຍ່ອມເປັນທີ່ສັນຣະເສີນ ຂອງມະຫາຊົນ ເປັນ ອັນມາກ.
ເຫດດັ່ງນັ້ນ ທ່ານຜູ້ມີປີຊາຍານ ຈິ່ງຄວນເຜີຍແຜ່ ເຈືອຈານຕາມສົມຄວນ ແກ່ຖານະຂອງຕົນ ບໍ່ໃຫ້ສະຫຼະທານ ຈົນໝົດເນື້ອໝົດຕົວ ນຶກເຖິງຄວາມນ້ອຍ ຫຼາຍແຫ່ງໂພຄະຊັບ ໂດຍການໃຫ້ແກ່ ຜູ້ອື່ນແຕ່ພໍດີ ເພື່ອຊົງຕົນ ແລະ ຊົງຜູ້ອື່ນໄວ້ທັງ 2 ຝ່າຍ ຄືຕົນເອງ ກໍ່ບໍ່ເຖິງກັບການຂາດແຄນ ແລະ ບໍ່ເປັນໜີ້ສິນ ບຸກຄົນອື່ນ ການໃຫ້ ແລະ ອຸປະຖຳໃຫ້ຜູ້ໃດ ໄດ້ຮັບໃຫ້ພົ້ນຈາກ ຄວາມຂາດແຄນ ພໍເປັນທາງໃຫ້ຕັ້ງຕົນໄດ້ ຫຼື ເປັນເຄື່ອງຜູກນ້ຳໃຈ ໂດຍສາມັກຄີທຳ ຍ່ອມນັບວ່າ ເປັນທາງດີ ທາງຊອບ ເປັນທາງໄປສູ່ ສຸຄະຕິສະຖານ ຍ່ອມເປັນທີ່ຮັກແພງ ຊອບໃຈຂອງຜູ້ໄດ້ຮັບທານ ເພາະການບໍຣິຈາກນັ້ນ ຈິ່ງສົມດ້ວຍ ວະຈະນະປະພັນ ພຸດທະພາສິດທີ່ມາໃນ ປັນຈະກະນິບາດ ອັງຄຸດຕະຣະນິກາຍວ່າ “ທະທັງ ປິໂຍ ພະຊັນຕິ ນັງ ພະຫູຊະນາ” ຜູ້ໃຫ້ຍ່ອມເປັນທີ່ຮັກ ຂອງຄົນເປັນອັນມາກ.
ຜູ້ບໍຣິຈາກທານ ຍ່ອມໄດ້ຮັບອານິສົງ ທີ່ຈະເພິ່ງເຫັນໄດ້ງ່າຍໆ ຄືເປັນທີ່ຮັກໃຄ່ ຂອງຄົນທົ່ວໄປ ແລະ ມວນຊົນທັງຫຼາຍ ຍ່ອມຍົກຍ້ອງນັບຖື ວ່າເປັນຜູ້ມີສັດທາ ເຫຼື້ອມໃສ ເຖິງແມ່ນນັກປາດທັງຫຼາຍ ກໍສັນຣະເສີນຜູ້ນັ້ນວ່າ ມີເຈ ຕະນາຄື ຄວາມຕຶກຕອງ ນຶກຄິດຈະໃຫ້ເປັນປະໂຫຍດ ແກ່ຜູ້ນັ້ນ ບໍ່ໄດ້ມຸ້ງ ໝາຍຕໍ່ອາມິດ ເປັນຄິດເກີດຂຶ້ນໃນໃຈ ມີອັດທະຍາໃສ ອັນບໍຣິສຸດ ອັນໜຶ່ງການບໍຣິຈາກ ທານນັ້ນກໍມີຢູ່ 2 ຜະແນກຄື: ອາມິດສາທານ 1, ທຳມະທານ 1. ອາມິດສາທານນັ້ນຄື ການໃຫ້ເຂົ້ານໍ້າ ໂພຊະນະອາຫານ ຜ້າຜ່ອນທ່ອນສະໃບ ເຄື່ອງອຸປະໂພກ ບໍຣິໂພກ ຢ່າງນີ້ເປັນ ອາມິດສະທານອັນໜຶ່ງ ສະແດງ ພຣະທຳມະເທສນາ ແລະ ກ່າວສັງສອນ ໃຫ້ຮູ້ບາບບຸນຄຸນໂທດ ແລະ ໂທດປະໂຫຍດ ແລະ ບໍ່ເປັນປະໂຫຍດ ຢ່າງນີ້ຮຽກວ່າ ທຳມະທານ .
ທຳມະທານນີ້ ມີອານິສົງ ຫຼາຍກວ່າອະມິສະທານ ແລະ ບໍ່ເປັນອາມິສະທານ ອະທິບາຍວ່າ ທາຍົກຜູ້ຈະໃຫ້ ອະມິສະທານໄດ້ ກໍ່ເພາະໄດ້ຟັງ ຄຳ ສອນໃຫ້ຊາບ ໂດຍແຈ່ມແຈ້ງກ່ອນ. ອີກໃນໜຶ່ງ ຜູ້ປະສົບສຸກສົມບັດ ມີປະ ມານນ້ອຍຕະຫຼອດ ເຖິງຄວາມສຸກຢ່າງສູງ ໝາຍເຖິງພິບພານສຸກ ກໍ່ເພາະໄດ້ສະດັບຟັງໂອວາດ ທານຸສາສະນີ ສະແດງເຖິງພຣະອັດຖະທຳ ໂດຍເຂົ້າໃຈແຈ່ມແຈ້ງ ເພິ່ງຊາບໂດຍເຫັນ ໄດ້ໃນພຣະສາຣິບຸດ ອັນໄດ້ຟັງທຳທີ່ ພຣະອັດສະຊິສະແດງ ແລ້ວຈິ່ງທຳໃຫ້ແຈ້ງ ເຊິ່ງມັກ ແລະ ຜົນ ເຫດນັ້ນ ທຳມະ ທານ ຈິ່ງຊື່ວ່າເປັນຍອດແຫ່ງ ທານທັງຫຼາຍ ໄດ້ກະທຳກັນຢູ່ໃນເວລາ ວັນນີ້ຄື ສິນກໍ່ໄດ້ຮັບ ທຳກໍ່ໄດ້ຟັງ ທານກໍ່ໄດ້ໃຫ້ ນັບວ່າຄົບທັງສາມຢ່າງ ບໍຣິບູນແລ້ວ ອັນນັກປາດທັງຫຼາຍ ມີອົງສົມເດັດ ພຣະພຸດທະເຈົ້າຕັດວ່າ ມີຜະລະອານິສົງ ມາກເປັນອະເນກອະນັນ ຈະນັບປະມານບໍ່ໄດ້.
ດັ່ງພຣະຄາຖາວ່າ “ອິທັງ ຕຸມຫັງ ນະຫາຕະວາ ເຊຕະວະເນ ວິຫະຣັນໂຕ ທານະປາຣະມີ ອະຣັບພະ ກະເຖສິຕິ” ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະພຸດທະເຈົ້າ ປະທັບຢູ່ໃນປ່າເຊຕະວັນ ມະຫາວິຫານ ກັບດ້ວຍໝູ່ເຕວະສິກຜູ້ໃຫ່ຍ ໃນກາລະຄັ້ງນັ້ນ ຍັງມີພຣະຍາ ປະເສນະທິໂກສົນ ກັບບໍລິວານທັງຫຼາຍ ກໍ່ນຳເອົາເຄື່ອງສັກກາຣະບູຊາ ທັງຫຼາຍ ໝາຍມີຕົ້ນວ່າ ປະທູບປະທີບ ດອກໄມ້ ຄັນທະຣົດສະຂອງຫອມ “ຄັນຕະວາ” ເຂົ້າໄປສູ່ປ່າເຊຕະວັນ “ອະພິວາເທຕະວາ” ກໍ່ບູຊາໄຫວ້ນົບ ສັກກາຣະບູຊາແລ້ວ ນັ່ງໃນທີ່ຄວນແຫ່ງຕົນ “ປຸດສິ” ກໍ່ຖາມຍັງ ສັບພັນຍູນເຈົ້າວ່າ “ພັນເຕ” ຂ້າໄຫ້ວສັບພັນຍູເຈົ້າ “ໂຍກໂກຈິ ປຸຄະໂລ” ອັນວ່າບຸກຄົນໃດ ທຳສັກກາຣະຫົດສົງ ເຖຣາພິເສກແກ່ ພິກຂຸສົງເຈົ້າ ດ້ວຍໃຈໃສສັດທາ “ລັບພະຕິ” ກໍ່ຈັກໄດ້ຜະລະອານິສົງ ຢ່າງໃດກໍ່ຂ້າຈາ?.
ສັບພັນຍູເຈົ້າ ໄດ້ຍິນຄຳຖາມແຫ່ງ ສົມເດັດພຣະຍາ ປະເສນະທິໂກສົນແລ້ວ ກໍ່ກ່າວວ່າ ດູລາມະຫາຣາດ ບຸກຄົນຜູ້ໃດຜູ້ໜຶ່ງ “ສັດທາຍະສັມປັນໂນ” ອັນເຊື່ອໃນຄຸນ ພຣະຣັດຕະນະໄຕທັງ 3 ຄື ພຣະພຸດທະເຈົ້າ ພຣະທຳມະ ເຈົ້າ ແລະ ພຣະສັງຄະເຈົ້າ “ປະສັນນະຈິດໂຕ” ມີຈິດໃຈໃສສັດທາ “ປັດເຖນໂຕ” ປາຖນາ ເອົາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ອັນໃດອັນໜຶ່ງກໍ່ຈັກໄດ້ດັ່ງມະໂນຣົດ ຄວາມປາຖານາຂອງທ່ານທຸກປະການ.
ກໍ່ແລວ່າດ້ວຍການ ເຖຣາພິເສກ ສິດທິພຣະພອນ ນາມມະກອນແຖມ ພອນສັງຄະສະມະນະເຈົ້າ ເປັນປະເພນີ ສືບໆກັນມາ ແຫ່ງນັກປາດເຈົ້າທັງ ຫຼາຍໃນເມື່ອກ່ອນ ໃນຄະນະຄັ້ງນັ້ນ ເປັນສະໄໝສາສນາ ຂອງພຣະພຸດທະ ເຈົ້າເມທັງກະໂຣພຸດໂທ ໄດ້ມາໂຜດປານະສັດທັງຫຼາຍ ຍັງມີພຣະຍາຕົນໜື່ງຊື່ວ່າ ວິໄຊຍະ ກໍ່ສະເຫວີຍສົມບັດ ໃນເມືອງສາຣະນະຄອນ ປະກອບໄປດ້ວຍທະສະພິທະຣາຊາະທຳ 10 ປະການ “ເອໂກ ເຖໂຣ” ຍັງມີເຖຣະເຈົ້າຕົນໜື່ງຊື່ວ່າ “ອຸສຸສາ” ເປັນອັນເຕວາສິກ ແຫ່ງພຣະພຸດທະເຈົ້າ ເມທັງກອນ “ຄະໂຕ” ກໍ່ເຂົ້າມາສູ່ ເມືອງສາຣະນະຄອນ ກັບດ້ວຍບໍຣິວານແຫ່ງຕົນ.
ໃນກາຣະຄັ້ງນັ້ນ ພະຍາວິໄຊຍະ ທອດພຣະເນດເຫັນ ຍັງພຣະເຖຣະເຈົ້າເຂົ້າສູ່ວັງແຫ່ງຕົນ “ວິປະທິຕະວາ” ພຣະຍາກໍ່ມີໃຈເຫຼື້ອມໃສໃນ ອິຣິຍະບົດ 4 ປະການ “ປັດຈາຄັດສັນໂຕ” ກໍ່ໄປຕ້ອນໄປຮັບ ຍັງພຣະມະຫາເຖຣະເຈົ້າ ກັບ ດ້ວຍບໍຣິວານແຫ່ງຕົນ “ວັນທິຕະວາ” ກໍ່ໄຫວ້ແລ້ວ ແລະ ນິມົນນໍາເມືອສູ່ຜາ ສາດແຫ່ງຕົນ “ອະພິສິນຈິຕະວາ” ກໍ່ຫົດສົງເຖຣາພິເສກ ອະດິເລກມັງຄະລະຈະຕຸ ຄັນທາຣະສາຄະເຕຫິ ດ້ວຍນໍ້າຫອມ “ຕັດຕະວາ” ກະທໍານິສິດທິ ພຣະພອນນາມະກອນແຖມຊື່ ທໍາມະສານະປະຕິແລ້ວ ພຣະຍາກໍ່ມອບ ເວນເຄນໃຫ້ຍັງເຄື່ອງບໍຣິວານ ມີສາດ ໝອນ ຕາລະບັດ ຕຽງຖ້ວຍ ພາສະນະນ້ອຍໃຫຍ່ທຸກປະການ ມີຂອງຄວນຄ້ຽວສັນ ແລ້ວກໍ່ຕັັ້ງຍັງຄວາມປາຖນາ “ອາຫະ” ກໍ່ກວ່າ “ພັນເຕ ອິມີິນາຕຸຍຫັງ ນະຫາຕະວາ ອະພິສິນ ຈະເນນະ” ດັ່ງນີ້ເປັນເຄົ້າ ຂ້າໄຫວ້ພຣະມະຫາເຖຣະເຈົ້າ.
“ສັພເພ ສັດຕາ ປານາ” ຄືວ່າສັດທັງຫຼາຍສັດທັງມວນ ຂໍໃຫ້ຈົ່ງຕັ້ງຢູ່ໃນຄຳສັ່ງສອນ ແຫ່ງຜູ້ຂ້າທຸກເມືອ ຂໍໃຫ້ຜູ້ຂ້າໄດ້ພົ້ນຈາກໂພຍໄພ ແລະ ເວນຂ້າ ເສິກສັດຕູທັງຫຼາຍ “ສັບພະໂພຄະທານັງ” ຂໍຈົ່ງເກີດມີ ເຕັມໃຈນັກແຫ່ງຜູ້ຂ້າໃນຊາດໃດກໍ່ດີ ດ້ວຍກຸສົນຜົນບຸນ ອັນຜູ້ຂ້າໄດ້ອຸປະຖາກບູຊາ ດ້ວຍເຄື່ອງອຸປະກອນ ທັງຫຼາຍຝຸງນີ້ “ພຸດໂທໂຫມິ” ຂໍໃຫ້ຂ້າໄດ້ຕັດສະຮູ້ ເປັນພຣະສັບພັນຍູອົງໜື່ງ “ອະນາຄະຕາກາເລ” ໃນການອັນຈັກມາ ພາຍພາກໜ້າ.
ດ້ວຍຜະລາອານິສົງ ອັນຜູ້ຂ້າໄດ້ໄດ້ຫົດສົງ ເຖຣາພິເສກ ນິສິດທິພຣະພອນນາມະກອນ ແຖມຊື່ແກ່ ພຣະມະຫາເຖຣາເຈົ້າ ແລ້ວນີ້ ກໍ່ຂ້າເທີ້ນ ໃນກາລະຄັ້ງນັ້ນ ພຮະມະຫາເຖຣາເຈົ້າ ກໍ່ໄດ້ຮັບອະນຸໂມທະນາ ແຫ່ງພຣະຍາ ວິໄຊຍະ ແລ້ວກໍ່ຖວາຍພຣະພອນທິບ 10 ປະການແລ້ວ ກໍ່ລາໄປສູ່ທີ່ຢູ່ແຫ່ງຕົນ “ໂສຣາຊາ” ພຣະຍາວິໄຊຍະ ກໍ່ໄດ້ຮັບພອນແຫ່ງ ພຣະມະຫາເຖຣະເຈົ້າ ແລ້ວກໍ່ມີຄວາມຍີນດີ ລື້ນເລີງບັນເທີງໃຈ ຕ່ໍບຸນກຸສົນແຫ່ງຕົນ ຄັນຈຸຕິຈາກສະໂລກແລ້ວກໍ່ໄດ້ເອົາຕົນ ເມືອອຸບັດຂື້ນເທີງ ສະຫວັນຊັ້ນດຸສິດພິພົບ ມີຜາສາດຄຳ ສູງໄດ້ 22 ໂຍດ ໃນຊັ້ນດຸສິດອັນຮຸ່ງເຮືອງ ໄປດ້ວຍສີສົມບັດທິບ ມີນາງຟ້າເທພະອັບສອນ ກັນລະຍາໜື່ງແສນ ເປັນບໍຣິວານ ຄັນສິ້ນຊີບເປັນ ເທວະບຸດແລ້ວນັ້ນ ແລ້ວກໍ່ໄດ້່ມາເກີດເປັນ ເຈົ້າພຣະຍາສິຣິຕະ ແລ້ວກໍ່ທົວລະວັດພັດໄປມາ ປາຣະມີແກ່ກ້າກໍ່ໄດ້ ມາເກີດເປັນ ອົງພຣະຕະຖາຄົດ ດຽວນີ້ແລ.
ທ່ານປັດໃຈຍະທານາ ທິບໍດີທັງຫຼາຍຄັນ ໄດ້ຟັງຜະລະອານິສົງ ເຖຣາພິ ເສກຢ່າງ ແຈ່ມແຈ້ງແລ້ວ ຈົ່ງມີຄວາມປິຕິຍິນດີ ຕໍ່ບຸນກຸສົນຂອງຕົນ ທີ່ໄດ້ກະທໍາມາແລ້ວ ກ່ໍຈະສົມດັ່ງມະໂນຣົດ ຄວາມປາຖນາຂອງທ່ານ ທຸກປະການນິດ ຖິຕາ ຈົບພຽງເທົ່ານີ້ແລ.
ສະຫຼອງ ສັບພະທານ
ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ສາວັດຖິຍັງ ວິຫະຣະຕິ ເຊຕະວະເນ ອະນາຖາບິນດິກັດສະ ອາຣາເມ ຣາຊານາໂມ ອະພິວັນທິຕະວາ ພະຄະວັນຕັງ ມະຫາຣາຊະນາມັງ ອາຣາທະນັງ ກະໂຣຕິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ພະລະອານິສົງສະ ແຫ່ງການຖະຖວາຍທານຕ່າງໆ ດັ່ງພຸດທະຄາຖາ ທີ່ຕັ້ງໄວ້ໃນເບື້ອງຕົ້ນນັ້ນວ່າ “ເອວຳເມສຸຕັງ” ອັນວ່າສູດດັ່ງນີ້ ຫາກເປັນນິທານແກ່ສູດທັງຫຼາຍ “ເອກສາມາຍັງ” ຍັງມີໃນກາລະຄັ້ງໜື່ງ “ພະຄະວາ” ອັນວ່າພຣະພຸດ ທະເຈົ້າ ແຫ່ງເຮົາທັງຫລາຍ “ວິຫະຣັນໂຕ” ກໍ່ສະຖິດສໍາຣານ ຢູ່ປ່າເຊຕະວັນ ອັນເປັນອາຣາມຂອງ ນາຍອະນາຖະບິນກະ ມະຫາເສດຖີ ອັນມີຢູ່ໃນທີ່ຈິ່ມໃກ້ເມືອງສາວັດຖີ “ອະຖະໂຂ”.
ໃນກາລະຄັ້ງນັ້ນ ຍັງມີພຣະຍາຕັນໜື່ງ ຊື່ວ່າ ມະຫານາມະ ກໍ່ຍັງຖືເອົາປະທູບປະທິບ ດອກໄມ້ ຄັນທະຣົດຂອງຫອມ ພ້ອມດ້ວຍໝູ່ບໍຣິວານ ທັງຫຼາຍ ເຂົ້າໄປກາບໄຫວ້ ສໍາພັນຍູເຈົ້າ “ພັນເຕ ພະຄະວາ” ຂ້າຂໍໄຫວ້ອົງສົມເດັດສັພພັນຍູເຈົ້າ ນໍລະຍິງຊາຍ ຜູ້ໃດຜູ້ໜື່ງ ມີນໍ້າໃຈ ເຫຼື້ອມໃສສັດທາ ໄດ້ມາສ້າງກະ ທຳບຸນໃຫ້ທານຕ່າງໆແລ້ວ ຍ່ອມຈະມີ ຜະລະອະນິສົງສະ ເປັນດັ່ງລືກໍ່ຂ້າຈາ “ພະຄະວາ” ອັນວ່າ ພຣະພຸດທະເຈົ້າ ຈິ່ງຕັດ ທຳມະເທສນາວ່າ “ມະຫາຣາຊະ” ດູກ່ອນມາຫາຣາຊ ຕົນເປັນອາດ ກວ່າຄົນ ແລະ ເທວະດາທັງຫຼາຍ ນໍຣະຍິງຊາຍທັງຫຼາຍ ມີນໍ້າໃຈໃສສັດທາ ໄດ້ທຳບຸນກໍ່ສ້າງ ກະທໍາບຸນໃຫ້ທານ ມີປະການຕ່າງໆ ເປັນຕົ້ນວ່າ.
ໄດ້ສ້າງໜັງສືພະໄຕປີດົກ ອັນເປັນຫຼັກທໍາຄໍາ ສັ່ງສອນຂອງ ພຣະພຸດທະ ເຈົ້າ ລະພະຕິ ກໍໄດ້ສະເຫວີຍ ຍັງຍົດສັກບໍຣິວານໄດ້ໝື່ນໜຶ່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າໂພຊະນະ ອາຫານເປັນທານ ແກ່ສັບພະສັດທັງຫຼາຍ ມີກາເປັນຕົ້ນ ກໍ່ຍັງໄດ້ຍົກສັກບໍໍຣິວານ ຮ້ອຍໜື່ງແລ ຜູ້ໃດໄດ້ໃຫ້ວັດຖຸ ເຂົ້າຂອງ ແກ່ຍາຈົກ ວັນນິພົກຄົນຂໍທານ ກໍຈັກໄດ້ຍົດສັກບໍຣິວານ ພັນໜື່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າໂພຊະນະ ອາຫານເປັນທານ ແກ່ສາມະເນນຜູ້ມີສີນ ກໍ່ຈັກໄດ້ຍົກສັກບໍຣິວານໝື່ນໜື່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະນະອາຫານ ເປັນທານ ແກ່ເຈົ້າພິກຂຸຕົນມີສີນ ກໍ່ຈັກໄດ້ຍົດສັກບໍຣິວານ ສອງໝື່ນແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະ ນະອາຫານ ເປັນທານ ແກ່ພຣະອໍລະຫັນຕາເຈົ້າ ກໍຈັກໄດ້ ຍົດສັກບໍຣິວານສາມໝື່ນແລ.
ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະນະອາຫານ ເປັນທານ ແກ່ພຣະພຸດທະເຈົ້າ ກໍ່ຈະໄດ້ຍົດສັກບໍຣິວານ ແສນໜື່ງແລ ຜູ້ໃດໄດ້ບວດຕົນເອງ ໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົກສັກບໍຣິວານ 12 ໝື່ນແລ ຜູ້ໃດໄດ້ບວດຕົນເອງ ເປັນເຈົ້າພິກຂຸ ກໍ່ຈະໄດ້ບໍຣິວານ 24 ໝື່ນແລ ຜູ້ໃດໄດ້ບວດຍັງລູກຂອງຕົນ ໃຫ້ເປັນສາມະເນນ ກໍ່ຈະໄດ້ຍົດສັກບໍຣິວານ 8 ໝື່ນແລ ຜູ້ໃດໄດ້ບວດ ຍັງລູກຂອງຕົນໃຫ້ເປັນ ພຣະພິກຂຸ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດຍັງ ລູກຜູ້ອື່ນໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົດສັກບໍຣິວານ 4 ໝື່ນແລ ຜູ້ໃດໄດ້ບວດຍັງລູກຜູ້ອື່ນໃຫ້ເປັນ ເຈົ້າພິກຂຸ ກໍ່ຈະໄດ້ຍົດສັກບໍຣິວານ 8 ໜື່ນແລ.
ອັນໜື່ງ ພະຣິຍາ ໄດ້ມີນໍ້າໃຈໃສສັດທາ ໄດ້ບວດສາມີຂອງຕົນ ໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດສາມີຂອງຕົນໃຫ້ເປັນເຈົ້າພິກຂຸ ກໍ່ຈັກໄດ້ຍົດສັກຍໍຣິວານ 32 ໝື່ນແລ ສາມີໃດມີນໍ້າໃຈໃສສັດທາ ໄດ້ບວດພະຣິຍາຂອງຕົນ ໃຫ້ເປັນສາມະເນນຣີ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດ ພະຣິຍາຂອງຕົນ ໃຫ້ເປັນພິກຂຸນິ ກໍ່ຈັກໄດ້ຍົດສັກບໍຣິວານ 32 ໝື່ນແລ.
ມະຫາຣາຊະ ດູກ່ອນມະຫາຣາດ ນໍລະຍິງຊາຍ ຜູ້ໃດໄດ້ມາສ້າງຍັງພຣະທາດເຈດີຊາຍ ບູຊາພຣະຣັດຕະນະໄຕຣ ກໍ່ຈັກໄດຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ສ້າງ ຍັງພຣະທາດເຈດີ ເຂົ້າເປື້ອກໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 32 ໝື່ນແລ ຜູ້ໃດໄດ້ສ້າງ ພຣະທາດເຈດີເຂົ້າສານ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 42 ໝື່ນແລ ຜູ້ໃດໄດ້ສ້າງ ພຣະທາດເຈດີເກືອ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ສ້າງກຸຕິວິຫານ ແລະ ວັດວາອາຣາມ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ສ້າງພັດທະສິມາ (ສິມ) ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ ຮ້ອຍໝື່ນແລ ຜູ້ໃດໄດ້ສ້າງຕ້າຍ ແລະ ກໍາແພງລ້ອມວັດວາອາຣາມ ກໍ່ຈັກໄດ້ຍົດສັກບໍຣິວານ16 ໝື່ນແລ ຜູ້ໃດໄດ້ສ້າງ ກອງມະຫາກະຖີນ ໃຫ້ເປັນທານ ກໍໍ່ຈັກໄດ້ຍົດສັກບໍຣິວານ 80 ໝື່ນແລ ຜູ້ໃດໄດ້ສ້າງ ກອງອັດຖະໃຫ້ເປັນທານ ກໍ່ຈະໄດ້ຍົດສັກບໍຣິວານ 36 ໝື່ນແລ ຜູ້ໃດໄດ້ສ້າງທຸງຝ້າຍ ທຸງເຜີ້ງ ທຸງເຫຼັກ ແລະ ທຸງຊາຍບູຊາພຣະຣັດຕະນະໄຕ ກໍ່ຈັກໄດ້ຍົດສັກບໍຣິວານ 34 ໝື່ນແລ ຜູ້ໃດໄດ້ຂຸດນໍ້າບໍ່ ກໍ່ສາລາ ແລະ ສ້າງຂົວໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ຖວາຍ ດອກໄມ້ທູບທຽນ ແລະ ຄັນທະຣົດສະ ຂອງຫອມທັງຫຼາຍບູຊາພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້າ ກໍ່ຈັກໄດ້ຍົດສັກບໍຣິວານ 8 ໝື່ນແລ ຜູ້ໃດໄດ້ໃຫ້ ເຂົ້າພັນກ້ອນ ແລະ ຂັນໝາກເບັງບູຊາ ພຣະຣັດຕະນະໄຕ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ຖວາຍ ຜ້າອາບ ນໍ້າຝົນ ແລະ ຜ້າຈໍານໍາພັນສາ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍໍຣິວານ 16 ໝື່ນແລ ຜູ້ໃດໄດ້ສ້າງຜາສາດເຜີ້ງ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 9 ໝື່ນແລ ຜູ້ໃດໄດ້ສ້າງ ຕົ້ນກາລະພຶກ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ16 ໝື່ນແລ ຜູ້ໃດໄດ້ສ້າງ ເຄື່ອງເສບຕຸຣິຍະມົນຕິ ມີຄ້ອງ ກອງ ຣະຄັງ ຫອຍສັງ ແລະ ຊິ່ງແຊ່ງ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ສ້າງ ຕຽງ ຕັ່ງ ເສື່ອ ສາດ ອາສະນາ ໝອນ ກໍ່ຈັກໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ສ້້າງ ປຸກຕູບເຂົ້າກໍາໃຫ້ແກ່ພິກຂຸ ເຂົ້າປະຣິວາດສະກໍາ ກໍ່ຈະໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ສ້າງວິດ -ຖານ ໃຫ້ເປັນບ່ອນຖ່າຍກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ໃຫ້ ຍັງບາດເປັນທານ ກໍ່ຈະໄດ້ສະເຫວີຍ ພາຊະນະຄຳຮ້ອຍໝື່ນ 4 ພັນພາແລ ຜູ້ໃດໄດ້ໃຫ້ ເພສັດຊັງ ຍັງຫວ້ານຢາເປັນທານ ກໍ່ບໍ່ຮູ້ເກີດ ພະຍາດທິໂລຄາສັງເທື່ອແລ.
ນໍລະຍິງຊາຍ ທັງຫຼາຍເຫຼົ່າໃດ ໄດ້ຟັງຍັງ ລຳມະຫາເວດສັນຕະຊາດົກ ໃຫ້ແລ້ວ ໃນມື້ໜື່ງວັນດຽວ ກໍ່ຈະໄດ້ເຫັນໜ້າ ພຣະສີອະຣິຍະເມດໄຕໂພທິສັດເຈົ້າຕົນຈັກມາ ພາຍໜ້າພຸ້ນບໍ່ຊະແລ ຜູ້ໃດໄດ້ ປູກໄມ້ສີມະຫາໂພທິ ກໍຈັກໄດ້ຍົດສັກບໍຣິວານ 9 ໝື່ນແລ ຜູ້ໃດໄດ້ສ້າງ ໂຮງອຸໂປສົດໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ປັດກວາດຂີ່ເຫຍື່ອ ອອກຈາກເຂດອາ ຣາມ ກໍຈັກໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ຖວາຍຈີວອນ ເຖຣາພິ ເສກ (ຫົດສົງ) ກໍຈັກໄດ້ຍົດສັກບໍຣິວານ 36 ໝື່ນແລ ຜູ້ໃດໄດ້ຖວາຍ ຜ້າບັງສະກຸນ (ຜ້າປ່າ) ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ໃຫ້ ຜ້າພະນັງແລະ ເພດານເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ16 ຫມື່ນແລ ຜູ້ໃດໄດ້ສ້າງບັງໄຟຈູດບູຊາ ພຣະຣັດຕະນະໄຕ ກໍ່ຈະໄດ້ຍົດສັກບໍຣິວານ 4 ໝື່ນແລ ຜູ້ໃດໄດ້ສ້າງພັດທະສິມານໍ້າ ກໍຈັກໄດ້ຍົດສັກບໍຣິວານ 67 ໝື່ນແລ ຜູ້ໃດໄດ້ສ້າງທໍາມາດ ກໍ່ໄດ້ຍົດສັກບໍຣິວານ 32 ໝື່ນແລ ຜູ້ໃດໄດ້ເຜົາຊາກສົບ ເຮັ່ຍຮວາຍຢູ່ປ່າຕາມດົງ ກໍ່ຈັດໄດ້ຍົດສັກ 1 ໝື່ນແລ ຜູ້ໃດໄດ້ເຜົາສົບ ພີ່ນ້ອງຍາດມິດສະຫາຍ ກໍ່ຈັກໄດ້ຍົດສັກບໍຣິວານ 3 ໝື່ນແລ ຜູ້ໃດໄດ້ເຜົາສົບພໍ່ແມ່ ກໍ່ຈັກໄດ້ຍົດສັກບໍຣິວານ 1 ແສນແລ ຜູ້ໃດໄດ້ເຜົາສົບ ອຸປັດຊາ-ອາຈານ ກໍ່ຈັກໄດ້ຍົດສັກບໍຣິວານ ໂກດໜື່ງແລ ຜູ້ໃດໄດ້ຖວາຍ ໂອ່ງນໍ້າ ແລະຫ້ອງນໍ້າ ຄຸນໍ້າ ໄຫໂຕ່ງນໍ້າ ໝໍ້ນໍ້າ ກໍຈັກໄດ້ຍົດສັກບໍຣິວານ 16ໝື່ນແລ.
ມະຫາຣາຊະ ດູກ່ອນມະຫາຣາດ ນໍລະຍິງຊາຍທັງຫຼາຍເຫຼົ່າໃດ ໃຫ້ຍັງວັດຖຸເຂົ້າຂອງ ອັນໃດອັນໜື່ງເປັນທານ ດັ່ງກວ່າມານີ້ ແກ່ເຈົ້າພິກຂຸຕົນມີສິນດັ່ງນັ້ນ “ລະພະຕິ” ກໍ່ຈະໃຫ້ອານິສົງມາກຫຼາຍ ທັງໃນຊາດນີ້ ແລະ ຊາດໜ້າແທ້ດີຫຼີແລ ສ່ວນອັນວ່າ ອານິສົງຜົນໃນຊາດນີ້ ຄືວ່າ ຈະໄປມາທາງໃດກໍ່ດີ ຍ່ອມມີຄົນນັບໜ້າຖືຕາ ເປັນທີ່ເຄົາລົບບູຊາ ແລະ ບໍ່ເປັນທີ່ລັງກຽດຄຽດຊັງ ຂອງຄົນທັງຫຼາຍ ມີແຕ່ຜູ້ຢາກຜູກໄມຕີຈິດ ເປັນມິດຮ່ວມທານ ນໍາກັນແທ້ແລ ແມ່ນວ່າ ຈະເຂົ້າໄປສູ່ສະມາຄົມໃຫຍ່ – ນ້ອຍໃດໆກໍ່ດີ ຍ່ອມເປັນທີ່ອົງອາດກ້າຫານ ບໍ່ສະທົກສະທ້ານ ຢ້ານກົວຕໍ່ ອໍານາດຜູ້ໃດແລ.
ຄັນສີ້ນບຸນຍະກໍາ ໃນໂລກນີ້ແລ້ວ ກໍ່ຈະໄດ້ເອົາຕົນ ເມືອເກີດໃນຊັ້ນຟ້າເລີດຕາວະຕິງສາ ຍາມາສຸສິຕາ ໂດຍລຳດັບຈົນເຖີງ ພົມມະໂລກພຸ້ນຊະແລ ຄັນວ່າຈຸຕິຈາກ ພົມມະໂລກແລ້ວ ກໍ່ຈັກໄດ້ນໍາເອົາຕົນ ມາເກີດໃນໂລກມະ ນຸດສະໂລກ ເມືອງຄົນ ບໍ່ຫ່ອນໄດ້ໄປເກີດ ທິນະຕະກູນອັນຖ່ອຍ ອັນຮ້າຍນັ້ນຈັກເທືອແທ່ດີຫຼີແລ ທຽນຍ່ອມໄດ້ໄປເກີດ ໃນຕະກູນທ້າວພະຍາ ມະຫາກະ ສັດ ຫຼື ຕະກູນຜູ້ຮັ່ງມີ ເສດຖີກະດູມພີເປັນເຄົ້າ ແລ້ວກໍ່ໄດ້ ທົວຣະວັດພັດໄປມາ ຖ້າວ່າປາລະມີແກ່ກ້າ ກໍ່ຈັກໄດ້ອ່ວຍໜ້າເຂົ້າສູ່ ເມືອງແກ້ວ ກ່າວແລ້ວຄືວ່າ ນິລະພານພຸ້ນຊະເເລ.
ຄັນວ່າພຣະພຸດທະເຈົ້າ ຕັດເທສນາສິ້ນສຸດລົງແລ້ວ ພຣະຍາມະທານາມກໍ່ມີໃຈຊົມຊື່ນຍີນດີ ແລະ ເຫລື້ອມໃສຕັ້ງຢູ່ໃນ ພຣະຣັດຕະນະໄຕທັງ3 ກໍ່ມີໃນວັນນັ້ນແລ ສ່ວນອັນວ່າ ບໍຣິສັດທັງຫຼາຍ ກໍ່ໄດ້ເຖີງໂສຕາ ສັກກິທາອະນາຄາ ແລະ ອະຣະຫັນຕາ ຕາມບຸນຍະສົມພານແຫ່ງຕົນ ອັນໄດ້ທອນທັບນັບມາແຕ່ ບໍຣົມມະຊາດກ່ອນ ແຕ່ພາຍຫຼັງນັ້ນກໍ່ມີແລ.
ມະຫາປຸນຍາມີສັງກະຍະຖາ ອັນວ່າກິຣິຍາ ອັນກ່າວຍ້ອງຍໍຍັງ ມະຫາອາ ນິສົງສະ ແຫ່ງພຣະຍາມະຫານາມ ໄດ້ທູນຖາມຍັງກຸສົນ ຜົນບຸນທີ່ພຸດທະບໍຣິສັດ ທັງຫຼາຍ ໄດ້ກໍ່ສ້າງກະທຳມາ ນິດຖີຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ສັງຄະທານ
ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ປຸບເພວະ ທານາ ສຸມາໂນ ທະທັງ ຈິດຕັງ ປະສະທະເຍ ທັດຕະວາ ອັດ ຕະມະໂນ ໂຫຕິ ເອສາ ຍັນຍັດສາ ສຳປະທາຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນສັງຄະທານານິ ສັງສະກະຖາ ສະແດງຜະລະອານິສົງ ແຫ່ງການຖວາຍອາ ຫານບິນທະບາດ ແກ່ພຣະພິກຂຸສົງ ພໍເປັນເຄື່ອງສົ່ງເສີມສັດທາ ແຫ່ງສາທຸຊົນ ພຸດທະບໍລິສັດທັງຫຼາຍ ຈັກໄດ້ເລືອກເອົາແຕ່ ຂໍ້ທີ່ຖືກຕ້ອງໄວ້ ເປັນແນວທາງປະຕິບັດ ສືບຕໍ່ໄປ “ຄຳວ່າທານ” ຕ້ອງມີເຄື່ອງໄຊຍະທານ ວັດຖຸອັນຈະເພິ່ງຖວາຍ ຈິ່ງຈະຮຽກວ່າທານ ອັນສົມບູນ ຖ້າມີແຕ່ຄວາມຄິດ ເກີດຂຶ້ນຢ່າງດຽວ ຍັງບໍ່ທັນໄດ້ບໍລິຈາກທານ ກໍ່ບໍ່ຈັດເປັນທານໄດ້.
ທານນັ້ນແບ່ງອອກເປັນ 2 ຢ່າງຄື: ການໃຫ້ທານ ມີວັດຖຸສິ່ງຂອງຕ່າງໆ ເປັນຕົ້ນເຂົ້າ, ນ້ຳ, ຜ້ານຸ່ງ, ຜ້າຫົ່ມ ຖວາຍໃຫ້ແກ່ ປະຕິຄາຫົກ ຊື່ວ່າ ອະມິສະທານ1, ການຊີ້ແຈງສະແດງທຳ ສັ່ງສອນຜູ້ອື່ນໃຫ້ຮູ້ ບຸນ-ບາບ, ຄຸນ-ໂທດ ປະ ໂຫຍດ ແລະ ບໍ່ເປັນປະໂຫຍດ ຕະຫຼອດເຖິງການ ແນະນຳທາງໄປນາຣົກ ສະ ຫວັນ ແລະ ພຣະນິບພານ ໂດຍບໍ່ຫວັງ ອາມິດຕອບແທນ ຊື່ວ່າ ທຳມະທານ1.
ໃນທານ 2 ຢ່າງນີ້ ພຣະພຸດທະເຈົ້າ ໄດ້ຕັດເທສນາໄວ້ວ່າ “ທຳມະທານປະເສີດກວ່າ” ເພາະໃຫ້ທຳເປັນທານ ຊື່ວ່າ ໃຫ້ເຊິ່ງພຣະນິບພານ ສົມດ້ວຍພຸດທະພາສິດວ່າ “ຜູ້ໃດສອນທຳ ຜູ້ນັ້ນຊື່ວ່າ ໃຫ້ພຣະນິບພານ ເພາະວ່າສັດຈະໄດ້ ບັນລຸທຳພິເສດ ກໍ່ເພາະໄດ້ອາໃສ ສະດັບຮັບຟັງ ພຣະສັດທຳມະ ເທສນາ ເຫດນີ້ ຜູ້ສະແດງທຳ ຈິ່ງໄດ້ຊື່ວ່າ ເປັນຜູ້ໃຫ້ອະມະລິຕະທຳ ອັນເປັນຍອດແຫ່ງ ທານທັງປວງ”.
ອະມິດສະທານ ຈັດຕາມລັກສະນະ ທີ່ໃຫ້ເປັນ 2 ປະການຄື: ໃຫ້ໂດຍອະນຸເຄາະ ຄືໃຫ້ແກ່ຜູ້ທີ່ມີຖານະ ຕ່ຳຕ້ອຍກວ່າ ດວ້ຍໃຈເມດຕາກະຣຸນາ ເປັນການເກື້ອກູນອຸດໜູນ ໃຫ້ຜູ້ຮັບມີຄວາມສຸກ ຜ່ານພົ້ນຄວາມທຸກໄດ້ໄປ ເຊັ່ນໃຫ້ເສື້ອຜ້າ ແພພັນແກ່ຍາຈົກ ເປັນຕົ້ນ ໃຫ້ໂດຍອະນຸເຄາະຄື ໃຫ້ແກ່ຜູ້ມີຖານະສະ ເໝີກັນ ໃຫ້ໂດຍບູຊາຄຸນ ໃນທ່ານຜູ້ມີພະຄຸນແກ່ຕົນມີ ມານດາ ບິດາ ເປັນຕົ້ນ ຕະຫຼອດຈົນທ່ານຜູ້ຊົງຄຸນ ໃຫ້ແກ່ພົນໂລກເຊັ່ນ ສະມະນຊີ-ພາມ ລັກສະນະເຫຼົ່ານີ້ ຖ້າເປັນໄປໂດຍເຈາະຈົງ ຮຽກວ່າ ປາຕິບຸກຄະລິກະທານ 1. ຖວາຍແກ່ພຣະພິກຂຸສົງ ຜູ້ປະພຶດພຣະທຳມະວິໄນ ເປັນສາທາລະນະທົ່ວໄປ ບໍ່ຈຳ ກັດຕົວຮຽກວ່າ ສັງຄະທານ 1.
ໃນ 2 ຢ່າງນີ້ “ສັງຄະທານ” ພຣະພຸດທະເຈົ້າ ຕັດເທສນາໄວ້ວ່າ ປະເສີດກວ່າ ປະຕິບຸກຄະລິກະທານ ເປັນອັນວ່າອາມິສະທານມີ 2 ຢ່າງຄື: ປະຕິບຸກຄະລິກທານ ໃຫ້ໂດຍເຈາະຈົງຕົງ 1. ສັງຄະທານ ໃຫ້ແກ່ພຣະພິກຂຸສົງ ຜູ້ປະ ພຶດປະຕິບັດ ໃນພຣະທຳມະວິໄນ ໂດຍບໍ່ຈຳເພາະເຈາະຈົງຕົງ 1. ດັ່ງສະແດງມານີ້.
ອັນໜຶ່ງ ອາມິສະທານທັງປວງ ຍ່ອມເປັນກິດເກື້ອກູນ ກໍ່ໃຫ້ເກີດຄວາມສຸກ ສຸກກາຍ ສະບາຍຈິດ ແກ່ປະຕິຄາຫົກຜູ້ບໍລິໂພກ ຄວນທີ່ເມທິຊົນ ຈະຕ້ອງບຳ ເພັນໃຫ້ເປັນກິດຈະວັດ ຕາມສົມຄວນແກ່ ໂພຄະຊັບສົມບັດຂອງຕົນ ເພື່ອວິ ບາກສົມບັດ ອັນຈະເພິ່ງໄດ້ໃນພາຍໜ້າ ອົງສົມເດັດພຣະສຳມາ ສຳພຸດທະ ເຈົ້າ ໄດ້ຕັດເທສນາເປັນ ພຣະຄາຖາວ່າ “ປຸບເພວະ ທານາ ສຸມະໂນ” ດັ່ງນີ້ເປັນເຄົ້າ “ກ່ອນແຕ່ຈະໃຫ້ກໍ່ມີໃຈດີ 1, ກຳລັງໃຫ້ຢູ່ ກໍ່ທຳຈິດໃຈ ໃຫ້ຜ່ອງແຜ້ວ 1, ຄັນໃຫ້ແລ້ວ ກໍ່ມີໃຈຊື່ນບານ 1, ນີ້ເປັນເຄື່ອງສົມບູນແຫ່ງ ຍັນຍະ ຄື ທານບໍລິຈາກ”
ດັ່ງນີ້. ເມື່ອຈະກ່າວເຖິງຜົນ ອັນເຫັນປະຈັກໃນປະຈຸບັນ ຜູ້ໃຫ້ທານ ຍ່ອມເປັນທີ່ຮັກໃຄ່ ພໍໃຈຂອງຜູ້ເປັນມິດ ສະຫາຍເປັນອັນມາກ ກິດຕິສັບຍົດຊື່ສຽງ ແລະ ຄວາມສັນລະເສີນ ຍ່ອມລືກະສ່ອນໄປ ທົ່ວທິດສານຸທິດ ກ້າຫານໃຫ້ສະ ມາຄົມທົ່ວໄປ ເປັນຜູ້ປະກອບໄປດ້ວຍປັນຍາ ແລະ ມີສະຕິ ສຳປະຊັນຍະ ອັນ ໃພບູນ ເມື່ອສິ້ນຊີວິດແລ້ວ ຍ່ອມໄປອຸບັດ ບັງເກີດໃນສຸຄະຕິ ໂລກສະຫວັນ.
ທານຍ່ອມໃຫ້ຜົນ ທັງໃນພົບນີ້ ແລະ ພົບໜ້າ ນຳວິບາກສົມບັດ ມາໃຫ້ໂດຍທຳໃຫ້ ເປັນຜູ້ມີໂພຄະສົມບັດ ບໍລິບູນ ເປັນທີ່ເພິ່ງຂອງສັດທັງປວງ ດັ່ງເຊັ່ນ ທ່ານພຣະສີວະລີເຖຣະ ຜູ້ໄດ້ຮັບເອຕະທັກຄະ ໃນທາງມີເອກະລາບ ເຫຼືລົ້ນ ທ່ານຈະໄປໃນທີ່ໃດໆ ກໍ່ມີລາບສົມບູນ ຢູ່ເນື່ອງນິດ ບໍ່ບົກຜ່ອງ ເສື່ອມຄາຍລົງ ດ້ວຍອານິສົງທີ່ໄດ້ ຖວາຍທານແຕ່ປາງກ່ອນ ດັ່ງຈະໄດ້ຍົກ ອະດີດນິທານ ມາເທສນາດັ່ງຕໍ່ໄປນີ້ ໃນສະໄໝໜຶ່ງ ພຣະຜູ້ເປັນເຈົ້າສີວະລີ ອຸບັດບັງເກີດຂື້ນ ເປັນບຸດເສດຖີ ເມື່ອຈະເລີນໄວຂື້ນມາ ໄດ້ໃຫ້ທານແກ່ ພຣະປັດເຈກພຸດທະ ເຈົ້າ ວັນລະອົງໆ ຄັນໄດ້ຕຳແໜ່ງ ເປັນເສດຖີແທນບິດາແລ້ວ ຕໍ່ແຕ່ນັ້ນມາ ໄດ້ຖວາຍທານແກ່ ພຣະປັດເຈກພຸດທະເຈົ້າ ເພີ່ມຂື້ນອີກ ລວມເປັນ 7 ອົງຕະ ຫຼອດມາ ກະທຳຢູ່ດັ່ງນີ້ ຈົນສິ້ນຊີວິດ ກໍ່ໄດ້ໄປອຸບັດບັງເກີດ ບົນສະຫວັນຊັ້ນຍາມາ ມີວິມານຜາສາດສູງໄດ້ 30 ໂຍດ ມີນາງຟ້າເທພະອັກສອນ ກັນຍາປະ ມານໝື່ນໜຶ່ງ ເປັນບໍລິວານ.
ແຕ່ສະເຫວີຍສຸກຢູ່ບົນສະຫວັນ ຊັ້ນຍາມາປະມານວ່າ ໄດ້ໂກດປີໃນ ເມືອງ ມະນຸດ ຄັນເຖິງສາສນາ ພຣະໂຄດົມບໍຣົມຄູ ຈິ່ງຈຸຕິລົງມາຖືເອົາ ກຳເນີດໃນ ຕະກູນເຈົ້າ ສາກະຍະ ບໍຣິບູນໄປດ້ວຍ ໂພຄະສົມ ບັດຍິ່ງໜັກ ຄັນຈະເລີນໄວຂື້ນມາ ກໍ່ໄດ້ອອກບວດ ໃນສຳນັກພຣະບໍຣົມຄູ ໄດ້ບັນລຸເປັນ ພຣະອະຣະຫັນຂີນາສົບ ມີຊື່ປະກົດວ່າ ພຣະສີວະລີເຖຣະ ຜູ້ເລີດກວ່າພິກຂຸ ບໍລິສັດທັງຫຼາຍ ໃນທາງທີ່ມີລາບມາກ ພຣະຜູ້ເປັນເຈົ້າ ໄປສູ່ສະຖານທີ່ໃດ ເທວະດາ ແລະ ມະນຸດຍ່ອມສັກກາຣະ ບູຊາຢ່າງລົ້ນເຫຼືອ ແມ່ນໝູ່ບໍລິວານຂອງທ່ານ ກໍ່ບໍລິບູນໄປດ້ວຍ ບໍ່ອາດບໍລິໂພກ ເຄື່ອງສັກກາຣະເຫຼົ່ານັ້ນ ໃຫ້ໝົດສິ້ນລົງໄປໄດ້ ນີ້ກໍເພາະຜະລະ ອານິສົງແຫ່ງສັງຄະທານ ທີ່ທ່ານໄດ້ໃຫ້ແລ້ວ ໃນຊາດປາງກ່ອນ ໄດ້ນຳມາອຳນວຍຜົນ ຂໍສາທຸຊົນ ພຸດທະບໍລິສັດທັງຫຼາຍ ເພິ່ງຍິນດີໃນທານ ທີ່ໄດ້ກະທຳໄວ້ນີ້ເທີ້ນ.
ເທສນາປະຣິໂຍສາເນ ໃນເມື່ອແລ້ວ ຣົດສະທຳມະເທສນາ ແຫ່ງພຣະພຸດ ທະເຈົ້າ ຂໍທ່ານສາທຸຊົນ ພຸດທະບໍລິສັດ ຜູ້ໄດ້ຮັບຟັງ ເຊິ່ງຜະລະອານິສົງ ແຫ່ງສັງຄະທານ ຂໍຈົ່ງຫຼັ່ງນ້ຳທັກສີໂນຫົກ ໃຫ້ຕົກລົງເໜືອປະຖະພີ ອຸທິດວິ ບາກຜົນ ແຫ່ງກອງການກຸສົນ ທີ່ຕົນໄດ້ສ້າງສົມອົບຮົມ ມາແລ້ວໃຫ້ແກ່ມານດາບິດາ ຍາດມິດຄູ ອຸປັດຊາອາຈານເປັນຕົ້ນ ຜູ້ເກື້ອກູນອຸດໜູນຕົນມາ ຕະ ຫຼອດເຖິງ ສັບພະສັດທັງຫຼາຍ ໃນໝື່ນໂລກຈັກກະວານ ເບື້ອງຕ່ຳເຖິງອະເວຈີ ເບື້ອງບົນຈົນເຖິງ ອະກະນິດຖາພົບ ເປັນທີ່ສຸດ ຂໍບັນດາສັບພະສັດ ຈົ່ງໄດ້ຮັບສ່ວນບຸນກຸສົນນີ້ແລ້ວ ກໍ່ຈະໄດ້ພາກັນຊື່ນຊົມ ອະນຸໂມທະນາ ໃນຄວາມເມດຕາຂອງທ່ານ ຜູ້ເປັນທຳ ຂໍບຸນກຸສົນສ່ວນນີ້ ຈົ່ງໄປກັ້ງໄປບັງເສຍ ເຊິ່ງປະຕູອະບາຍພູມທັງ 4 ຄື: ນາຣົກ ເຜດຕະວິໃສ, ອະສຸຣະກາຍ ແລະ ກຳເນີດ ສັດເດຍລະສານ ຂໍໃຫ້ທ່ານພົ້ນຈາກທຸກ ທັງປວງ ຈົ່ງສະເຫວີຍສຸກສົມບັດ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ສິ້ນກາລະຊ້ານານ ຕາບເທົ້າ ພຣະອະຣິຍະເມດໄຕ ບໍຣົມໂພທິສັດ ຈະໄດ້ລົງມາຕັດສະຮູ້ເປັນ ພຣະພຸດທະເຈົ້າໃນຄັ້ງນັ້ນ.
ກໍ່ແລ ທ່ານທັງຫຼາຍ ຈັກໄດ້ຟັງ ພຣະທຳມະເທສນາ ໃນສຳນັກຂອງພຣະ ອົງແລ້ວ ຈະໄດ້ບັນລຸມັກຜົນຕາມສົມຄວນ ແກ່ວາດສະໜາ ປາລະມີຂອງ ຕົນໆ ຈະໄດ້ດັບເສຍ ເຊິ່ງ ຊາດ ຊະລາ ພະຍາທິ ມະລະນະ ໃນທີ່ສຸດກໍຈະ ບ່າຍໜ້າເຂົ້າສູ່ເມືອງແກ້ວ ກ່າວຄືພຣະອະມະຕະມະ ຫານິລະພານ ຕາມແບບ ຢ່າງຂອງ ພຣະອະຣິຍະທັງປວງ ທີ່ລ່ວງມານັ້ນແລ້ວ ນິດຖິຕາ ກໍ່ຈົບລົງພຽງ ເທົ່ານີ້ແລຯ.
ສະຫຼອງ ພຣະທາດເກືອ
ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ໂລນະເຈຕິຍັນໂຕ ອິທັງ ສັດຖາ ປັບພະຕາຣາເມ ວິຫະຣັນໂຕ ທຸກຄະຕາວະໂສ ອາຣັບພະ ກະເຖສິ ປະຕິກຳມັນໂຕ ໂອປະນະ ພະຄະວັນຕັງ ສະຣະນັງ ອິທັງ ທັກຂິນາ ກຸສະເລເຈຕິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ສະຫຼອງຜະລະ ອານິສົງການກໍ່ສ້າງ ໂລນະເຈຕິພະທາດເກືອ ເພື່ອກະທຳໃຫ້ ເປັນ ການບູຊາພຣະພຸດທະຄຸນ ພຣະທຳມະຄຸນ ແລະ ພຣະສັງຄະຄຸນ ອັນເປັນອົງພຣະຣັດຕະນະໄຕ ຄື ແກ້ວສາມດວງ ອັນສຸກໃສສະຫວ່າງ ສະໄຫວຮຸ່ງເຮືອງ ຢູ່ໃນຊຸມພູທະວີບ ແລະ ລັງກາທະວີບ ມີຣັດສະໝີກວ່າ ແສງສະຫວ່າງອື່ນໆໃນໂລກ ໃນຄວາມຮົ່ມເຢັນ ເປັນສຸກແກ່ຊາວ ພຸດທະມາມະກະ ຜູ້ເຖິງແລ້ວ ຈິ່ງທຳໃຫ້ຜູ້ເຊື່ອຖືພຸດທະສາສນາ ມີຈິດສັດທາ ປະສັນນະການເຫຼື້ອມໃສ ຫວັງເອົາຄຸນ ພຣະຣັດຕະນະໄຕ ເປັນທີ່ເພິ່ງ ເຊື່ອກຸສົນຜົນບຸນ ອັນແນ່ວແນ່ລົງໄປ ແລະ ມີຄວາມເຈດຈຳນົງ ລົງໃນໃຈຕົນເອງ ຢູ່ກັບດ້ວຍການ ກະທຳກອງການກຸສົນ ເຈດຕະນາເປັນຕົ້ນເຊັ່ນນີ້.
ຈິ່ງໄດ້ເກີດຄວາມຄິດ ຮ່ວມຈິດຮ່ວມໃຈກັນ ຊັກຊວນຍາດມິດ ສະຫາຍທັງ ຫຼາຍ ຜູ້ທີ່ຢູ່ໃກ້ຄຽງກັນ “ກະໂຣຕິ” ແລມາກະທຳສ້າງ ພຣະທາດເຈດີເກືອ ອັນຊອກສະແຫວງຫາມາໄດ້ ດ້ວຍນ້ຳເຫື່ອນ້ຳແຮງຂອງຕົນ ເພື່ອຕ້ອງການຊ່ວຍ ເຫຼືອ ເກື້ອກູນພຸດທະບໍລິສັດ ແລະ ຫວັງເອົາກຸສົນບຸນຍະຣາສີ ເພື່ອຊ່ວຍຄຸ້ມຄອງປ້ອງກັນ ໄພພິບັດອັນຈະເກີດ ມີແກ່ຕົນ ໃຫ້ຫຼຸດພົ້ນໄປຈາກ ຄວາມໂສກ ເສົ້າໂສກາ ຍາກໄຮ້ທົນທຸກ ເປັນເວທະນາ ມີທຸກໂສກໂລກໄພ ໄຂ້ເຈັບເຂົ້າກ່ຽວຂ້ອງ ເປັນມົນທິນອັນລະມົກ ຕັດຂາດເສຍ ເຊິ່ງການກະທຳ ອັນບໍ່ເປັນປະໂຫຍດ ໃນພົບປັດຈຸບັນ ເຮົາທັງຫຼາຍ ປາຖນາເອົາ ຄຸນພຣະຣັດຕະນະໄຕທັງ 3 ປະການ ມາເປັນທີ່ເພິ່ງ ທັງນີ້ກໍ່ສົມຄວນແລ້ວ ທີ່ພວກເຮົາ ຄວນຕັ້ງໃຈ ບູຊາສັກກາຣະ ເທີດທູນໄວ້ ເໜືອຫົວເໜືອຂະໝ່ອມ ທະນຸບຳລຸງສົງເສີມ ດ້ວຍການບໍລິຈາກ ສັບພະວັດຖຸຕ່າງໆ ເພື່ອເປັນເຄື່ອງ ສັກກາຣະບູຊາ.
ທັງນີ້ເປັນການດີແລ້ວ ພວກເຮົາພ້ອມກັນ ທຳກຸສົນຜົນບຸນ ເຈືອຈູນຄ້ຳຄູນ ພຣະພຸດທະສາສນາ ໃຫ້ຮຸ່ງເຮືອງຖາວອນ ໝັ້ນຄົງເໝືອນແຕ່ໂບຮານ ນະການ ພຸ້ນ ທີ່ພວກເຮົາເຄີຍ ປະຕິບັດມາ ເປັນປະເພນີ ຣະບຽບ ແລະ ການປະຕິບັດກັນ ສືບຕໍ່ໆມານັ້ນໆແລຄື “ປະເພນີ” ຜູ້ທີ່ບໍ່ລືມປະເພນີ ຍ່ອມສາມາດ ຍັງກິດການງານຂອງຕົນ ໃຫ້ຫຼຸດພົ້ນໄປ ສູ່ຜົນສຳເລັດ ໃນເບື້ອງໜ້າທີ່ຈະມາເຖິງເຮົາ.
ດວງດາວ ແລະ ໂຊກລາບຂອງເຮົາ ຈະເກີດຂື້ນ ຄອຍຖ້າທ່ານຢູ່ແລ້ວ ເຮົາຕ້ອງເປັນຜູ້ ກ້າວໜ້າໄປຫາດວງດາວ ແລະ ໂຊກລາບນັ້ນ ຄວາມພໍໃຈໄປດ້ວຍ ໂພຄະຊັບ ແລະ ຄວມສຸກກະເສີມສຳລານ ເຫດໃດເຮົາເປັນ ປຸຖຸຊົນ ຈິ່ງຈະກ້າງໄປເຖິງໄດ້ ພຣະພຸດທະເຈົ້າຂອງເຮົາ ໄດ້ຕັດ ພຣະສັດທຳມະເທ ສນາວ່າ “ວິຣິເຍນະ ທຸກຂະມັດເຈຕິ” ຄົນລ່ວງໄປໄດ້ ດ້ວຍຄວາມພຽນ ອົດກັ້ນຕໍ່ ຄວາມທຸກຍາກລຳບາກ ກາກກຳໃດໆທັງໝົດ ເຮົາຂະຫຍັນກະທຳ ກິດທຸລະສິ່ງທີ່ເປັນ ປະໂຫຍດເຊັ່ນການ ກັ່ນກອງເອົານ້ຳເກືອ ໃນເບື້ອງຕົ້ນ ຕ້ອງຄົ້ນຄ້ວາຂຸດດິນ ຫາທາດແລ້ວ ຕັ້ງຕົ້ນກໍ່ເຕົາຕັດຟືນ ພະຍາຍາມເອົາໃຈໃສ່ ຝັກໄຝ່ໃນວຽກ ງານຂອງຕົນ ບໍ່ປະວາງທຸລະກິດ ການນັ້ນໆ.
ເລືອກເອົາຄົນໃຊ້ ໃຫ້ໄດ້ຄົນດຸໝັ່ນ ທັງເປັນຄົນບໍ່ອິດສາ ຣິດສະຫຍາຄົນອື່ນ ມີໃຈສັນໂດດ ໃນວຽກງານທີ່ຕົນທຳ ນ້ອມນຳຄວາມ ສຳເລັດມາສູ່ຕົນ ໂດຍຮອບຄອບ ແມ່ນວ່າການກະທຳ ວຽກງານສິ່ງໃດໆ ຖ້າເຮົາມີສະຕິລະວັງ ແລະ ຈາລຶກໄວ້ຢູ່ສະເໝີວ່າ ເວລານີ້ມີການກະທຳຢູ່ 2 ຢ່າງຄື: ກຳດີ 1 ແລະ ກຳຊົ່ວ 1 ກຳຊົ່ວຄື: ກະທຳວຽກງານສິ່ງໃດໆ ບໍ່ຈົບບໍ່ລະອຽດ ເຮັດພໍແຕ່ແລ້ວໆໄປ ສ່ວນກຳດີ ຄືການກະທຳວຽກງານ ສິ່ງນັ້ນໆຈົບງາມລະອຽດ ເຮັດໃຫ້ໝັ້ນຄົງຖາວອນ ກຳຊົ່ວໃຫ້ຜົນ ໄດ້ຮັບຄວາມທຸກ ກຳດີໃຫ້ຜົນ ໄດ້ຮັບຄວາມສຸກແກ່ ຜູ້ປະພຶດປະຕິບັດ ມີໝາກຜົນໃຫ້ເກີດ ໂພຄະຊັບ ໃນພົບປະຈຸບັນນີ້.
ສ່ວນຄວາມສຸກ ໃນເບື້ອງໜ້າ ກໍ່ຄືສຸກອັນເລີດ ອັນປະເສີດ ມີສະຫວັນ ແລະ ພຣະນິບພານ ເປັນເບື້ອງສູງ ດັ່ງພຣະຄາຖາທີ່ຍົກໄວ້ ໃນເບື້ອງຕົ້ນນັ້ນວ່າ: “ໂລນະເຈຕິຍັນໂຕ ອິທັງ ສັດຖາ ປັບພະຕາຣາເມ ວິຫະຣັນໂຕ ທຸກຄະຕາວະໂສ ອາຣັບພະ ກະເຖສິຕິ” ດັ່ງນີ້ເປັນເຄົ້າ “ເອກັງ ສະມະຍັງ” ໃນກາລະຄັ້ງໜຶ່ງ ພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ ສະເດັດປະທັບ ຢູ່ໃນຖ້ຳ ສັດຕະບັນນະຄູຫາບັນພົດ ໃກ້ທະເລນ້ຳເຄັມ ອາໃສພິກຂາຈານ ທ່ຽວບິນທະບາດ ຢູ່ໃນແຄວ້ນກາສີນັ້ນ ເປັນອາຈິນ ໃນເວລານັ້ນ ເປັນລະດູຮ້ອນ ເດືອນ 4 ແຮມ 8 ຄ່ຳ “ທຸກຄະຕາຣະໂສ” ຍັງມີບຸຣຸດ ເຂັນໃຈສາມຄົນພີ່ນ້ອງ ຢູ່ໃນຣາວປ່າ ເປັນຄົນທຸກຍາກ ເສາະສະແຫວງຫາ ອາຫານມາລ້ຽງຊີບ ດ້ວຍຄວາມຂາດໆເຂີນໆ.
ໃນຄັ້ງນັ້ນ ຊາຍທຸກຄະຜູ້ພີ່ນັ້ນ ໄດ້ທັດສະນະ ຫຼຽວເຫັນເມັດເກືອ ຢູ່ຕາມຮີມຫາດຊາຍ ທະເລຂາວສະອາດ ເຂົາຈິ່ງຊັກຊວນກັນກອງກໍ່ ເປັນເຈດີທາດເກືອ ສູງເຄິ່ງສອກ “ກະໂລນໂຕ” ເມື່ອກະທໍາສໍາເລັດແລ້ວ ຈິ່ງເອົາແພມາສີກ ເຮັດເປັນທຸງໄຊ ປັກປະດັບປະດາ ພຣະເຈດີທາດເກືອແລ້ວ ທຸກຄະຕະທັງ 3 ພີ່ນ້ອງກໍ່ພາກັນ ໄຫວ້ນົບເຄົາຣົບ ອະພິວາດ ດ້ວຍຄວາມເຫຼື້ອມໃສຂອງຕົນ.
“ພະຄະວາໂຕ” ໃນກາລະຄັ້ງນັ້ນ ສົມເດັດພຣະພູມີ ພຣະພາກເຈົ້າ ສະເດັດ ທ່ຽວບິນທະບາດ ໃນແຄວ້ນກາສີຣາຊະທານີ ແລ້ວຈິ່ງລຽບຕາມ ຮິມຝັ່ງທະເລໄປ ຈິ່ງພົບທຸກຄະຕະ ສາມພີ່ນ້ອງ ກຳລັງອະພິວາດ ພຣະເຈດີທາດເກືອຢູ່ ສົມເດັດພຣະພູມີ ພຣະພາກເຈົ້າ ຈິ່ງສະເດັດເຂົ້າໄປ ຢືນຕົງຕໍ່ໜ້າຊາຍທຸກຄະ ຕະແລ້ວ ຈິ່ງຊົງປາໃສ ຕັດຖາມວ່າ ທ່ານທຳອັນໃດ?
“ທຸກຄະເຕ ຍາຈະກາເຣ ອະພິວາເທມິ” ຈິ່ງທູນຕອບ ພຣະວາຈາວ່າ ຂ້າແຕ່ອົງສົມເດັດ ພຣະພູມີ ພຣະພາກເຈົ້າ ພວກຂ້າພຣະບາດ ສ້າງພຣະເຈດີທາດເກືອ ເພື່ອຖວາຍບູຊາ ພຣະຣັດຕະນະໄຕ ໂດຍຂ້ານ້ອຍ ຄັນສົມເດັດ ພຣະພູມີ ພຣະພາກເຈົ້າ ໄດ້ຊົງຟັງແລ້ວ ຈິ່ງຕັດພະວາຈາແກ່ ພຣະອານົນໃຫ້ປູຜ້າ ນິສິທະນະລົງ ໃຕ້ຮົ່ມໄມ້ຕົ້ນໜຶ່ງແລ້ວ ພຣະອົງກໍ່ປະທັບນັ່ງແລ້ວ ທຸກຄະຕະທັງ 3 ພີ່ນ້ອງຈິ່ງເຂົ້າໄປ ນະມັດສະການ ພຣະສຳມາສຳພຸດທະເຈົ້າ ແລ້ວຈິ່ງກາບທູນ ຖາມເຖິງຜະລະອານິສົງ ທີ່ໄດ້ກອງກໍ່ ໂລນະກະເຈດີທາດເກືອ ຖວາຍບູຊາ ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ກໍ່ຈະມີຜະລະອານິສົງ ດັ່ງລືກໍ່ຂ້າຈາ? ຄັນພຣະພູມີພຣະພາກເຈົ້າ ຊົງຟັງແລ້ວ ຈິ່ງຕັດພຣະສັດທຳມະ ເທສນາວ່າ ດູກ່ອນທຸກຄະຕະ ບຸກຄົນຜູ້ມີສັດທາ ປະສັນ ນະການ ເຫຼື້ອມໃສໄດ້ກອງກໍ່ ພຣະໂລນະກະເຈດີ ທາດເກືອນັ້ນ ສູງສອກໜຶ່ງກໍ່ດີ ຄືບໜຶ່ງກໍ່ດີ ບຸກຄົນຜູ້ນັ້ນ ຈະບໍ່ໄດ້ໄປສູ່ອະບາຍ ທຸກຄະຕິເລີຍ ກຳນົດ ການໄດ້ຮ້ອຍຊາດ ຈະໄດ້ສະເຫວີຍສົມບັດ ອັນເປັນທິບໃນ ມະນຸດສຸຄະຕິແລ້ວ ຈະໄດ້ສະເຫວີຍ ທິບພະສົມບັດ ໃນສຸຣາໄລເມືອງສະຫວັນ ພາຍຫຼັງຈະໄດ້ ພຣະນິບພານສົມບັດ ອັນສິ້ນທຸກ ສິ້ນໄພ ໃນວັດຕະສົງສານ.
ການກໍ່ໂລນະກະເຈດີ ທາດເກືອນີ້ ເປັນແບບຢ່າງປະເພນີ ແຫ່ງພຣະບໍຣົມໂພທິສັດ ສືບໆກັນມາ ເມື່ອພຣະຜູ້ມີພຣະພາກເຈົ້າ ຕັດພຣະສັດທຳມະເທສນາ ຈົບລົງແລ້ວ ກໍ່ສະເດັດເຂົ້າໄປສູ່ ຖ້ຳບັນພົດຄູຫາ.
ສ່ວນທຸກຄະຕະທັງ 3 ພີ່ນ້ອງ ຄັນໄດ້ຟັງ ທໍາມະເທສນາ ພຣະພຸດທະເຈົ້າແລ້ວ ກໍ່ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າ ໄດ້ເປັນພຣະອໍຣະຫັນ ພຣະອົງໜຶ່ງເຖີ້ນ ຄັນປາຖນາດັ່ງນີ້ແລ້ວ ບຸຣຸດເຂັນໃຈທັງສາມນັ້ນ ກໍ່ຖວາຍນະມັດສະການ ລາກັບໄປສູ່ບ້ານເຮືອນແຫ່ງຕົນ ຂົນຂວາຍຫາລ້ຽງຊີບ ຊີວິດຕາບເທົ້າ ສິ້ນອາຍຸແຫ່ງຕົນ ເມື່ອທຳລາຍປັນຈະຂັນ ຕາຍໄປກໍ່ໄດ້ ຂື້ນໄປບັງເກີດໃນຊັ້ນຟ້າ ຕາວະຕິງສາ ສະຫວັນໝົດທັງ 3 ພີ່ນ້ອງ ມີວິມານຜາ ສາດທອງ ຄົນລະຫຼັງ ສູງໄດ້ 25 ໂຍດ ມີນາງຟ້າ ເທບພະກັນຍາ 500 ເປັນບໍລິວານ ວິມານຜາສາດ ເທບພະບຸດທັງ 3 ອົງນັ້ນ ວິຈິດບັງຈົງ ໄປດ້ວຍເສດຕະສັດທຸງ ປະດັບປະດາ ໄປດ້ວຍໄມ້ກັນລະພຶກ ແລະ ສວນອຸດທິຍານ ແວດລ້ອມໄປດ້ວຍ ຣັດສະໝີ ອັນຮຸ່ງເຮືອງງາມ ສ່ອງສະຫວ່າງ ວິຈິດບັນຈົງໂອພາດ ພູມພື້ນນັ້ນດາດາດ ໄປດ້ວຍທອງງາມ ບໍລິສຸດສະອາດ ສະເຫວີຍທິບພະສົມບັດ ຢູ່ໃນວິມານຜາສາດ ຄັນເຖິງພຣະສາສນາ ພຣະສີອະຣິຍະເມດໄຕ ລົງມາຕັດສັບພັນຍູ ເປັນສຳມາສຳພຸດທະເຈົ້າ ໂຜດສັບພະສັດ ທັງຫຼາຍໃນໂລກນີ້.
ເທວະບຸດທັງສາມອົງນີ້ ຈຶ່ງຈະໄດ້ຈຸຕິລົງມາເກີດ ເປັນບຸດເສດຖີ ໃນເມືອງເກຕຸວະດີ ນະຄອນ ຄັນຈະເລີນໄວຂື້ນມາ ກໍ່ໄດ້ອອກບັນພະຊາ ໃນສຳນັກ ພຣະສີອະຣິຍະເມດໄຕ ກໍ່ໄດ້ບັນລຸ ພຣະອະຣະຫັນ ໃນສາສນາ ພຣະສີອະຣິຍະເມດໄຕ ດ້ວຍຜະລະອານິສົງທີ່ໄດ້ກໍ່ ໂລນະກະເຈດີທາດເກືອ ບູຊາພຣະຣັດຕະນະໄຕ ນັ້ນແລ. ຂໍສາທຸຊົນ ພຸດທະບໍລິສັດທັງຫຼາຍ ຄັນຮູ້ຜະລະອານິ ສົງ ຢ່າງແຈ່ມແຈ້ງແລ້ວ ຈົ່ງລື່ນເລີງບັນເທີງໃຈ ໃນຜົນທານທີ່ກະທຳມາແລ້ວ ນີ້ ກໍ່ຈະສົມມະໂນຣົດ ຄວາມມຸ້ງມາດປາຖນາ ທຸກສິ່ງທຸກປະການ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.
ສະຫຼອງ ຜ້າປູໂຮງອຸໂປສົດ
ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ເອກັດສະມິງ ກິຣະ ສະມະເຍ ສັດຖາ ສະວັດຖິຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣັນໂຕ ອະຖະໂຂ ປັດເສນະທິໂກສະໂລ ຣາຊາຣັດຊັງ ກາເຣສິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການຖວາຍ ຜ້າປູໂຮງອຸໂປສົດ ໃຫ້ເປັນທານ ທ່ານສາທຸ ຊົນທັງຫຼາຍ ບັນດາຜູ້ທີ່ມີສັດທາ ໄດ້ສະລະຊັບສົມບັດ ຂອງຕົນອອກ ກໍ່ສ້າງຜ້າປູໂຮງອຸໂປສົດ ດັ່ງທີ່ທ່ານທັງຫຼາຍ ກະທຳກັນຢູ່ໃນດຽວນີ້ ພຣະພຸດທະເຈົ້າ ກໍ່ໄດ້ຕັດເທສະນາໄວ້ວ່າ ມີຜົນອານິສົງເຫຼືອທີ່ ຈະປະມານບໍ່ໄດ້ ຍ່ອມອຳນວຍ ວິບາກຜົນ ໃຫ້ຜູ້ກະທຳ ບຳເພັນບຸນເຊັ່ນນີ້ ໄດ້ປະສົບຜົນໃນສຸຄະຕິ ໂລກສະ ຫວັນ ເລື່ອງນີ້ມີປາກົດເປັນ ພະຍານຫຼັກຖານແລ້ວ ໃນຄັ້ງພຸດທະການພຸ້ນ ດັ່ງຈະນຳມາ ເທສນາຕໍ່ໄປນີ້.
ເອກັດສະມິງ ກິຣະ ດັ່ງໄດ້ຍິນມາວ່າ ໃນສະໄໝໜຶ່ງ ພຣະພຸດທະເຈົ້າ ຂອງເຮົາທັງຫຼາຍ ໄດ້ສະເດັດປະທັບຢູ່ໃນ ເຊຕະວັນມະຫາວິຫານ ອາໃສພຣະນະຄອນສາວັດຖີ ເປັນທີ່ໂຄຈອນບິນທະບາດ ໃນກາລະຄັ້ງນັ້ນ ພຣະເຈົ້າປັດເສນະທິໂກສົນ ໄດ້ສະເຫວີຍຣາຊະສົມບັດ ໃນພຣະນະຄອນສາວັດຖີ ເປັນມະຫາຣາຊາ ຄອບຄອງໃນເມືອງນັ້ນ ໃນວັນໜຶ່ງ ພຣະເຈົ້າປະເສນະທິໂກສົນ ກໍ່ໄດ້ນຳເອົາເຄື່ອງ ສັກກາລະບູຊາ ມີປທະທູບ ປະທີບ ດອກໄມ້ ຄັນທະຣົດສະຂອງຫອມ ພ້ອມດ້ວຍໝູ່ ບໍລິວານຂອງຕົນ “ປະວິສິຕະວາ” ກໍ່ເຂົ້າໄປສູ່ປ່າ ເຊຕະວັນ ບູຊາເຊິ່ງ ພຣະພຸດທະເຈົ້າ “ນິສິທິ” ກໍ່ນັ່ງຢູ່ທີ່ຄວນ ສ່ວນຂ້າງໜຶ່ງ ກັບດ້ວຍ ໝູ່ບໍລິວານຂອງຕົນ ແລ້ວກໍ່ໄຫ້ວຖາມທູນ ພຣະພຸດທະເຈົ້າວ່າ ນໍຣະຍິງຊາຍ ມີຈິດໃຈເຫຼື້ອມໃສ ໃນສາສນາ ມາສ້າງແປງ ຜ້າປູໂຮງອຸໂປສົດ “ເຄ ຫະປັນຍະຖາວັດຖີ” ຄືວ່າສ້າງປູລາດ ໄວ້ໃນໂຮງອຸໂປສົດຄັ້ງນີ້ ຈະມີຜະລະອານິສົງສະ ມາກນ້ອຍເທົ່າໃດກໍ່ຂ້າຈາ?
ໃນກາລະຄັ້ງນັ້ນ “ສັດຖາ” ອັນວ່າ ສັບພັນຍູເຈົ້າ ຜູ້ເປັນຄູຂອງຄົນ ແລະ ເທວະດາທັງຫຼາຍ “ເທເສຕິ” ກໍ່ຕັດ ພຣະສັດທຳມະເທສນາວ່າ ນໍຣະຍິງຊາຍທັງຫຼາຍ ມີໃຈເຫຼື້ອມໃສສັດທາ ໄດ້ສ້າງຜ້າປູລາດ ໂຮງອຸໂປສົດ ກໍ່ຈັກມີຜະລະ ອານິສົງສະ ມາກມາຍກາຍກອງ ເຫຼືອທີ່ຈະຄະນານັບບໍ່ໄດ້ ທັງໃນພົບນີ້ ແລະ ພົບໜ້າ ຜົນທີ່ໄດ້ໃນພົບນີ້ ຄືຈະມີຜູ້ນັບໜ້າຖືຕາ ໄປມາທາງໃດ ກໍ່ມີຜູ້ຢາກໃຫ້ ຮ່ວມກິນຮ່ວມນອນ ເຖິງແມ່ນວ່າ ຈະເຂົ້າໄປສູ່ສະມາຄົມໃດໆ ກໍ່ບໍ່ສະຍົດສະຍອງພອງເກົ້າ ການທຳມາຫາ ກິນ ກໍ່ສົມຄວາມມຸ້ງມາດປາຖນາ.
ເມື່ອສິ້ນຊີວິດແລ້ວ ກໍ່ຈະໄດ້ໄປອຸບັດເກີດຂຶ້ນ ໃນສຸຄະຕິໂລກ ສະຫວັນຊັ້ນຟ້າຕະວາຕິງສາ ມີວິມານຜາສາດສູງໄດ້ 12 ໂຍດ ແລ້ວໄປດ້ວຍແກ້ວ 7 ປະການ ດູຮຸ່ງເຮືອງງາມຍິ່ງກວ່າ ຜາສາດຫຼັງອື່ນ ມີນາງຟ້າເທວະດາ ອັບປະ ສອນກັນລະຍາ ແສນໜຶ່ງເປັນບໍລິວານ ເທວະບຸດຕົນນັ້ນ ມີກຳລັງບໍລິສັດທັງສີ່ ແວດລ້ອມເສບຕຸຣິຍະນົນຕີ ຢູ່ທຸກເມື່ອ ທຸກເວລາ ບໍ່ໄດ້ຂາດ. ສະນັ້ນ, ຜະລະອານິສົງສະອັນນີ້ ຍ່ອມເປັນຂັ້ນໃດນຳຂຶ້ນໄປ ສູ່ສະຫວັນນີ້ແລ ມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ມີມືອັນຊຸ່ມ ໄປດ້ວຍການໃຫ້ທານ ໝູ່ທວາຍເທບທັງຫຼາຍ ຍ່ອມມີຄວາມຍິນດີ ສັນຣະເສີນ ລໍຄອຍໃຫ້ທານ ນັ້ນຢູ່ສະເໝີ ເມື່ອແລ້ວ ພຣະສັດທຳມະເທສນາ ບໍຣິສັດທັງສີ່ ມີພຣະຍາປະເສນະທິໂກສົນ ເປັນປະທານ ກໍ່ມີຄວາມລື່ນເລີງ ຍິນດີໃນ ພຣະທຳມະເທສນາ ຍິ່ງໜັກ ເປັນຜູ້ຕັ້ງຢູ່ໃນກຸສົນ ສຳມາປະຕິບັດ ເປັນຈຳນວນມາກ ຄັນທຳລາຍຂັນ ລົງ ກໍ່ໄດ້ນຳເອົາຕົນ ໄປອຸບັດເກີດຂຶ້ນໃນ ສັດຕະຣັດຕະນະປາສາດ ສະເຫວີຍສົມບັດອັນເປັນທິບ ມີໝູ່ນາງເທບພະອັບປະສອນ ແວດລ້ອມເປັນຍົດບໍລິວານ ທ່ານສາທຸຊົນ ສັບປຸຣິສະເຈົ້າທັງຫຼາຍ ເມື່ອໄດ້ຊາບຜະລະ ອານິສົງສະຢ່າງແຈ່ມແຈ້ງແລ້ວ ຈົ່ງເປັນຜູ້ຕັ້ງຢູ່ໃນ ຄວາມບໍ່ປະໝາດ ຮີບກໍ່ສ້າງກອງການ ກຸ ສົນ ຄົງຈະໄດ້ປະສົບຜົນ ອັນອຸດົມ ສົມດັ່ງ ຄວາມປາຖນາ ທຸກປະການແລ.
ເທສນາ ປະຣິໂຍສາເນ ໃນເມື່ອແລ້ວ ຣົດສະທຳມະເທສນາລົງນີ້ ອາຕະມາພາບ ຂໍອຳນວຍອ່ວຍພອນ ແກ່ພວກທ່ານ ພຸດທະບໍລິສັດທັງຫຼາຍ ໃຫ້ໄດ້ຮັບແຕ່ ຈະຕຸພອນທັງ 4 ຄື: ອາຍຸ-ວັນນະ-ສຸຂະ-ພະລະ-ປະຕິພານ-ທານະສານ-ສິງຄານ-ບໍລິວານ ທຸກເມື່ອທຸກເວລາ ແລະ ຂໍໃຫ້ທ່ານທັງຫຼາຍ ພົ້ນຈາກ ໄພພິບັດຕ່າງໆ ມີໂຈລະໄພ-ຣະຊະໄພ-ອັກຄີໄພ-ອຸດທະກະໄພ ເປັນຕົ້ນ ເມື່ອພວກທ່ານທັງຫຼາຍ ມີຄວາມນ້ອມນຶກ ຢາກໄດ້ສິ່ງໃດ ກໍ່ຂໍໃຫ້ສຳເລັດ ດັ່ງມະໂນຣົດ ທຸກປະການນັ້ນເຖີ້ນ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ພຣະທາດຊາຍ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທະທັດສະ (ວ່າ 3 ເທື່ອ).
ວາລຸກະເຈຕິຍັນຕິ ອິທັງ ສັດຖາ ປຸບພະຣາເມ ວິຫະຣັນໂຕ ປະເສນະທິໂກສະລັງ ອາຣັບພະ ກະເຖສິຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມ ປາຖນາມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງ ຟັງຍັງພຣະສັດທຳ ມະເທສນາ ສະຫຼອງຜາລະອານິສົງ ການກໍ່ສ້າງວາລຸກະເຈດີ ພຣະທາດຊາຍ ເພື່ອກະທຳ ໃຫ້ເປັນ ພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແກ່ພຣະຣັດຕະນະໄຕ ດ້ວຍຈິດສັດທາ ປະສັນນະການເຫຼື້ອມໃສ ຫວັງເອົາຄຸນ ພຣະສີຣັດຕະນະໄຕ ເປັນທີ່ເພິ່ງອັນປະເສີດ ເໝືອນກັນກັບບ້ານເຮືອນ ເປັນທີ່ຢູ່ອາໃສ ກັນແດດກັນຝົນ ແລະ ຮີ້ນຍູງເປັນຕົ້ນ ເມື່ອມີສັດທາ ຄວາມເຊື່ອໝັ້ນໃນບຸນກຳ ອັນແນ່ວແນ່ເຖິງພຽງນີ້ ຈະປາຖນາ ຍຶດໜ່ວງເອົາ ສົມບັດຊະນິດໃດ ສົມບັດເຫຼົ່ານັ້ນ ຈະຜຸດຂຶ້ນມາ ຮອງຮັບເອົາ ຄວາມຮັກໃຄ່ ໃຫ້ສົມດັ່ງເຈຕະນາຂອງຕົນ ດ້ວຍອຳນາດ ບຸນກຸສົນຄື: ສິນ-ທານ ອັນປະກອບໄປດ້ວຍ ສັດທາເຈຕະນາ ອັນແຮງກ້າ ແມ່ນວ່າຈະຕັ້ງ ຄວາມປາຖນາ ເປັນພຣະພຸດທະເຈົ້າ.
ພຣະປັດເຈກະພຸດທະເຈົ້າ ພຣະຂີນາສາວົກເຈົ້າ ອັນເປັນຍອດແຫ່ງ ຄວາມປາຖນາ ຂອງປວງສັບພະສັດ ກໍຈະສົມມະໂນຣົດ ຄວາມມຸ້ງມາດ ປາຖນາທຸກປະການ ດັ່ງພຣະສຳມາ ສຳພຸດທະເຈົ້າ ຜູ້ເປັນທີ່ເພິ່ງ ຂອງເຮົາທັງ ຫຼາຍໄດ້ຕັດ ພຣະສັດທຳມະເທສນາ ແກ່ພຣະເຈົ້າປັດເສນະທິໂກສົນ ມີເນື້ອຄວາມວ່າ “ເອກັງ ສະມະຍັງ” ໃນສະໄໝໜຶ່ງ ພຣະສຳມາ ສຳພຸດທະເຈົ້າ ສະເດັດປະທັບຢູ່ ໃນບຸບຜາຣາມມະວິຫານ ໃນພຣະນະຄອນເມືອງສາວັດຖີ ຊົງພະຜາຣົບ ພຣະເຈົ້າປັດເສນະທິໂກສົນ ຜູ້ເປັນໃຫ່ຍໃນແຄວ້ນໂກສົນ ແລະ ເມືອງກາສີ ໃຫ້ເປັນຕົ້ນເຫດ ຈິ່ງໄດ້ຕັດພຣະສັດທຳມະເທສນາ ຜະລາອານິສົງ ວາລຸກະເຈດີຫາດຊາຍນີ້ ຄວາມພິດສະດານແຫ່ງ ພຣະສັດທຳມະເທສນາວ່າ
“ເອກະທິວະສັງ” ໃນວັນໜຶ່ງເປັນ ວັນແຮມ 4 ຄ່ຳ ເດືອນ 5 ເປັນລະດູຮ້ອນ ມີອາກາດອົບເອົ້າຫຼາຍ ສົມເດັດພຣະເຈົ້າປັດເສນະທິໂກສົນ ສະເດັດໄປພັກ ຜ່ອນ ພຣະສະຣິຣະກາຍ ໃຫ້ສະບາຍ ພຣະຣາຊະຫືຣະໄທ ທີ່ຫາດຊາຍ ຮິມຝັ່ງແມ່ນ້ຳ ໃນທີ່ບໍ່ຫ່າງໄກຈາກ ພຣະນະຄອນ ໄດ້ທັດສະນາການ ເຫັນພື້ນຫາດຊາຍນັ້ນ ເດຍລະດາດຂາວບໍລິສຸດ ປະດຸດຈະດັ່ງແກ້ວ ຜະລຶກເປັນທີ່ພໍພຣະຫືຣະໄທ ຍິ່ງໜັກໜາ ຈຶ່ງສະເດັດລົງຈາກ ພຣະຣາຊະລົດ ພ້ອມດ້ວຍ ເສວະກະມາດຣາຊະ ບໍລິວານທັງຫຼາຍ ດຳເນີນສະເດັດ ໄປມາເທິງຫາດຊາຍ ຂະນະນັ້ນ ພຣະອົງຊົງຮຳເພິງວ່າ ຊາຍນີ້ຂາວສະອາດແລ ຄວນທີ່ເຮົາຈະກໍ່ ວາລຸກະເຈດີຫາດຊາຍ ເພື່ອບູຊາແກ່ ພຣະຣັດຕະນະໄຕ ຄົງຈະປະເສີດກວ່າ ການເດີນທ່ຽວຫຼິ້ນລ້າໆ ບໍ່ມີປະໂຫຍດ ເມື່ອຊົງພຣະຣາຊະຮຳເພິງ ດັ່ງນີ້ແລ້ວ.
ພຣະອົງຮີບລົງມືກໍ່ທັນທີ ໝູ່ພຣະຣາຊາເທວີ ແລະ ເສວະກະມາດຣາຊະບໍລິວານ ກໍ່ຄອຍຕາມ ພຣະອັດຊະຍາໃສພາກັນກໍ່ ວາລຸກະເຈດີຫາດຊາຍ ທຸກຖວ້ນໜ້າ ການກະທຳດ້ວຍ ຄວາມມ່ວນຊື່ນ ຜາສຸກສຳລານ ເບີກບານໃຈ ເມື່ອເຮັດສຳເລັດແລ້ວ ຂະນະມານັບເບິ່ງ ພຣະເຈດີຫາດຊາຍນັ້ນ ໄດ້ເຖິງ 8ໝື່ນ 4 ພັນອົງ ພຣະບໍຣົມມະກະສັດ ຊົງມີຄວາມໂສມະນັດ ຍິນດີຍິ່ງໜັກ “ນິວັດຕິດຕະວາ” ພຣະຍາກໍ່ພາເຫຼົ່າ ຣາຊະບໍລິວານ ສະເດັດກັບມາສູ່ ບຸບຜາຣາມມະຫາວິຫານ ຖວາຍອະພິວາດ ກາບໄຫ້ວແລ້ວ ປະທັບນັ່ງນະສ່ວນຂ້າງໜຶ່ງ ກາບທູນເລື້ອງການກໍ່ ວາລຸກະເຈດີຫາດຊາຍ ທີ່ພຣະອົງຊົງກະທໍາມາແລ້ວນັ້ນ ກັບພຣະມະຫາມຸນີ.
ພຣະພຸດທະເຈົ້າ ໂດຍຕະຫຼອດ ແລ້ວທຸນອາຣາທະນາ ຂໍໃຫ້ພຣະບໍຣົມ ພຣະສາດສະດາ ຊົງສະແດງຜະລະ ອານິສົງແຫ່ງການສ້າງ “ວາລຸກະເຈດີ” ເທເສນໂຕ ເມື່ອນັ້ນ ພຣະພຸດທະເຈົ້າ ກໍຊົງຕັດ ພຣະສັດທຳມະເທສນາວ່າ ມະຫາຣາຊະ ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ນໍຣະຊົນຍິງຊາຍເຫຼົ່າໃດ ມີສັດທາເຫຼື້ອມໃສ ໄດ້ອຸດສາຫະມາກໍ່ສ້າງ ວາລຸກະເຈດີຫາດຊາຍ ໃຫ່ຍກໍ່ດີ ນ້ອຍກໍ່ດີ ສູງກໍ່ດີ ຕ່ຳກໍ່ດີ ມີຈຳນວນມາກມາຍເຖິງ 8ມື່ນ 4ພັນອົງ ດັ່ງມະຫາບໍພິດກະທຳ ຢູ່ໃນວັນນີ້ກໍ່ດີ ຫຼືວ່ານ້ອຍກວ່ານີ້ ພຽງແຕ່ອົງດຽວກໍ່ດີ ດ້ວຍສັດທາອັນແຮງກ້າ ມີຄວາມປິຕິໂສມະນັດ ຍິນດີເປັນກໍາລັງ ນໍຣະຊົນຍິງຊາຍເຫຼົ່ານັ້ນ ຈະບໍ່ໄດ້ໄປສູ່ ອະບາຍຍະພູມ ຕະຫຼອດຮ້ອຍຊາດ ຖ້າເກີດຢູ່ໃນມະ ນຸດສາໂລກ ກໍ່ຈະມັ່ງຄັ້ງສົມບູນ ໄປດ້ວຍຍົດສັກສິງຄານ ບໍຣິວານເປັນອັນມາກ ຄັນຈຸດຕິຈາກ ໂລກມະນຸດນີ້ແລ້ວ ກໍ່ຈະໄດ້ໄປອຸບັດເກີດບົນ ສະຫວັນເທວະໂລກ ສະເຫວີຍສົມບັດທິບ ໃນວິມານຜາສາດ ອັນເອີບອີ່ມ ໄປດ້ວຍຄວາມສຸກ ກະເສີມສຳລານ.
ແມ່ນວ່າ ພຣະຕະຖາຄົດ ແຕ່ຄັ້ງຍັງເປັນ ບໍລົມໂພທິສັດ ບຳເພັງປາຣະມີ ທຳຢູ່ພຸ້ນກໍ່ໄດ້ ກໍ່ພຣະເຈດີຫາດຊາຍ ເຊັ່ນດຽວກັນ ຄັ້ງນັ້ນເຮົາຕະຖາຄົດ ໄດ້ອຸບັດເກີດຂື້ນ ໃນຕະກຸນອະນາຖາ ເມື່ອຈະເລີນໄວຂື້ນມາ ໄດ້ເຂົ້າປ່າສະ ແຫວງຫາຟືນ ມາຂາຍລ້ຽງຊີວິດ ກະທຳຢູ່ດັ່ງນີ້ ເປັນອາຈີນຕະຫຼອດມາ “ເອ ກະທິວະສັງ” ຢູ່ມາໃນກາລະວັນໜຶ່ງ ໄປເຫັນຊາຍໃນອາຣັນຍາ ປ່າບໍລິສຸດໝົດ ຈົດດີ ມີສີເໝືອນສີທອງ ມີຈິດໃຈຜ່ອງໃສ ປະກອບໄດ້ດ້ວຍ ສັດທາອັນແຮງກ້າ ສະລະເວລາ ບໍ່ຕັດຟືນ ຕະຫຼອດວັນຍັງຄ່ຳ ໄດ້ກໍ່ສ້າງພຣະເຈດີ ຫາດຊາຍ ແລ້ວ ເບື້ອງຜ້າຫົ່ມຂອງຕົນ ອອກສີກເຮັດເປັນທຸງໄຊ ປັກປະດັບປະດາ ພຣະທາດເຈດີໄວ້ທົ່ວໄປ ຄັນເຮັດສຳເລັດແລ້ວ ຖວາຍບູຊາ ແກ່ພຣະຣັດຕະນະໄຕ.
ໃນພຸດທະບາດ ສາສນາຂອງ ພຣະຕິດສະສຳມາ ສຳພຸດທະເຈົ້າ ແລ້ວໄດ້ຕັ້ງປະນິທານ ຄວາມປາຖນາໄວ້ວ່າ ຂໍໃຫ້ຂ້າພະເຈົ້າ ສຳເລັດເປັນ ພຣະໂພທິຍານ ຕັດສະຮູ້ເປັນ ພຣະສຳມາສຳພຸດທະເຈົ້າ ພຣະອົງໜຶ່ງໃນອະນາຄົດ ຕະການເບື້ອງໜ້າພຸ້ນເຖີ້ນ ຄັນທຳລາຍຂັນລົງ ກໍ່ໄດ້ໄປເກີດ ບົນສະຫວັນ ຊັ້ນຟ້າຕາວະຕິງສາ ມີວິມານຜາສາດສູງໄດ້ 12 ໂຍດ ພາກພຶ້ນ ປູວິມານຜາສາດ ນັ້ນສຳເລັດແລ້ວ ດ້ວຍຊາຍທອງ ສ່ວນພາຍໃນວິມານ ຜາສາດນັ້ນ ປະດັບປະດາ ດ້ວຍທຸງທອງທັງສິ້ນ ວິມານຜາສາດນັ້ນ ຮຸ່ງເຮືອງງາມຍິ່ງໜັກໜາ ຫາວິມານຜາສາດ ຫຼັງອື່ນສະເໝີເໝືອນ ນັ້ນບໍ່ມີ ພຣະຕະຖາຄົດໄດ້ ສະເຫວີຍສົມບັດທິບ ຢູ່ດ້ວຍຄວາມສຸກ ກະເສີມສຳລານ ນານປະມານໄດ້ 2 ພັນປີ ທິບຄະນານັບປີ ໃສເມືອງມະນຸດເຖິງ 47 ໂກດກັບ 6 ແສນປີ ເມື່ອສິ້ນອາຍຸໄຂແລ້ວ ມາອຸປັດເກີດເປັນ ພຣະຣາຊະໂອຣົດຂອງ ພຣະເຈົ້າພາຣານະສີ “ສັງສະຣັນໂຕ” ຄັນທ່ອງທ່ຽວຢູ່ໃນ ມະນຸດສາໂລກ ແລະ ເທວະໂລກ ເມື່ອບຳ ເພັນປາຣະມີ ແກ່ກ້າແລ້ວ ຈິ່ງໄດ້ມາອຸບັດບັງເກີດ ຕັດສະຮູ້ເປັນ ອົງສົມເດັດ ພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ.
ດັ່ງປາກົດແກ່ສາຍຕາ ຂອງມະຫາບໍພິດ ຢູ່ໃນບັດນີ້ ເທສນາປະຣິໂຍສາເນ ໃນເມື່ອຈົບ ພຣະສັດທຳມະເທສນາລົງ ໝູ່ປານະສັດທັງຫຼາຍ ໝາຍມີພຣະຍາປັດເສນະທິໂກສົນ ເປັນຕົ້ນ ກໍ່ພາກັນໂສມານັດ ຊົມຊື່ນຍິນດີ ໃນພຣະທຳ ມະເທສນາ ແທ້ດີຫຼີແລ. “ຕັດສະມາ ສາທະໂວ” ເພາະເຫດດັ່ງນີ້ ພຸດທະບໍລິ ສັດທັງຫຼາຍ ຢ່າໄດ້ມີຄວາມປະມາດ ໃນກອງການກຸສົນ ຜົນທານຂອງຕົນ ໃຫ້ຮີບເຮັ່ງກະທຳບຸນ ບຳເພັນທານຢູ່ເນື່ອງນິດ ກໍຈະໄດ້ສຳເລັດ ຜົນດັ່ງເທສນາມາ ນິດຖິຕາ ກໍ່ຈົບລົງພຽງ ເທົ່ານີ້ແລ.
ສະຫຼອງ ດອກໄມ້ທູບທຽນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ປູຊາ ຈະ ປູຊະນິຍານັງ ເອຕຳມັງຄະລະມຸດຕະມັງ ໂພນຕາ ສາທະໂວຕິ.
ໂພນຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖະນາ ມັກໄຄ່ຫາຄວາມສຸກ 3 ປະການຄື: ມະນຸດສົມບັດ, ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະ ເທສະນາ ສະແດງເຖິງ ຜະລະອານິສົງສະ ແຫ່ງການຖວາຍ ດອກໄມ້ທູບທຽນ ເພື່ອບູຊາ ພຣະຣັດຕະນະໄຕແກ້ວທັງ 3 ປະການ ເພື່ອເປັນຫິຕະປະໂຫຍດ ແກ່ຕົນໃນປັດຈຸບັນພົບນີ້ ແລະພົບຕໍ່ໆໄປພາຍພາກໜ້າ ການບູຊາເມື່ອກ່າວ ເປັນປະເພດມີຢູ່ 2 ປະເພດຄື ບູຊາດ້ວຍ ດອກໄມ້ທູບທຽນ ຜ້າຜ່ອນທ່ອນສະໄບ ແລະ ອາຫານຂອງຄ້ຽວຂອງສັນ ຮ່ວມເປັນເຄື່ອງບໍຣິໂພກ ແລະ ເຄື່ອງອຸປະໂພກ ບູຊາດ້ວຍວັດຖຸເຫຼົ່ານີ້ ຮຽກວ່າ ບູຊາດ້ວຍອາມິດຄື ສິ່ງຂອງ 1, ການທໍາກອງການກຸສົນຢ່າງອື່ນ ກ່ຽວແກ່ການຊໍາລະຕົນ ໃຫ້ພົ້ນຈາກບາບທຳ (ຄືຄວາມຊົ່ວ) ມີການຮັກສາສິນ ສະດັບຟັງຄໍາສັ່ງສອນຂອງ ພຣະສໍາມາສຳພຸດທະເຈົ້າ ແລ້ວປະຕິບັດຕາມ ຫ້າມໃຈຂອງຕົນ ຈາກອະກຸສົນ ມີການຈະເລີນເມດຕາ ພາວະນາ ທຳສະມາທິໃຫ້ເກີດເປັນຕົ້ນ ຮຽກວ່າປະຕິບັດບູຊາ 1 ບູຊາທັງ 2 ຢ່າງນີ້
ສັບປຸຣິສະເຈົ້າທັງຫຼາຍ ກະທຳກັນຢູ່ສະເໝີ ການກະທຳກຸສົນໃນຄາວນີ້ ກໍ່ຊື່ວ່າ ກະທຳການບູຊາທັງ 2 ຢ່າງຢູ່ນັ້ນເອງ ກ່ອນສະຖວາຍດອກໄມ້ ທູບທຽນເຄື່ອງສັກກະຣະ ກໍຮັບສິນເສຍກ່ອນ ແລ້ວຈິ່ງໄດ້ຖວາຍທານ ຕໍ່ພາຍຫຼັງ ຫວັງເອົາຜະລະອານິສົງສະ ຜົນໃນວັດຖຸສິ່ງນັ້ນ ເປັນວິບາກສົມບັດຕອບແທນ ດັ່ງພຣະພຸດທະຄາຖາທີ່ ພຣະພຸດທະເຈົ້າ ເທສນາໄວ້ໃນມຸງຄຸນລະສູດວ່າ “ປູຊາ ຈະ ປູຊະນີຍານັງ ເອຕຳມັງ ຄະລະມຸດຕະມັງ” ດັ່ງນີ້ເປັນເຄົ້າ ການບູ ຊາຜູ້ທີ່ຄວນບູຊາ ເປັນມຸງຄຸນອັນປະເສີດ ໃນພຣະພຸດທະສາສນາ
ບຸກຄົນ ຫຼື ວັດຖຸທີ່ຄວນບູຊານັ້ນ ເມື່ອກ່າວໂດຍທົ່ວໄປແລ້ວ ໄດ້ແກ່ບຸກ ຄົນ ຜູ້ທີ່ມີບຸບພະກາຣີ ທຳຄຸນງາມຄວາມດີ ແກ່ເຮົາມາກ່ອນແລ້ວ ກ່າວໂດຍໃຈຄວາມຫຍໍ້ໆ ມີຢູ່ 4 ຈຳພວກຄື:
1. ມານດາບິດາ (ພໍ່ແມ່) ເປັນທີ່ເຄົາຣົບກາບໄຫ້ວ ສັກກາຣະບູຊາຂອງບຸດທິດາ (ລູກຍິງ-ຊາຍ) ເພາະບຸກຄົນທັງສອງ ໄດ້ໃຫ້ກໍາເນີດແກ່ ບຸດທິດາ ແລະ ໄດ້ອຸປະຖຳລ້ຽງດູ ເບິ່ງແຍງບຸດທິດາ ມາຈົນເຕີບໃຫ່ຍ ທັງແນະນຳສັ່ງສອນ ໃຫ້ຮູ້ຈັກຄວາມດີ ປະລະຄວາມຊົ່ວທຸກປະການ ນັບເປັນບຸບພະຈານ.
2. ຄູບາ-ອາຈານ-ອຸປັດຊາ ເປັນທີເຄົາລົບ ສັກກາຣະບູຊາ ຂອງສິດ- ສັດທິຫາຣິກ-ອັນເຕວາສິກ ເພາະວ່າທ່ານໄດ້ແນະນໍາ ສັ່ງສອນສີລະປະ ວິຊາ-ຄວາມຮູ້ໃຫ້ແກ່ສິດ ໂດຍບໍ່ໄດ້ປິດບັງອຳພາງ ໂດຍສະເພາະແລ້ວ ພຣະອຸປັດຊານັ້ນ ໄດ້ເປັນຜູ້ໃຫ້ກຳເນີດແກ່ ສັດທິວິຫາຣິກ ໃນພຣະພຸດທະສາສະໜາ ທຳໃຫ້ສັດທິວິຫາຣິກ ໄດ້ຖືເອົາກຳເນີດໃນ ພຣະພຸດທະສາສະໜາ ທີ່ຊາວພຸດທະສາສະນິກະຊົນ ຮຽກກັນວ່າ ເກີດເທື່ອທີ 2 ຂອງຊີວິດມະນຸດ ເຊິ່ງການເກີດເທື່ອນີ້ນັບວ່າ ເປັນການເກີດ ທີ່ດີບໍຣິສຸດ ກ່າວໄດ້ມີໂອກາດ ປະພຶດປະຕິບັດຫຼັກທຳ ຄຳສັ່ງສອນ ໃນພຣະພຸດທະສາສະນາ ເພື່ອຈະໄດ້ທຳໃຫ້ແຈ້ງ ເຊິ່ງທາງດັບທຸກໃນອະນາຄົດ. ດັ່ງນັ້ນ, ຈຶ່ງຖືວ່າ ພຣະອຸປັດຊາ ເໝືອນພໍ່ແມ່ບັງເກີດເກົ້າຂອງເຮົາ ຄວນກາບໄຫວ້ ສັກກະລະບູຊາ ຟັງໂອວາດ ແລະ ຕັ້ງຢູ່ໃນຄໍາສອນຂອງທ່ານ ບໍ່ຜ່າຝືນໃນຄຳສັ່ງສອນຂອງທ່ານ.
3. ທ່ານປະທານປະເທດ ເປັນຜູ້ປົກຄອງ ໃຫ້ຄວາມຮົ່ມເຢັນເປັນສຸກແກ່ຣາດສະດອນທຸກໝູ່ເຫຼົ່າ ບັນດາທີ່ຢູ່ພາຍໃນປະເທດ ບັນດາໝູ່ປະຊາຣາດສະດອນ ຜູ້ຢູ່ໃຕ້ຮົ່ມປາຣະມີ ຂອງທ່ານຄວນເຄົາຣົບ ສັກກະລະບູຊາ ຖວາຍຄວາມຈົ່ງຮັກພັກດີແກ່ທ່ານ ການເຄົາຣົບນັບຖືແກ່ທ່ານນັ້ນ ບໍ່ໄດ້ໝາຍຄວາມເຖິງນໍາເອົາເຄື່ອງສັກກາຣະ ບູຊາມີດອກໄມ້ ທູບທຽນໄປບູຊາເລີຍ ແຕ່ມີຄວາມໝາຍ ເຖິງການທີ່ພວກຣາດສະດອນ ທຸກຫມູ່ເລົ່າ ຄວນຕັ້ງຕົນເປັນພົນລະເມືອງດີຂອງຊາດ ເຄົາລົບຕໍ່ຕົວບົດ ກົດຫມາຍບ້ານເມືອງ ບໍ່ເກີນລ່ວງກົດຫມາຍທີ່ທ່ານໄດ້ຕັ້ງໄວ້ແລ້ວ ເຫຼົ່ານີ້ ຈິ່ງເອິ້ນວ່າ ເປັນຄົນເຄົາລົບຕໍ່ອົງປະທານປະເທດ ເພາະບັນດາກົດໝາຍ ທີ່ປະກາດອອກໃຊ້ນັ້ນ ລ້ວນແຕ່ເປັນກົດຫມາຍ ທີ່ໄດ້ຜ່ານວິຈາຣະຍານ ຂອງທ່ານປະທານແລ້ວທັງນັ້ນ.
4. ພຣະຣັດຕະນະໄຕ ຄື: ພຣະພຸດທະ, ພຣະທັມມະ, ພຣະສັງຄະ ເປັນສາຣະນະທີ່ເພິ່ງ ຂອງເຫລົ່າພຸດທະສາສະນິກະຊົນ ໂດຍທົ່ວໄປດ້ວຍອຳນວຍໃຫ້ ພຸດທະສາສະນິກະຊົນ ປະສົບສຸກທັງໃນໂລກນີ້ ແລະ ໂລກຫນ້າ ດັ່ງນັ້ນ, ພຣະຣັດຕະນະໄຕ ຈິ່ງຄວນທີ່ ພຸດທະສາສະນິກະຊົນຄື ພິກຂຸ-ພິກຂຸນີ-ອຸປາສົກ-ອຸປາສິກາ ຈັກໄດ້ກາບໄຫວ້ ເຄົາຣົບບູຊາ ສະແດງຕົນເຖິງ ພຣະຣັດຕະນະໄຕ ວ່າເປັນທີ່ເພິ່ງຢູ່ເປັນ ມິດຕະຫລອດກາຣະນາ.
ການທີ່ໄດ້ມາສະແດງ ຄວາມເຄົາຣົບນັບຖື ໃນປູຊານີຍະບຸກຄົນ ແລະ ປູຊານີຍະວັດຖຸ ດັ່ງເທສະໜາ ຈັດເປັນມຸງຄຸນອັນປະເສີດ ແລະ ສູງສຸດດ້ວຍແລະ ຈັດເປັນອຸບາຍໃຫ້ປະສົບ ຄວາມສຸກ ຄວາມຈະເລີນ ທັງໃນຊາດນີ້ ແລະຊາດໜ້າ ຜະລະອານິສົງ ແຫ່ງການບູຊາ ຄຸນພຣະຣັດຕະນະໄຕ ດອກໄມ້ທູບທຽນ ແລະ ຂອງຫອມຕ່າງໆ ຊຶ່ງເປັນທໍານຽມ ປະເພນີຂອງ ພຸດທະມາມະກະທຸກຄົນ ກະທຳກັນສຶບກັັນມາ ຕັ້ງແຕ່ສະໄໝ ພຣະພຸດທະເຈົ້າ ຍັງມີປະຊົນຢູ່ຈົນຕາບທຸກວັນນິີ້ ບຸກຄົນເຮົາເກີດມາເປັນມະນຸດ ເຮົາທຸກຄົນ ຍ່ອມມີຄວາມມຸ້ງຫວັງ ທີ່ຈະເປັນຄົນດີ ຂອງປະເທດຊາດບ້ານເມືອງ ແລະ ມວນມະນຸດກຸ່ມໜຶ່ງ ຫາກບໍ່ມີຫຼັກສາສນາ ເປັນເຄື່ອງປະພຶດປະຕິບັດ ໃຊ້ຊີວິດດຳເນີນໄປສູ່ ຄວາມຈະເລີນໄດ້
ດັ່ງເຊັ່ນພວກເຮົາ ຊາວພຸດທະມາມະກະ ບໍຣິສັດພາກັນນັບຖືພຣະພຸດທະສາສນາ ກໍ່ເພາະພຣະທໍາຄໍາສັ່ງສອນ ຂອງພຣະພຸດທະເຈົ້າລ້ວນແຕ່ ຊັກນໍາບຸກຄົນໃຫ້ປະພຶດຄວາມດີ ໜີຄວາມຊົ່ວ ໃຫ້ປະກອບຄຸນງາມ ຄວາມດີດ້ວຍ ໄຕທະວານທັງ3ຄື: ກາຍະທະວານ, ວາຈີທະວານ, ມະໂນທະ ວານ ຖ້າບຸກຄົນໃດ ປະພຶດປະຕິບັດ ໃຫ້ບໍຣິສຸດບໍຣິບູນທັງ 3 ທາງນີ້ແລ້ວ ໂທດໃດທີ່ຈະເພິ່ງ ເກີດຂື້ນໃນຕົນ ຍ່ອມອັນຕະລະທານ ດັບສູນໄປ ນີ້ເປັນຄໍາສັ່ງສອນທີ່ ພຣະພຸດທະເຈົ້າໄດ້ຕັດໄວ້ ສໍາລັບໃຫ້ ພຸດທະສາສະນິກະຊົນໄດ້ນໍາໄປປະພຶດປະຕິິບັດ, ສ່ວນພຣະສົງ ຊຶ່ງນັບເຂົ້າໃນ ພຣະຣັດຕະນະໄຕນັ້ນໝາຍເອົາ ພຣະອະຣິຍະສົງ ອົງອະຣະທັມ ຜູ້ທີ່ໄດ້ດຳລົງ ພຣະພຸດທະສາສະນາ ຢັ້ງຢືນມາ ຈົນເຖິງພວກເຮົາທຸກວັນນີ້ ດ້ວຍການ ທຳສັງຄະຍານາອາ ພຣະທຳມະວິໄນ ໃຫ້ຢັ້ງຢືນ ໝັ້ນຄົງ ມາຈົນທຸກວັນນີ້ ເມື່ອກ່າວສະເພາະຫົວຂໍ້ ແຫ່ງຄຸນພຣະຄຸນ ພຣະຣັດຕະນະໄຕ ນັ້ນມີ 3 ປະການຄື:
1. ພຣະພຸດທະເຈົ້າ ພຣະອົງເອງ ຊົງຕັດສະຮູ້ດີ ຮູ້ຊອບ ດ້ວຍພຣະອົງເອງກ່ອນແລ້ວ ຈຶ່ງສະເດັດທ່ຽວປະກາດ ສັ່ງສອນໃຫ້ບຸກຄົນອື່ນ ຮູ້ຕາມດ້ວຍ
2. ພຣະທໍາຄໍາສັ່ງສອນ ຂອງພຣະພຸດທະເຈົ້າ ລ້ວນເປັນສິ່ງທີ່ ດີທັງນັ້ນ ເພາະສາມາດ ທຳບຸກຄົນຜູ້ປະພຶດ ປະຕິບັດ ໃຫ້ປະສົບຄວາມດີ ຫຼີກໜີ ເສຍຈາກ ຄວາມຊົ່ວໄດ້.
3. ພຣະສົງສາວົກ ຂອງພຣະພຸດທະເຈົ້າ ໄດ້ປະສົບຜົນດີ ດ້ວຍຕົນເອງ ແລະ ຍັງຊັກຊວນ ໃຫ້ຜູ້ອື່ນປະພຶດດີ ປະພຶດຊອບຕາມດ້ວຍ.
ນີ້ແລ ພວກເຮົາ ຊາວພຸດທະບໍລິສັດ ທັງຫຼາຍ ຈົ່ງໄດ້ພາກັນບູຊາ ປະພຶດປະຕິບັດ ເພື່ອຫວັງຄວາມສຸກ ຄວາມຈະເລີນແກ່ຕົນ ການຖືເອົາດອກໄມ້ ທູບທຽນນຳມາບູຊາ ພຣະຣັດຕະນະໄຕນັ້ນ ກໍເພາະວ່າ ດອກໄມ້ເປັນຂອງ ຫອມມີກິ່ນສົດຊື່ນ ມີສີຈົບງາມ ສະແດງເຖິງ ຄວາມບໍຣິສຸດ ເມື່ອເຮົາໄດ້ ນຶກເຖິງດອກໄມ້ ທີ່ເຮົານຳມາບູຊາ ພຣະຣັດຕະນະໄຕແລ້ວ ຍ່ອມທໍາໃຫ້ຈິດໃຈ ຂອງຄົນເຮົາສົມຊື່ນ ເມື່ອຈິດໃຈຂອງຄົນເຮົາ ສົດຊື່ນແລ້ວ.
ຍ່ອມທຳໃຫ້ເຮົາ ມີມານະ ພະຍາຍາມຊໍາລະຈິດໃຈ ຂອງຕົນໃຫ້ໝົດຈົດ ປາສະຈາກ ສິ່ງເສົ້າໝອງ ສ່ວນທູບທຽນ ເປັນສິ່ງທີ່ໃຫ້ແສງສະຫວ່າງ ດ້ວຍປັນຍາ ເມື່ອເຮົາຫຼຽວເບິ່ງທູບທຽນ ທີ່ເຮົາໄດ້ບູຊາ ສະຫວ່າງສະໄຫວຢູ່ ຍ່ອມທຳໃຫ້ ໄດ້ຄວາມຄິດທີ່ຈະ ປູກຝັງປັນຍາ ໃຫ້ເກີດຂຶ້ນໃນຕົນ ແລະ ເປັນທາງໃຫ້ ເຮົາພິຈາລະນາ ເຖິງຄວາມເຊື່ອມສູນໄປ ແຫ່ງອັດຕະພາບ ໂດຍປຽບ ທຽບໃນໃຈວ່າ ທູບທຽນເຊິ່ງພວກເຮົາ ໄຕ້ບູຊາພຣະຣັດຕະນະໄຕ ຍ່ອມໝົດສິ້ນໄປສັນໃດ ຊີວິດອັດຕະພາບ ຮ່າງກາຍຂອງເຮົາ ແລະ ຂອງສັດເດຍລະ ສານ ທົ່ວໄປກໍສັນນັ້ນ.
ເມື່ອເຮົາມາພິຈາລະນາ ຍ່ອມເປັນປະໂຫຍດແກ່ຕົນ ເປັນບຸນເປັນກຸສົນ ຫາກເປັນຜູ້ທີ່ເຄີຍ ໄດ້ບຳເພັນປາຣະມີ ທຳມາໃນອະດີລວງແລ້ວ ຫຼາຍຊາດ ອາດຮູ້ແຈ້ງ ແທງຕະຫຼອດໃນທຳໄດ້ ເໝືອນດັ່ງ ພຣະອຸບົນວັນນະເຖຣີ ພິຈາ ລະນາ ແສງປະທີບເປັນອາລົມແລ້ວ ໄດ້ສຳເລັດ ອະຣະຫັນຕະຜົນເປັນ ພຣະອະຣິຍະບຸກຄົນ ໃນພຣະພຸດທະສາສນາ ເປັນຕົວຢ່າງໃນອະດີດ.
ສາທຸຊົນທັງຫຼາຍ ໄດ້ພ້ອມໃຈກັນ ນຳດອກໄມ້ທູບທຽນ ມາທຳການບູຊາ ພຣະຣັດຕະນະໄຕເຊັ່ນນີ້ ກໍຂໍໃຫ້ພິຈາລະນາ ໂດຍໃນທີ່ເທສະນາມານີ້ ຈັກໄດ້ເປັນບຸນ ວິທີຊະນິດໜຶ່ງ ສາມາດອຳນວຍປະໂຫຍດ ສຸກແກ່ຕົນໄດ້ ການບູຊາ ພຣະຣັດຕະນະໄຕນີ້ ຍ່ອມມີຜະລະອານິສົງ ເປັນອັນມາກ ດັ່ງວັດຖຸນິທານ ໃນອະດີດທີ່ລ່ວງມາແລ້ວຄື:
ໃນສະໄໝທີ່ ພຣະກັດສະປະ ສຳມາສຳພຸດທະເຈົ້າ ຍັງຕັ້ງຢູ່ປາງນັ້ນ ມີຍິງ 4 ຄົນ ໄດ້ເຫັນພຣະພິກຂຸຮູບໜຶ່ງ ທ່ຽວບິນທະບາດ ເກີດຄວາມເຫຼື້ອມໃສ ໃນດວງຈິດຄິດຈະບູຊາ ຈິ່ງໄດ້ພາກັນນຳ ດອກໄມ້ມາຖວາຍ ພຣະພິກຂຸຮູບນັ້ນ ຄົນລະຢ່າງໆ ຄົນໜຶ່ງໄດ້ຖວາຍ ດອກໄມ້ໄຊພຶກ ຄົນໜຶ່ງໄດ້ຖວາຍ ດອກອຸບົນຂຽວ ຄົນໜຶ່ງໄດ້ຖວາຍ ດອກອຸບົນແດງ ຄົນໜຶ່ງໄດ້ຖວາຍ ດອກມະລິຈູມ ຄັນຍິງເຫຼົ່ານັ້ນ ໄດ້ຕາຍຈາກຊາດນັ້ນແລ້ວ ກໍ່ມີຈິດຜ່ອງແຜ່ວເບີກບານ ບຸນໄດ້ບັນດານ ໃຫ້ໄປເກີດເປັນນາງຟ້າ ເທວະດາ ສະເຫວີຍສົມບັດທິບ ຢູ່ໃນຊັ້ນຟ້າ ຕາວະຕິງສາແດນສະຫວັນ ມີວິມານທອງ ອັນໂສພາ ມີນາງເທວະດາ ເປັນບໍລິວານ ນີ້ແຫຼະ ເປັນຕົວຢ່າງແຫ່ງບຸກຄົນ ຜູ້ຖວາຍດອກໄມ້ທູບທຽນ ອຸທິດແດ່ ພຣະຣັດຕະນະໄຕ ແກ້ວ 3 ປະການ.
ພຣະພຸດທະເຈົ້າ ໄດ້ເທສນາໄວ້ວ່າ “ພຸດທະບູຊາ ມະຫາເຕຊະວັນໂຕ” ບຸກຄົນຜູ້ບູຊາ ພຣະພຸດທະເຈົ້າ ຈະເປັນຜູ້ມີເດດອຳນາດ ອັນຍິ່ໃຫ່ຍມາກ, “ທຳມະບູຊາ ມະຫາປັນໂຍ” ບຸກຄົນຜູ້ບູຊາພຣະທຳ ຍ່ອມເປັນຜູ້ມີປັນຍາມາກ“ສັງຄະບູຊາ ມະຫາໂພໂຄ” ບຸກຄົນຜູ້ບູຊາພຣະສົງ ຍ່ອມເປັນຜູ້ມີ ໂພຄະສົມ ບັດມາກ. ດັ່ງນີ້, ທ່ານສາທຸຊົນ ສັບປຸຣິສະເຈົ້າທັງຫຼາຍ ໄດ້ທຳການບູຊາ ພຣະຣັດຕະນະໄຕ ຮຽບຮ້ອຍແລ້ວທຸກປະການ ຂໍຜົນບຸນຜົນທານສ່ວນນີ້ ຈົ່ງເປັນປັດໄຈ ສະໜັບສະໜູນ ຕາມອຸປະຖຳຄ້ຳຊູ ໃນຊົ່ວນີ້ ແລະ ຊົ່ວໜ້າ. ໃນທີ່ສຸດນີ້ ຂໍຈົ່ງໄດ້ຮັບແຕ່ ອາຍຸ-ວັນນະ-ສຸຂະ-ຜະລະ ທຸກທິພາຣາຕິການ ນັ້ນເຖີ້ນ ນິດຖິຕັງ ກໍຈົບລົງພຽງນີ້ແລ.
ສະຫຼອງ ທຸງຕ່າງໆ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ກັດສະປະ ພຸດທະສາສະເນ ພາຣານະສີນະຄະເຣ ເອໂກ ຣາຊາ ປັດຕິວາສິ ໂພສາທະໂວ ອາຣັບພະກະເຖສິຕິ.
ໂພນຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖະນາ ມັກໄຄ່ຫາຄວາມສຸກ 3 ປະການຄື: ມະນຸດສົມບັດ, ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະ ເທສະນາ ຜະລະອານິສົງສະ ແຫ່ງການຖວາຍ “ທະຊະບູຊັງ” ຍັງທຸງແຜ່ນຜ້າ ແລະ ທຸງສີຕ່າງໆ ເພື່ອນຳມາສັກກະຣະບູຊາ ພຣະຣັດຕະນະໄຕແກ້ວທັງ 3 ປະການ.
ນໍຣະຍິງຊາຍທັງຫຼາຍ ທີ່ປະກອບໄປດ້ວຍສັດທາ ອັນເປັນອະຣິຍະຊັບກຳກັບຢູ່ໃນໃຈ ທຸກຄົນທີ່ເກີດມາ ບົນພື້ນປະຖະພີມີແຕ່ ຕ້ອງການຄວາມສະຫງົບສຸກ ອັນເປັນຜົນເກີດມາ ແຕ່ການປະພຶດທຳ ຈິ່ງຄັດເລືອກຫາແຕ່ ກຳອັນສະອາດ ປາສະຈາກເວນໄພ ເພື່ອຈະໄດ້ປະພຶດ ແຕ່ກຳອັນດີໆຄື ຢຶດໜ່ວງເອົາສຸຈະຣິດທຳ ໄວ້ເປັນເຄື່ອງດຳເນີນ ສຳລັບເປັນມັກຄາ ຫົນທາງເດີນຂອງ ກາຍ ວາຈາ ແລະ ໃຈ ເຊິ່ງເກີດແຕ່ຄວາມຮູ້ສຶກ ພາຍໃນມີກຸສົນຄື ຄວາມສະຫຼາດເປັນມູນຮາກ ຜູ້ໃດມີຈິດໃຈ ອັນອ່ອນໂຍນໄປດ້ວຍ “ອະໂລພະ ອະໂທສະ ອະໂມຫະ” 3 ຢ່າງນີ້ ຈຶ່ງຊື່ວ່າປະພຶດທໍາອັນດີງາມ ການເຮັດການກະທຳ ທີ່ມະນຸດປະພຶດດ້ວຍ ກາຍ ວາຈາ ແລະ ໃຈ ເກີດແຕ່ ອະໂລພະ ອະໂທສະ ອະໂມຫະ 3 ຢ່າງນີ້ຊື່ວ່າ “ສຸນທະຣັງ” ກຳອັນດີງາມນີ້ ເມື່ອສາທຸຊົນ ມາສ້າງສົມຄວາມບໍ່ໂລບ ຄວາມບໍ່ໂກດ ຄວາມບໍ່ຫຼົງ ໄວ້ໃຫ້ມີໃນຕົນເປັນ ປະ ຖະມະຫົວທີແລ້ວ ຕໍ່ແຕ່ນັ້ນ ການເຄື່ອນໄຫວຂອງ ທະວານທັງ 3 ຄື ກາຍະທະວານ ວະຈີທະວານ ມະໂນທະວານ ເຊິ່ງເປັນປະຕູທາງເຂົ້າ ທາງອອກຂອງການກະທຳດີ ແລະ ການກະທຳຊົ່ວ.
ຈົ່ງເປີດປະຕູຮັບເອົາແຕ່ກຳສິ່ງທີ່ດີ ປິດຮັບປະຕູເສຍ ບໍ່ໃຫ້ກຳທີ່ຊົ່ວລາ ມົກອັນເປັນອະກຸສົນ ເຂົ້າສູ່ພາຍໃນໄດ ສິ່ງໃດທີ່ກະທຳລົງໄປ ຈົນເກີດຜົນເປັນຄວາມສຸກຝ່າຍດຽວ ບໍ່ມີຄວາມເຂົ້າມາຣະຄົນ ເຈືອປົນຢູ່ດ້ວຍ ນີ້ເພາະຖານເປັນທີ່ຕັ້ງ ຫຼື ມູນຣາກຊຶ່ງເປັນຕົວ ເຫດດີ ຜົນຈຶ່ງດີຕາມເຫດໄປ ດ້ວຍມະນຸດທັງຫຼາຍ ຈະໄປສູ່ສຸກຂະຕິໂລກ ສະຫວັນໄດ້ ກໍເພາະສ້າງສົມກຳທີ່ດີນີ້ ແລະ ເປັນມູນເຫດ ສົມດ້ວຍພຣະພຸດທະຄາຖາ ທີ່ພຣະພຸດທະເຈົ້າ ເທສະນາໄວ້ວ່າ
“ເຕນະ ເທວາ ປັນຍາຍັນຕິ ມະນຸດສາປິ ຈະປານິໂນ” ຄວາມວ່າ ສັດຜູ້ສະເຫວີຍສຸກຄື ເທວະດາ ແລະ ມະນຸດ 2 ຄະຕິນີ້ ຍ່ອມປະກົດມີຂື້ນ ເພາະກຳອັນດີງາມ ເປັນພີ່ລ້ຽງເບິ່ງແຍງ ສັດທັງຫຼາຍຍ່ອມຖື ປະຕິສົນທິໃນເທວະໂລກ ດ້ວຍກຳອັນດີງາມ ມີອະໂລພະ ຄືຄວາມບໍ່ໂລບເປັນຕົ້ນ ດັ່ງນີ້. ເນື້ອຄວາມໃນພຸດທະຄາຖານີ້ ເປັນຊ່ອງທາງໃຫ້ເຫັນວ່າ ກຳອັນດີງາມເທົ່ານັ້ນ ແລະ ຈະນຳມວນມະນຸດ ສັດໃຫ້ໄປບັງເກີດ ໃນສຸກຂະຕິພົບ ສາທຸຊົນທັງຫຼາຍ ທີ່ໄດ້ພາກັນກະທຳການບູຊາ ພຣະຣັດຕະນະໄຕດ້ວຍທຸງນີ້ ກໍ່ໄດ້ຊື່ວ່າ ກະທຳ ກຳອັນດີງາມ ເປັນຕົວເຫດດີ ຜົນທີ່ຈະໄດ້ຮັບຊຶ່ງຮຽກວ່າ ຜະລະອານິສົງ ກໍຈະຕິດຕາມສະໜອງ ໃນທາງທີ່ດີເຊັ່ນດຽວກັນ ມີເລື່ອງປາກົດມາແລ້ວ ໃນປາງກ່ອນ ຄັ້ງສາສະນາ ພຣະພຸດທະເຈົ້າຕົນຊື່ວ່າ ກັດສະປະ ຍັງຕັ້ງຢູ່ປາງນັ້ນ.
“ເອໂກ ຣາຊາພຣານະສີ ວາສີ” ຍັງມີພຣະຍາຕົນໜຶ່ງ ຢູ່ໃນເມືອງພະຣາ ນະສີນະຄອນທີ່ນັ້ນແລ ເອໂກ ທຸກຄະຕະປຸຣິໂສ ຍັງມີຊາຍທຸກໄຮ້ຂີນໃຈຜູ້ໜຶ່ງ ພ້ອມດ້ວຍພັນລະຍາ ແລະ ບຸດຂອງຕົນ ອາໄສລ້ຽງຊີວິດ ຢູ່ໃນເມືອງທີ່ນັ້ນ “ເອກະທິວະສັງ” ຢູ່ມາວັນໜຶ່ງຊາຍ ທຸກໄຮ້ຂີນໃຈຜູ້ນັ້ນ ໄດ້ອອກຈາກເຮືອນແຫ່ງຕົນໄປ ເພື່ອສະແຫວງຫາ ກິດຈະການຂອງຕົນ ຢູ່ໃນປ່າແຫ່ງໜຶ່ງ ໄດ້ທັດສະນະເຫັນ “ພຸດທະຣູປັງ” ຍັງຮູບພຣະພຸດທະເຈົ້າ ມີຄວາມປິຕິຍິນດີ ເກີດສັດທາອັນແຮງກ້າ ແລ້ວຈຶ່ງໄດ້ເກັບເອົາ ດອກຫຍ້າຄາມາບູຊາ ຮູບພຣະພຸດ ທະເຈົ້າ ແລະ ຕັດເອົາຜ້າສະໃບ ໃນຄີງຂອງຕົນ ອອກມາກະທຳໃຫ້ເປັນ “ທັດຊະບູຊັງ ຕິໂລກະຣະນີຍັງ” ຍັງທຸງ ບູຊາຮູບພຣະພຸດທະເຈົ້າ ນັບຕັ້ງແຕ່ ວັນທີ່ໄດ້ເອົາທຸງ ບູຊາເປັນຕົ້ນມາ.
ກໍມີຄວາມຍິນດີ ໃນບຸນກຸສົນ ທີ່ຕົນກະທຳແລ້ວນັ້ນຢູ່ສະເໝີ ສະແຫວງ ຫາລ້ຽງຊີວິດ ຄິດຫາຊັບກໍ່ວ່ອງໄວບໍ່ຂັດສົນ ນຳຕົນໃຫ້ປະສົບ ຄວາມຮຸ່ງເຮືອງ ເປັນລຳດັບມາ ເຖິງກັບມີຊັບທຳການຄ້າ-ຂາຍໂດຍສະດວກ ຝ່າຍບຸນກຸສົນກໍທຳ ທະວີຂຶ້ນໄປເປັນລຳດັບ ມີການໃຫ້ທານ ຮັກສາສິນ ແລະ ຈະເຣີນເມດຕາ ພາວະນາ ເປັນຕົ້ນ “ກາລັງ ກັດຕະວາ” ຄັນທຳການກິຣິຍາຕາຍແລ້ວ ກໍ່ໄດ້ໄປບັງເກີດ ເປັນເທວະບຸດຄົນໜຶ່ງ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ມີວິມານຜາສາດຄຳ ລວງສູງໄດ້ 16 ໂຍດ ມີນາງຟ້າແສນໜຶ່ງ ເປັນບໍຣິວານ.
ໃນການຄັ້ງນັ້ນ ມີພຣະມະຫາເຖຣະອົງໜຶ່ງ ປະກອບໄປດ້ວຍ ລິດທານຸພາບຍິ່ງໜັກ ມີນາມປາກົດວ່າ ພຣະມະຫາ ໂມກຄັນລານະເຖຣະ ພຣະຜູ້ເປັນເຈົ້າຂຶ້ນໄປສູ່ ສະຫວັນເທວະໂລກ ເພື່ອພິຈາຣະນາກວດເບິ່ງ ບຸນກຳຂອງສັດ ທັງຫຼາຍ ຄັນພຣະຜູ້ເປັນເຈົ້າ ຂຶ້ນໄປເຖິງຊັ້ນຟ້າ ຕາວະຕິງສາ ໄດ້ທັດສະນະການ ຫຼຽວເຫັນຍັງ ວິມານຜາສາດຄຳຫຼັງນັ້ນ ເປັນອັດສະຈັນຍິ່ງໜັກ ພຣະມະຫາ ໂມກຄັນລານະເຖຣະເຈົ້າ ກໍ່ໄດ້ໄຕ່ຖາມກັບ ເທວະບຸດຕົນນັ້ນ ຊາບເນື້ອຄວາມ ແຈ່ມແຈ້ງແລ້ວ ພຣະຜູ້ເປັນເຈົ້າຈິ່ງລົງຈາກ ເທວະໂລກມາສູ່ ພຣະເຊຕະວັນມະຫາວິຫານ ຄະມະນາການເຂົ້າໄປສູ່ ສຳນັກຂອງ ພຣະພຸດ ທະເຈົ້າ ຖວາຍອະພິວາດແລ້ວ ທູນຖາມຜະລະອະນິສົງສະ ທີ່ບຸກຄົນທັງຫຼາຍ ໄດ້ໃຫ້ສັບພະວັດຖຸຕ່າງໆຄື ໄດ້ເອົາທຸງບູຊາ ພຣະຣັດຕະນະໄຕແກ້ວ 3 ປະ ການ ມີພຣະພຸດທະເຈົ້າ ພຣະທຳມະເຈົ້າ ແລະ ພຣະສັງຄະເຈົ້າດັ່ງນີ້.
“ກິງພະລັງ” ຍັງຈັກມີ ຜະລະອານິສົງສະ ດັ່ງລືກໍ່ຂ້າຈາ? ພະຄະວາ ອັນວ່າ ພຣະພຸດທະເຈົ້າ ເທເສນໂຕ ກໍເທສະນາແກ່ ພຣະມະຫາ ໂມກຄັນລານະເຖຣະເຈົ້າວ່າ ດູຣາມະຫາໂມກຄັນລານະ ນໍຣະຍິງຊາຍ ມີສັດທາເຫຼື້ອມໃສ ໃນຄຸນແກ້ວທັງ 3 “ເທຕິ” ແລມາໃຫ້ ທັດຊະບູຊັງ ກິໂລກະຣະນິຍັງ ຍັງທຸງ ໃຫ້ເປັນທານດັ່ງນັ້ນ ນໍຣະຍິງຊາຍທັງຫຼາຍ ຝູງນັ້ນ “ລັບພະຕິ” ກໍໄດ້ຜະລະອານິສົງ 64 ກັບ.
ດູກ່ອນ ມະຫາໂມກຄັນລານະ ນໍຣະຍິງຊາຍຜູ້ໃດ ໄດ້ສ້າງແປງ ທັດຊະບູຊັງ ຍັງທຸງບູຊາ ຮູບພຣະພຸດທະເຈົ້າ ດັ່ງນັ້ນ ນໍຣະຍິງຊາຍຜູ້ນັ້ນ ກໍບໍ່ໄດ້ໄປເກີດ ໃນທີ່ຖ່ອຍຮ້າຍຈັກເທື່ອ ກໍຈັກໄດ້ໄປເກີດ ໃນເມືອງຟ້າ ແລະ ເມືອງຄົນ ຈັກໄດ້ເປັນພຣະຍາ ຈັກກະພັດຕິຣາດ “ໂພຄະສຳປັນໂນ” ກໍຈະປະກອບໄປດ້ວຍ ຊັບສົມບັດເຂົ້າຂອງ ເງິນຄຳແກ້ວແຫວນ ເຄື່ອງບໍລິໂພກເປັນອັນມາກ ມີຂ້າຍິງ ຂ້າຊາຍກໍ່ມາກ “ສຸຣູໂປ” ມີຮູບໂສມວັນນພະກໍງາມ “ເທວະມະນຸດເສຫິ” ອັນຄົນ ແລະ ເທວະດາທັງຫຼາຍ ຫາກສັກກາຣະບູຊາ ຢູ່ທຸກເມື່ອແລ.
“ອິທັງຜະລັງ” ອັນນີ້ກໍ່ດ້ວຍ ຜະລະອານິສົງສະ ທີ່ບຸກຄົນໄດ້ເອົາ ທຸງບູຊາ ພຣະຣັດຕະນະໄຕແກ້ວທັງ 3 ນັ້ນແລ. “ວາໂຍ” ອັນວ່າລົມ ກໍພັດຫາງທຸງ ໄປກ້ຳບົວລະພາ ກໍຈັກໄດ້ເປັນພຣະຍາ ແກ່ກວ່າຄົນທັງຫຼາຍແລ, “ວາໂຍ” ອັນວ່າລົມ ກໍພັດຫາງທຸງໄປກ້ຳ ອາຄະເນ ກໍຈັກໄດ້ເປັນພຣະຍາ ຜູ້ໃຫ່ຍໃນຊົມພູທະວີບເຮົານີ້, “ວາໂຍ” ອັນວ່າລົມ ກໍພັດຫາງທຸງໄປກ້ຳ ທັກຂິນ ກໍຈັກໄດ້ເປັນ ພຣະຍາຈັກກະພັດຕິຣາດ ອັນເປັນອາດກວ່າຄົນທັງຫຼາຍ, “ວາໂຍ” ອັນວ່າລົມ ກໍພັດຫາງທຸງໄປກ້ຳ ຫໍຣະດີ ກໍຈັກໄດ້ເປັນ ພຣະຍາຍົມ, “ວາໂຍ” ອັນວ່າລົມ ກໍພັດຫາງທຸງໄປກ້ຳ ອິສານ ກໍຈັກໄດ້ເປັນ ນັກປາດຜູ້ມີຜະຫຍາປັນຍາແລ.
ດູລາສັບປຸຣິສາເຈົ້າທັງຫຼາຍ ຄັນໄດ້ຟັງຍັງ ພຣະສັດທຳມະເທສນາ ຈົບລົງແລ້ວ ຈົ່ງມະນະສິການ ຈົດຈຳໄວ້ໃນໃຈເຖີດ ກໍຈະໄດ້ເປັນປະໂຫຍດຊົ່ວນີ້ ແລະ ຊົ່ວໜ້າ “ທັດຊະບູຊັງ ຕິໂລກະຣະນິຍັງ ວັນນະນາ” ອັນວ່າກິຍາຈາ ຍ້ອງຍໍຍັງ ນໍຣະຍິງຊາຍທັງຫຼາຍ ອັນໄດ້ສ້າງທຸງບູຊາ ໃຫ້ເປັນທານ ກໍຈະໄດ້ປະສົບພົບ ສາສະນາ ພຣະສີອະຣິຍະເມດໄຕ ດັ່ງປະນິທານ ຄວາມປາຖະນາ ທຸກປະການ ນິດຖິຕັງ ກໍຈົບລົງພຽງເທົ່ານີ້ແລ.
ສະຫຼອງ ຜ້າພະນັງ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ເອກະ ກິຣະ ສະມະເຍ ສັດຖາ ເຊຕະວັນເນ ວິຫະຣັນໂຕ ໂພສາທະໂວຕິ.
ໂພຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຄວາມສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດຫູ ທັງສອງ ຟັງຍັງພຣະສັດທຳ ມະເທສນາ ຜະລະອານິສົງສະ ແຫ່ງການຖວາຍຜ້າພະນັງ ໃຫ້ເປັນທານ ໃນວັນນີ້ ສ່ວນວ່າ ນໍຣະຍິງຊາຍທັງຫຼາຍ ໃນໂລກນີ້ ພາກັນກໍ່ສ້າງ ກະທຳບຸນໃຫ້ທານ ປາຖະໜາຫາ ຄວາມສຸກຄວາມຈະເຣີນ ມາໃສ່ຕົນ ໃນຊົ່ວນີ້ ແລະ ຊົ່ວໜ້າ
ຈິ່ງໄດ້ພາກັນ ບໍຣິຈາກ ສັບພະວັດຖຸຕ່າງໆ ໝາຍມີເຂົ້ານ້ຳ ໂພຊະນະອາຫານ ຮັກສາສິນ ແລະ ຟັງພຣະທຳມະເທສນາດັ່ງນີ້ ນັກປາດເຈົ້າທັງຫຼາຍ ຍ່ອມສັນລະເສີນ ຍ້ອງຍໍຍິນດີຊົມຊື່ນ ແກ່ຜົນທານຂອງ ນໍຣິຍິງຊາຍເຫຼົ່ານັ້ນ ມະນຸດຍິງຊາຍທັງຫຼາຍ ເມື່ອກະທຳການ ກິຣິຍາຕາຍໄປ ກໍຈະໄດ້ໄປບັງເກີດໃນຕະກຸນ ທ້າວພະຍາ ມະຫາກະສັດຂັດຕິຍະ ມະຫາສານ ແລະ ພາມມະນະ ມະຫາສານ ອັນບໍລິບູນໄປດ້ວຍ ໂພຄະຊັບສົມບັດ ວັດຖູເຂົ້າຂອງ ເງິນທອງແກ້ວແຫວນແສນສິ່ງ ເປັນອັນມາກ ອັນຫຼາຍແລ.
ດັ່ງພຣະພຸດທະຄາຖາ ທີ່ໄດ້ຕັດເທສະໜາໄວ້ ໃນຂ້າງຕົ້ນນັ້ນວ່າ “ເອກະທາ ກິຣະ ສະມະຍາ ສັດຖາ ເຊຕະວະເນ ວິຫັນຣັນໂຕ ໂພສາທະໂວຕິ” ດັ່ງນີ້ເປັນເຄົ້າ ດູລາສັບປຸຣິສະ ເຈົ້າທັງຫຼາຍ ໃນການຄັ້ງນັ້ນ ພະຄະວາ ອັນວ່າ ພຣະພຸດທະເຈົ້າແຫ່ງ ເຮົາທັງຫຼາຍ ນິສິດທິຕະວາ ກໍສະເດັດປະທັບຢູ່ໃນປ່າ ເຊຕະວັນມະຫາວິຫານ ອັນນາຍອະນາຖະບິນທິກະ ສ້າງຖວາຍຢູ່ທີ່ຈິມໃກ້ ໄຄ່ເມືອງສາວັດຖິຣາຊາທານີ “ອະຖະໂຂ” ໃນການຄັ້ງນັ້ນ “ປະເສນະທິ ໂກສະໂລ ຣາຊາ” ອັນວ່າ ພຣະເຈົ້າປັດເສນໂກສົນຣາດ “ຄະເຫຕະວາ” ກໍຖືເອົາ ປະທິປະທູປະ ຄັນທະມາລາທິນິ ຍັງສິ່ງທັງຫຼາຍ ອັນໝາຍມີຕົນວ່າ ປະທູບປະທີບ ດອກໄມ້ ຄັນທະຣົດສະ ຂອງຫອມ ອັນມີໝູ່ເສນາອາມາດ ທັງຫຼາຍ ຫາກມາສະພາບແວດລ້ອມ ເປັນບໍຣິວານ ເຂົ້າໄປສູ່ປ່າ ເຊຕະວັນມະຫາວິ ຫານ “ອຸປະສັງກະມິຕະວາ” ຄັນເຂົ້າໄປແລ້ວ ກໍບູຊາດອກໄມ້ ທູບທຽນ ພ້ອມດ້ວຍຂອງຫອມທັງຫຼາຍ.
“ນິສິທິ” ກໍ່ນັ່ງຢູ່ໃນທີ່ສົມຄວນແຫ່ງ ຕົນແລ້ວ ປັກຄັນທະ ກໍຍົກອັນຊະລີກອນ ຍັງກະພູມຈູມມືໄຫ້ວ ພຣະພຸດທະເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫ້ວ ພຣະພຸດທະເຈົ້າ ຜູ້ເປັນຈອມແຫ່ງເທວະດາ ແລະ ມະນຸດທັງຫຼາຍ ນໍຣະຍິງຊາຍ ທັງຫຼາຍກໍດີ ທ້າວພຣະຍາເສນາມາດ ຣາຊະມົນຕີກໍດີ ເສດຖີຄະຫະບໍດີ ແລະ ທວາຍຄ້າກໍດີ ຄົນຂະມອດທຸກໄຮ້ ຂີນໃຈກໍດີ ໄດ້ມີຈິດສັດທາ ເຫຼື້ອມໃສມາສ້າງແປງ.
“ປັດຕິສະນັງ ຕິໂລກາຣະນິຍັງ” ຍັງຜ້າພະນັງກັ້ງ ຍັງສັບພັນຍູເຈົ້າ “ກິງ ຜະລັງ” ຍັງຈັກມີຜະລະອານິງສະ ດັ່ງລືນັ້ນກໍຂ້າຈາ? ພະຄະວາ ອັນວ່າ ພຣະພຸດທະເຈົ້າ ໄດ້ຊົງຟັງດັ່ງນັ້ນແລ້ວ “ວິວະຣິຕະວາ” ກໍໄຂກະອູບແກ້ວ ມຸກຂະກຳພະລັງ ຍັງປາກອັນແດງງາມສະໝີ ດັ່ງຜ້າກຳພົນ ອາຫະ ສັບພັນຍູເຈົ້າ ກໍ່ກ່າວຕັດພຣະສັດທຳມະ ເທສນາແກ່ ສົມເດັດພຣະເຈົ້າ ປະເສນະທິໂກສະໂລຣາຊາ ວ່າ ດູກ່ອນພຣະມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ໃດແລ ມີຈິດໃຈເຫຼື້ອມໃສສັດທາ ໃນຄຸນແກ້ວ 3 ປະການ ເທຕິແລມາໃຫ້ “ປັດຕິສະນັງ ຕິໂລກາຣະນິຍັງ” ຍັງຜ້າພະນັງໃຫ້ເປັນທານ ດັ່ງນັ້ນ ນໍຣະຍິງຊາຍຜູ້ນັ້ນ ລະພະຕິ ກໍຈັກໄດ້ ຜະລະອານິສົງສະ 16 ກັບ.
ດູກ່ອນ ມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍຜູ້ໃດ ໄດ້ສ້າງຜ້າພະນັງ ໃຫ້ເປັນທານດັ່ງນັ້ນ “ສັກໂກ ເທວະຣາຊາ” ກໍ່ໄດ້ຈັກເປັນ ພຣະຍາອິນທາທິປະຕິຣາດ ໄດ້ 7 ຊາດ, ກໍຈັກໄດ້ເປັນ ພະຍາຈັກກະພັດຕິຣາດ ໃນປະເທດສະຣາດ ບ້ານນ້ອຍ ແລະ ເມືອງໃຫ່ຍໄດ້ 7 ຊາດ, ຈັກໄດ້ເປັນ ມະຫາເສດຖີ 7 ຊາດ, ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ໃດໄດ້ສ້າງຜ້າກັ້ງ ແລະ ຜ້າພະນັງໃຫ້ເປັນທານ.
ດັ່ງນັ້ນ ຊາໂຕ ເກີດມາ “ຍັດຖະ ພາເວ ຍັດຖະ ພາເວ” ໃນພາວະທີໃດທີໃດກໍດີ “ເທວະມະນຸດ ເສທິ” ອັນໝູ່ຄົນ ແລະ ເທວະດາທັງຫຼາຍ ຫາກສັກກະລະບູຊາ “ຕັດຖະ ຖາເນ” ໃນສະ ຖານທີ່ນັ້ນໆແລ ນໍຣະຍິງຊາຍຜູ້ນັ້ນ ຢູ່ໃນທີ່ໃດ ຜ້າພະນັງ ຫາກໄປກັ້ງໄປບັງ ນໍຣະຍິງຊາຍ ຜູ້ນັ້ນຢູ່ທຸກເມື່ອນັ້ນແລ ນໍຣະຍິງຊາຍຜູ້ນັ້ນ ເກີດມາກໍມີຮູບໂສມ ຕະໂນມພັນ ວັນນະອັນງາມ “ມະນຸດສະປິໂຍ” ອັນເປັນທີ່ຮັກ ຖືກເນື້ອເພິ່ງໃຈ ແກ່ຄົນ ແລະ ເທວະດາທັງຫຼາຍແລ
“ອິທັງ ຜະລັງ” ອັນນີ້ ກໍເປັນດ້ວຍ ຜະລະອານິສົງສະ ອັນໄດ້ໃຫ້ ຜ້າພະນັງກັ້ງບັງ ຍັງພຣະພຸດທະເຈົ້າ ພຣະທຳມະ ເຈົ້າ ແລະ ພຣະສັງຄະເຈົ້າ ນັ້ນກໍມີແລ ດູລາ ສັບປຸຣິສະ ເຈົ້າທັງຫຼາຍ ຄັນໄດ້ຟັງຍັງ ພຣະສັດທຳມະເທສນາ ແລ້ວ ຈົ່ງມະນະສິການ ຈົດຈຳໄວ້ໃນຈິດໃຈ ເຖີດ ກໍໄດ້ເປັນປະໂຫຍດໃນຊາດນີ້ ແລະ ຊາດໜ້າແລ “ປະຕິສັນນັງ ຕິໂລກະຣະນີຍັງ ວັນນະນາ” ອັນວ່າກິຍາຈາ ຍ້ອງຍໍຍັງ ນໍຣະຍິງຊາຍ ທວາຍຍົກທັງຫຼາຍ ອັນໄດ້ສ້າງຜ້າພະນັງ ໃຫ້ເປັນທານ ກໍຈະໄດ້ປະສົບ ສາສະນາ ພຣະສີອະຣະຍິເມດໄຕ ດັ່ງປະນີທານ ຄວາມປາຖນາ ທຸກປະການ ນິດຖິຕັງ ກໍຈົບລົງພຽງເທົ່ານີ້ແລ.
ອາກາຣະ ວັດຕະສູດ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ວິຫະຣະຕິ ຄິດຊະກູເຕ ປັບພະເຕ ອະຖະໂຂ ອະຍັດສະມາ ສາຣິບຸດໂຕ ເຍນະ ພະຄະ ວາ ເຕນຸປະສັງກະມິ ອຸປະສັງກະມິຕະວາ ພະຄະວັນຕັງ ອະພິວະເທຕະວາ ເອກະມັນຕັງ ນິສິທິຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຈົ່ງຕັ້ງ ໂສຕະຜາສາດ ຫູທັງສອງ ຄອຍຮອງຮັບ ເອົາຍັງຣົດສະ ພຣະສັດທຳມະ ເທສະນາ ອັນມີຊື່ວ່າ: ອາກາຣະ ວັດຕະສູດ ແກ່ນັກປາດເຈົ້າ ທັງຫຼາຍ ຜູ້ມີຜະຫຍາ ປັນຍາ ອັນເປັນພູມ ສຳມາປະຕິບັດ ເພິ່ງຮູ້ດັ່ງນີ້ເຖີ້ນ ເອກັງ ສະມະຍັງ ຍັງມີ ໃນສະ ໄໝໜຶ່ງ ພຣະສຳມາສຳພຸດທະເຈົ້າ ໄດ້ປະທັບຢູ່ເໜືອເຂົາ ຄິດຊະກູດ ບັນພົດ ໃກ້ເມືອງຣາຊະຄຶ ມະຫານະຄອນ ໃນຄັ້ງນັ້ນແລ ພຣະມະຫາ ສາຣິບຸດ ພຸດທະສາວົກ ໄດ້ເຂົ້າໄປສູ່ທີ່ເຝົ້າ ຖວາຍອະພິວາດ ກາບໄຫ້ວ ໂດຍເຄົາຣົບແລ້ວ. ກໍນັ່ງໃນທີ່ສົມຄວນ ສ່ວນຂ້າງໜຶ່ງ ຫຼິງແລເບິ່ງ ສະຫະທຳມິກະ ສັດທັງຫຼາຍ ກໍເກີດຄຳປະຣິວິຕົກໃນໃຈ ຄິດເຖິງການອັນຕະລາຍ ທີ່ຈະເກີດມີ ຕໍ່ໄປພາຍ ໜ້າວ່າ: “ອິເມ ໂຂສັດຕາ ສິນນະມູລາ ອະຕິຕະ ສິກຂາ” ສັດທັງຫຼາຍເຫຼົ່ານີ້ ມີກິເລດໜາ ຖືກອະວິດຊາ ຫໍ່ຫຸ້ມໄວ້ ມີສັນດານ ອັນຕຶບໜາ ໄປດ້ວຍ ອະກຸ ສົນມູນຄື ໂລພາ ຄວາມຢາກໄດ້ ໂທສະ ຄວາມປະທຸດສະຮ້າຍ ໂມຫະ ຄວາມ ຫຼົງງົມງວາຍ ເປັນຜູ້ຊື່ວ່າ ມີກຸສົນມູນ ຂາດແລ້ວ ມີສິກຂາ ອັນຂາດເສຍແລ້ວ ຈະຕ້ອງໄດ້ໄປ ສູ່ອະບາຍພູມທັງ 4 ຄື: ນະຣົກ 1 ເຜດຕະວິໃສ 1 ອະສຸຣະກາຍ 1 ແລະ ສັດເດຍລະສານ 1 ເມື່ອເປັນດັ່ງນີ້ ແລ້ວ ໝູ່ສັດທີ່ໜາ ໄປດ້ວຍກິເລດ ກໍຈະຕ້ອງໄປ ໝົກໄໝ້ ຢູ່ໃນອະບາຍພູມ ຕະຫຼອດການ ຍືນຍາວນານ ທຳຄືປັນຍາ ປາຣະມີ 30 ທັດ.
ເປັນທຳເຄື່ອງ ກະທຳເຮັດໃຫ້ ເປັນພຣະພຸດທະເຈົ້າມີຢູ່ ຈະຫ້າມ ແລະ ປ້ອງກັນເສຍເຊິ່ງ ອະບາຍພູມທັງ 4 ແລະ ທຳທີ່ ພຣະພຸດທະເຈົ້າ ຊົງສະແດງ ໄວ້ໃນພຣະສູດ ພຣະວິໃນ ແລະ ພຣະປາຣະມັດ ລ້ວນເປັນທຳ ທີ່ຈະນຳສັດ ໃຫ້ພົ້ນຈາກທຸກ ໃນສົງສານທັງນັ້ນ ເມື່ອພຣະທຳມະເສນາບໍດີ ສາຣິບຸດ ເກີດມີຄຳປະຣິວິຕົກ ດັ່ງນັ້ນແລ້ວ ຈິ່ງກາບທູນໄຫ້ວ ຖາມພຣະພຸດທະເຈົ້າວ່າ ຂ້າແຕ່ທ່ານ ສັບພັນຍູ ຜູ້ຈະເຣີນ “ເຍ ເກຈິ ທຸບປັນຍາ ປຸກຄະລາ” ບຸກຄົນທັງຫຼາຍເຫຼົ່າໃດ ເຫຼົ່າໜຶ່ງ ມີປັນຍາຍັງຕຶບໜາ ໄປດ້ວຍ ໂມຫະ ຄວາມຫຼົງງົມງວາຍ ບໍ່ຮູ້ຈັກ ພຸດທະກະຣະນະທຳ ຄືປາຣະມີແຫ່ງ ພຣະພຸດທະເຈົ້ານັ້ນ.
ເພາະເປັນຄົນອັນທະພານ ກະທຳເຊິ່ງກຳ ອັນເປັນບາບທັງປວງ ດ້ວຍອຳນາດ ຣາຄະ ຄວາມກຳນັດ ຍິນດີ ໂທສາ ຄວາມປະທຸດສະຮ້າຍ ເຂົ້າຄອບງຳ ກະທຳກຳຕັ້ງເບົາຄື ລະຫຸກຳ ຂຶ້ນໄປ ຈົນເຖິງກຳໜັກຄື ຄະລຸກຳ ໂດຍບໍ່ ມີຄວາມລະອາຍແກ່ໃຈ ແລະ ຄວາມເກງກົວ ຕໍ່ບາບຄື ຄວາມຊົ່ວ ເບື້ອງໜ້າ ແຕ່ແຕກກາຍ ທຳລາຍຂັນຕາຍແລ້ວ ກໍຈະໄດ້ໄປເກີດໃນ ອະເວຈີ ມະຫານາຣົກ. ຂ້າແຕ່ ພຣະພຸດທະເຈົ້າ ຜູ້ປະເສີດ ທຳອັນສຸກຂຸມລະອຽດ ເພື່ອປ້ອງກັນ ສັດທັງຫຼາຍ ບໍ່ໃຫ້ໄປຕົກ ນະຣົກໃຫ່ຍ ຈະມີຢູ່ ຫຼື ໜໍ?
ໃນກາລະຄັ້ງນັ້ນ ພຣະພຸດທະເຈົ້າ ກໍເທສະນາທຳ ອັນມີຊື່ວ່າ: ອາກາຣະ ວັດຕະສູດ ກຳນົດດ້ວຍວັກ 5 ວັກ ມີ ນະວະທະຣາທິຄຸນ ເປັນວັກຕົ້ນ ຈົນເຖິງ ປາຣະມີທັດຕະວັກ ເປັນຄຳຣົບ 5 ມີພຣະຄາຖາວ່າດັ່ງນີ້:
ອິຕິປິໂສ ພະຄະວາ ທານະປາຣະມີ ທານະອະປະປາຣະມີ ທານະຄະ ຕັດສະຣິຍະ ສຳປັນໂນ ໂສ ພະຄະວາ ສະມະຕິງສະປາຣະມີໂຍ ປຸໂຕ ໂສ ພະຄະວາ ນະ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ ອິຕິປິ ໂສ ພະຄະວາ ອາຣະຫັງ ສຳມາສຳພຸດໂທ ວິດຊາຈະຣະນະ ສຳປັນໂນ ສຸຄະໂຕ ໂລກະວິທູ ອະນຸດຕະໂລ ປຸຣິສະທຳມະສາຣະຖິ ສັດຖາ ເທວະ ມະນຸດສານັງ ພຸດໂທ ພະຄະວາຕິ ນີ້ຊື່ວ່າ ນະວະທະຣະຄຸນ ວັກທີ 1.
ອິຕິປິ ໂສ ພະຄະວາ ອຸເປກຂາ ປະຣະມັດຖະ ປາຣະມີໂຍ ໂສ ພະຄະວາ ອຸເປກຂາ ປະຣະມັດຖະ ປາຣະມີໂຍ ໂສ ເທໂສ ອະນັນຕາ ທິຄຸໂນ ໂສ ພະຄະວາ ອິຕິປິ ໂສ ມະມາທັດສະພາລາພະໂລ ປັນຍາ ປັນຍັງ ໂສ ພະຄະວາ ພະລັງ ພະລາ ປັນຍັງ ປັນຍາ ພາວະນາ ເຕຊັງ ເຕຊາ ທຸປັນຍັງ ປັນຍາ ສິລັນຈະ ຄຸນະຄຸນັງ ຈະ ໂຫຕຸ ປັດຈະໂຍ ໂສ ພະຄະວາ ສຳປັນໂນ ອິຕິປິ ໂສ ອຸດຕະມັງ ອຸດຕະມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ເຕຊັງ ເຕຊາ ປຸນຍັງ ປຸນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ພະຄະວາ ສຳປັນໂນ ໂສ ພະຄະວາ ອິຕິປິ ສຸຂຸມັງ ສຸຂຸມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ເຕຊັງ ເຕຊາ ປຸນຍັງ ປຸນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ສຳປັນໂນ ໂສ ພະຄະວາ ອິຕິປິ ສຸຂຸມັງ ສຸຂຸມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ສຳປັນໂນ ໂສ ພະຄະວາ ອິຕິປິ ພຸດທັດສະ ສຳພຸດໂທ ມະຫາ ທະສະ ພະລັງ ພະລາ ມຸນິມຸນາ ມະຫາຄຸນນັງ ຄຸນນາ ຣາຊັງ ປັນຍາ ສີລັນຈະ ຄຸນນັງ ວະທຳມັງ ອະພິນິທາຣະ ສຳປັນໂນ ອິຕິປິ ໂສ ພະຄະວາ ອັດຖະຊະຍະ ສຳປັນໂນ ອິຕິປິ ໂສ ພະຄະວາ ປະຕິທານະ ສຳປັນໂນ ອິຕິປິ ໂສ ພະຄະວາ ຍະນະ ສຳປັນໂນ ອິຕິປິ ໂສ ພະຄະວາ ໂຍຄະ ສຳປັນໂນ ອິຕິປິ ໂສ ພະຄະວາ ປັບພະໂຍຄະ ສຳປັນໂນ ອິຕິປິ ໂສ ພະຄະວາ ຍຸດຕະ ສຳ ປັນໂນ ອິຕິປິ ໂສ ພະຄະວາ ຍຸດຕິ ສຳປັນໂນ ອິຕິປິ ໂສ ພະຄະວາ ໂຊຕິ ສຳປັນໂນ ອິຕິປິ ໂສ ພະຄະວາ ໂອຄັນທະ ສຳປັນໂນ ອິຕິປິ ໂສ ພະຄະວາ ກຳພິນິ ສຳປັນໂນ ອິຕິປິ ໂສ ພະຄະວາຕິ ອັນນັ້ນຊື່ວ່າ ພັງຄະນິວັນຕາ ວັກທີ 2.
ອິຕິປິ ໂສ ພະຄະວາ ອະຣະຫັງ ສຳປັນໂນ ອິຕິປິ ໂສ ພະຄະວາ ຄັບພະວຸດຖານັງ ສຳປັນໂນ ອິຕິປິ ໂສ ພະຄະວາ ກຳພິຊາຕິ ສຳປັນໂນ ອິຕິປິ ໂສ ພະຄະວາ ສຳປຸກຸສະລະ ສຳປັນໂນ ອິຕິປິ ໂສ ພະຄະວາ ອະຫະຣະ ສຳປັນໂນ ອິຕິປິ ໂສ ພະຄະວາ ຕິ ສຳປັນໂນ ອິຕິປິໂສ ພະຄະວາ ປະຣິວາຣະ ສຳປັນໂນ ອິຕິປິ ໂສ ພະຄະວາ ນິອິມະສະມະປຸ ປັບພະຊາຍະ ສຳ ປັນໂນ ອິຕິປິ ໂສ ພະຄະວາ ອະພິສຳໂພທິ ສຳປັນໂນ ອິຕິປິ ໂສ ພະຄະວາ ອັນນີ້ຊື່ວ່າ ປະຣິສັດຕະວັນນະ ວັກທີ 3.
ອິຕິປິ ໂສ ພະຄະວາ ສຳມາທິ ສຳປັນໂນ ອິຕິປິ ໂສ ພະຄະວາ ປັນຍາ ສຳປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິ ສຳປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິຍາ ສຳປັນໂນ ອິຕິປິ ໂສ ພະຄະວາ ອະພິຈະຄຸນະ ສຳປັນໂນ ອິຕິປິ ໂສ ພະຄະວາ ສັງຂາຣັກຂັນໂທ ອະນິດຈັງ ລັກຄະນະ ສຳປັນໂນ ອິຕິປິ ໂສ ພະຄະວາ ຣູປະຂັນທາ ອະນັດຕາ ລັກຂະນະ ປາຣະມີ ສຳປັນໂນ ອິຕິປິ ໂສ ເວທະນາຂັນທາ ອະນັດຕາລັກຂະນະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະ ວາ ສັງຂາຣະຂັນທາ ອະນັດຕາລັກຂະນະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະ ຄະວາ ອັນນີ້ຊື່ວ່າ ປາຣະສິຕະ ວັກທີ 4.
ອິຕິປິ ໂສ ພະຄະວາ ທານະປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອະພິນຍາ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ສະຕິຍາຣະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ສະມິທານະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ສຳພິທາ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ສຳປະມາຍາ ນະ ສຳປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ທະວັດຕິງສະມະຫາ ປຸຣິສະລັກຂະນະ ສຳປັນໂນ ອິຕິປິ ໂສ ພະຄະວາ ສິຕິພະລະປັນຍະ ລັກຂະນະ ສຳປັນໂນ ອິຕິປິ ໂສ ພະຄະວາ
ທານະ ປາຣະມີ ອິຕິປິ ໂສ ພະຄະວາ ທານະອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ທານະ ປາຣະມັດຖະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ສັດຈະ ປາຣະມີ ອິຕິປິ ໂສ ພະຄະວາ ສັດຈະອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ສັດຈະ ປາຣະມັດຖະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ເມດຕາ ປາຣະມີ ອິຕິປິ ໂສ ພະຄະວາ ເມດຕາອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ເມດຕາ ປາຣະມັດຖະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອຸເປກຂາ ປາຣະມີ ອິຕິປິ ໂສ ພະຄະວາ ອຸເປກຂາອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ອຸເປກຂາ ປາຣະມັດຖະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ
ສຳມາຕິ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ນິຣຸດຕິ ປາຣະມີ ສຳປັນ ໂນ ອິຕິປິ ໂສ ພະຄະວາ ສຳພິທາຍານະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອິຕິປະຕິສະມະພິ ທະຍານະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ປັດຕະຕິສະວາຣະ ໂພທິປັກຂາຍາ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ໂສດຖານະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອັນຍະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອະປະຣະຍະຕະນະ ປາຣະມີ ສຳ ປັນໂນ ອິຕິປິ ໂສ ພະຄະວາ ສັບພັນຍຸດຕັນຍານະ ປາຣະມີ ສຳປັນໂນ ອິຕິປິ ໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ ນະອຸທັງ ສະຫະເທສິຖິຕັງ ອັນນີ້ຊື່ວ່າ ປາຣະມີທະຕັດຕະ ວັກທີ 5.
ຄາຖາອາກາຣະ ວັດຕະສູດນີ້ ມີອານຸພາບຍິ່ງໜັກ ແກ່ຜູ້ລະນຶກ ຄິດເຖິງ ຢູ່ສະເໝີ ຍ່ອມປັດສະຈາກ ໂພຍໄພ ອັນຕະລາຍຕ່າງໆ ຈິດໃຈຍ່ອມ ຜ່ອງໃສ ດ້ວຍອຳນາດ ອາກາຣະ ວັດຕະສູດນີ້ແລ ບຸກຄົນຜູ້ໃດ ໄດ້ຟັງກໍ່ດີ ໄດ້ຂຽນເອງກໍ່ດີ ຫຼື ໄດ້ຈ້າງ ທ່ານຜູ້ອື່ນຂຽນໃຫ້ກໍ່ດີ ໄດ້ທ່ອງຊົງຈຳໄວ້ກໍ່ດີ ໄດ້ສັ່ງສອນຜູ້ອື່ນກໍ່ດີ ໄດ້ສັກກາຣະບູຊາ ເຄົາຣົບນັບຖືກໍ່ດີ ໄດ້ສູດມົນ ພາວັນນາ ຢູ່ເນື່ອງໆກໍ່ດີ ກໍຈະໄດ້ພົ້ນຈາກໄພ 30 ປະການຄື ໄພອັນເກີດແຕ່ງູພິດ ໝາ ປ່າ ໝາບ້ານ ງົວບ້ານ ງົວປ່າ ຄວາຍບ້ານ ແລະ ຄວາຍປ່າ ພະຍັກຄະ ໝູ່ເສືອ ສິງ ແລະ ໄພອັນເກີດແຕ່ ຄະຊະສານ ອັດສະດອນ ພາຊີ ຈະຕຸຣົງ ຄະຊາດ ຂອງພຣະຣາຊາ ຜູ້ເປັນຈອມຂອງ ນໍຣະຊົນ ໄພອັນເກີດ ແຕ່ນ້ຳ ແລະ ໄຟ ເກີດແຕ່ມະນຸດ ແລະ ອະມະນຸດ ພູດຜີປີສາດ ເກີດແຕ່ອາດຍາ ຂອງແຜ່ນດິນ ເກີດແຕ່ຍັກກຸມພັນ ແລະ ຄັນທັບພະຍັກ ອາຣັກຂະເທວະດາ
ເກີດແຕ່ມານ 5 ປະການ ທີ່ລ້າງຜານ ໃຫ້ວິກົນວິການຕ່າງໆ ເກີດແຕ່ວິຊາທອນ ຜູ້ຊົງຄຸນວິທະຍາການ ແລະ ໄພທີ່ຈະເກີດແຕ່ ມະເຫສວນເທວະຣາດ ຜູ້ເປັນໃຫ່ຍໃນເທວະໂລກ ລວມເປັນໄພ 30 ປະການ ຍ່ອມອັນຕະລະ ທານພິນາດໄປ ທັງໂລກໄພ ທີ່ສຽບແທງ ອະໄວຍະວະນ້ອຍໃຫ່ຍ ກໍ່ຈະວິນາດ ເສື່ອມສູນໄປ ດ້ວຍອຳນາດເຄົາຣົບ ນັບຖື ໃນພຣະອາກາຣະ ວັດຕະສູດນີ້ແລ
ດູກ່ອນ ທຳມະເສນາບໍດີ ສາຣິບຸດ ບຸກຄົນຜູ້ນັ້ນ ເມື່ອຍັງທ່ອງທ່ຽວ ຢູ່ໃນວັດຕະສົງສານ ກໍ່ຈະເປັນຜູ້ມີປັນຍາ ລະອຽດສຸຂຸມ ອາຍຸຍືນຍາວນານ ຕາບເທົ້າເຖິງ ອາຍຸໄຂ ເປັນກຳນົດຈິ່ງຕາຍ ຈະຕາຍດ້ວຍອຸປັດທະວະ ອັນຕະລາຍ ຕ່າງໆນັ້ນກໍ່ບໍມີ ເມື່ອສິ້ນຊີວິດແລ້ວ ຈະໄດ້ໄປບັງເກີດເທິງສະຫວັນ ຮ່າງກາຍກໍຈະມີວັນນະ ອັນຜ່ອງໃສ ເໝືອທອງຄຳທຳມະຊາດ ຈັກຂຸຜາສາດຕາ ກໍຮຸ່ງ ເຮືອງງາມ ຈະໄດ້ເປັນ ພະຍາອິນທາທິຣາດ 36 ກັບ ເປັນປະມານ ຈະໄດ້ສົມບັດພຣະຍາ ຈັກກະພັດຕິຣາດ 16 ກັບ ສົມບູນໄປດ້ວຍແກ້ວ 7 ປະການກໍ່ດ້ວຍອານິສົງທີ່ໄດ້ສູດ ສາທະຍາຍຢູ່ເນື່ອງນິດ “ທຸກຄະຕິງ ໂສນະຄັດສະຕິ” ແມ່ນວ່າໄດ້ຟັງ ທ່ານຜູ້ອື່ນເທສະນາ ດ້ວຍຈິດເຫຼື້ອມໃສ ກໍບໍ່ໄດ້ໄປສູ່ທຸກຄະຕິເຖິງ 90 ແສນກັບ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ສະຫຼອງ ຜ້າບັງສະກຸນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ອາຍຸ ອາໂຣຄະຍັງ ວັນນັງ ສຸຄະຕັງ ອຸດຈະຖູລິນະຕັງ ຣະຕິໂຍ ປັດຖະຍາເຍນະ ອຸຣາຣາ ອະປະຣະປະຣາ ສັກກັດຈັງ ໂສຕັບໂພຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສາ ເຈົ້າທັງຫຼາຍ ຜູ້ມີຄວາມມັກໄຄ່ ຫາຍັງສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕາຜາສາດ ທັງສອງ ຟັງຍັງຜະລະອານິສົງສະ ແຫ່ງການຖວາຍ ອະສາມິກະທານຄື ທອດຜ້າປ່າ ຫຼື ຜ້າບັງສະກຸນຈີວອນ ຜູ້ປະກອບ ໄປດ້ວຍສັດທາ ເຊື່ອໝັ້ນໃນ ຄຸນພຣະຣັດຕະນະໄຕ ກ່າວຄື ພຣະພຸດ ພຣະທຳ ພຣະສົງ ວ່າເປັນສາຣະນະ ທີ່ເພິ່ງອັນປະເສີດ ກຳຈັດໄພ ອັນຕະລາຍໄດ້ຈິງ ທ່ານທັງຫຼາຍໄດ້ພ້ອມກັນ ສະລະຈະຕຸປັດໃຈຄື ຊັບສົມບັດຂອງຕົນ ອອກຊື້ຜ້າແພມາກະທຳເປັນ ຜ້າບັງສະກຸນຈີວອນ.
ອຸທິດໃຫ້ເປັນ ພຸດທະບູຊາ ທຳ ມະບູຊາ ແລະ ສັງຄະບູຊາ ທອດຖິ້ມໄວ້ຕາມສຸສານ ຫຼື ປ່າຊ້າ ຫຼືຕາມກອງ ຫຍ້າເຫຍື່ອ ແລະ ແຄມຖນົນຫົນທາງ ເພື່ອວ່າພຣະພິກຂຸ ແລະ ສຳມະເນນ ຕົນໃດຕົນໜຶ່ງ ທ່ຽວສັນຈອນ ໄປພົບເຫັນ ກໍຈັກໄດ້ຖືເອົາ ບັງສະກຸນລັງ ເຊິ່ງຜ້າບັງສະກຸນຜືນນັ້ນ ການໃຫ້ທານຊະນິດນີ້ ບໍ່ໄດ້ຈຳເພາະເຈາະຈົງ ແກ່ພຣະພິກຂຸ ແລະ ສຳມະເນນ ຕົນໃດຕົນໜຶ່ງເລີຍ ສຸດແລ້ວແຕ່ ພຣະພິກຂຸ ແລະ ສຳມະເນນ ຕົນໃດຈະໄປພົບເຫັນ ແລ້ວກໍຖືເອົາ ເປັນຜ້າບັງສະກຸນຈີວອນ ສົມເດັດພຣະສຳມາ ສຳພຸດທະເຈົ້າ ຕັດເທສນາວ່າ “ການໃຫ້ທານ ດ້ວຍອາການຢ່າງນີ້ ຍ່ອມມີຜະລະອານິສົງສະ ແກ່ຜູ້ກະທຳ ບໍ່ແມ່ນນ້ອຍ ທ່ານທາຍົກ ທາຍິກາທັງຫຼາຍ ໄດ້ພາກັບບຳເພັນ ອະສາມິກະທານ ເຫັນປານນີ້ແລ້ວ ຄວນຈະມີຈິດໃຈ ຜ່ອງແຜ້ວຍິນດີ ໃນກອງການກຸສົນ ຂອງຕົນ ໃຫ້ພິນໂຍ ຍິ່ງໆຂື້ນໄປເທີ້ນ”
ອັນໜຶ່ງ ການທີ່ທາຍົກ ທາຍິກາທັງຫຼາຍ ໄດ້ກະທຳບຸນກຸສົນຢ່າງນີ້ ກໍ່ດ້ວຍເຫັນວ່າ ເປັນຜູ້ບໍ່ປະໝາດ ໃນຊີວິດ ແລະ ໃນໄວຂອງຕົນ ແລ້ວສະລະອອກເສຍ ເຊິ່ງມັດສະຣິຍະ ຄືຄວາມຕະໜີ່ຂີ້ໜຽວ ອັນຝັງແໜ້ນຢູ່ໃນ ຂັນທະສັນດານຂອງຕົນ ຖ້າວ່າທາຍົກ ທາຍິກາ ບໍ່ມີຄວາມປະໝາດ ເພີດເພີນມົວເມົາໃນໄວ ຄືຄວາມບໍ່ມີ ໂຣຄາພະຍາດ ແລະ ຊີວິດແລ້ວ ຈິ່ງຈະປະກອບ ກອງການກຸສົນຢ່າງນີ້ໄດ້.
ກໍ່ແລ ກອງການກຸສົນຢ່າງນີ້ ຍ່ອມນຳມາເຊິ່ງ ຄວາມຈະເລີນ ຮຸ່ງເຮືອງ ດ້ວຍ ອາຍຸ ວັນນະ ສຸຂະ ພະລະ ແລະ ອຳນວຍໃຫ້ ບຸກຄົນຜູ້ໄດ້ກະທຳ ໄປເກີດໃນສະຫວັນ ເທວະໂລກເປັນຕົ້ນ “ອາຍຸງ ອາໂຣຄະຍັງ ວັນນັງ ສຸຄະຕັງ” ດັ່ງນີ້ ເປັນເຄົ້າ ແປຄວາມວ່າ “ເມື່ອສາທຸຊົນ ມາປາຖະນາ ຄືອາຍຸ ຄວາມບໍ່ມີໂຣຄາ ພະຍາດ ມີວັນນະ ມີຄວາມສຸກໄດ້ສະຫວັນ ຄວາມເກີດໃນຕະກຸນສູງ ແລະ ຄວາມຍິນດີ ອັນຍິ່ງໆຂຶ້ນໄປ ເປັນຂອງອັນປະເສີດແທ້ແລ ເພິ່ງຮີບບຳເພັນ ຄວາມບໍ່ປະໝາດ ໃຫ້ບໍຣິບູນເທີ້ນ ຈັກເປັນບໍ່ເກີດ ແຫ່ງກຸສົນ ທັງປວງໄດ້” ດັ່ງນີ້ ມີອັດຖະ ທິບາຍ ຂະຫຍາຍຄວາມ ໂດຍລຳດັບໄປ.
ຂໍ້ທີ່ວ່າ ນໍຣະຍິງຊາຍ ປະສົງຈະມີອາຍຸ ຍືນຍາວນັ້ນ ຄືເມື່ອສາທຸຊົນ ມາພິຈາລະນາດ້ວຍ ປັນຍາຂອງຕົນວ່າ ຄວາມເປັນຈິງ ແຫ່ງສັງຂານທັງປວງ ວ່າເຮົາມີຄວາມເກີດ ຄວາມແກ່ຊະລາ ຄວາມເຈັບ ຄວາມຕາຍ ໄປເປັນທຳມະ ດາ ແລະ ເຮົາຈະຕ້ອງພັດພາກ ຈາກຂອງທີ່ຮັກແພງ ແລະ ຊອບໃຈໄປທັງສິ້ນ “ອັນຕະມະໂສ ສະຣິຣາປິ” ແມ່ນສະຣິລິ ຮ່າງກາຍຂອງຕົນ ກໍຈະແຕກທຳລາຍຂັນ ຖົມພື້ນປະຖະພີ ເປັນທີ່ສຸດ ບໍ່ມີອັນໃດໃນໂລກນີ້ ຈະເປັນແກ່ນ ສານ ສາມາດໄປຕິດຕາມຕົນ ເຖິງປະລະໂລກ ເບື້ອງໜ້າໄດ້ດັ່ງນີ້.
ເມື່ອສາທຸຊົນທັງຫຼາຍ ຮູ້ດັ່ງນີ້ແລ້ວ ຄວນເປັນຜູ້ບໍ່ປະໝາດ ຮີບເຮັ່ງບຳ ເພັນ ຄຸນງາມຄວມດີ ຄືບຸນກຸສົນ ມີໃຫ້ທານ ຮັກສາສິນ ຈະເຣີນເມດຕາ ພາວະນາ ເປັນຕົ້ນ ແລ້ວກໍ່ຈະໄດ້ປະສົບ ແຕ່ຄວາມເປັນຜູ້ມີ ອາຍຸຍືນນານ ຕາມຄວາມປາຖນາ ເພາະວ່າການທີ່ ສາທຸຊົນ ມີອາຍຸຍືນນານ ຕະຫຼອດທັງ ຮູບພັນສັນຖານ ງົດງາມ ແລະ ມີຜິວພັນວັນນະ ອັນຜ່ອງໃສ ຍ່ອມໄດ້ດ້ວຍ ຄຸນງາມຄວາມດີ ແລະ ບຸນກຸສົນທັງນັ້ນ ສົມຕາມວະຈະນະ ປະພັນພຸດທະຄາຖາ ໃນນິທິກັນ ມີໃຈຄວາມວ່າ “ສຸວັນນະຕາ ສຸສຸຣະຕາ ສຸສັນຖະນັງ ສູຣູປະຕາ ອາທິປັດຈັງ ປະຣິວາໂຣ ສັບພະເມເຕນະ ລັບພະຕິ” ດັ່ງນີ້ເປັນເຄົ້າ.
“ຄວາມເປັນຜູ້ມີຜິວພັນ ອັນງົດງາມ ຄວາມເປັນຜູ້ມີສຽງ ອັນໄພເຣາະ ຄວາມເປັນຜູ້ມີ ຊວດຊົງສົມສ່ວນ ຄວາມເປັນຜູ້ມີຮູບ ຈົບງາມ ຄວາມເປັນໃຫ່ຍ ມີບໍຣິວານຫຼາຍ ອິດຖະຜົນທັງໝົດນີ້ ອັນເທວະດາ ແລະ ມະນຸດທັງຫຼາຍ ຍ່ອມໄດ້ດ້ວຍ ບຸນກຸສົນນັ້ນ”
ປະເທສະຣັດຊັງ ອິດສະຣິຍັງ ຈັກກກະວັດຕິ ສຸຂັງ ປິຍັງ
ເທວະຣັດຊຳປິ ທິບເພສຸ ສັບພະເມເຕນະ ລັບພະຕິ
“ຄວາມເປັນ ພຣະຣາຊາໃນປະເທດ ແລະ ຄວາມເປັນໃຫ່ຍ ຄືຄວາມເປັນພຣະເຈົ້າ ຈັກກະພັດຕິຣາດ ສຸກຂອງພຣະເຈົ້າ ຈັກກະພັດຕິຣາດ ອັນທີ່ໜ້າເພິ່ງໃຈ ຄວາມເປັນ ພຣະຣາຊາ ແຫ່ງເທວະດາ ໃນເທພະນິກາຍທັງຫຼາຍ ອິດຖະຜົນທັງປວງ ອັນເທວະດາ ແລະ ມະນຸດຍ່ອມໄດ້ດ້ວຍ ບຸນກຸສົນນັ້ນ”
ມະນຸສິກາ ຈະ ສຳປັດຕິ ເທວະໂລເກ ເຈ ຍາ ຣະຕິ
ຍາ ຈະ ນິບພານະ ສຳປັດຕິ ສັບພະເມເຕນະ ລັບພະຕິ
“ສົມບັດຂອງມະນຸດດ້ວຍ ສົມບັດອັນບຸກຄົນ ເພິ່ງຍິນດີໃນ ເທວະໂລກດ້ວຍ ສົມບັດຄື ພຣະນິບພານ ດ້ວຍອິດຖະຜົນທັງປວງ ອັນເທວະດາ ແລະ ມະນຸດຍ່ອມໄດ້ ດ້ວຍກຸສົນນັ້ນ”
ເຫດດັ່ງນັ້ນແລ ສາທຸ ສັບປຸຣິສາເຈົ້າທັງຫຼາຍ ຢ່າໄດ້ມີ ຄວາມປະໝາດ ໃນການບຳເພັນບຸນ ກຸສົນຄື ຖວາຍຍັງຜ້າບັງສະກຸນ ຈີວອນ ກັບທັງບໍຣິຂານ ເປັນຕົ້ນ ໃນເວລາວັນນີ້ ໄດ້ຊື່ວ່າ ທຳຕາມແບບຢ່າງ ຂອງນັກປາດ ບັນດິດ ທັງຫຼາຍ ທີ່ໄດ້ເຄີຍກະທຳ ມາແລ້ວແຕ່ຄັ້ງກ່ອນ ການກະທຳບຸນກຸສົນ ຊະນິດນີ້ ມີຜະລະອານິສົງສະມາກໜັກແລ ດັ່ງວັດຖຸນິທານ ທີ່ຈະໄດ້ນຳມາ ເທສະນາ ເພື່ອເປັນແບບຢ່າງ ແກ່ສັບປຸຣິສາເຈົ້າທັງຫຼາຍ ດັ່ງຕໍ່ໄປນີ້.
ໃນສະໄໝໜຶ່ງ ພຣະອະນຸຣຸດທະ ເຖຣະສາວົກ ຂອງພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ ທ່ຽວສະແຫວງຫາ ຜ້າບັງສະກຸນ ທີ່ກອງຫຍ້າເຫຍື່ອ ແລະ ໃນທີ່ປ່າຊ້າເປັນຕົ້ນ ນາງຊາລິນີເທພະທິດາ ໃນຊັ້ນຕາວະຕິງສາ ສະຫວັນເທວະໂລກ ຜູ້ຊຶ່ງເຄີຍເປັນ ພັນລະຍາຂອງທ່ານ ໃນອັນຕະພາບທີ 3 ນັບຈາກອັດຕະພາບນັ້ນໄປ ໄດ້ແລເຫັນ ພຣະອະນຸຣຸດທະເຖຣະເຈົ້າ ກຳລັງສະແຫວງຫາ ຜ້າບັງສະກຸນຢູ່ ນາງຈິ່ງໄດ້ຖືເອົາຜ້າທິບ 3 ຜືນ ຍາວ 10 ສອກ ກວ້າງ 4 ສອກ ມາວາງໄວ້ ທີ່ກອງຫຍ້າເຫຍື່ອ ຊ່ອງໜ້າຂອງ ພຣະເຖຣະເຈົ້າໆ ຫລິງເຫັນຜ້າທິບນັ້ນ ຈິ່ງນຶກຄິດຕິ ຄະນຶງໃນໃຈວ່າ “ຜ້ານີ້ຄົງຈະບໍ່ມີເຈົ້າຂອງ” ແລ້ວຖືເອົາເປັນຜ້າ ບັງສະກຸນຈີວອນ ກັບມາສູ່ທີ່ຢູ່ຂອງຕົນ ແລ້ວເກັບຜ້ານັ້ນ ໄວ້ຈົນກວ່າຈະໄດ້ເຖິງ ວັນເຮັດຈີວອນ.
ຄັນເຖິງວັນເຮັດຈີວອນ ຂອງພຣະເຖຣະເຈົ້າແລ້ວ ພຣະສຳມາ ສຳພຸດ ທະເຈົ້າ ພ້ອມດ້ວຍ ໝູ່ພຣະພິກຂຸສົງ ບໍລິວານ 500 ຮູບ ແລະ ພຣະມະຫາ ສາວົກ 80 ຮູບ ກໍໄປຊ່ວຍເຮັດຈີວອນ ພຣະມະຫາ ກັດສະປະເຖຣະເຈົ້າ ໄດ້ນັ່ງຕອນຕົ້ນ ເພື່ອຈະຫຍິບຈີວອນ ພຣະມະຫາ ສາຣິບຸດເຖຣະເຈົ້າ ໄດ້ນັ່ງຖ່າມກາງ ພຣະມະຫາ ອານົນເຖຣະເຈົ້າ ນັ່ງສຸດທ້າຍ ພຣະພິກຂຸສົງ ພາກັນປັ່ນຟ້າຍໄໝຫຍິບ ພຣະພຸດທະເຈົ້າ ເອົາຟ້າແຫ່ຍເຂັມ ພຣະມະຫາ ໂມກຄັນລາ ເຖຣະເຈົ້າ ທຳໜ້າທີ່ລຳລຽງ ສິ່ງທີ່ຕ້ອງການມາ ຈົນຄົບທຸກຢ່າງ ທ້າວ ສັກກະເທວະຣາດ ໄດ້ປະພົມບໍລິເວນ ທີ່ເຮັດຈີວອນ ພຶ້ນດິນປາກົດເໝືອນ ຍ້ອມດ້ວຍນ້ຳຄັ່ງສີແດງ ຊາວພະນະຄອນທັງຫຼາຍ ໄດ້ພ້ອມກັນມາ ທຳສັງຄະທານ ຖວາຍແດ່ພຣະພິກຂຸສົງ ມີອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ເປັນປະມຸກ ນາງເທບພະທິດານັ້ນ ຄັນໄດ້ຖວາຍ “ບັງສະກຸລັງ” ຍັງຜ້າບັງສະກຸນຈີວອນ ແກ່ພຣະເຖຣະເຈົ້າແລ້ວ ກໍມີໃຈຊົມຊື່ນຍິນດີ ດ້ວຍບຸນກຸສົນ ຣາສີສ່ວນນີ້ ໄດ້ອຳນວຍໃຫ້ນາງ ມີອາຍຸຍືນນານ ສະເຫວີຍພະສົມບັດ ຕະຫຼອດການ.
ນີ້ແລ ທ່ານສັບປຸຣິສະ ເຈົ້າທັງຫຼາຍ ການຖວາຍຜ້າບັງສະກຸນນີ້ ຍ່ອມເປັນນິຍົມ ສັນລະເສີນ ຂອງພຣະອະຣິຍະເຈົ້າ ກັບທັງເຫຼົ່າເທບພະດາ ອິນພົມ ແລະ ມະນຸດທັງຫຼາຍ ສົມຄວນທີ່ ສັບປຸຣິສະເຈົ້າທັງຫຼາຍ ເພິ່ງຍິນດີໃນສ່ວນ ບຸນກຸສົນ ສຳມາປະຕິບັດຄື ມີການໃຫ້ທານ ຮັກສາສິນ ຈະເຣີນເມດຕາ ພາວະ ນາ ຟັງພຣະສັດທຳມະ ເທສະນາເປັນຕົ້ນ ໃຫ້ພິນໂຍຍິ່ງໆຂຶ້ນໄປ ແລ້ວຈະໄດ້ ປະສົບອິດຖະວິບູນ ມະນູນຍະຜົນ ທີ່ຕົນປາຖນາໃຫ້ມີ ອາຍຸຍືນນານ ມີວັນນະ ຜິວພັນອັນງົດງາມ ຜຸດຜ່ອງລະອອງນວນ ເປັນທີ່ຕ້ອງຕາຈະເຣີນໃຈ ຂອງບຸກ ຄົນຜູ້ໄດ້ທັດສານຸ.
ຂໍໃຫ້ມີສຸກທັງສອງຄື ກາຍິກະສຸກ ສຸກອັນເປັນໄປທາງກາຍ ເຈຕະສິກະສຸກ ສຸກອັນເປັນໄປທາງໃຈ ປະກອບໄປດ້ວຍ ພະລະກຳລັງອັນແຂງແຮງ ສາ ມາດຕໍ່ສູ້ການງານ ຟັນຜ່າອຸປະສັກມາ ນັບປະການໃຫ້ໝົດສິ້ນໄປ ທັງໃນໂລກນີ້ ແລະ ໂລກໜ້າມານັ້ນເທີ້ນ ນິດຖິຕັງ ກໍຈົບລົງພຽງເທົ່ານີ້ແລ.
ສະຫຼອງ ຕົ້ນກາຣະພຶກ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)
ພຸດໂທ ໂລເກ ອະນຸດຕະໂຣ ຕິດສະມານັງ ເສດຖັງ ກັບປາຣຸກໂຂ ພຸດໂທ ພະຄະວາ ສາວັດຖີຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣະຕິຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຝູງມີຄວາມ ປາຖນາ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງ ໂສຕະຜາສາດຫູ ທັງສອງຟັງຍັງ ທຳມະເທສະນາ ຜະລະອາ ນິສົງສະ ແຫ່ງການຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ໃຫ້ເປັນທານ ແກ່ພຣະພິກຂຸສັງຄະເຈົ້າ ຫວັງເອົາບຸນ ເອົາກຸສົນຜົນທານ ໃນປັດຈຸບັນ ແລະ ອະນາຄົດ.
ກໍ່ຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານນັ້ນແລ ສາທຸຊົນ ທີ່ມີສັດທາ ໄດ້ສະລະຈະຕຸປັດໄຈ ມາທຳການກໍ່ສ້າງ ເຊິ່ງກອງການກຸສົນ ຄືວ່າ ໄດ້ໃຫ້ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນກາຣະພຶກ ພ້ອມດ້ວຍບໍລິຂານ 8 ປະການ ເປັນທານ ດັ່ງທ່ານສາທຸຊົນ ພຸດທະບໍລິສັດທັງຫຼາຍ ກະທຳຢູ່ ໃນເວລາວັນນີ້ ພຣະສັບພັນຍູເຈົ້າ ໄດ້ເທສນາວ່າ ມີຜະລະອານິສົງສະມາກ ຖ້າປາຖນາສິ່ງໃດ ກໍຈະໄດ້ສິ່ງນັ້ນ ບໍ່ຄາດບໍ່ຄາແລ
“ນະຫິ ທຳໂມ ອະທຳໂມຈະ” ເປັນສິ່ງທຳ ແລະ ເປັນສິ່ງທີ່ບໍ່ຄວນທຳ ມີໝາກຜົນຕ່າງກັນ ຈະໃຫ້ມີ ໝາກຜົນສະເໝີກັນນັ້ນ ບໍ່ມີ “ອະທຳໂມ ນິຣະຍັງ ເນຕິ” ສິ່ງທີ່ບໍ່ເປັນທຳນັ້ນ ນຳສັດໄປສູ່ນະຣົກ “ທຳໂມ ປາເປຕິ ສຸຄະຕິ” ສິ່ງທີ່ເປັນທຳນັ້ນ ນຳສັດໄປສູ່ສຸຄະຕິ ຄືສະຫວັນ.
ເຫດນັ້ນແລ ຈິ່ງໄດ້ຊື່ວ່າ ກຸສົນ ຄືຄວາມສະຫຼາດ ນີ້ສົມຄວນ ທີ່ສາທຸຊົນທັງຫຼາຍ ພ້ອມກັນຂົນຂວາຍ ຫາກໍ່ສ້າງສະສົມ ໄວ້ໃຫ້ຫຼາຍໆ ຢູ່ໃນຈິດໃຈຂອງຕົນ ສາທຸຊົນຜູ້ມີສັດທາ ເພິ່ງອຸດສະຫະ ກະທຳບຸນໃຫ້ທານ ຢ່າໄດ້ເບື່ອໜ່າຍ “ທານັງ ສະຫາຍະສຳ ພູຕັງ” ຜົນທານນີ້ແລ ຈະບັງເກີດເປັນສະຫາຍ ຊ່ວຍ ເຫຼືອອຸດໜູນ ໃຫ້ພົ້ນຈາກທຸກ ໄພທັງປວງ “ທານັງ ສຳປັດຕະ ໂພຊະນັງ” ຜົນທານນີ້ແລ ເປັນຜູ້ຈຳແນກແຈກຈ່າຍ ນຳເອົາຊັບສົມບັດທັງຫຼາຍ ແຈກຈ່າຍ ໄປຕາມຄວມປະສົງ ຜົນທານນີ້ ເປັນເຂົ້າໄຖ່ ເຂົ້າຖົງຕິດຕາມ ຄ້ຳຊູອຸປະຖຳ ຢູ່ບໍ່ໄດ້ວ່າງເວັ້ນ ຍ່ອມນຳອອກເສຍ ເຊິ່ງຄວາມເຂັນໃຈ ບໍ່ໃຫ້ຕົກທຸກໄດ້ຍາກ ບໍ່ໃຫ້ຂັດສົນ ຈົນໃຈສິ່ງໃດ ສິ່ງໜຶ່ງເລີຍ
“ທານັງ ສັກຄະໂສ ປານັງ” ຜົນທານນີ້ ເໝືອນຂັ້ນໃດ ນຳຂຶ້ນສູ່ທີ່ສູງ ຈົນເຖິງຊັ້ນຟ້າ ແດນສະຫວັນ ເປັນທາງນຳໄປສູ່ ພຣະນິບພານ ອັນປະເສີດ ບໍ່ກັບມາສູ່ ວັດຕະສົງສານ ມີແຕ່ຈະໃຫ້ສຸກ ປິດບັງເສຍເຊິ່ງ ທຸກໄພຄື ອະບາຍ ພູມ 4 ມີນະຣົກ ເຜດ ອະສຸຣະກາຍ ແລະ ສັດເດຍລະສານ.
“ທານັງ ພຸດທານະ ໂຄຈະຣັງ” ຫົນທາງນີ້ເປັນມັກຄາ ແຫ່ງພຣະພຸດທະ ເຈົ້າທັງຫຼາຍ ສືບໆກັນມາ ຜົນທານີ້ ເປັນມານດາ ເບິ່ງແຍງສັບພະສັດ ທັງ ຫຼາຍໃນໂລກ ບໍ່ມີມານດາໃດ ທີ່ຈະເອົາໃຈໃສ່ລ້ຽງດູ ເບິ່ງແຍງເໝືອນ ຜົນທານນີ້. “ນັດຖິ ທານະສະໂມ ທິຕາ” ຜົນທານນີ້ ປຽບເໝືອນບິດາ ບັງເກີດເກົ້າ ຂອງສັດທັງຫຼາຍ ບໍ່ມີບິດາໃດ ຈະເປັນທີ່ເພິ່ງ ອັນປະເສີດ ເໝືອນບິດາ ຄື ທານະ ປາຣະມີນີ້ ຜົນທານນີ້ແລ ຈະເປັນບິດາ ມານດາ ເປັນຍາດ ເປັນມິດ ເປັນພີ່ລ້ຽງ ຕິດຕາມຕົວເຮົາ ໄປສູ່ຊັ້ນຟ້ານິຣະພານ ໂດຍດັ່ງຄວາມມຸ້ງ ມາດປາຖນາຂອງຕົນແລ.
ເລື່ອງນີ້ມີມາ ໃນຄັ້ງພຸດທະການ ດັ່ງທຳມະເທສນາ ທີ່ພຣະພຸດທະເຈົ້າ ກ່າວເປັນໄນຍະຄາຖາວ່າ “ພຸດໂທ ເສດໂຖ ໂລເກ ອະນຸດຕະໂລ ຕິດສະມານະໂວ” ດັ່ງນີ້ເປັນເຄົ້າ ໃນກາຣະຄັ້ງນັ້ນ. ພຣະສັບພັນຍູເຈົ້າ ຂອງເຮົາທັງຫຼາຍ ສະເດັດປະທັບຢູ່ ໃນປ່າເຊຕະວັນ ມະຫາວິຫານ ອາໃສເມືອງສາວັດຖີ ອັນເປັນທີ່ໂຄຈອນ ທ່ຽວບິນທະບາດ ຍັງມີກະດຸມພີຜູ້ໜຶ່ງ ຊື່ວ່າ ຕິດສະມານົບ ມີຈິດໃຈເຫຼື້ອມໃສ ໃນຄຸນແກ້ວ 3 ປະການ ພ້ອມດ້ວຍພັນລະຍາ ຂອງຕົນ ມາສ້າງແປງກັບປາຣຸກຂັງ ຈີວະຣະປະຣິກຂາຣັງ ຍັງຕົ້ນກາຣະພຶກ ປະຣີຂານ 8 ປະການ ມີຜ້າຈີວອນ ສັງຄາ ສະບົງ ແລະ ຂອງຄວນຄ້ຽວ ຄວນສັນ ໃາຜູກແຂວນຫ້ອຍ ຍອ້ຍໄປຕາມ ຕົ້ນກາຣະພຶກ ຄັນສຳເລັດແລ້ວ ກໍ່ນ້ອມໄປຖວາຍແກ່ ສັບພັນຍູ ແລ້ວກໍ່ໄຫ້ວຖາມພຣະເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫ້ວພຣະພຸດທະເຈົ້າ ຕົນປະເສີດ ອັນເປັນທີ່ເພິ່ງຂອງ ສັດຕະວະໂລກ ທັງມວນ ນໍຣະຍິງຊາຍ ຜູ້ມີຈິດໃຈ ເຫຼື້ອມໃສສັດທາ ມາສ້າງແປງ ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນກາຣະພຶກ ຖວາຍບູຊາແກ້ວ 3 ປະການ ກໍຈະມີຜະລະອານິສົງສະ ດັ່ງລືກໍ່ຂ້າຈາ.
ພະຄະວາ ອັນວ່າ ພຣະພຸດທະເຈົ້າ ຈິ່ງຕັດພຣະທຳມະເທສນາ ວ່າ ດູ ກ່ອນ ຕິດສະມານົບເສດຖີ ຜູ້ມີເຂົ້າຂອງເປັນອັນມາກ ນໍຣະຍິງຊາຍ ຝູງໃດມີ ຈິດໃຈ ເຫຼື້ອມໃສສັດທາ ມາກໍ່ສ້າງ ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນ ກາຣະພຶກ ອັນຜູກຮ້ອຍ ໄປດ້ວຍບໍຣິວານຕ່າງໆ ຖວຍບູຊາ ຄຸນພຣະຣັດຕະນະໄຕ ທັງສາມປະການດັ່ງນີ້ ກໍຈະມີຜະລະອານິສົງສະ 16 ກັບນັ້ນແລ.
ນໍຣະຍິງຊາຍ ຝູງນັ້ນ ຄັນດັບຂັນສິ້ນບຸນກຳ ໃນເມືອງຄົນນີ້ແລ້ວ ກໍຈະໄດ້ເອົາຕົນເມືອງເກີດ ໃນສະຫວັນເທວະໂລກ ໄດ້ສະເຫວີຍທິບ ພະສົມບັດຢູ່ ໃນສະຫວັນທີ່ນັ້ນ ເຫິງຍືນນານ ຄັນຈຸຕິຕາຍຈາກ ເມືອງສະຫວັນແລ້ວ ກໍຈະໄດ້ເອົາຕົນລົງມາເກີດ ໃນມະນຸດສະໂລກ ເມືອງຄົນເຮົາທີ່ນີ້ ກໍຈະໄດ້ສົມບັດ ເປັນພຣະຍາຈັກກະພັດ ຕິຣາດໃນບ້ານນ້ອຍ ແລະ ເມືອງໃຫ່ຍໄດ້ 27 ຊາດນັ້ນແລ ຄັນເມື່ອຕິດສະມານົບ ກະດຸມພີຜູ້ນັ້ນ ໄດ້ຟັງທຳມະເທສນາ ຂອງພຣະພຸດທະເຈົ້າແລ້ວ ກໍ່ທູນລາພຣະພຸດທະເຈົ້າ ໜີເມືອສູທີ່ເຮືອນຂອງຕົນ ກໍ່ມີແລ.
“ໂສ ກຸດຸມພີ ໂກ” ຄັນເມື່ອກຸດຸມພີຜູ້ນັ້ນ ກໍຕັ້ງຢູ່ຕາມເຂດອາຍຸ ຂອງຕົນ “ຕະໂຕ ຈະຣິດຕະວາ” ຈາກຕາຍຈາກ ພາວະອັນເປັນ ກຸດຸມພີນັ້ນແລ້ວ “ນິບພັດຕິ” ກໍຈັກໄດ້ເມືອເກີດ ເປັນເທວະບຸດ ໃນຊັ້ນຟ້າຕາວະຕິງສາ ເທວະໂລກ ມີຜາສາດສູງໄດ້ 7 ໂຍດຊະນະ ມີນາງຟ້າໝື່ນໜຶ່ງ ເປັນບໍຣິວານ ຄັນຈຸຕິຈາກ ຊັ້ນຟ້ານັ້ນແລ້ວ ກໍ່ຈັກໄດ້ເກີດມາ ໃນສຳນັກຂອງ ພຣະພຸດທະເຈົ້າຕົນຊື່ວ່າ ອະຣິຍະເມດໄຕ ເມື່ອລົງມາຕັດເປັນສັບພັນຍູ ເປັນຄູແກ່ໂລກ ໃນກາລະອັນຈັກມາ ພາຍໜ້ານີ້ແລ.
ອັນນີ້ ກໍ່ດ້ວຍ ຜະລະອານິສົງສະຂອງທ່ານ ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ອັນປະກອບໄປດ້ວຍ ບໍຣິຂານ 8 ປະການ ໃຫ້ເປັນທານນັ້ນແລ ຂໍໃຫ້ທ່ານ ພຸດທະບໍຣິສັດທັງຫຼາຍ ຈົ່ງມີຈິດ ຍິນດີ ຊື່ນຊົມໃນທານ ທີ່ໄດ້ກະທຳແລ້ວນີ້ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.
ອານິສົງສ໌ ຖວາຍເຂົ້າແຈກ
ຕະຖາ ທັມມິກະ ສັງຄະ ອາສະນະກະຖາ ອານາກິລະ ພາມະນັງ ອາລັບພະກະເທ ສິຕິ
ສາທະໂວ ດູລາສັບປຸລິສະທັງຫຼາຍ ຝຸງປາຖະນາຫາ ຍັງສຸກສາມປະການ ຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພະນິບພານສົມບັດ ທີ່ເຮົາໄດ້ ບໍລິຈາກແລ້ວນັ້ນ ກໍ່ຈະເປັນ ສະບຽງອາຫານ ຂອງເຮົາໃນຊາດນີ້ ແລະ ຊາດໜ້າອີກດ້ວຍ ດັງອາຕະມາ ຈະຍົກມາສະແດງ ເປັນນິທັດສະນາ ໃຫ້ແກ່ບັນດາທ່ານ ພຸດທະສາ ສະນິະຊົນທັງຫຼາຍ ຟັງເພື່ອໃຫ້ເປັນ ແນວທາງແຫ່ງການ ປະພືດປະຕິບັດ ແລະ ຈະໄດ້ຮູ້ແນ່ຊັດວ່າ ມີອານິສົງສ໌ ຢ່າງໃດຢ່າງໜື່ງ ດັງມີໃນພຸດທະການ ໃນສະມັຍໜື່ງ ສົມເດັດພຣະ ຜູ້ມີພະພາກເຈົ້າ ສະເດັດປະທັບຢູ່ ເຊຕະວັນມະຫາວິຫານ ພ້ອມດ້ວຍພິກຂຸສົງສ໌ ມີພາມຜູ້ໜື່ງ ຢູ່ໃນເມືອງສາວັດຖີ ມີຊັບສົມບັດ ແປດສິບໂກດ ພາມຜູ້ນັ້ນ ມີລູກຊາຍ ຢູ່ຄົນໜື່ງເປັນທີ່ຮັກຫຼາຍ ເພາະມີລູກຄົນດຽວ ພໍລູກຊາຍ ມີອາຍຸໄດ້ປະມານ 17-18 ປີ ກໍ່ເກີດໂລຄາພະຍາດ ມາບັງບຽດ ກໍ່ໄດ້ເຖິງເຊິ່ງ ຄວາມຕາຍ ພາມຜູ້ເປັນ ພໍ່ ແລະ ແມ່ ກໍ່ບັງເກີດ ຄວາມທຸກຂະເວທະນາ ໂທມະນັດ ເສົ້າໂສກເສຍໃຈ ເພາະອາໄລຮັກ ໃນບຸດຊາຍ ທີ່ຕາຍໄປເປັນຢ່າງຍິ່ງ ພາກຜູ້ເປັນພໍ່ ແລະ ແມ່ກໍ່ຈິ່ງສັ່ງໃຫ້ ຄົນໃຊ້ທີ່ເປັນຂ້າທາດທັງຊາຍຍິງ ນຳເອົາສົບໄປ ເຜົາໃນປ່າຊ້າ ແລະ ສັ່ງໃຫ້ປຸກສາລາ ຂື້ນໜື່ງຫຼັງ ມີເສື້ອສາດອາສະນະ ແລ້ວຈັດໃຫ້ ທາດຄົນໜື່ງ ໄປຄອຍ ປະຕິບັດຮັກສາ ຢູ່ໃນປ່າຊ້ານັ້ນ ເພື່ອຈະໄດ້ສົ່ງເຂົ້ານ້ຳ ໂພຊະນະອາຫານ ເຊົ້າ ແລະ ແລງ ໃຫ້ແກ່ລູກຊາຍ ຂອງຕົນ ທຸກມື້ບໍ່ໄດ້ຂາດ ເຮັດເໝືອນກັບ ລູກຊາຍຂອງຕົນ ຍັງມີຊີວິດຢູ່ ທາດຜູ້ນັ້ນ ກໍ່ເຮັດຕາມຄຳສັ່ງ ຢູ່ສະເໝີ ບໍ່ໄດ້ຂາດເລີຍ ສັກວັນດຽວ ຢູ່ມາວັນໜື່ງ ບັງເອີ້ນມີຝົນ ຕົກລົງມາ ມີນ້ຳທ່ວມຫົນທາງ ທາດຜູ້ເປັນ ຄົນໃຊ້ຂອງພາມ ທີ່ໄປຄອຍສົ່ງ ເຂົ້າປາອາຫານ ທຸກເຊົ້າແລງ ແກ່ລູກຊາຍ ພາມນັ້ນ ຈະໄປສົ່ງເຂົ້າ ກໍ່ໄປບໍ່ໄດ້ ຈຶ່ງໄດ້ກັບມາ ໃນລະຫວ່າງທາງ ທີ່ກັບມານັ້ນ ໄດ້ພົບເຫັນ ພິກຂຸສົງອົງໜື່ງ ມາບິນທະບາດ ກໍ່ເລີຍເອົາ ເຂົ້າໃສ່ບາດ ໃຫ້ເປັນທານ ແກ່ພິກຂຸອົງນັ້ນ ແລ້ວກໍ່ຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນ ໄປໃຫ້ລູກຊາຍ ຂອງພາມ ທີ່ຕາຍໄປແລ້ວນັ້ນ ລູກຊາຍພາມ ທີ່ຕາຍໄປນັ້ນ ກໍ່ມານິມິດຄວາມຝັນ ໃຫ້ແກ່ພາມ ຜູ້ເປັນພໍ່ຊາບວ່າ ຂ້າຕາຍໜີຈາກ ພໍ່ແມ່ໄປດົນແລ້ວ ບໍ່ເຄີຍໄດ້ກິນເຂົ້າ ສັກວັນດຽວເລີຍ ເພິ່ງຈະໄດ້ມາ ກິນເຂົ້າແຕ່ວັນນີ້ ວັນດຽວເທົ່ານັ້ນ ຄັນພາມຜູ້ເປັນພໍ່ ໄດ້ນິມິດຝັນ ຢ່າງນັ້ນແລ້ວ ກໍ່ໃຊ້ໃຫ້ຄົນ ໄປຕາມທາດ ທີ່ຄອຍໄປຮັກສາ ມາໄຖ່ຖາມວ່າ ດູກ່ອນພາມ ຜູ້ເປັນຄົນໃຊ້ ຂ້າໃຫ້ເຈົ້າໄປຄອຍ ປະຕິບັດຮັກສາ ຍັງລູກຂອງຂ້າ ໃນປ່າຊ້າ ເຫດໃດລູກຂອງຂ້າ ຈິ່ງໄດ້ກິນເຂົ້າ ແຕ່ວັນດຽວທໍນັ້ນແລ
ເມື່ອພາມ ຜູ້ເປັນຄົນໃຊ້ ໄດ້ຍິນດັ່ງນັ້ນ ຈິ່ງກລ່າວວ່າ ຂ້າພະເຈົ້າ ກໍ່ໄປສົ່ງເຂົ້າປາອາຫານ ທຸກໆມື້ ແຕ່ມາມື້ນີ້ ເກີດມີຝົນຕົກ ນ້ຳທ່ວມເລີຍກັບມາ ໃນລະຫວ່າງທີ່ ກັບມານັ້ນ ຂ້າໄດ້ເຫັນ ພະພິກຂຸອົງໜື່ງ ມາບິນທະບາດ ຂ້າເລີຍເອົາເຂົ້າໃສ່ບາດ ໃຫ້ແກ່ພິກຂຸສົງອົງນັ້ນ ແລ້ວອຸທິດ ສ່ວນບຸນສ່ວນກຸສົນ ໄປຫາຍັງ ບຸດຊາຍຂອງທ່ານ ກໍ່ຄົງຈະໄດ້ກິນເຂົ້າ ແຕ່ວັນນີ້ວັນດຽວນີ້ແລ ຄັນພາມຜູ້ເປັນພໍ່ ໄດ້ຟັງດັ່ງນັ້ນແລ້ວ ກໍ່ຄິດໃນໃຈວ່າ ເຮົາຈະໄປເຝົ້າ ພຣະພຸດທະເຈົ້າ ວ່າເປັນຢ່າງໃດ ພາມກໍ່ໄດແຕ່ງ ດອກໄມ້ທູບທຽນ ຂອງຫອມ ເຂົ້າໄປສູ່ສຳ ນັກຂອງພຣະພຸດທະເຈົ້າ ແລ້ວບູຊາ ເຄື່ອງສັກກາລະນັ້ນ ແລ້ວກໍນັ່ງຢູ່ທີ່ ສົມຄວນແກ່ຕົນ ໄດ້ຂາບທູນຖາມ ພຣະພຸດທະເຈົ້າວ່າ
ຂ້າແຕ່ອົງສົມເດັດ ພຣະຜູ້ມີພາກເຈົ້າ ຄັນຍິງຊາຍ ໃນໂລກນີ້ ຄັນເຂົາຕາຍໄປ ປະລະໂລກໜ້າແລ້ວ ຜູ້ຢູ່ພາຍຫຼັງ ໄດ້ແຕ່ງຂ້າທາດຊາຍຍິງ ໃຫ້ໄປປະຕິບັດຮັກສາ ແລະ ປຸກສາລາໄວ້ໃຫ້ ເອົາເສື້ອສາດອາສະນະ ມີຊ້າງ ມ້າ ງົວ ຄວາຍ ໄປໃນປ່າຊ້ານັ້ນ ຈະເປັນອານິສົງສ໌ ແກ່ຜູ້ທີ່ຕາຍໄປນັ້ນບໍ ອົງສົມເດັດ ພະບໍລົມມະສາດສະດາ ສັມມາສັມພຸດທະເຈົ້າ ຕັດພຣະທັມມະເທດສະນາວ່າ
ດູກ່ອນ ທ່ານຜູ້ເປັນພາມ ຈະໃຫ້ເປັນອານິສົງສ໌ ແກ່ຜູ້ຕາຍນັ້ນ ຄວນຖວາຍເຄື່ອງ ສັງຄະທານ ໃຫ້ແກ່ພຣະພິກຂຸສົງ ສຳມະເນນ ຢາດນ້ຳອຸທິດ ສ່ວນບຸນສ່ວນກຸສົນ ໃຫ້ແກ່ຜູ້ທີ່ຕາຍ ໄປແລ້ວນັ້ນ ກໍ່ຈະໄດ້ພົ້ນທຸກ ທັງມວນນັ້ນແລ ຄັນພາມຜູ້ເປັນພໍ່ ໄດ້ຟັງຍັງ ພະທຳມະເທດສະນາແລ້ວ ກໍ່ໄດ້ອາລາດທະນາ ພຣະພຸດທະເຈົ້າ ກັບທັງພຣະພິກຂຸສົງ ໄປຍັງບ້ານ ເຮືອນຂອງຕົນ ເພື່ອຈະໄດ້ຖວາຍ ພັດຕາອາຫານ ແດ່ອົງສົມເດັດ ພຣະສັມມາສັມພຸດທະເຈົ້າ ກັບພຣະພິກຂຸສົງ ສັນພັດຕາອາຫານແລ້ວ ກໍ່ໄດ້ຖວາຍ ຈະຕຸປັດໄຈ 4 ມີ ຈີວອນເປັນຕົ້ນ ແລ້ວຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນ ໄປຫາຍັງລູກຊາຍ ຂອງຕົນ ອົງສົມເດັດ ພຣະສັມມາສັມພຸດທະເຈົ້າ ໄດ້ຕັດພຣະທັມມະ ເທດສະນາວ່າ
ດູກ່ອນທ່ານພາມ ຕັ້ງແຕ່ນີ້ຕໍ່ໄປ ຢ່າໄດ້ໄປປະຕິບັດຮັກສາ ຢູ່ໃນປ່າຊ້ານັ້ນອີກເລີຍ ທ່ານຈົ່ງຮັກສາສີນ ຈຳເລີນເມດຕາ ພາວະນາຢ່າໄດ້ຂາດ ບຸດຂອງທ່ານ ກໍ່ຈະໄດ້ພົ້ນຈາກ ທຸກຂະເວທະນາທັງມວນ ແລະ ຈະໄດ້ໄປບັງເກີດ ເທິງສະຫວັນຊັ້ນດາວະດິງ ພຣະພຸດທະເຈົ້າ ຕັດພຣະທັມມະເທດສະນາ ຈົບລົງແລ້ວ ບຸດຊາຍຂອງພາມ ຜູ້ຕາຍໄປແລ້ວນັ້ນ ກໍ່ພົ້ນຈາກເປຕາວິສັຍ ໄດ້ອຸບັດຕິບົນສະຫວັນ ຊັ້ນດາວະດິງ ມີວິມານທອງສູງ 12 ໂຍກ ມີນາງຟ້າເທບກັນຍາ ໜື່ງໝື່ນເປັນບໍລິວານ ນັ້ນແລ
ດັ່ງນັ້ນ ຂໍໃຫ້ພຸດທະບໍລິສັດ ທັງຫຼາຍ ຈົ່ງຕັ້ງໃຈ ໃຫ້ທານຮັກສາສີນ ຕາມໂອກາດເວລາ ດ້ວຍສັດທາ ຄື ຄວາມເຊື່ອ ປະສາທະ ຄວາມເຫຼື້ອມໃສ ວິລິຍະ ຄວາມພຽນ ໃຫ້ກຸສົນ ເກີດຂື້ນໃນຕົນ ຜົນບຸນທີ່ໄດ້ ກະທຳມາໃນ ອະດີດຕະຊາດນີ້ ຈົ່ງສຳເລັດທຸກປະການເຖີ້ນ ຈົ່ງປະກອບໄປດ້ວຍ ຈະຕຸລະພິດທະພອນໄຊ ສີ່ ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ປະຕິພານທະນະສານສົມບັດ ທຸກປະການເຖີ້ນ ເທດສະນາປະລິໂຍສາເນ ໃນເມື່ອແລ້ວ ພຣະສັດທຳມະເທດສະນາ ເສັດແລ້ວ ກໍສະເດັດ ບໍລະບວນຄວນແລ້ວທໍນີ້ກ່ອນແລ
ທິບພະມົນ
ນະໂມ ຕັດສັດຖູ ລະຕະນັດ ຕະຍັດສະ
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາລາ ທະນັນຊະຍັດສະ ຄະເລ ປະວັດສັນຕຸ
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເລ ປະວັດສັນຕຸ
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກກິ ອຸປັດທະໂວ ຍະຖາ ການຈະນະຄິລະສັງກາໂສ ຊະຕິລັດສະ ຄະເລ ອຸປປັດຊະຕິ
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ກາຫາປະນານິ ມັນທາຕຸລາຊິໂນ ຄະເລ ປະວັດສັນຕຸ
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ສັບພະທິນານິ ປຸນກັດສະຄະເລ ປະວັດສັນຕຸ ມາ
ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸຸປັດທະໂວ ຍະຖາ ສັດຕະລະຕະນະວັດສານິ ເວດສັນຕະລັດສະ ຄະເລ ປະວັດສັນຕູຕິ
ໂພ ສາທະໂວ ດູລາສັບປຸລິສະທັງຫຼາຍ ໂກຈິ ອຸປັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ໂກຈິ ປະລິໂພໂຄ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝືອໄປແກ່ທ່ານເຖີ້ນ
ທັນຍະທາລາ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍ ກໍຕົກລົງມາ ຄະເລ ໃນເຮືອນແກ່ທະນັນໄຊຍະເສດຖີ ແລະມີດ້ວຍປະການສັນໃດນັ້ນເຖີ້ນ ກລ່າວຄືວ່າ ຄວາມສ້ຽງໄປເໝືອໄປແຫ່ງວັດຖຸເຂົ້າຂອງເຄື່ອງບໍລິໂພກກໍດີ ແລຄວາມກັງວົນອົນຕາຍອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜື່ງ ໂກຈິ ປະລິໂພໂຄ ກໍຢ່າໄດ້ແຫ້ງໄປແກ່ທ່ານເຖີ້ນ
ການຈະນານິ ອັນວ່າເງິນແລະຄຳທັງຫຼາຍ ກໍຕົກລົງມາ ຄະເລ ໃນເຮືອນແຫ່ງອຸກຄະຕະເສດຖີ ແລະມີອຸປະມາສັນໃດ ອັນວ່າເງິນແລະຄຳທັງຫຼາຍ ກໍຈົ່ງຫຼັ່ງໄຫຼລົງມາຄະເລ ໃນຢ້າວເຮືອນແຫ່ງທ່ານກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸປັດທະໂວ ອັນວ່າອຸປັດທະວະເຫດຮ້າຍອົນຕາຍ ອັນໃດອັນໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານທັງຫຼາຍເຖີ້ນ ອັນໜື່ງ ໂກຈິ ປະລິໂພໂຄ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກທີ່ໄດ້ເສຍສະລະວາງໄປໃຫ້ເປັນທານ ແລ້ວອັນໃດອັນໜື່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ ການຈະນະຄິລະສັງກາໂສ ອັນວ່າດອຍຄຳອັນສູງໄດ້ແປດສອກ ກໍເກີດມີມາໃນກຳຫຼັງເຮືອນແຫ່ງຊະດິນເສດຖີ ແລະມີດ້ວຍປະການສັນໃດ ອັນວ່າເງິນແລະຄຳອັນເປັນພູດອຍ ກໍຈົ່ງບັງເກີດມີແກ່ທ່ານທັງຫຼາຍ ດ້ວຍປະການສັນນັ້ນເຖີ້ນ ອັນວ່າ ອຸປັດທະວະອົນຕາຍ ອັນໃດອັນໜື່ງກໍດີ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກອັນໄດ້ໃຫ້ທານໄປແລ້ວ ກລ່າວຄືວ່າ ເງິນແລະຄຳ ແກ້ວ ແຫວນ ເສື້ອຜ້າ ອາພອນອັນໃດອັນໜື່ງກໍດີ ກໍຢ່າໄດ້ສ້ຽງໄປເໝີດໄປກໍຂ້າແລ
ກະຫາປະນານິ ອັນວ່າກະຫາປະນະ ຄືວ່າ ເງິນ ຄຳ ແກ້ວ ແຫວນ ທັງຫຼາຍກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພະຍາມັນທາຕຸລາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວ ແລະເງິນຄຳທັງຫຼາຍ ກໍຈົ່ງຕົກລົງມາ ຄະເລ ໃນຢ້າວເຮືອນແຫ່ງທ່ານທັງຫຼາຍ ດ້ວຍປຮະການສັນນັ້ນເຖີ້ນ ສ່ວນອັນວ່າຄຳກັງວົນອົນຕາຍ ເຍື່ອງໃດເຍື່ອງໜື່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ກໍຢ່າໄດ້ສ້ຍງໄປເໝີດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າ ຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເລ ໃນເຮືອນແຫ່ງປຸນນະກະະເສດຖີ ແລະມີດ້ວຍປະການສັນໃດນັ້ນເຖີ້້ນ ກັບທັງຄວາມກັງວົນອັນຕາຍທັງຫຼາຍ ເປັນຕົ້ນວ່າ ຄວາມບໍ່ສຳບາຍ ເດືອດເນື້ອຮ້ອນໃຈ ເຈັບໄຂ້ທຸກໂສກໄໝ້ໝອງໃຈ ແລະຮ້ອງໄຫ້ຕ່າງໆ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜື່ງ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜື່ງກໍດີ ຄືວ່າ ເງິນຄຳແກ້ວແຫວນ ເສື້ອຜ້າອາພອນ ແລະເຂົ້ານ້ຳໂພຊະນະອາຫານກໍຢ່າໄດ້ສ້ຽງໄດ້ ເໝີດໄປແກ່ທ່ານແລ
ສັດຕະລະຕະນະວັດສານິ ອັນວ່າ ຫ່າຝົນແກ້ວເຈັດປຮະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດລາດຊະວັງຫຼວງ ແກ່ພະຍາເວດສັນດອນ ປາງເມື່ອເປັນລັດສີຕົນສິກ ໃໝ່ ສະເດັດຈາກປ່າໄມ້ ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດ ປະການ ຄືວ່າ ແກ້ວປັດທະມະລາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮືອງຮຸ່ງ ແກ້ວມະນີພຸ່ງລັດສະໝີ ແກ້ວພິທູນມີຄ່າມາກ ແກ້ວວະຊິລະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເງິນຄຳໂສດເຫຼືອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດຍລະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູນລະສັດທາ ອັນມີເຈົ້າເຮືອນເປັນເຄົ້າ ກັບທັງຂໍຢ່່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈ ສັງສັກເທື່ອກໍຂ້າເຖີ້ນ
ເທດສະນາ ປະລິໂຍ ສາເນ ໃນເມື່ອແລ້ວລົດສະທຳມະເທດສະນາ ຂໍໃຫ້ເຈົ້າມູນລະສັດທາທັງຫຼາຍ ຈົ່ງໄດ້ດັງຄຳມັກ ຄຳປາຖະນາ ສົມດັ່ງກລ່າວມາແລ້ວ ແຕ່ຫົນຫຼັງ ນິດຖິຕັງ ກໍສະເດັດບໍລະບວນຄວນແລ້ວທໍ່ນີ້ກ່ອນແລ
ສະລາກາລະວິຊາສູດ
ນະໂມ ຕັດສັດຖຸ
ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ລາຊະຄະເຫ ວິຫະລະຕິ ຄິດຊະກູເຕ ປັບພະເຕຕິ
ໂພ ສາທະໂວ ດູລາສັບປຸລິສະທັງຫຼາຍ ຝູງປາດຖະນາຫາຍັງສຸກ ສາມ ປະການ ມີນີລະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະສາດແກ້ວທັງສອງ ຄອຍຮອງຮັບຟັງລົດສະທັມມະເທດສະນາ ຊື່ວ່າ ສະລາ ກາລະວິຊາສູດ ແຫ່ງອົງພະສັມມາສັມພຸດທະເຈົ້າ ຫາກຈັກເທດສະນາໄປພາຍໜ້າວ່າ
ເອກັງ ສະມະຍັງ ຍັງມີໃນກາລະຄາບໜຶ່ງ ພະຄະວາ ອັນວ່າ ພະພຸດທະເຈົ້າແຫ່ງ ເຮົາກໍ່ ສະຖິດ ຢູ່ສຳລານເໜືອຈອມເຂົາຄິດຊະກູດ ໃກ້ກຸງລາດຊະຄຶມະຫານະຄອນ ມີປະມານວ່າ ໄດ້ຫ້າຮ້ອຍ ຊົ່ວຂາທະນູກໍ່ ມີແລ
ເຕນະ ໂຂ ປະນະ ສະມະເຍນະ ໃນກາລະເມື່ອນັ້ນ ພະອານົນເຖລະເຈົ້າ ເກີດເປັນພະຍາດບໍ່ສຳບາຍ ເປັນທຸກຂະເວທະນາ ລຳບາກຍິ່ງນັກ ໜາ ມີຄວາມເຈັບປວດຍວດຍິ່ງ ບໍ່ອາດຈະອົດທົນ ຢູ່ໄດ້ຄັ້ງນັ້ນ ພະພຸດທະເຈົ້າ ກໍ່ສະເດັດໄປຢາມປະທັບນັ່ງເທິງອາສະນະທີ່ພະອານົນເຖລະເຈົ້າ ປູ່ໄວ້ດີແລ້ວ ຈຶ່ງກລ່າວ ເຊິ່ງພະອານົນວ່າ ອານັນທະ ດູລາອານົນ ສະພາວະ ອັນຫາພະຍາດບໍ່ໄດ້ ກໍ່ຍັງມີແກ່ທ່ານອັນ ຊະລື ພະອານົນຂາບທູນວ່າ ພັນເຕ ພະຄະວາ ຂ້າໄຫວ້ພະສັບພັນຍູເຈົ້າ ສ່ວນອັນວ່າພະຍາທິໂລຄາອັນ ບໍ່ໄດ້ ເສື່ອມຄາຍຫາຍໄປຈາກຜູ້ຂ້າແລ ພະພຸດທະເຈົ້າ ຈຶ່ງກລ່າວວ່າ ອານັນທະ ດູລາອານົນ ທ່ານຈົ່ງສູດຮຽນເອົາຍັງ ສະລາກາລະວິຊາສູດອັນນີ້ ຈື່ຈຳໄວ້ຢ່າໃຫ້ຂາດສາຍເຖີ້ນ ກໍ່ຈັກເປັນປະໂຫຍດ ແກ່ທ່ານມາກ ນັກແລ ແມ່ນວ່າໂພຍໄພ ອັນຕະລາຍຕ່າງໆ ເປັນຕົ້ນວ່າພະຍາທິໂລຄາ ແລະໄພອັນສະດຸ້ງຕົກໃຈ ກົວທັງ ຫົວພອງສະ ຍອງເກົ້າ ຂົນລຸກອັນໃດກໍ່ດີ ກໍ່ລະງັບດັບຫາຍໄປດ້ວຍ ເຕຊະອານຸພາບແຫ່ງສະລາກາລະວິຊາສູດດວງນີ້ແລ ອານັນທະ ດູລາອານົນ ສ່ວນອັນວ່າ ພະພຸດທະເຈົ້າທັງຫຼາຍ ອັນມີພະວິປັດສິພຸດ ທະເຈົ້າ ເປັນເຄົ້າກໍ່ຫາກເທດສະນາຍັງ ຄາຖາ ສະລາກາລະວິຊາສູດ ອັນນີ້ໝົດທຸກອົງສືບໆກັນມາເພື່ອປະໂຫຍດແລະ ຄວາມສຸກແກ່ທ່ານທັງຫຼາຍວ່າດັ່ງນີ້
ອຸດຖູນລາ ທຸດຖູນລາ ປັນທຸລາ ມະທຸລາ ຕັນທຸລາ ປຸບພະລາ ກັນລະລາ ນະ ໂຈເລນະ ໂສກາລັງ ກະລິດສະຕິ ນະອັກຄິໂສ ກາລັງ ກະລິດສະຕິ ນະອຸທະເກນະ ໂສ ກາລັງ ກະລິດສະຕິ ນະວະຕິ ນະສິດສາ ເຈນະ ໂສ ກາລັງ ກະລິດສະຕິ ນະ ນາເຄນະ ໂສ ກາລັງ ກະລິດສະຕິດ ນະໂລເພນະ ໂສ ກາລັງ ກະລິດສະຕິ ນະ ພະຍາທິ ໂສ ກາລັງ ກະລິດສາຕິ ນະຕັດຖະ ສັນຕະສັງ ກະຕັງ ພະະວິດສະຕິ ນະປາທາ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ສຸຂັງ ສັນຕະສັງ ກະຕັງ ພະວິດສະຕິ ນະຈັກຂຸ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະຄານະ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ໂສຕະ ສັນຕະສັງ ກະຕັງ ພະວິດສະຕິ ນະຄານະ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ຊີວຫາ ສັນຕະສັງ ກະຕັງ ພະວິດສະຕິ ນະ ກາໂຍ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ມະໂນ ສັນຕະສັງ ກະຕັງ ພະວິດສະຕິ ນະ ພະວັກຄະສັນ ຕະສັງ ລັກຂັງ ກະຕັງ ພະວິດສະຕິ ຕັດຖະ ອຸດຕະລັງ ນະ ລະພິດສະຕິ
ຄາຖາອັນນີ້ຊື່ວ່າ ສະລາກາລະວິຊາສູດແລ ອານັນທະດູລາອານົນ ບຸກຄົນຜູ້ໃດ ໄດ້ສູດສາທະຍາຍ ຢູ່ແຕ່ບົດໃດ ບົດໜື່ງກໍດີ ບຸກຄົນຜູ້ນັ້ນກໍຈັກ ບໍ່ຫ່ອນຕາຍຍ້ອນໂຈນຜູ້ຮ້າຍ ແລະສັດປ່າໂຕຊົ່ວຊ້າກ້າຄະນອງ ເປັນຕົ້ນວ່າ ຊ້າງຮ້າຍ ມ້າຮ້າຍ ຄວາຍຮ້າຍ ຂີ້ເຂັບ ແມງງອດ ແລະເງືອກ ງູ ເສືອ ໝີ ເໝືອຍຮ້າຍແລ ບໍ່ຫ່ອນຕາຍຍ້ອຍຫອກດາບ ໄມ້ຄ້ອນ ກ້ອນດິນ ໜ້າໄມ້ ປືນໄຟ ແລອາດຍາສິດ ແຫ່ງອຳນາດທັງຫຼາຍ ແລະບໍ່ຫ່ອນຕາຍຍ້ອນພູດຜີປີສາດ ມີຜີເສື້ອນ້ຳ ເສື້ອບົກຈັກຄາບແລະ ບໍ່ຫ່ອນຕາຍຍ້ອນ ນ້ຳ ໄຟ ລົມ ອັນໃດອັນໜື່ງ ແລະບໍ່ຫ່ອນຕາຍຍ້ອນພະຍາທິໂລຄາອັນຮ້າຍອັນນີ້ ກໍຍ້ອນເຕຊະອານຸພາບແຫ່ງ ສະລາກາລະວິຊາສູດ ດວງປະເສີດນີ້ແລ
ອານັນທະດູລາອານົນ ບຸກຄົນຜູ້ໃດມີຈິດໃຈ ເຫຼື້ອມໃສຊົມຊື່ນຍີນດີ ໃນພຣະທັມອັນປະເສີດ ຊື່ວ່າ ສະລາກາລະະວິຊາສູດ ດວງນີ້ແລະປາຖະນາຄວາມຈະເລີນຮຸ່ງເຮືອງໃນບ້ານເຮືອນຂອງຕົນແລ້ວ ຈົ່ງແຕ່ງເຄື່ອງສັກກາລະບູຊາ ຄາຖາອັນນີ້ ດ້ວຍສິ່ງມີຕົ້ນວ່າ ເຂົ້າເປືອກ ເຂົ້າສານ ປະທູບ ປະທີບ ນ້ຳມັນ ແລະເຂົ້າຕອກດອກໄມ້ ຄັນທະລົດຂອງຫອມ ຕົ້ນກ້ວຍ ຕົ້ນອ້ອຍ ຊໍ່ນ້ອຍແລະທຸງໄຊ ໝ້ຽງ ໝາກ ເບ້ຍພ້າວ ເບ້ຍໝາກ ແລະພູ ວັດຖຸເຄື່ອງປູກຝັງທັງຫຼາຍ ຕ່າງົ ເຫຼົ່ານີ້ເປັນຕົ້ນແລ້ວ ຈິ່ງໄດ້ນິມົນພຣະສັງຄະເຈົ້າ ຕົນມີສີນ ມາເທດສະນາ ທັມດວງປະເສີດນີ້ ແລ້ວໃຫ້ຕັ້ງໃຈຟັງດ້ວຍຄວາມເຄົາລົບອ່ອນນ້ອມ ຕັ້ງແຕ່ຕົ້ນເຖິງປາຍ ໃຫ້ແລ້ວບໍລະບວນດັ່ງນັ້ນ ສ່ວນອັນວ່າ ບຸກຄົນຜູ້ນີ້ກໍຈະພົ້ນຈາກພະຍາທິເຖລະຄາ ອັນເກີດຈາກເຈັບຕາ ເຈັບຫູ ເຈັບຫົວ ເຈັບດັງ ເຈັບປາກ ເຈັບມື ເຈັບແຂນ ເຈັບຫຼັງ ເຈັບແອວ ເຈັບແຂ່ງ ເຈັບຂາ ແລະກາຍເນື້ອຕົນຕົວທັງມວນ ແລະສັບພະທຸກເດືອດຮ້ອນທັງຫຼາຍ ອັນໃດອັນໜື່ງກໍຈັກຫ່າງຫາຍໄປເສຍຫັ້ນແລ ຍ້ອນເຕຊະອຳນາດແຫ່ງຄາຖາ ສະລາກາລະວິຊາສູດ ຂອງພຣະພຸດທະເຈົ້າ ຫາກມາປົກປັກຮັກສາທູກເມື່ອທຸກຍາມແລ ອານັນທະດູລາອານົນ ບຸກຄົນຜູ້ໃດມັກໄຄ່ຢາກຮັ່ງມີ ເປັນດີມີສົມບັດເຂົ້າຂອງ ເງີນ ຄຳ ແກ້ວ ແຫວນ ເສື້ອຜ້າອາພອນ ເຂົ້າເປືອກ ເຂົ້າສານ ຊ້າງ ມ້າ ງົວ ຄວາຍ ດັ່ງນັ້ນກໍດີ ແລະມັກໄຄ່ໃຫ້ພົ້ນຈາກເຄາະະເຂັນ ອຸບາດວິນາດຈັງໄຮ ແລະພົ້ນຈາກຂ້າເສິກສັດຕູທັງມວນກໍດີ ກໍຈົ່ງນິມົນພຣະສົງຄະເຈົ້າຜູ້ມີສີນບໍລິສຸດມາສູດເທດສະນາຍັງ ສະລາກະລະວິຊາສູດ ອັນນີ້ ໄປສັງຮອມຊ່ອມເຫຼືອຄືວ່າ ສືບຊາຕາບ້ານ ຊາຕາເມືອງ ຊາຕາຢ້າວເຮືອນ ຊາຕາສັບພະວັດຖຸທັງຫຼາຍ ແລະສືບຊາຕາວັດວາອາຮາທັງຫຼາຍ ກໍຈັກວຸດທິຈຳເລີນຮຸ່ງເຮືອງມາກນັກແທ້ແລ ກໍຍ້ອນລົດສະທັມມະຄຳສອນແຫ່ງພຣະພຸດທະເຈົ້າ ນັ້ນບໍ່ຢ່າຊະແລ ບ້ານເມືອງ ຢ້າວເຮືອນ ສັບພະວັດຖຸເຄື່ອງປູກຂອງຝັງ ເງິນຄຳ ງົວ ຄວາຍ ແລະຄົນທັງຫຼາຍຝູງນັ້ນ ກໍໍບໍ່ຫ່ອນຈັກມີຄຳໂທມະນັດຂັດໃຈເຍື່ອງໃດແລ ຈັກປະກອບໄປດ້ວຍລາບຍົດສັນລະເສີນ ແລະຄວາມສຸກໃນ ອະລິຍາບົດທັງສີ່ ຄື ຍືນ ຍ່າງ ນັ່ງ ນອນ ມີຄວາມສຸກທຸກເມື່ອເປັນດັ່ງ ເງົາທຽມຕົນໄປຫັ້ນແລ ກໍຍ້ອນເຕຊະອານຸພາບ ແຫ່ງສະລາກາລະວິຊາສູດດວງປະເສີດ ກໍຫາກມາຮັກສາຄຸ້ມຄອງຍັງບຸກຄົນຜູ້ນັ້ນໄປທຸກພົບທຸກຊາດກໍມີແລ
ຈັດຕາໂລ ມະຫາລາຊາ ອັນວ່າ ທ້າວມະຫາລາດທັ້ງສີ່ ຄື ທ້າວທະຕະລັດຖະ ອັນເປັນເຈົ້າແຫ່ງຄັນທັບພະທັງຫຼາຍ ຜູ້ຮັກສາຍັງທິດບົວລະພາກໍດີ ທ້າວວິລຸນຫົກ ອັນເປັນກົກແຫ່ງກຸມພັນທັງຫຼາຍ ຜູ້ຮັກສາຍັງທິດທັກຂີນກໍດີ ທ້າວວິລູປັກຂະ ອັນເປັນເຈົ້າແຫ່ງນາກທັງຫຼາຍ ຜູ້ຮັກສາຍັງທິດປະຈິມກໍດີ ທ້າວກຸເວລະ ອັນເປັນເຈົ້າແຫ່ງຍັກທັງຫຼາຍ ຜູ້ຮັກສາຍັງທິດອຸດອນກໍດີ ແລະພ້ອມໄປດ້ວຍບໍລິວານຂອງຕົນເປັນຕົ້ນວ່າ
ຍັກໂຂ ວາ ຍັກຂິນີ ວາ ຍັກຂະໂປຕະໂກ ວາ ຍັກຂະໂປຕິກາ ວາ ຍັກຂະມະຫາມັດໂຕ ວາ ຍັກຂະປາລິສັດໂຊ ວາ ຍັກຂະປະຈາໂລ ວາ ຄັນທັບໂພ ວາ ຄັນທັບພີ ວາ ຄັນທັບພະ ມະຫາມັດໂຕ ວາ ຄັນທັບພະ ປາລິສັດໂຊ ວາ ຄັນທັບພະ ປະຈາໂລ ວາ ກຸມພັນໂດ ວາ ກຸມພັນດີ ວາ ກຸມພັນດະ ມະຫາມັດໂຕ ວາ ກຸມພັນດະໂປຕິກາ ວາ ກຸມພັນດະ ມະຫາມັດໂຕ ວາ ກຸມພັນດະ ປາລິສັດໂຊ ວາ ກຸມພັນດະ ປະຈາໂລ ວາ ນາໂຄ ວາ ນາຄີວາ ນາຄະ ໂປຕະໂກ ວາ ນາຄະໂປຕິກາ ວາ ນາຄະມະຫາມັດໂຕ ວາ ນາຄະປາລິສັດໂຊ ວາ ນາຄະປາຈາໂລ ວາ ປະທຸດຖະຈິດໂຕ ພິກຂຸນັງ ພິກຂຸນີນັງ ອຸປາສະການັງ ອຸປາສິການັງ ຄຸດຕິຍາ ລັກຂາຍະ ອະວິຫິງສາຍະ ຜາສຸວິຫາລາຍາຕິ
ອານັນທະດູລາອານົນ ສ່ວນອັນວ່າຍັກທັງຫຼາຍ ຝຸງນັ້ນກລ່າວຄືວ່າ ຍັກຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຍັກຜູ້ເປັນປູ່ເປັນຍ່າເປັນຕາເປັນຍາຍກໍດີ ຍັກເປັນພີ່ຊາຍພີ່ຍິງນ້ອງຊາຍນ້ອງຍິງກໍດີ ແລະຍັກຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝຸງຢູ່ໄກຄັນທັບພະທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຄັນທັບພະຜູ້ເປັນພີ່ຊາຍພີ່ຍິງກໍດີ ແລະຄັນທັບພະຜູ້ເປັນເສນາມະຫາອຳມາດເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ກຸມພັນດະທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ກຸມພັນດະ ຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະກຸມພັນດະຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ນາກທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ນາກຜູ້ເປັນປູ່ ເປັນຍ່າ ເປັນຕາ ເປັນຍາຍກໍດີ ແລະນາກຜູ້ເປັນເສນາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ຍັກຂະ ຄັນທັບພະ ກຸມພັນດະ ແລະນາກທັງຫຼາຍ ຝູງນັ້ນກໍບໍ່ຫ່ອນມີໃຈສາໂຫດຫຍາບຊ້າ ມັກໄຄຄາກະທຳໂທດແກ່ປານະສັດທັງຫຼາຍ ໝາຍມີບໍລິສັດສີ່ຈຳພວກ ຄືວ່າ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ຜູ້ໄດ້ສະດັບຮັບຟັງຍັງຜູ້ອື່ນ ເທດສະນາກໍດີ ແລະຜູ້ໃດໄດ້ທ່ອງເອາຍັງບົດສູດນີ້ກໍດີ ແລະສູດສູ່ມື້ກໍດີ ຍັງຄາຖາ ສະລາກາລະວິຊາສູດນີ້ ໂດຍເຄົາລົບອ່ອນນ້ອມຕັ້ງແຕ່ຕົ້ນເຖິງປາຍ ແລ້ວຍ່ອມຈັກເປັນທີ່ຈັ້ງທີ່ເພິ່ງແກ່ເວໄນຍະສັດທັງຫຼາຍ ໄດ້ແທ້ແລດ້ວຍເຫດນັ້ນພຣະພຸດທະເຈົ້າ ຈິ່ງໄດ້ຕັດເທດສະນາ ສະລາກາລະວິິຊາສູດ ອັນປະເສີດນີ້ໄວ້ ເພື່ອໃຫ້ເປັນເຄື່ອງຄຸ້ມຄອງຮັກສາຍັງພຸດທະສາສະນິກກາຊົນທັງຫຼາຍ ບໍ່ໃຫ້ເກີດມີຄວາມລຳບາກກາຍແລະໃຈ ເພື່ອໃຫ້ຢູ່ດ້ວຍຄວາມສຸກກະເສີມສຳລານຕາບຕໍ່ເທົ້າເຖິງອາຍຸໄຂພຸ້ນຊະແລ
ພະຄະວາ ອັນວ່າ ພະສັບພັນຍຸເຈົ້າ ຕົນປະກອບໄປດ້ວຍ ມະຫາກະລຸນາເປັນອັນມາກ ກໍຫາກເທດສະນາຍັງສະລາກາລະວິຊາສູດ ອັນປະເສີດນີ້ແກ່ພຣະອານົນເຖລະເຈົ້າ ສ່ວນອັນວ່າ ພຣະອານົນເຖລະເຈົ້າ ກໍໄດ້ສະດັບຮັບຟັງ ຮຽນເອົາຍັງທຳມະດວງປະເສີດນີ້ແລ້ວ ບັງເກີດມີໃຈຊົມຊື່ນຍີນດີ ມາກຍິ່ງນັກໜາອັນພະຍາທິໂລຄາຕ່າງໆ ກໍລະງັບດັບຫາຍໄປບໍ່ສ້ຽງຫຼໍຈັກອັນກໍມີໃນກາລະບົດນີ້ຫັ້ນແລ
ເທດສະນາປະລິໂຍສາເນ ໃນເມື່ອແລ້ວພຣະສັດທຳມະເທດສະນາ ຍັງສະລາກາລະວິຊາສູດ ສຸດລົງແລ້ວ ເທວາ ມະນຸດສາ ຈະ ອັນວ່າຄົນແລະເທວະດາທັງຫຼາຍ ເປັນອັນມາກກໍດີ ຈະຕຸປະລິສາ ຈະ ອັນວ່າ ບໍລິສັດສີ່ທັງຫຼາຍກໍດີ ພ້ອມທັງພະຍາອິນ ພະຍາພຣົມ ພະຍາຍົມມະລາດ ແລະທ້າວຈະຕຸໂລກະບານທັງສີ່ ອັນໄດ້ຟັງຍັງລົດສະທຳມະເທດສະນາ ແຫ່ງອົງພະສັດຖາສັບພັນຍູເຈົ້າ ດວງວິເສດນີ້ແລ ເກີດມີຄວາມປິຕິເຫຼື້ອມໃສ ລາງພວກກໍໄດ້ເຖິງພຣະລັດຕະນະໄຕເປັນທີີ່ເພິ່ງ ລາງພວກກໍໄດ້ເຖິງທຳດວງວິເສດ ຕັດກິເລດຕັນຫາ ລາງພວກກໍໄດ້ເຖິງໂສຕາປັດຕິພະລະຍານເປັນເຄົ້າ ອັນມີອະລະຫັນຕາ ພະລະຍານເຈົ້າເປັນປະລິໂຍສາກໍມີວັນນັ້ນແລ
ສະລາກາລະວິຊາສຸດຕັງ ອັນວ່າກິຍາ ອັນກລ່າວຍ້ອງຍໍຍັງສະລາກາລະວິຊາສູດ ອັນມີຢູ່ໃນຄັມພີ ທີບພະມົນຜູກປາຍຫັ້ນແລ ນິດຖິຕັງ ກໍສະເດັດບໍລະບວນຄວນແລ້ວທໍນີ້ກ່ອນແລ
ຍັນທູນນິມິດຕັງ
ນະໂມ ຕັດສະຖຸ
ຍັນທຸນນິມິດຕັງ ອະວະມັງ ຄະລັນຈະ ໂຍ ຈາມະນາໂປ ສະກຸດນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທານຸພາເວນະ ທັມມານຸພາເວນະ ສັງຄານຸພາເວນະ ຯ
ສາທະໂວ ດູລາສັບປຸລິສະທັງຫຼາຍ ຝຸງປາດຖະໜາ ຫາຍັງສຸກສາມປະການ ມີນີລະ ພານເປັນທີ່ແລ້ວ ແລະ ມັກໄຄ່ຈັກຜາບແພ້ ຂັບໄລ່ໂພຍໄພທັງເຄາະເຂັນຈັງໄຮ ແລະໂລຄາພະຍາດ ທັງອຸ ບາດອົນຕາຍ ອັນມີພາຍໃນແລະພາຍນອກ ຂັນທະສັນດານກລ່າວຄືວ່າ ລາຊະໄພ ແລະສັບພະ ຄວາມ ບໍ່ເພິ່ງພໍໃຈຕ່າງໆ ອັນແຊກເຂົ້າໃນລະຫວ່າງ ກລ່າວຄືວ່າ ເຄາະປີ ເຄາະເດືອນ ເຄາະວັນ ເທວະດາບັນ ດົນນິມິດ ໃຫ້ເຫັນເຫດຕ່າງໆ ໃນລະຫວ່າງເຮືອນຊານ ແລະເຄື່ອງອຸປະໂພກບໍລິໂພກ ເຄື່ອງນຸ່ງຫົ່ມນານາ ທັງສັດສາງົວຄວາຍຂອງລ້ຽງ ຜິດສັງເກດໃຫ້ເຫັນອຸປັດຕິເຫດ ແລະບຸບພະນິມິດອັນບໍ່ດີ ເປັນສິ່ງກາລະ ອັບປີ ມີໂທດແທ້ຝຸງເຖົ້າແກ່ພໍ່ແມ່ ແລະລຸງຕາ ກັບທັງວົງສາຕິກາພີ່ນ້ອງ ເຫັນຄວາມດຽວ ພ່ຳພ້ອມ ນຶກໜ່ຽວນ້ອມເອົາຍັງ ຄຸນພະສັບພັນຍູອົງປະເສີດ ພະທັມອັນລ້ຳເລີດ ສີບປະການ ພະອະລິຍະສົງ ຜູ້ເບີກບານສີ່ຄູ່ ກັບທັງໝູ່ພະສົມມຸດຕິສົງ ຕົນທະລົງສີອັນບໍລິສຸດໃສສະອາດ ອັນເປັນພະລັດຕະນະໄຕ ແກ້ວອາດທັງສາມ ມີເຕຊະອານຸພາບງາມຫຼາຍເຫຼືອແຫຼ່ ຈົ່ງມາເປັນທີ່ເພິ່ງຜາບແພ້ຝຸງໝູ່ໂພຍໄພ ກຳຈັດເຄາະເຂັນຈັງໄຮນິ ມິດອັນບໍ່ດີ ແລະອຸປັດທະວະກັງວົນອັນຕາຍທັງຫຼາຍ ອັນໄດ້ເຫັນແລ ໄດ້ຍິນແລ້ວນີ້ ໃຫ້ຫາຍສ້ຽງສູນໄປ ຈິ່ງໄດ້ນິມົນພຣະສົງຄະເຈົ້າມາສູດພະພຸດທະມົນ ເພື່ອລະງັບກຳຈັດ ນິມິດອັນບໍ່ດີ ເຫຼົ່ານັ້ນ ໃຫ້ສ້ຽງສູນໄປ ສົມ ດັ່ງໃນຄາຖາອັນເປັນໄວຍາກອນພາສິດວ່າ ຍັນທຸນນິມິດຕັງ ອະວະມັງຄະລັນຈະ ດັ່ງນີ້ເປັນເຄົ້າ ຍັງທຸນນິ ມິດຕັງ ຈະ ອັນວ່ານິມິດຊົ່ວຮ້າຍ ອັນໃດກໍ່ດີ ຍັງອະວະມັງຄະລັນ ຈະ ອັນວ່າ ສິ່ງອັນບໍ່ເປັນມຸງຄູນອັນໃດກໍ່ດີ ສັດໂທ ອັນວ່າ ສຽງແຫ່ງນົກອັນບໍ່ຖືກເນື້ອເພິ່ງໃຈອັນໃດກໍ່ດີ ປາປັກ ຄະໂຫ ອັນວ່າບາບເຄາະເຂັນເຫດຮ້າຍອັນໃດກໍ່ດີ ທຸດສຸປິນັງ ອັນວ່າ ຄວາມຝັນອັນຊົ່ວຮ້າຍ ອັນບໍ່ພໍໃຈ ທັງຫຼາຍຝູງນັ້ນ ວິນາສະເມຕຸ ກໍ່ຈົ່ງພະລັນສ້ຽງສູນໄປ ດ້ວຍອານຸພາບແຫ່ງພຣະລັດຕະນະໄຕຣ ຄື ພຣະ ພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສົງຄະເຈົ້າ ນັ້ນເຖີ້ນ
ນິມິດອັນຊົ່ວຮ້າຍນັ້ນ ໄດ້ແກ່ສິ່ງທີ່ເຫັນຜາກົດຂຶ້ນມາຈຳເພາະຕໍ່ໜ້າເປັນຕົ້ນວ່າ ຄ້ອງ ກອງ ລະຄັງ ດັງຂຶ້ນເອງ ແອ່ງນ້ຳ ໝໍ້ໜຶ້ງຮ້ອງ ແມງມູງຕຶງທອງ ໜູຮ້ອງໃນເຮືອນ ເລືອດຕົກນົກ ຕາຍຕໍ່ໜ້າ ກິ່ງໄມ້ງ່າຫັກລົງມາ ງົວ ຄວາຍຖືກບ້ວງ ແລະ ເກືອກສຶກ ເຮືອນຮ້ອງລອກຄາບ ຕາສະ ເມັ່ນເຫັນງູທຳທານ ກາງເວັນຂຶ້ນເຮືອນ ຂີ້ໄຂ່ຂາງ ແມງວັນຂີ້ໃສ່ເຄື່ອງນຸ່ງຫົ່ມ ແລະຟ້າຜ່ານາ ຊາຍຄາເຮືອນ ແລະຫຼັງເຮືອນເຫຼົ່າ ນີ້ ເປັນນິມິດອັນຊົ່ງຮ້າຍແທ້ ສູ່ອັນແລ
ສຽງນົກອັນເປັນທີ່ບໍ່ຊອບໃຈນັ້ນ ໄດ້ແກ່ສຽງນົກກູ້ຫູກ ນົກເຄົ້າແມວ ນົກຂີ້ຖີ່ ແລະບ່າງ ລົ້ວ ສຽງພາຍດັງກູ່ຮ້ອງ ກູກຮຽກຮ້ອງ ຮັບເອົາຂວັນທັງຂ້າງລຸ່ມ ແລະຂ້າງເທິງ ສຽງອັນບໍ່ເພິ່ງໃຈດັ່ງຢູ່ ເທິງອາ ກາດເປັນສຽງບໍ່ພໍໃຈສັກຢາດແທ້ດີຫຼີ ເຮັດໃຫ້ຂົນຫົວພອງສະຍອງເກົ້າໃຈສັ່ນຫວັນໄຫວໄປມາ
ບາບເຄາະນັ້ນໄດ້ແກ່ເຄາະປີ ເຄາະເດືອນ ເຄາະວັນ ແລະເຄາະຍາມ ກັບທັງພະສຸກເຂົ້າ ພະເສົາແຊກ ພະລາຫູຕ້ອງລັກຄະນາຕົວເພິ່ງສະເວີຍຊາຕາຂາດ ທາດສູນເຮືອນເຂັດຂວາງ ຈັ່ງໄຮທັງ ພະພູມ ເຈົ້າທີ ເຊິ່ງໃຫ້ຮ້າຍແກ່ເຈົ້າຂອງບ້ານເຮືອນໂຮມກັນແລ້ວໄດ້ຊື່ວ່າບາບເຄາະແລ
ຄວາມຝັນອັນບໍ່ດີ ບໍ່ເປັນທີ່ເພິ່ງພໍໃຈນັ້ນໄດ້ແກ່ ຝັນຕ່າງໆ ຄື ຝັນວ່າໄດ້ອວດອ້າງໂຫໂຕ ຝັນວ່າໄດ້ຟ້ອນໂຮ່ແລະເຕັ້ນລຳຂັບຮ້ອງ ແຕ່ງເພດຢ້ອງເອ້ອວດກາຍາ ຝັນວ່າມະຫິງສາງົວຄວາມຊົນຕົກ ກົກໄມ້ ຝັນວ່າເຂົາຈັບໄດ້ຜູກມັດໃສ່ແລະຂີ່ຄາ ຝັນວ່າແຂ້ວຫຼຸດຫຼ່ອນເສີຍໄປ ຝັນວ່າໄດ້ຂີ່ອາຊາໄນແລະ ກວຽນລົດຮ້າງ ຝັນວ່າຫຼີ້ນຕ່າງໆ ມີຫຼີ້ນວ່າວ ຂີ່ເຮືອບິນ ແຫ່ກະຖີນ ແລະບັ້ງໄຟ ຄວາມຝັນເຫຼົ່ານີ້ເປັນ ຄວາມຝັນອັນຊົ່ວຮ້າຍແທ້ດີຫຼີ ອູປັດຕິເຫດຮ້າຍທັງສີ່ປະການນີ້ ອັນໄດ້ແກ່ນິມິດອັນຊົ່ວຮ້າຍໜຶ່ງ ສຽງນົກ ທີ່ບໍ່ໜ້າຊອບໃຈໜຶ່ງ ບາບເຄາະທີ່ຊົ່ວຮ້າຍໜຶ່ງ ແລະຝັນຮ້າຍຕ່າງໆໜຶ່ງ ເຫຼົ່ານີ້ຊື່ວ່າ ເປັນສິ່ງອະວະມຸງຄຸນ ຄືເປັນຂອງບໍ່ດີ ໃຫ້ໂທດແທ້ແກ່ຜູ້ໄດ້ປະສົບພົບເຫັນໄດ້ຮັບໂທດຕ່າງໆ ນາໆ ມີຄວາມຈິບຫາຍວິນາດ ສົມບັດຂາດສູນໄປ ທັງງົວ ຄວາຍ ແລະຊ້າງ ມ້າ ທັງຕາກ້າ ແລະໄຮ່ນາ ທັງເຮືອນຊານ ລາງພ່ອງເກີດປ່ວຍໄຂ້ ແລະເຈັບຫົວ ທັງຜົວເມີຍ ແລະລູກເຕົ້າ ກັບທັງພໍ່ແມ່ເຖົ້າຊ້ຳພັດເລົ່າສູນເສີຍ ຝູງຄົນເຄີຍເຫັນມາແຕ່ ປາງກ່ອນ ຈຶ່ງຢ້ອນຕົກໃຈ ຄິດຫາສິ່ງປ້ອງກັນໄພທັງສີ້ນ ບໍ່ໃຫ້ມາເຖິງຕົນ ລາງຄົນຫາໝໍມາເສີຍລາງສະ ເດາະເຄາະ ບ່ວງສວງເທວະດາດ້ວຍວັດຖຸສິ່ງຂອງຕ່າງໆ ເປັນຕົ້ນ ວ່າມີເຂົ້າດຳ ເຂົ້າແດງ ແກງສົ້ມ ແລະ ແກງຫວານ ໂທງສາມແຈສີ່ຈອກ ແລະເກົ້າຫ້ອງ ເກົ້າຫຼັກ ເກົ້າບັກ ແລະເກົ້າຊັ້ນ ລາງພ່ອງນັ້ນຊ້ຳໄປ ໄຫວ້ກົກໄມ້ໃຫຍ່ ແລະພູດອຍ ເປັນທີ່ເພິ່ງອາໄສຂອງຕົນ ແຕ່ທີ່ເພິ່ງເຫຼົ່ານີ້ບໍ່ຈັດວ່າ ເປັນທີ່ເພິ່ງອັນອຸດົມ ສົມບຸນ ພະພຸດພາສິດວ່າ
ພະຫຸງເວ ສະລະນັງ ຍັນຕິ ປັບພະຕານິ ວະນິນາຈະ ອາລາມະ ລຸກຂະເຈຕະຍານິ ມະນຸດສາ ພະຍະຕັດຊິຕາ
ດັ່ງນີ້ເປັນເຄົ້າ ມະນຸດສາອັນວ່າ ມະນຸດທັງຫຼາຍເມື່ອໄພມາຄຸກຄາມເຖິງຕົນເຂົ້າແລ້ວ ຍ່ອມເອົາພູດອຍ ປ່າໄມ້ ແລະອາຮາມ ຕົ້ນໄມ້ແລະເຈດີ ມາເປັນທີ່ເພິ່ງທີ່ຈັ້ງແລທີ່ເພິ່ງໄດ້ແທ້ຈິງນັ້ນ ໄດ້ແກ່ການນຶກເອົາຍັງຄຸນພຣະພຸດທະເຈົ້າ ຄຸນພະທັມມະເຈົ້າ ຄຸນພະສັງຄະເຈົ້າ ມາເປັນທີ່ເພິ່ງສາມາດກຳຈັດໂພຍໄພອົນຕາຍ ແລະຫ້າມເຫດຮ້າຍຊົ່ວຈັງໄຮ ໄດ້ສົມດັ່ງເທດສະໜາມາໃນພຸດທະພາສິດວ່າ ໂຍ ຈະ ພຸດ ທັນຈະ ທັມມັນ ຈະ ສັງຄັນ ຈະ ສະລະນັງ ຄະໂຕ ດັ່ງນີ້ເປັນເຄົ້າຜູ້ໃດໄດ້ເຂົ້າເຖິງພະພຸດທະເຈົ້າ ພະ ທັມມະເຈົ້າ ພະສັງຄະເຈົ້າວ່າ ເປັນທີ່ເພິ່ງແລ້ວຍ້ອນພົ້ນຈາກທຸກໄພອັນຕະລາຍທັງປວງ ແລະຄວາມສະ ນຽດຈັງໄຮທັງຫຼາຍ ທີ່ໄດ້ເຫັນແລະໄດ້ຍິນເຊິ່ງເກີດມີໃນຢ້າວເຮືອນຊານ ແລະໄຮ່ນາເປັນຕົ້ນ ກໍ່ຈັກວິນາດເສີຍສູນໄປ ຍ້ອນອານຸພາບຄຸນຂອງພະລັດຕະນະໄຕຣນັ້ນ ແທ້ແລ ຂໍທ່ານທັງຫຼາຍມີພໍ່ເຮືອນ ແມ່ເຮືອນເປັນຕົ້ນ ຜູ້ໄດ້ຮັບທຸກ ຈົ່ງຢ່າມີທຸກ ຜູ້ມີໄພຈົ່ງຢ່າມີໄພ ແລະຜູ້ເຖິງຄວາມໂສກເສົ້າເສີຍໃຈ ກໍ່ຈົ່ງຢ່າໄດ້ມີ ຄວາມເສົ້າໂສກເຖີ້ນ ກັບທັງຂໍອັນເຊີນເທບພະດາເຈົ້າທັງຫຼາຍ ຈົ່ງຊົມຊື່ນອະນຸໂມທະນຳບຸນ ອັນທ່ານທັງຫຼາຍໄດ້ເຮັດແລ້ວ ດ້ວຍເຫດພຽງທໍ່ນີ້ ເພື່ອໃຫ້ແລ້ວຍັງສົມບັດທຸກເຍື່ອງຄື ເຄື່ອງຄ້ຳມິ່ງມຸງຄຸນໃນຢ້າວເຮືອນທີ່ເປັນຕົ້ນ ດ້ວຍອຳນາດ ທີ່ພວກທ່ານໄດ້ໃຫ້ທານ ຮັກສາສີນ ຈຳເລີນເມດຕາພາວະນາ ແລະຟັງເທດ ຂໍໝູ່ເທວະດາເຈົ້າຜູ້ມາແລ້ວ ຈົ່ງນຳເອົາອຸປັດຕິເຫດ ແລະເຄາະເຂັນຈັງໄຮ ຄວາມທຸກ ໂສກ ໄໝ້ ໝອງ ໃຈ ກັບໄປສູ່ວິມານອັນເປັນທີ່ຢູ່ຂອງທ່ານເຖີ້ນ ແລະອີກປະການໜຶ່ງ ຜູ້ຂ້າຂໍອັນເຊີນ ເອົາພະ ພຸດເຈົ້າ ຜູ້ມີ ພະກຳລັງກັບທັງເຫຼົ່າພະປັດເຈກະພຸດທະເຈົ້າ ແລະພະອະລະຫັນເຈົ້າທັງຫຼາຍ ຈົ່ງຮັກສາຍັງເຈົ້າມູນລະສັດທາຢ້າວເຮືອນ ແລະສັບພະສັດທັງຫຼາຍ ດ້ວຍເຕຊະພະກຳລັງຂອງພະພຸດທະເຈົ້າ ອາໄສໃນພະຄາຖາວ່າ ມະຫາກາລຸນນິໂກ ນາໂຖ ຫິຕາຍະ ສັບພະປານິນັງ ດັ່ງນີ້ເປັນເຄົ້າ ຂໍພະພຸດທະ ເຈົ້າ ຜູ້ເປັນທີ່ເພິ່ງຂອງໝູ່ ສັບພະສັດປະກອບໄດ້ດ້ວຍພະມະຫາກະລຸນນາ ບຳເພັງປາລະມີສາມສິບທັດ ໃຫ້ເຕັມແລ້ວ ເພື່ອເປັນປະໂຫຍດແກ່ສັບພະສັດທັງຫຼາຍ ຈິ່ງໄດ້ຕັດສະລູ້ ອັນອຸດົມດ້ວຍອຳນາດ ຄວາມສັດນີ້ ຂໍໄຊຍະມຸງຄຸນຈົ່ງມີແກ່ທ່ານເຈົ້າບ້ານແລະເຈົ້າເຮືອນ ໃນທີ່ນີ້ທຸກຖ້ວນໜ້າເຖີ້ນ
ຊະຍັນໂຕ ໂພທິຍາ ມູເລ ພະພຸດທະເຈົ້າ ຜູ້ຊົງ ຜະຈົນມາຢູ່ທີ່ເຄົ້າໄມ້ສີມະຫາໂພທິ ເປັນຜູ້ເລີດແລ້ວ ຍີນດີຢູ່ເທິງອະພິເສກແທ່ນແກ້ວແລ້ວຈິ່ງໃຫ້ຄວາມຈຳເລີນຍີນດີ ແກ່ພວກຊາວສາກະຍະລາດວ່າ ພະອົງຊົງຊະນະ ມານຢູ່ເໜືອອະປະລາຊິຕະບັນລັງແທ່ນແກ້ວ ອັນເປັນປະທານອັນນີ້ ແລະມີສັດໃດຂໍໃຫ້ທ່ານ ຜູ້ເປັນເຈົ້າ ຂອງບ້ານເຮືອນ ແລະຍາດມິດສາໂລຫິດທັງຫຼາຍ ຈົ່ງຜາບແພ້ຝຸງໝູ່ອຸປັດຕິເຫດຮ້າຍຈັງໄຮ ໃຫ້ເສີຍສູນ ໄປຢ່າໄດ້ຄາຄ້າງ ເໝືອນດັ່ງພະເຈົ້າມ້າງກິເລດມາ ວັນນີ້ແລ ອັນໜຶ່ງທ່່ານທັງຫຼາຍ ປະພິດຊອບດ້ວຍ ກາຍ ວາຈາແລະໃຈ ໃນເວລາໃດເວລານັ້ນ ຊື່ວ່າເລີກດີ ຍາມດີ ສວ່າງດີ ຮຸ່ງເຮືອງດີ ແລະຂະນະດີ ຄູ່ດີ ຂໍໃຫ້ເປັນຜູ້ປັດສະຈາກທຸກໂສກໂລກໄພກັບທັງອຸປັດທະວະ ອັນຕະຮ້າຍ ຈົ່ງໃຫ້ສະງົບດັບຫາຍໄປ ດ້ວຍອານຸພາບຂອງພະລັດຕະນະໄຕຣ ທີ່ພວກທ່ານໄດ້ເຄົາລົບ ສັກກາ ລະບູຊາ ມາທຸກວັນເວລາບໍ່ໄດ້ຂາດ ຈົ່ງປະ ສົບພົບພ້ອມ ໄປດ້ວຍພອນ ສີ່ ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ຈົ່ງເກີດມີແກ່ເຈົ້າມູນລະສັດທາຈະປາດຖະນາສັນໃດ ກໍ່ຈົ່ງໃຫ້ໄດ້ ດັ່ງຄຳມັກຄຳປາດຖະນາເຖີ້ນ ລະຕະນັດ ຕະຍານຸພາເວນະ ຍ້ອນອານຸພາບ ແຫ່ງພະລັດຕະນະໄຕຣ ແກ້ວສາມປະການ ຕາມທີ່ໄດ້ກ່າວ ມາແລ້ວຈົ່ງມາພິທັກຮັກສາ ຍັງເຈົ້າມູນລະສັດທາ ແລະພຸດທະສາສະນິກກະຊົນທັງຫຼາຍ ໃຫ້ພົ້ນຈາກໄພພິ ບັດສາມາດກຳຈັດຄວາມທຸກໂສກຮ້າຍ ໃຫ້ວິນາດເສີຍສູນໄປກໍ່ຂ້າເຖີ້ນ ຂໍຄວາມສຸກສະຫວັດດີ ຈົ່ງມີແກ່ ເຈົ້າມູນລະສັດທານິດຖິຕາກໍ່ ສະເດັດບໍ ລະບວນຄວນເທົ່ານີ້ກ່ອນແລ
ອຸນຫັດສະວິໄຊ
ນະໂມ ຕັດສະຖຸ
ເອກັດສະມິງ ກິລະສະມະເຍ ສັດຖາ ຕາວະຕິງສະ ພະວະເນ ວິຫະລັນໂຕ ປາລິດສັດຕະກະມູລັມຫິ ປັນທຸກັມພະລະ ສີລາສະເນນິ ສິທິຕິ
ດູລາ ສັບປຸລິສະ ເຈົ້າທັງຫຼາຍ ກິລະ ດັ່ງໄດ້ ຍິນມາ ເອກັດສະມິງ ສະມະເຍ ໃນສະມັຍໜຶ່ງ ສັດຖາ ອັນວ່າ ພະສັບພັນຍູເຈົ້າ ແຫ່ງເຮົາ ຕົນປະເສີດ ກວ່າຄົນ ແລະເທວະດາທັງຫຼາຍ ກໍສະເດັດ ປະທັບນັ່ງ ຢູ່ເໜືອຫີນ ບັນທຸກັມ ພະລະສີລາອາດ ແທບເຄົ້າໄມ້ ປາລິກາຊາດ ໃນສະຫວັນ ຊັ້ນດາວະດິງ ຈຶ່ງໄດ້ ເທດສະໜາ ພະອະພິທັມມະ ເຈັດຄັມພີ ແກ່ເທວະດາ ທັງຫຼາຍ ອັນມີ ສິລິມະຫາມາຍາ ເທບພະບຸດ ເປັນປະທານ ເພື່ອໃຫ້ບັນລຸທັມມະວິເສດ ເຊິ່ງມີມັກຜົນແລະນິບພານເປັນຕົ້ນ ອະຖະໃນກາລະເມື່ອນັ້ນ ຍັງມີ ເທ ວະດາຕົນໜຶ່ງ ຊື່ວ່າ ສຸປະຕິຖິຕະ ເທວະບຸດເປັນຜູ້ມີລິດເຕຊະອານຸພາບຍິ່ງນັກ ໄດ້ສະເວີຍ ທິບສົມບັດ ໃນວິມານຄຳຫຼັງໜຶ່ງ ໃນສະຫວັນຊັ້ນດາວະດິງທີ່ນັ້ນກໍມີແລ ສ່ວນວ່າ ສຸປະຕິດຖິຕະ ເທວະບຸດຕົ້ນນັ້ນ ກໍ່ ບໍ່ ຮູ້ສະ ພາວະ ອັນຈັກເໝີດຈັກເສີຍອາຍຸແຫ່ງຕົນຫັ້ນແລ ອະຖະ ໂຂ ໃນກາລະຄັ້ນນັ້ນ ຍັງມີເທວະບຸດ ອີກຕົນໜຶ່ງ ຊື່ວ່າ ອາກາສະ ຈາລິນະເທວະບຸດ ເປັນຜູ້ຮູ້ຈກຍັງສະພາວະອັນຈັກເໝີດ ຈັກເສີຍອາຍຸ ແຫ່ງສຸປະຕິດຖິຕະ ເທວະບຸດດັ່ງນັ້ນ ຈຶ່ງໄປບອກ ເຫດແກ່ ສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ໂພ ມາລິ ສະ ດູລາເຈົ້າຕົນຜູ້ຫາທຸກບໍ່ໄດ້ ໃນວັນຖ້ວນເຈັດນີ້ ເຈົ້າກູກໍ່ຈັກຈຸຕິຕາຍ ຈາກສະຫວັນ ເທວະໂລກທີ່ນີ້ ແລ້ວ ຈັກໄດ້ໄປເກີດໃນອະເວຈີນະລົກ ໄດ້ສະເວີຍ ທຸກໃນນະລົກມາກວ່າແສນປີແລ ດູລາເທວະ ບຸດ ຄັນ ວ່າເຈົ້າກູຕາຍຈາກອະເວຈີນະລົກແລ້ວ ຊ້ຳເລົ່າຈັກໄດ້ໄປເກີດເປັນສັດດຽວລະສານ ເຈັດຈຳພວກ ໃນຊາດ ເປັນສັດ ນັ້ນແລ ສິ່ງແລຫ້າຮ້ອຍຊາດ ສ່ວນວ່າ ສຸປະຕິດຖິຕະເທວະບຸດ ເມື່ອຮູ້ເຫດອັນບໍ່ດີແລ້ວ ກໍ່ມີ ຫົວໃຈອັນຫວັ່ນໄຫວ ສັ່ນສາຍ ໄປມາແລ້ວ ກໍ່ຊົບເຊົາເຫງົາຢູ່ດັ່ງນັ້ນ ແລ້ວກໍ່ຄະນິງໃນໃຈວ່າ ດັ່ງນັ້ນ ອຸປັດທະວະອົນຕາຍ ອັນມີສະພາວະປານນີ້ ເກີດມີແກ່ກູ ສິ້ນແລ້ວ ຈັກມີສິ່ງອັນໃດ ແລະບຸກຄົນໃດ ຈັກເປັນທີ່ຈັ້ງທີ່ເພິ່ງແກ່ກູໄດ້ນີ້ຈາ ນ້ອຍບໍ່ນານທໍໃດ ທ່ານກໍ່ມາເຫັນບຸບພະນິມິດ ຫ້າ ປະການບັງເກີດ ມີແກ່ຕົນ ກລ່າວຄືວ່າ
ຜ້າທິບເຄື່ອງຊົງກໍ່ໝົ່ນໝອງເສີຍ ໜຶ່ງດອກໄມ້ທິບກໍ່ເປັນອັນຫ່ຽວແຫ້ງເສີຍ ໜຶ່ງເຫື່ອແລະໄຄໃນເນື້ອຕົນກໍ່ໄຫຼອອກ ໜຶ່ງທີ່ຢູ່ທີ່ນອນກໍ່ເປັນອັນຮ້ອນຍິ່ງນັກ ໜຶ່ງຄັນທະລົງຜ້າສະໄບເຂົາກໍ່ຍິ່ງຮ້ອນກະວົນກະວາຍໜຶ່ງ ເມື່ອບຸບພະນິມິດ ຫ້າ ປະການ ນີ້ ຜາກົດເກີດມີແກ່ເທວະບຸດ ແລະເທວະທິດາອົງໃດ ເທວະບຸດແລະເທວະ ທິດາອົງນີ້ ກໍຈະຕ້ອງຈຸຕິຈາກສະຫວັນເທວະໂລ ໂດຍທ່ຽງແທ້ບໍ່ຕ້ອງສົງໄສ ສ່ວນວ່າ ສຸປະຕິຖິຕະເທວະບຸດ ໄດ້ຮູ້ເຫດນັ້ນແລ້ວ ກໍ່ບໍ່ຢາກໄປສະເວີຍຜົນກັມອັນຊົ່ວຮ້າຍ ຈິ່ງເຂົ້າໄປສູ່ ສຳນັກ ຂອງ ພະຍາອີນ ໄຫວ້ແລ້ວນັ່ງຢູ່ທີ່ສົມຄວນແຫ່ງຕົນ ຈຶ່ງຂາບ ທູນເຫດຮ້າຍຕ່າງໆ ໃຫ້ຮູ້ແລ້ວຂໍເຈົ້າ ກູຈົ່ງ ເປັນທີ່ຕັ້ງທີ່ເພິ່ງແກ່ຂ້າ ແກ່ກໍຂ້າເຖີ້ນ ສັກໂກ ອັນວ່າ ພະຍາອີນ ຄັນໄດ້ຟັງຍັງຄຳ ຂອງສຸປະຕິຖິ ຕະເທ ວະບຸດ ນັ້ນແລ້ວ ຈຶ່ງກລ່າວວ່າຂຶ້ນຊື່ວ່າ ຄວາມຕາຍແລ້ວ ເຖິງເຮົາຜູ້ເປັນໃຫຍ່ໃນສະຫວັນຊັ້ນດາວະດິງ ກໍຈຶ່ງຢູ່ທຽນ ຍ່ອມແຕ່ບໍ່ອາດຈະຫ້າມແລະຕ້ານທານຄວາມຕາຍຂອງທ່ານໄດ້ ແລທໍ່ເວັ້ນໄວ້ແຕ່ ພະສັບ ພັນຍູເຈົ້າອົງດຽວນັ້ນ ແລ ທີ່ຈະເປັນທີ່ຈັ້ງທີ່ເພິ່ງແກ່ສັດວະໂລກທັງມວນໄດ້ບັດນີ້ ສັດຖາ ອັນວ່າ ພະສັບ ພັນຍູເຈົ້າກໍປະທັບຢູ່ເໜືອຫີນບັນ ທຸກັມ ພະລະສີລາອາດ ແທບເຄົ້າໄມ້ປາລິກະຊາດ ຖ້າທ່ານຢາກ ຈະລະ ງັບໂພຍໄພອົນຕາຍແລ້ວ ຈົ່ງຈັດແຈງແຕ່ງເຄື່ອງກິຍາບູຊາມີ ດອກໄມ້ ທູບທຽນ ເປັນຕົ້ນ ເຮົາຈະພາໄປ ເຝົ້າພະພຸດທະເຈົ້າ ເພື່ອຈະໄດ້ທູນຖາມ ເຊິ່ງເຫດຮ້າຍຂອງທ່ານ ຕໍ່ພະອົງແລ້ວກໍ່ ຈັກ ໄດ້ເປັນທີ່ເພິ່ງໃນ ກາລະບັດນີ້ແລ
ສ່ວນວ່າ ສຸປະຕິຖິຕາເທວະບຸດ ຄັນໄດ້ຟັງຄຳຂອງພະຍາອິນດັ່ງນັ້ນ ກໍຈຶ່ງໄດ້ຈັດແຈງ ແຕ່ງເຄື່ອງ ກິຍາບູຊາ ຕາມຄຳສັ່ງແລ້ວ ສັກໂກ ອັນວ່າ ພະຍາອິນກໍ່ໄດ້ ນຳພາສຸປະຕິດຖິຕະເທວະບຸດ ໄປເຝົ້າ ພະພຸດທະເຈົ້າ ຄັນໄປເຖິງແລ້ວ ກໍໄດ້ ຂາບໄຫວ້ນັ່ງຢູ່ທີ່ຄວນສ່ວນຂ້າງໜຶ່ງແລ້ວ ຂາບທູນເຫດ ຮ້າຍທັງຫຼາຍ ໃຫ້ພະພຸດທະເຈົ້າຮູ້ໂດຍຕະຫຼອດ ຄັນແລ້ວພະຍາອິນ ກໍ່ໄດ້ຂາບທູນໃຫ້ພະພຸດທະເຈົ້າຊົງ ສຳແດງຍັງບຸບພະກັມຂອງ ສຸປະຕິດຖິຕະເທວະບຸດ ພະຄະວາ ອັນວ່າ ພະພຸດທະເຈົ້າຕົນ ປະເສີດ ກໍ່ໄດ້ສຳແດງຍັງບຸບພະກັມຂອງສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ມະຫາລາຊະດູລາມະຫາລາດໃນກາລະ ເມື່ອກ່ອນ ສຸ ປະຕິດຖິຕະເທວະບຸດຕົນນີ້ ເປັນຜູ້ມີຄວາມປະມາດ ເຫັນຜິດເປັນນາຍພານເນື້ອ ໄດ້ລັກ ເອົາລູກນົກໜີຈາກພໍ່ແມ່ ແລະມີ ຈິດໃຈແຂງກະດ້າງ ຂ້າບໍ່ຕີແມ່ ແລ ດ່າສະມະນະຊີພາມ ບໍ່ເຄົາລົບຢຳ ເກັງພະພິກຂຸສົງ ຜູ້ໄປມາຫາສູ່ເຖິງ ເຫັນຢູ່ກໍ່ເຮັດດັ່ງບໍ່ ຮູ້ບໍ່ເຫັນຫັ້ນແລ ຍ້ອນຜົນກັມນີ້ແລ ສຸປະຕິດຖິຕະ ເທວະບຸດ ຈຶ່ງຈັກໄດ້ໄປບັງເກີດໃນນະລົກ ສະເວີຍຜົນກັມໃນນະລົກປະ ມານແສນປີ ຄັນພົ້ນຈາກນະລົກ ແລ້ວ ກໍ່ຈິກໄດ້ໄປບັງເກີດເປັນສັດເດີຍລະສານເຈັດຈຳພວກ ຄື ວ່າເປັນຮຸ້ງ ເປັນແຮ້ງ ເປັນເຕົ່າ ເປັນໝູ ເປັນໝາ ເປັນຄົນຫູໜວກ ແລະຕາບອດ ແລສິ່ງຫ້າຮ້ອຍຊາດ ດ້ວຍວິບາກແຫ່ງອະກຸສົນ ກັມທີ່ສຸປະ ຕິດຖິຕະເທວະບຸດ ໄດ້ກະທຳມານີ້ແລ ມະຫາລາຊະ ຂໍມະຫາລາດຈົ່ງຮູ້ຜົນກັມຂອງສຸປະຕິດຖິຕະເທວະບຸດ ດັ່ງກລ່າວມາດ້ວຍ ປະການນີ້ແລ ສັກໂກ ອັນວ່າ ພະຍາອີນ ເມື່ອໄດ້ຮູ້ຍັງບຸບພະກັມ ຂອງສຸປະຕິດຖິຕະ ເທວະບຸດ ດັ່ງນີ້ແລ້ວຈຶ່ງຂາບທູນໄຫວ້ ພະສັບພັນຍູເຈົ້າວ່າ ອັນໃດແລຈັກເປັນທີ່ເພິ່ງ ທີ່ຮັກສາ ໃຫ້ເທວະ ບຸດ ຕົນນີ້ມີອາຍຸໝັ້ນຍືນກໍຂ້າຈາ ພະຄະວາ ອັນວ່າພະສັບ ພັນຍູເຈົ້າ ກລ່າວວ່າດັ່ງນີ້ ມະຫາລາຊະ ດູລາ ມະຫາລາດ ເອໂກ ທັມໂມ ຍັງມີທັມດວງໜຶ່ງ ອຸນຫັດສະວິຊະໂຍນາມະ ຊື່ວ່າ ອຸນຫັດສະວິໄຊ ເປັນທັມ ອັນອຸດົມຍິ່ງ ຈຶ່ງໃຫ້ເທວະບຸດ ຕົນນີ້ຮຽນເອົາທັມດວງນີ້ ໃຫ້ໄດ້ຈຳຈື່ໄວ້ ແລະປະຕິບັດດ້ວຍກາຍ ວາຈາ ແລະໃຈ ໃຫ້ບໍລະສຸດເຖີ້ນ ກໍ່ຈັກເປັນທີ່ຈັ້ງທີ່ເພິ່ງ ຫ້າມບໍ່ໃຫ້ຕາຍໃນວັນຖ້ວນເຈັດນີ້ ພະຄະວາ ອັນວ່າ ພະສັບພັນຍູເຈົ້າ ກໍ່ສຳແດງຍັງຄາຖາ ອຸນຫັດສະວິໄຊວ່າດັ່ງນີ້
ອັດຖິ ອຸນຫັດສະວິຊະໂຍ ທັມໂມ ໂລເກ ອະນຸດຕະໂລ ສັບພະສັດຕະຫິຕັດຖາຍະຕັງ ຕະວັງຄັນຫາຫິ ເທວະ ເຕ ປະລິວັດເຊ ລາຊະທັມເມ ອະມະນຸດເສຫິ ປາວະເກ ພະຍັກເຄ ນາເຄ ວິເສພູເຕ ອະກາລະມະລະເນ ນະວາ ສັບພັນສະ ມາ ມະລະນາມຸດໂຕ ຖະເປຕ໌ວາ ກາລະມາລິຕັງ ຕັດເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ສຸດທະສີລັງ ສະມາທາຍະ ທັມມັງ ສຸຈະລິຕັງ ຈະເລ ຕັດເສວະ ອະນຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ ລິກຂິດຕັງ ຈິຈິຕັງປູຊັງ ທາລະນັງ ວະຈະມັງ ຄະລຸງ ເຕສັງ ເທສະນັງ ສຸຕ໌ວາ ຕັດສະ ອາຍຸ ປະວັດທະຕິຕີ
ເທວະເຕ ດູລາເທວະດາທັງຫຼາຍ ທັມອັນຊື່ວ່າ ອຸນຫັດສະວິໄຊນີ້ ເປັນຍອດແຫ່ງທັມ ທັງຫຼາຍ ແລະເປັນປະ ໂຫຍດແກ່ສັດວະໂລກທັງມວນ ຈົ່ງຮຽນເອົາຍັງທັມອັນນີແລ້ວ ສູດທຸກເຊົ້າ ຄ່ຳວັນ ຄືນ ຍ່ອມຫ້າມເສີຍໄດ້ ເຊິ່ງໄພອັນຕະລາຍ ທັງປວງ ອັນຈະເກີດຂຶ້ນແຕ່ພູດຜີປີສາດ ເສືອເຫຼືອງ ງູໃຫຍ່ ງູນ້ອຍ ແຮດ ຊ້າງ ໝູ່ສັດຜິດຮ້າຍແລ ທ່ານທັງຫຼາຍກໍ່ຈະບໍ່ ຕາຍຍ້ອນຢາຜິດທຸກຊະນິດ ນອກຈາກ ຈະເສີຍອາຍຸແລ້ວກໍ່ຈຶ່ງຕາຍແທ້ແລ ສັກກັດຕ໌ວາ ພຸດທະລະຕະນັງ ໂອສະຖັງ ອຸດຕະ ມັງ ວະລັງ ຫິຕັງ ເທວະມະນຸດສານັງ ພຸດທະເຕເຊນະ ໂສດຖິ ນັດນັດສັນຕຸປັດທະວາ ສັບເພ ວູປະສະເມຕຸເຕ
ອັນໜຶ່ງ ຜູ້ໃດໄດ້ບູຊາພຣະລັດຕະນະໄຕຣ ທັງ ສາມ ປະການ ຄື ພຣະພຸດທະເຈົ້າ ພຣະທັມມະເຈົ້າແລ ພຣະສັງຄະເຈົ້າ ຜູ້ນັ້ນຈະເປັນ ເໝືອດັ່ງໄດ້ກິຢາອັນປະເສີດ ມີອາຍຸໝັ້ນຍືນ ຈັກເປັນ ຜູ້ພົ້ນຈາກທຸກ ໂສກ ໂລກໄພ ອັນຕະ ລາຍທັງປວງ ຍ້ອນອານຸພາບຂອງ ຄາຖາ ອຸນຫັດສະວິໄຊ ແລະ ຄຸນຂອງພຣະລັດຕະນະໄຕຣນີ້ ຈັກຄຸ້ມຄອງປ້ອງກັນໃຫ້ຊີວິດ ຂອງທ່ານພົ້ນຈາກອັນຕະລາຍ ມີອາຍຸໝັ້ນຍືນໄດ້ ຂໍໃຫ້ທ່ານທັງຫຼາຍ ຈົ່ງພາກັນປະຕິບັດຮັກສາໄວ້ຢ່າໃຫ້ຂາດເຖີ້ນ
ເທສະນາປະລິໂຍ ສາເນ ໃນເມື່ອແລ້ວພຣະສັດທັມມະເທດສະໜາ ເທວະຕາໂຍ ອັນ ວ່າ ເທວະດາທັງຫຼາຍ ອັນມີພະຍາອິນ ເປັນປະທານກໍ່ໄດ້ເຖິງທັມມະວິເສດ ມີປະເພດກລ່າວຄືວ່າ ມັກ ແລະ ຜົນເປັນອັນມາກ ແລ ສ່ວນສຸປະຕິດ ຖິຕະເທວະບຸດນັ້ນ ໄດ້ນ້ອມຈິດໃຈ ໄປໃນທັມມະວິເສດ ກໍ່ໄດ້ກັບເພດເປັນອັນຕະພາບໃຫຍ່ ມີກາຍອັນຜ່ອງໃສ ແລະມີອາ ຍຸຍືນຍາວ ຕະຫຼອດໄປຈັກເຖິງ ສະມັຍຂອງພຣະພຸດທະເຈົ້າ ຊົງພະນາມວ່າ ພຣະສີອະລິຍະເມດໄຕ ອົງຈະໄດ້ລົງມາຕັດຂ້າງ ໜ້ານັ້ນແລ ຈຶ່ງຈະໄດ້ຈຸຕິລົງມາສູ່ມະນຸດສະໂລກ ກໍ່ຈັກໄດ້ເປັນພະລະຫັນຕະ ຂີນາສາວົກອົງໜຶ່ງກໍມີແລ
ອຸນຫັດສະວິຊະຍະ ວັນນະ ນາກະຖາ ອັນວ່າ ກິຍາອັນກລ່າວຍ້ອງຍໍຍັງ ອຸນຫັດສະວິໄຊ ນິດຖິຕາກໍສະເດັດ ບໍລະບວນຄວນແລ້ວທໍນີ້ກ່ອນແລ