ກັນຕ໌ທີ່ 1 ທັສສະພອນ ມີ 19 ພຣະຄາຖາ
ບັດນີ້ ພໍແຕ່ຕັ້ງນະໂມແລ້ວ ເທສະນາຂ້ອຍຊິວ່າ
ນະໂມ ແປວ່າຂ້າ ວັນທານ້ອມຍົກຖວາຍ
ກ່ອນຊິບັນຍາຍເລື້ອງ ໃນລໍາມະຫາເຫວດ
ເທດໃຫ້ໂຍມພີ່ນ້ອງ ໄດ້ຟັງແຈ້ງຄູ່ສູ່ຄົນ
ພວກພໍໍ່ຕາແມ່ຊົ້ນ ແລະພວກທ່ານທັງຫຼາຍ
ຍິງແລະຊາຍລໍຟັງ ນັັ່ງເຕັມສາລາກ້ວາງ
ໂຍມທັງປວງຢາກຟັງເລື່ອງ ກະແສທໍາບ່ອນຊິມ່ວນ
ຂໍເຊີນຊວນຈົ່ງງ່ຽງຄ້ອຍ ຫູນ້ອຍໝູ່ຂະໂຍມ
ຕັ້ງໃຈຟັງໄປໃຫ້ມົ້ມ ໃນລໍາພຣະເຫວດ13 ກັນ
ພາກັນຟັງໃຫ້ມັນຄັກ ຢ່າຊິໜີໄກເວັ້ນ
ຖ້າຈິດໃຈເຮົາໝັ້ນ ບໍໍ່ຜັນແປໄປທາງໃໝ່
ຖ້າຈິດໃຈເຫຼື້ອມໃສ ໄດ້ມາຟັງບ່ອນບັ້ນຂ້ອຍຊິເວົ້າສູ່ຟັງ
ເລີ່ມບັ້ນຕົ້ນຂ້ອຍຊິເວົ້າ ເລື່ອງເປັນມາ
ເທດສະນາໃຫ້ໂຍມຟັງ ໃຫ້ຈື່ຈໍາເອົາເລື້ອງ
ສັບສໍານຽງກ່ອນແຫຼ່ ກະແສທໍາໃນເລື່ອງ ໂຍມເອີ່ຍ
ຢ່າຊິຟັງແຕ່ທາງສຽງ ຟັງສໍານຽງວາດຂໍໍ້ ຜະຫຍານ້ອຍຊິອ່ອຍແຖມ
ຂ້ອຍຊິເວົ້າຕໍໍ່ເລື້ອງ ຕາມເລື່ອງຄັນໃນລໍາ
ໃນທໍາອົງສັມມາ ສາດສະດາເປັນເລື້ອງ
ຮຽມຊິຈັບເອົາຂໍໍ້ ໃນລໍາມະຫາເຫວດ
ເທດກັນຟັງເປັນຂໍໍ້ ຂໍແຈ້ງຊິກ່າວກອນ
ຜູ້ຂ້າຊິວ່າຂັ້ນຕົ້ນ ເອີ້ນວ່າ ທັດສະພອນ
ຟັງເປັນກອນຕໍໍ່ກອນ ວ່າກັນວັນນີີ້
ຟັງເດີແຖວໂຍມເຈົ້າ ທັດສະພອນກັນທີ່ໜຶ່ງ
ຢ້ອນກ່າວເຖິງ ນາງຜຸດສະດີ
ເນົາຢູ່ເທິງຊັ້ນຟ້າ ເປັນເມຍເຫງົ້າທ່ານພະອິນ
ທຸກໆຢ່າງຕະຫຼອດສິ້ນ ສະໜຸກຍິີ່ງເຫຼືອວິໄສ
ທັງສະໜົມນາງໃນ ໝື່ນກືກອງລ້ານ
ເນົາວິມານຫໍກວ້າງ ກອງປະໂຄມຊ້ອຍຊື່່ນ
ສຽງບັນເລັງຄຶກຄື້ນ ບໍໍ່ມີມື້ຊິງ່ວມເຫງົາ
ສົມກັບຊື່່ວ່າເຈົ້າ ເປັນເມຍເອກອົງອິນ
ຍາມຊິກິນຊິນອນ ບໍໍ່ຍາກແຄນພໍນ້ອຍ
ມີຄົນຄອຍປະເຄນໃຫ້ ອາຫານກິນເປັນຢູ່
ປະດັບຈັນແກ່ນຄູ້ ຫອມກຸ້ມທົ່ວທະລັງ
ນັັ່ງຢູ່ເທິງເກົ້າອີີ້ ສະໜົມປັ່ນວີປັດ
ຮີີ້ນກໍໍ່ບໍໍ່ໄດ້ກັດຍູງກໍໍ່ບໍໍ່ໄດ້ຕອມ ຢູ່ທາງບັນທົມເນິ້ງ
ເນົາຢູ່ເທິງສະຫວັນຟ້າ ເປັນເວລານານຍິີ່ງ
ຄວາມເປັນຈິງນິມິດເກີດແກ່ນ້ອງ ບໍໍ່ມີຮູ້ເມື່ອຝັນ
ບຸບພະນິມິດວ່ານັ້ນ ບອກເຫດຊາວສະຫວັນ
ໃຫ້ຈຸຕິລົງມາ ເກີດພູມພາຍພີີ້
ມາເກີດໃນເມືອງໃຕ້ ກັມມີຕ້ອງໃຊ້ຊາດ
ຜຸດສະດີນາດນ້ອຍ ໝອງເສົ້າເກົ່າພະໄທ
ຄາວນັ້ນອິນທິຣາດໄທ້ ຈຶ່ງຈາຕໍໍ່ເມຍຮັກ
ເປັນຈັັ່ງໃດນາງເອີ່ຍ ຈິ່ງຄ່ອຍທໍລະມານກັ້ນ
ຄາວນັ້ນຜຸດສະດີໄທ້ ຈິ່ງວານອົງພະພີ່
ນ້ອງຊິໄດ້ຈາກໜີ ລົງໄປເກີດທີບໃຕ້ໃນພື້ນມະນຸດຄົນ
ໜີກໍໍ່ໜີບໍໍ່ພົ້ນ ເພາະນິມິດມັນສັງຫອນ
ຄິດອາວອນເມືອງສະຫວັນ ບໍໍ່ຢາກໄກໄລເວັ້ນ
ຈັກແມ່ນເວນອີີ່ຫຍັງຂ້ອງ ກຳຫຍັງນໍມານ້າວຈ່ອງ
ພຣະອິນເວົ້າຕໍໍ່ນ້ອງ ອີ່ນາງຫຼ້ານາດຖະແພງ
ສຸກແລະທຸກູບໍໍ່ເຫືອດແຫ້ງ ຊື່່ວ່າເມືອງສະຫວັນ ນາງເອີ່ຍ
ຄາວເມື່ອກັມນໍາທັນ ຫຼີກໜີບໍໍ່ມີໄດ້
ຄາວເມື່ອກັມນໍາໃຊ້ ກັນດານແສນໂສກ
ໂລກມັນບໍໍ່ທ່ຽງໝັ້ນ ຄືດ້າມດັັ່ງນິບພານ
ຊື່່ວ່າສົງສານນີີ້ ວຽນຕາຍວຽນເກີດ ນາງເອີ່ຍ
ໃຜຜູ້ໜີບໍໍ່ພົ້ນ ຫາກເລີງພໍໍ້ຢູ່ບໍໍ່ເຊົາ
ບໍໍ່ວ່າຂ້ອຍແລະເຈົ້າ ຈໍາຊິພາກພອຍໜີ
ໄປຕາມກັມຕາມເວນ ກ່ອນລະເດີນວນນ້ອງ
ເວນນໍາປອງກໍານໍາໃຊ້ ມັນຈໍາໃຈຊິໄດ້ຫ່າງ
ເຈົ້າກໍໍ່ບໍໍ່ຢາກຮ້າງ ຂ້ອຍກໍໍ່ບໍໍ່ຢາກຮື້ ຄືຊິໄດ້ຫ່າງກັນ ເດ່ນໍ່
ເອີ,ພອນທີີ່ນາງປະສົງນັ້ນ ຈົ່ງຂໍພີ່ເຖີດຄົນດີ
ພີ່ຊິປຸນແປງຕົກ ແຕ່ງແປງປະທານໃຫ້
ຄາວນັ້ນຜຸດສະດີໄທ້ ຈິ່ງຂໍພອນຈາກພີ່
ຄັນຊິໄກອີີ່ຫຼີ ນ້ອງຂໍພອນຈາກອ້າຍ ສິບຂໍໍ້ຈົ່ງປະທານ
ຂໍໍ້ໜຶ່ງນັ້ນ ຍາມນ້ອງໄປເກີດກໍໍ້າ ເມືອງມະນຸດໄກຕາ
ໃຫ້ເກີດນໍາພຣະຣາຊາ ຜູ້ຍົດສູງຄຸງຟ້າ
ສີວິຣາຊາໄທ້ ນາມະກອນຊັ້ນພໍໍ່
ຂໍໍ້ສອງ ນໍໍ່ພະເນດເນື້ອ ໃຫ້ງາມເຫຼື້ອມຂ່ຽມຂໍາ
ສອງຕາກໍໍ້າ ໃຫ້ດໍາປອດບໍລິສຸດ
ປະດຸດປຸນແປງເອົາ ຢ່າໄດ້ມີໝອງເສົ້າ
ຂໍໍ້ສາມພຣະມຸຄິີ້ວ ຄັນທະນູໃຫ້ກໍໍ້າເກີີ່ງ
ໂກ່ງເປັນສີຄົີ້ງໂນ້ງ ໃຫ້ງາມລົ້ນວ່າລື່ນຄົນ
ຈັັ່ງວ່າ ຂໍໍ້ສີີ່ນັ້ນ ໃຫ້ໄດ້ຊື່່ຜຸດສະດີ
ຂໍໃຫ້ມີນາມທັດ ດັັ່ງເດີມດາເຄົ້າ
ສໍາລັບຂໍໍ້ທີຫ້າຄັນນາງມີບຸດຕາ ຂໍໃຫ້ໄດ້ຊາຍກ່ອນ
ເປັນຄົນໃຈແກ່ກ້າ ຜະລາສ້າງແຕ່ງບຸນ
ຂໍໍ້ຫົກນັ້ນ ຍາມຂ້າມີລູກນ້ອຍ ຈົນທ້ອງແກ່ຄັນຢ່າຕຶງ
ຢ່າໄດ້ໜູນຄືຄົນ ໝູ່ປະຊາຊາວບ້ານ
ຂໍໍ້ເຈັດນັ້ນຍາມຂ້າມີບຸດແລ້ວ ນົມພະນາງຢ່າໄດ້ຢ່ອນ
ຢ່າໄດ້ລະໄດ້ຄອນ ຄືດັັ່ງສາວສໍໍ່ານ້ອຍສົມດ້າມດັັ່ງໝາຍ
ຂໍໍ້ແປດນັ້ນ ອັນວ່າເກສາເສັ້ນ ໃຫ້ດໍາດີຄືເກົ່າ
ປຽບດັັ່ງເທົາຢູ່ນໍໍ້າ ຢ່າມີແຫ້ງແຕ່ຢ່າງໃດ
ຂໍໃຫ້ພຣະພີ່ໄທ້ ຈົ່ງປະສາດພອນທິບ
ຂໍໍ້ເກົ້ານັ້ນ ຂໍໃຫ້ກາຍານາງ ຜ່ອງໃສສະເໝີດ້າມື
ຂໍໍ້ສິບນັ້ນ ຍາມເມື່ອໄວຊະລາເຖົ້າ ກາຍຂອງເຮົາໃຫ້ຄືເກົ່າ
ຄໍາຈາໃດທີີ່ນ້ອງເວົ້າ ໃຫ້ໃສເຫຼື້ອມດອກດັັ່ງໝາຍ
ມີເມດຕາຕໍໍ່ຄ້າຍ ໂຜດໝູ່ຝູງສັດ
ນີີ້ລະພອນສິບປະການ ສິ່ງທີີ່ນາງຂໍຕ້ານ
ຂໍປະທານນໍາອ້າຍ ອົງອິນພະເຈົ້າພີ່
ສິບປະການທີີ່ນາງຂໍ ຈົ່ງປະທານທອດໃຫ້
ຄັນສົມໂອ້ດັັ່ງໝາຍ ນັ້ນລະນາ ພີ່ພຣະອົງ.
ທັດສະພອນກັນນີີ້ 19 ເລື່ອງພຣະຄາຖາ
ພໍວ່າຈົບພໍດີ ຊິອ່ວຍລົງກັນນີີ້
ເອວັງທີຕົນຂ້າ ອັຕຕະມາ ຢຸດໄວ້ກ່ອນ
ຕອນໜ້າພຸ້ນ ຈິ່ງຟັງເລື້ອງ ວ່າຕໍໍ່ໄປູ
ນັ້ນເທາະນາ ສັດທາໂຍມ.
ຈົບ (ກັນທັດສະພອນ ມີ 19 ພຣະຄາຖາ).
ກັນຕ໌ທີ່ 2 ຫິມະພານ ມີ 134 ພຣະຄາຖາ
ບັດນີ້ ທັດສະພອນວ່າແລ້ວ ຫິມມະພານຂ້າຊິຕໍໍ່
ຂໍໃຫ້ພວກພີ່ນ້ອງ ຈົ່ງຟັງຂ້າຊິຕໍໍ່ເຕີມ
ເລີ່ມແຕ່ນາງນາດນ້ອຍ ນາມໜໍ່ຜຸດສະດີ
ມາເກີດໃນປະຖະພີ ລູກພະຍາຈິງແຈ້ງ
ເໝືອນກັບທອງຄໍາກ້ອນ ຍິນສະອອນງາມຍິີ່ງ
ຍິງຢູ່ໃນໂລກນີີ້ ສະບາຍແທ້ຕ່າງກວ່າຄົນ
ຊັບສົມບັດມາກລົ້ນ ຈົນແໜ້ນອັັ່ງພະຄັງຫຼວງ
ພວກຊາວເມືອງທັງປວງ ສົ່ງຂ່າວສານມາໄຫວ້
ໃຜກໍໍ່ໂມທະນານ້ອມ ນໍາອົງພູວະນາດ
ສີວິຣາດແກ່ນໄທ້ ບິດາເຫງົ້າພໍໍ່ພະອົງ
ຕໍໍ່ມາຜຸດສະດີເຫງົ້າ ຈະເລີນໄວສອນໃຫຍ່
ໄດ້ 16 ຂວບເຂົ້າ ພະນາງເຈົ້າກໍໍ່ເປັ່ງສາວ
ທຸກປະເທດດ້າວ ເຂົາລືຊ່າວ່ານາງງາມ
ກຸງສົນໄຊຣາຊາ ຈຶ່ງແຕ່ງເອົາເປັນເມຍຊ້ອນ
ບໍໍ່ມີຄວາມຂັດຂ້ອງ ຄອງນະຄອນແທນພໍໍ່
ບໍໍ່ມີຄວາມເດືອດຮ້ອນ ປະການແທ້ແຕ່ຢ່າງໃດ
ຕໍໍ່ມາໄດ້ນາດນ້ອຍ ນາມໜໍ່ໂພທິສັດ
ເປັນຜູ້ມີບຸນຫຼາຍ ເກີດມານວນພ້ອມ
ເຫວດສັນດອນນາມເຈົ້າ ໂພທິຍານລົງມາເກີດ
ເລີດດ້ວຍບຸນກໍໍ່ໄວ້ ນໍາຍູ້ສົ່ງແຖມ
ແລ້ວຍັງມີລູກຊ້າງ ເຫາະເວີີ່ນເວຫາ
ເວີີ່ນເຂົ້າມາໃນໂຮງ ເຜືອກນິນງາແກ້ວ
ເພີ່ນຈິ່ງສົມພອນສ້າງ ໂພທິຍານແຕ່ຊາດກ່ອນ
ຊ້າງງານິນເກີດພ້ອມ ບຸນສ້າງທ່ານພະອົງ
ເມື່ອອົງພະເຫວດໄດ້ ຊົງນັັ່ງໃນນະຄອນ
ສ້າງໂຮງທານ 6 ຫຼັງ ແຈກທານບໍໍ່ມີຄ້ານ
ຂຶ້ນສູ່ເທິງຄໍຊ້າງ ໂຄຈອນອອກກວດ
ທຸກໆວັນບໍໍ່ໃຫ້ເວັ້ນ ເວັນເຊົ້າຄູ່ສູ່ວັນ
ຕໍໍ່ຈາກນັ້ນ ເລີຍມີລູກສອງເຂືອ
ຄືກັນຫາຊາລີ ລູກພະອົງງາມໂກ້
ລູກຂອງໂພທິຍານເຈົ້າ ເນົານະຄອນບໍໍ່ຮ້ອນເຮັັ່ງ
ສົມບັດມີມາກລົ້ນ ຄົນໄດ້ຍ້ອງທົ່ວແດນ
ກ່າວເຖິງເມືອງກະລິງແວ້ນແຄ້ວນ ອຶດຢາກປູປາ
ທັງໄຮ່ນາສວນຄົວ ແຜ່ນດິນກະຄອນແລ້ງ
ທັງລໍາທານກະບົກແຫ້ງ ປູປາກໍໍ່ເຂີນຂາດ
ຝົນບໍໍ່ຕົກຢາດໃຫ້ ດິນແລ້ງໄງ່ຜົງ
ຕົກລົງໃຈມາຂໍຊ້າງ ສັນດອນພະຍາເຫວດ
ພາມອອກຈາກເຂດຄຸ້ມ ສະໜາມກວ້າງດຸ່ງເດີນ
ພໍແຕ່ມາຮອດແລ້ວ ກົ້ມຂາບສຸລີກອນ
ເຫວດສັນດອນຊົງເຫັນ ກໍໍ່ເລົ່າທານຍັງຊ້າງ
ໃຫ້ແກ່ພາມມະນາເຖົ້າ ເມືອງກະລິງຄູ່ສູ່ຢ່າງ
ເມືອງກະລິງໄດ້ກໍໍ່ສ້າງ ນາຮົ້ວໄຮ່ສວນ
ຕົກບ່ອນຄາວຊິໄດ້ມ້ວນ ຂໍຂອດອະນາຖາ
ຊາວພາລາຜິດໃຈ ດັັ່ງຊິຕີອົກມ້ວຍ
ເຂົາຈື່ງນໍາເອົາເລື້ອງ ໄປທູນອົງພະຍາພໍໍ່
ກຸງສົນໄຊບໍໍ່ຄິດພໍໍ້ ຕອງຖ້ວນສູ່ຂະບວນ
ພວກຊາວເມືອງທັງຄ້າຍ ໄປຍຸງຍົວະກຸງສົນໄຊ
ພະອົງເລີຍຜິດໃຈ ຈຶ່ງໄລ່ໜີນະຄອນກ້ວາງ
ບອກວ່າຄົນຂວາງບ້ານ ບໍໍ່ເປັນການລ້ຽງໄວ້ຢູ່
ປູ່ຂັບໜີຈາກບ້ານ ກໍໍ່ເລີຍເວົ້າຕໍໍ່ມະທີ
ວ່າຕໍໍ່ຈາກນີີ້ ພີ່ຊິຈາກນາງໜີ
ເປັນດ້ວຍຊາວສີພີ ເພີ່ນຄຽດຫຼັງຊັງໜ້າ
ອົງພະຣາຊາໄທ້ ກຸງສົນໄຊໃຈມໍໍ່
ພໍໍ່ບໍໍ່ຄິດຖີີ່ຖ້ວນ ຂັບອ້າຍຈາກນະຄອນ
ເຈົ້າຢ່າຟ້າວເດືອດຮ້ອນ ໃຫ້ຄອຍເບິີ່ງບຸດຕາ
ໄອຍະກາທັງສອງ ຈົ່ງຖະໜອມທອມໄວ້
ນາງມະທີເສຍໃຈ ທັງເລົ່າຍົມມະນາໄຫ້
ເສຍໃຈອົກຊິແຕກ ແຍກເບິີ່ງໜ້າເຜົ່າຜູ້ຜົວແກ້ວຮໍໍ່າໄຮ
ນາງນີີ້ຢູ່ບໍໍ່ໄດ້ ຄັນໃຫ້ພາກພອຍຜົວ
ບໍໍ່ມີຄົນໃດປານ ເຜົ່າຜົວຄົນນີີ້
ຄັນໃຫ້ນາງມະທີຮ້າງ ຮາມຜົວເຈຍລະຈາກ
ພາກຈາກຜົວຢູ່ບໍໍ່ໄດ້ ພະນາງຫຼ້າສ່ວນຊິຕາຍ
ແມ່ນຊິທຸກຍາກໄຮ້ ກໍໍ່ຕາມຊ່າງຊິຕິດຕາມືພີ່ເອີ່ຍ
ຍາມເຂົ້າໄປໃນໄພ ຊິຄ່ອຍອຸປະຖໍາລ້ຽງ
ບໍໍ່ໃຫ້ເຄືອງມືອ້າຍ ແນວໃດຢູ່ໃນປ່າ
ພ້ອມໄປດ້ວຍບຸດຕາ ຊິຄ່ອຍອົດຄ່ອຍເຍື້ອນຕາມສົ້ນກົ່ນຖາງ
ບໍໍ່ຍອມເປັນແມ່ຮ້າງ ໃຫ້ເຂົາຫຸ່ມນິນທາ
ເນົາພາລາຄົນດຽວ ຊິຢູ່ເປັນຊັ້ນບໍອ້າຍ
ແໜງສູ້ຕາຍສາຊໍໍ້າ ຕາມກັນໃຫ້ມັນຊ່ວງ
ຫິມມະພານເຂດກວ້າງ ຊິເປັນພ້ອງເພື່ອນຝູງ
ເຂົ້າໄປດົງດ່ານຊົ້ງ ຂົງເຂດວົງກົດ
ມີແຕ່ເສືອສາງສິງ ຄ່າງລີງກະຕາມແມ້
ນາງຊິຕາມສາມີເຈົ້າ ອອກໄປດົງຄົງທີີ່
ຊິໄປຕາມສາມີ ແມ່ນຊິທຸກຍາກໄຮ້
ກະຕາມຖ້ອນນ້ອງບໍໍ່ແໜງ ນັ້ນດອກນາ ພີ່ພະເອີ່ຍ.
ເພາະສະນັ້ນຜູ້ຂ້າຈຶ່ງໄດ້ເວົ້າ ອອດອ່ວຍໄປມາ
ນາງມະທີທົນທຸກ ເວດທະນານໍາອ້າຍ
ແສນເສຍດາຍແຕ່ຊິໜີໄກຂ້າງ ສາມີໂກໂພທິລາດ
ນາງຊິໜີກະບໍໍ່ໄດ້ ໃຈນ້ອງດອກຫ່ວງຫຼັງ
ນີີ້ລະແມ່ໃຫຍ່ ກັນນີີ້ໄດ້ ເອີ້ນວ່າຫິມມະພານ
ຈັດການມາພໍດີ ໄດ້ລວບລວມເອົາໄວ້
ຕໍໍ່ໄປນີີ້ທາງອາຈານເພີ່ນຊິໄດ້ ເທດສະນາຕົກແຕ່ງ
ອາຈານ.....ວ່າໃຫ້ມັນແຈ້ງໆ ຄັນໃນແຫຼ່ເທດສະນາ
ເພີ່ນຊິສົມມຸດວ່າ ໃນແມ່ຜຸດສະດີ ໂຍມເອີ່ຍ
ອາຈານເພີ່ນຊິຈັດການທໍາ ຄູ່ສູ່ອັນຕຽມພ້ອມ
ຄອຍຟັງເອົາກັນໜ້າ ທານະຂັນກັນແຂ່ງ ໂຍມເອີ່ຍ
ແບ່ງກັນໄວ້ຈັັ່ງຊີີ້ ພະອວນຂ້ອຍຊິອ່ວຍລົງ
ແລ້ວລະນາ ສັດທາໂຍມ.
ຈົບ (ກັນຫິມມະພານ ມີ 134 ພຣະຄາຖາ)
ກັນຕ໌ທີ່ 3 ທານະຂັນ
ມີ 209 ພຣະຄາຖາ
ນະມັດຖຸ ຣັດຕະນັດຕະຍັດສະນອ້ມ ອະພິວັນທະນາວາດ
ອາຫັງຄາລະວະໄຫວ້ ຄຸນແກ້ວໜ່ວຍສາມ
ເບື້ອງໜ້າຕໍໍ່ແຕ່ນີີ້ ຊິສືບຕໍໍ່ຄໍາກອນ
ເຫວດສັນດອນຊາດົກ ຍົກນິທານຈາຊ້ອນ
ທັດສະພອນກໍໍ່ຈົບຖ້ວນ ຫິມມະພານກະໄດ້ວ່າ
ເທດສະນາກ້ຽງແລ້ວ ຊິຮຽງແຫລ່ຕໍໍ່ນິທານ
ທານະຂັນກ່າວຕ້ານ ນິທານພາກໂພທິສັດ
ປະເພນີຄອງວັດ ພາກນິທານເດີມເຄົ້າ
ອາດຕະມາຊິຈາເວົ້າ ຈັບສໍາເນົາຊີີ້ອ່ານ
ຕາມນິທານພາກຂໍໍ້ ຊິຂໍເວົ້າກ່າວຖະແຫຼງ
ຕໍໍ່ນີີ້ນັ້ນຜຸດສະດີຮູ້ແຈ້ງ ປະໂລມເລົ່າສຸນິສາ
ຈາຕໍໍ່ນາງມະທີຂວັນ ເຈົ້າຮໍໍ່າໄຮທັງໄຫ້
ມາສົງສານບຸດຕີໄທ້ ມະທີນາງລູກຂອງແມ່ ແພງເອີ່ຍ
ຢູ່ນໍາກັນແທ້ໆ ສັງຊິໃຫ້ເຈົ້າດ່ວນໜີ
ເຫວດສັນດອນວ່ານີີ້ ຄົນເກັັ່ງກະທໍາທານ
ສັງເລົ່າມີເຫຼົ່າຄົນພານ ກໍໍ່ກັມເຈົ້າທໍາຮ້າຍ
ຄົງບໍໍ່ຕາຍຍັງຊິໄດ້ພາກຂ້າງ ເຈົ້າຮາມຮ້າງຫ່າງວັງ
ອັນໂຮງທານເຈົ້ານັ້ນຕັ້ງ ສ້າງກໍໍ່ຢ້ານເພພັງ
ຢ້ານບໍໍ່ຍັງພໍເມັດ ສິ່ງຂອງທອງໃຊ້
ສຸດສາຍໃຈ ຈັກແມ່ນເວນຫຍັງຂ້ອງ
ເວນຫຍັງນໍແຕ່ປາງກ່ອນ ເຈົ້າເຄີຍຫຼັບເຄີຍນອນ
ຢູ່ກາງຜາສາດກວ້າງ ສະໜົມຫຸ້ມແກວ່ງໄກວ
ທຸກທົ່ວບ້ານ ເຂົາຍໍຍົກສັນລະເສີນ
ຄໍາເອີ່ຍ
ເຈົ້າຊິເດີນກາງໄພ ພາກນະຄອນວາງໄວ້
ຍ່າຊິໄປທູນເຈົ້າ ກຸງສົນໄຊລອງເບິີ່ງ
ບາງທີລະໂທດໃຫ້ ຍັງຊິໄດ້ນັັ່ງນະຄອນ
ຕອນນັ້ນ ຜຸດສະດີໄປວອນໄຫວ້ ຫຼາຍທີບໍ່ເຕື້ອງຕໍໍ່
ຂໍງົດໂທດລູກໄວ້ ຕາຊ້າຍກະບໍໍ່ຫຼຽວ
ຜຸດສະດີຈຶ່ງກັບກ້ຽວ ລົງມາຈາກຫໍປາງ
ຈາກັບນົງນາງຄານ ແມ່ມະທີທັງສະອື້ນ
ສຸດທີີ່ກືນລົງໄດ້ ມັນຄາຄໍຢູ່ຈໍໍ່ລໍໍ່ ມະທີເອີ່ຍ
ແມ່ຂໍພໍໍ່ບໍໍ່ໄດ້ ຊິຈໍາໃຫ້ ເຈົ້າຫ່າງກັນ
ໂອຍ....
ຕອນນັ້ນ ພໍເຖິງວັນຊິຈອນດ້າວ ດຸ່ງໄພຂອງພະເຫວດ
ກັບລູກແກ້ວ ທັງນາງຫຼ້າມິ່ງມະທີ
ຊິໜີໄກນະຄອນກວ້າງ ໄປອໍາລາພະຍາພໍໍ່
ຂຶ້ນສູ່ຫໍພະເຈົ້າແລ້ວ ກໍໍ່ເລີຍຂຶ້ນກາບຖວາຍ
ວ່າເຈົ້າຢ່າມີເຄາະຮ້າຍ ເທາະເດີພໍໍ່ສົນໄຊ
ລູກຊິໄກໃຫ້ພໍໍ່ມີຄວາມສຸກ ນັັ່ງນະຄອນຄອຍຕຸ້ມ
ມະທີຟຸມຟາຍນໍໍ້າ ໄປອໍາລາພະຍາປູ່
ວ່າປູ່ເອີ່ຍ ລູກນີີ້ຢູ່ບໍໍ່ໄດ້ ຊິຕາມກົ້ນເຈົ້າເຜົ່າຜົວ
ຂໍໃຫ້ປູ່ຍ່າໄດ້ ຕຸ້ມໄພ່ໃນນະຄອນ
ພັນປີໃນສົງສານ ກະຢ່າມີຄໍາຮ້ອນ
ສົນໄຊຂໍຫຼານນ້ອຍ ຄອງນະຄອນແທນປູ່
ມະທີຍໍຍົກນິ້ວ ໄດ້ວອນໄຫວ້ຂາບຖວາຍ
ວ່າປູ່ເອີ່ຍ ບຸນຫຼານນ້ອຍ ບໍໍ່ຄອຍຢູ່ຄອງນະຄອນ
ຢ້ານມັນເພພັງເສຍ ບໍໍ່ຖືກໃຈພະອົງທ່ານ
ຢ້ານຂັບຫຼານໜີຊໍໍ້າ ບໍໍ່ຫຼຽວນໍາພໍໄງ່
ປະສາຫຼານກັບລູກໄພ້ ຊິເອົາໄວ້ເຮັດອີີ່ຫຍັງ
ຕັ້ງແຕ່ພະເຫວດເຈົ້າ ເປັນລູກເກີດກັບອົກ
ພະຍັງຂັບໜີເມືອງ ບໍໍ່ຫ່ວງນໍາພໍດີີ້
ສົນໄຊເຈົ້າ ນໍໍ້າຕາພັງຢັ້ງບໍໍ່ຢູ່
ໂອຍ.....
ລູກສະໄພເວົ້າສຽດປູ່ ນໍໍ້າຕາໄຫຼຍ້າວໆຊາວອູ້ມກອດແຕ່ຫຼານ
ໜ່ອຍກໍໍ່ລົງຈາກຫັ້ນ ໄປລາແມ່ຜຸດສະດີ
ຕ່າງຄົນຕ່າງຊິໂສກີໃຫ້ ນໍາກັນໄດ້ເຫີນຫ່າງ
ແນວຊິໄກກັນນີີ້ ເຕັມທີສອງຝ່າຍ ຍາຍເອີ່ຍ
ຄົນບໍໍ່ຕາຍຍັງຊິໄດ້ຫ່າງໜ້າ ໂລດເປັນບ້າປ່ວງລະເມີ
ຜຸດສະດີຈົນວ່າເກີີ້ ຄະນິງລູກແລະຫຼານຮັກ
ຈັກຊິເປັນແນວໃດ ບາດພາກວັງວຽງແລ້ວ
ຄິດນໍາເດ ຄິດນໍາແກ້ວ ກັນຫາຊາລີຣາດ
ສາດບໍໍ່ມີໝອນບໍໍ່ພ້ອມ ຊິນອນຄ້າງຢູ່ວ່າງດິນ
ເຈົ້າເຄີຍກິນຂອງສົ້ມ ຫວານຄາວຕາມແຕ່ຢາກຄໍາເອີ່ຍ
ຍາມເຈົ້າພັດພາກບ້ານ ຊິຫາໄດ້ເຈົ້າແຕ່ໃສ
ມີແຕ່ຜົນໝາກໄມ້ ກອຍເຜືອກມັນແຊງ
ໃຜຊິຈັດແຈງຫາ ແຕ່ງພາຖວາຍໄທ້
ມາເຫຼືອໃຈກູເດ ກັມເວນໆມີສັງຊິພາກລູກອ່ອນ
ເວນຫຍັງເດມາແລ່ນຕ້ອງ ສະອອນໂອ້ ອັັ່ງມະໂນ
ຕອນນີີ້ ຜຸດສະດີຈົນວ່າເກີີ້ ຄະນິງລູກແລະຫຼານຮັກ
ຈັກຊິເປັນແນວໃດ ບັດພາກວັງວຽງແລ້ວ
ຄິດນໍາເດ ຄິດນໍາສອງຫຼານແກ້ວ ດີຫຼາຍຮ້າຍຍິີ່ງ
ສອງກັນຫາຊາລີ ເຈົ້າຊິຕາຍໃນດ່ານດ້າວຄາວນີີ້ຍ່າບໍໍ່ເຫັນ
ຮອດມື້້ເຊົ້າຈຶ່ງເລືອກເຟັ້ນ ຈັດແຈ່ງແພພັນ
ເບີກພະຄັງທໍາທານ ຄູ່ຊູ່ແນວບໍໍ່ຍັງເຫຼືອຄ້າງ
ລາລົງປາງທອງກວ້າງ ນໍໍ້າຕານາງກະລຸລັັ່ງ
ຜຸດສະດີນາງ ນໍໍ້າຕາໄຫຼຍັ່ງຍ້ອຍ ເປັນປຸ້ມຍ່າວລົງ
ຜຸດສະດີນໍໍ້າຕາຫົ້ງ ນໍາສົ່ງທາງຫຼານ
ຮອດມື້້ເຊົ້າເຫວດສັນດອນກັບນາງຄານ ຂີີ່ລົດຍົນທຽມມ້າ
ພວກຍາຈົກຂີີ້ຂ້າ ເດີນຕາມມາກະລົ້ນລັັ່ງ
ນັັ່ງຢູ່ຕາມຫົນທາງ ຍົກມືຂຶ້ນວຶ້ນໆຂໍທ້ານຕະຫຼອດທາງ
ມີຄົນຫຼາຍໝູ່ບ້ານ ໄດ້ມາລັດປະສົງຂໍ
ພະອົງຍໍທໍາທານ ບໍໍ່ໃຫ້ຍັງເຫຼືອຄ້າງ
ອາສະໄນມ້າ ເງິນຕາຜ້າຜ່ອນ
ລົດແລະລາບໍໍ່ໄດ້ຄ້າງ ປະທານໃຫ້ຄູ່ສູ່ແນວ
ຈັັ່ງວ່າໃນຕອນນີີ້ກະຫາກຈົບລົງແລ້ວ 209
ພຣະຄາຖາ
ທານະຂັນຈົບລົງ ເອົາແຕ່ພໍພຽງນີີ້
ເອວັງທີຕົນຂ້າ ອາດຕະມາຍົກໄວ້ນີີ້ສາກ່ອນ
ເພີ່ນຊິເທດຕໍໍ່ຊ້ອນ ພະອວນຂ້າຊິອ່ວຍລົງ
ແລ້ວລະນາ ສັດທາໂຍມ.
ຈົບ ( ກັນທານະຂັນ ມີ 209 ພະຄາຖາ )
ກັນຕ໌ທີ່ 4 ວັນນະປະເວດ ມີ 57 ພຣະຄາຖາ
ບັດນີ້ ພໍເມື່ອສຸຣິໂຍຂຶ້ນ ບົວລະພາຟ້າໃໝ່
ລົມພັດຕົ້ນດອກໄມ້ ຈັນຄື້ກິນຫອມ
ແລເຫັນເມກແລ່ນລ້ອມ ກະເລື່ອນໆກາງຫາວ
ຕົກເຖິງຄາວຊິເດີນໄພ ພາກວັງວຽງໄວ້
ຊວນເອົານາງມະທີໄທ້ ກັບບຸດຕາສອງອ່ອນ
ຄົດສະສານຂຸນຊອນ ອາຊະໄນໝູ່ມ້າທັງພ້ອມລົດລາ
ສິ່ງໝູ່ນີີ້ບໍລິຈາກທານໝົດ ບອກແກ່ນາງມະທີແກ້ວ
ໃຫ້ຕຽມຕົວອຸ້ມລູກ ໃຫ້ນາງອຸ້ມຜູ້ນ້ອຍນາງນາດກັນຫາ
ສ່ວນວ່າຊາລີພະ ພີ່ພະອົງຊິເອົາອຸ້ມ
ມະທີຟຸມຟາຍນໍໍ້າ ຊົນລະທາອຸກອັັ່ງ
ຫຼຽວຄືນຫຼັງກໍໍ່ບໍໍ່ໄດ້ ນໍໍ້າຕາຍ້ອຍຍ່າວລົງ
ໃນຂະນະນັ້ນ ອົງພະເຫວດຈຶ່ງກ່າວເວົ້າ
ບອກເລົ່າເມຍຂວັນວ່າ ມະທີເອີ່ຍ ເຈົ້າຈົ່ງອົດສາເດີນ
ຢ່າໄດ້ເພີນທາງຫຼຽວ ຊິຕ່ອຍຕໍາຕີນຕ້ອງ
ຊື່່ວ່າທຽວໃນຫ້ອງ ສົງສານກະຍາກແຍ່ງ ນາງເອີ່ຍ
ບາບບຸນເປັນຜູ້ແຕ່ງ ປາຖະນາບໍໍ່ໄດ້ອາໄລຫ້ອງຣາຊະວັງ
ແຕ່ກ່ອນເນົາຢູ່ຢັ້ງ ສະເຫວີຍຣາດເປັນກະສັດ
ດຽວນີີ້ເຮົາພອຍພັດ ຊິພາກວັງວຽງໄວ້
ນາງຢ່າມົວເມົາຢ້ານ ການເດີນທາງຊິຢຸດຢ່ອນ ມະທີເອີ່ຍ
ໜ້ອຍໜຶ່ງແດດແຮງຮ້ອນ ຕີນນ້ອງຊິເປື່ອຍພອງ
ພະເຫວດເວົ້າຕໍໍ່ນ້ອງ ອ່ອນໆປະໂລມຂວັນ
ຄາວເມື່ອໄກວຽງວັງ ໃຫ້ເບິີ່ງກັນເທາະເນີນ້ອງ
ບຸນຜະຫຼານໍາປ້ອງ ຄົງຊິຄືນນະຄອນເຣດ
ເຫດມັນເປັນຈັັ່ງຊີີ້ ໃຫ້ຄອຍສ້າງຮ່ວມພີ່ຊາຍ
ນັ້ນເທາະນາ ມະທີເອີ່ຍ.
ເອີ ຄັນນາງຄິດຢາກໄດ້ ປະສົບໂຊກຄວາມສຸກ
ກະບໍໍ່ຄວນຕາມຜົວ ດຸ່ງມາປານນີີ້
ຊື່່ວ່າຄີຣີກ້ວາງ ປວງປະຊາມັນເດີນຍາກ
ປາກຫາກເວົ້າຈ້ອຍໆ ສົງສານນ້ອຍນາດຖະແພງ
ຄາວຄັ້ງນັ້ນເປັນລະດູແລ້ງ ປ່າໄມ້ໂປ່ງໂຫຼງເຫຼງ
ໄດ້ຍິນແມງເລໄລ ຈັກຈັັ່ນອີແມງງ້ວງ
ໄດ້ຍິນເຂົາຂັນກ້ອງ ຫານສຽງທອງວີວ່ອນ
ຍິນສະອອນຮໍໍ່າໄຫ້ ມະທີນັ້ນໝົ່ນໝອງ
ເດືອນສີີ່ຟ້າຮໍໍ່າຮ້ອງ ລົມພັດປັ່ນຊາຍເຂົາ
ພັດຕາມເງົາສາຂາ ຊົ່ວປະດຽວເລີຍຍ້າຍ
ກາຍໄປແລ້ວ ຫຼຽວຄືນມາມືດຈຸ່ມກຸ່ມ
ເຫັນແຕ່ຟ້າຫໍໍ່ຫຸ້ມ ກວມກຸ້ມທົ່ວທະຣັງ
ເລື່ອນໆຍ້າຍ ນະພາພາດເມໂຄ
ແລເຫັນບັບພະໂຕສູງ ຄາດລະວ່າງທາງໜ້າ
ເຂົາສຸວັນຄີລີຂ້າມ ໜາມຄອງເກາະແຂ່ງ
ແດດແຫ່ງເຜົາຄົນແຫ່ງລ້າ ສີໜ້າກໍໍ່ລ່າເຫຼືອງ
ສອງອ່ອນນ້ອຍ ອວນແອ່ວກິນຜົນ
ນາງກັນຫາຫິວນົມ ຊິແອ່ວກິນທັງຈູ້
ໜ້າອີດ ສອງນ້ອຍ ວອນເອົາເວົ້າແມ່
ຜົນເຟຶອງໄຟແລະໝາກຫວ້າ ແລແລ້ວກະແອ່ວເອົາ
ຄາວນັ້ນເທບພະທ່ອນເຈົ້າ ກໍໍ່ນ້ອມຍອດບັນດານ
ມະທີເກັບເອົາຜົນ ຮັບປະທານທັງປ້ອນ
ຄໍໍ່າມານອນໃນດ້າວ ຫີນໜາວເລີຍບໍໍ່ອຸ່ນ
ເອົາຫົວໜຸນທ່ອນໄມ້ ແພຜ້າແຜ່ນປູ
ເດິກມານໍໍ້າໝອກຍ້ອຍ ນໍໍ້າຮົ່ວບົນໃບຕອງ
ສອງກຸມມານຄອຍຄອງ ໃຫ້ແມ່ຄີງຄຽງຂ້າງ
ໄດ້ຍິນສຽງເສືອຄ່າງ ຢູ່ກາງໄພໃນປ່າ
ອົງຣາຊາພະເຫວດທ້າວ ບໍໍ່ມີຢ້ານຢ່ອນໄພ
ເພາະມີເທບພະທ່ອນໄທ້ ມາພິທັກອົງກະສັດ
ຊື່່ວ່າໂພຍໄພສັງ ໂລດບໍໍ່ມີມາໃກ້
ພໍອຸໄທແສງຂຶ້ນ ບົວລະພາຟ້າໃໝ່
ອາທິດໃສແຈ່ມຟ້າ ມາແລ້ວກະເລົ່າເດີນ
ເລີຍເລົ່າຂ້າມແມ່ນໍໍ້າ ສາຍໜຶ່ງຊົນລະທາ
ຊື່່ໂກກິມາລາ ກະບໍໍ່ມີຄໍາຮ້ອນ
ເຖິງນະຄອນຫຼວງກວ້າງ ນະຄອນໄຊເຈດຕະຣາດ
ເຖິງເຈຕູມແມ່ນໍໍ້າ ກໍໍ່ເລີຍໄດ້ພັກເຊົາ
ຕົກຮອດເທົ້າ ເຖິງສະໂບກຂະລະນີ
ມຸດຈະລິນສະສີ ພັກເຊົາພຽງນັ້ນ
ພະອິນບັນດານສາລາໄວ້ ໃນເຂົາຫິມມະເວດ
ໂຂມະຜືນແຜ່ນຜ້າ ມີພ້ອມເຄື່ອງຊົງ
ສໍາເຫຼັດແລ້ວ ຂຶ້ນຫໍຣາຊດາວະດຶງ
ເຫວດສັນດອນເດີນເຖິງ ແປກພະໄທຊົງຢ້ຽມ
ຫຼຽວເຫັນສາລາເຫຼື້ອມ ມຸງດີຕິດປະກາດ
ເຫວດສັນດອນຮູ້ເລື້ອງ ກໍໍ່ເລີຍໄດ້ພັກເຊົາ
ແລ້ວຈຶ່ງບອກແກ່ເຈົ້າ ນ້ອຍນາດນາງມະທີ
ວ່າມະທີເອີ່ຍ ຕໍໍ່ແຕ່ນີີ້ ພີ່ຊິເປັນດາບົດ
ນາງເປັນດາປະສີນີ ນຸ່ງໂຂມັງຜ້າ
ພີ່ຊິສັນຍາໄວ້ ໃຫ້ນາງຈໍາຈົດຈໍໍ່ ນາງເອີ່ຍ
ກາມກິເລດກໍໍ່ເກື້ອ ນາງນ້ອງໃຫ້ລະເສຍ
ເຮົາຊິບໍາເພັນສ້າງ ປາລະມີສູ່ຝັ່ງ
ເນົາສາລາຄົນຫຼັງ ກໍໍ່ລະກາມບໍໍ່ຄືເຄົ້າ
ນາງຮັບເອົາໝົດແລ້ວ ຍໍພະກອນກົ້ມຂາບ
ສັນຍາຂ້າຮັບໄວ້ ຊິໝົດຖ້ວນຄູ່ສູ່ອັນ
ນັ້ນລະນາ ພີ່ພະອົງ
ອີກອັນໜຶ່ງ ປົກກະຕິນາງນັ້ນ ໃຫ້ເຂົ້າປ່າຫາຫົວມັນ
ສ່ວນກັນຫາຊາລີ ຝາກພະສາມີໄວ້
ໄປໃນໄພດົງດ້າວ ຕາເວັນແດງກໍໍ່ໃຫ້ຕ່າວ ນາງເອີ່ຍ
ອຸປະຖໍາທ່ອນທ້າວ ບໍໍ່ມີໃຫ້ຝືດເຄືອງ
ອົດສາລ້ຽງລູກນ້ອຍ ກັບທັງພໍໍ່ພະລືສີ
ລ່ວງມານານຫຼາຍເດືອນ ກະບໍໍ່ມີຄໍາຮ້ອນ
ນັບໄດ້ເຈັດເດືອນຖ້ວນ ແຕ່ແຮມໄພພາກຖີີ່ນ
ອົດສາກິນໝາກໄມ້ ຕາງເຂົ້າຢູ່ໄພ
ກັນນີີ້ຢຸດພັກໄວ້ ເອີ້ນວ່າວັນະປະເວດ
57 ພຣະຄາຖາ ເດີໝູ່ຍາດພີ່ນ້ອງ
ສັດທາທ່ານຄູ່ສູ່ຄົນ ນັ້ນລະນາ ສັດທາເອີ່ຍ
ຈົບ ( ກັນວັນນະປະເວດ ມີ 57 ພຣະຄາຖາ )
ກັນຕ໌ທີ່ 5 ຊຸຍຊະກະ ມີ 79 ພຣະຄາຖາ
ບັດນີ້ ຈົບບົດແລ້ວ ຊິມີແນວແຖມສົ່ງ
ນວນລະຫົງຢາກຮູ້ ໃຫ້ຟັງແຫຼ່ຕໍໍ່ເລີຍ
ຈັັ່ງວ່າເຊົາມິດຄ້ອຍ ເວົ້າຄ່ອຍໆເດີໂຍມ
ງ່ຽງໃຫ້ຫູທັງສອງ ໂປດຮັບຟັງກະແສເລື່ອງ
ຮຽງກັນເປັນຂໍໍ້ໆ ໃຫ້ໂຍມຟັງພໍຮູ້ເລື່ອງ
ຄັນວ່າສຽງຕໍໍ່ສຽງ ກອນຕໍໍ່ກອນ
ເພີ່ນກໍໍ່ເວົ້າເປັນເລື່ອງເທດສະນາ ວ່າງຫັ້ນວ່າໄປແລ້ວ
ວັນະປະເວດແຈ໋ວ ສຽງດັງກ້ອງສະນັັ່ນ ແມ່ໃຫຍ່ເອີ່ຍ
ເລື່ອງຂອງພະເຫວດນັ້ນ ໄກຂ້າງຫ່າງນະຄອນ
ແຕ່ບັດນີ້ຢ້ອນກ່າວກ້ຽວ ຂ້າຊິວ່າຕາມປະຫວັດ
ພໍໃຫ້ໂຍມຟັງຊັດ ຕໍໍ່ໄປພາຍພຸ້ນ
ເພີ່ນໄດ້ລົງເອົາໄວ້ ຕອນມະທີຮຽມພາກ
ກັບພະເຫວດທ່ອນທ້າວ ໄປເນົາຢັ້ງຢູ່ໄພ
ສາລາໃຫຍ່ພັກຢ້ຽມ ບໍລິຈາກກະທໍາການ ແມ່ໃຫຍ່ເອີ່ຍ
ພາກັນກິນທໍາທານ ຝ່າຍປາລະມີຕັ້ງ
ຫວັງເອົາຜົນຜະຫຼານ້ອມ ສັງໂຄໃຫ້ຕັ້ງຕໍໍ່
ອົງສັມມານໍໂຍມພໍໍ່ ເຮົາຍັງນົບນ້ອມໄຫວ້ກັນໄວ້ສູ່ອັນ
ຕໍໍ່ແຕ່ນີີ້ຜູ້ຂ້າຊິໄດ້ເວົ້າ ຕໍໍ່ໄຕ່ກັນໄປ
ເອົາກັນໃດ໋ວ່າຕິແມ່ໃຫຍ່ ເອົາກັນຊູຊົກໝູ່ກະໂຍມຈໍາໄວ້
ນີີ້ແມ່ນກັນທີ 5 ໂຍມສັດທາຟັງໄວ້ກ່ອນ
ຟັງເປັນວັກເປັນຕອນ ຕ້ອງເຂົ້າໃຈບ່ອນບັ້ນ
ດອກຂັນຂໍໍ້ ໄດ້ຕໍໍ່ເຕີມນໍໂຍມ
ຈັັ່ງວ່າເລີ່ມຈາກນີີ້ ຜູ້ຂ້າຊິວ່າກັນຊູຍຊົກ
ສົມມຸດໂຕເປັນພາມ ທ່ຽວຂໍສອງນ້ອຍ
ສົມມຸດໂຕເປັນເຖົ້າ ຈາລະໄນໃຫ້ໂຍມຮູ້ຈັກເລື່ອງ
ຟັງເດີແຖວໂຍມເຖົ້າ ຟັງເອົາໃຫ້ຖ້ວນຖີີ່
ກັນຊູຊົກບ່ອນນີີ້ ຂ້ອຍຊິເວົ້າສູ່ຟັງ
ຈາລະໄນເຖິງເຖົ້າ ອີີ່ຕາພາມລົງມາເກີດ
ຕະເລີດເຖິງທ່ານເຖົ້າ ໄປຂໍນ້ອຍນາດຖະແພງ
ໃນໜັງສືບອກແຈ້ງ ຊູຍຊົກເປັນນາມຈິງ
ເມືອງກະລິງບ່ອນເນົາ ຈອດເຊົາພໍຫາຍຮ້ອນ
ຕອນອີີ່ຕາພາມເຖົ້າ ມາຖືຄັນໃນທ້ອງແມ່
ມັນຫາກຝັນປະຫຼາດແທ້ ບໍໍ່ຄືທ້ອງເພື່ອນຝູງ
ຝັນວ່າກິນຜັກບົ້ງ ໝົດເຈັບຫາບກະບຸງຫູ
ກິນປາທູໝົດເຈັດແກງ ລາບງົວໝົດເຈັດຖ້ວຍ
ບໍໍ່ໜໍາຊໍໍ້າຍັງໄປຕັກເອົານໍໍ້າ ຂີີ້ຕົມຄວາຍມາດື່ມ
ສີີ່ຄຸຖັງລ້ວນໆ ກິນສ້ຽງບໍໍ່ໃຫ້ຍັງ
ວັນທີີ່ລາວເກີດນັ້ນ ມີລາງຫຼາກຫຼາຍປະການ
ເກີດບັນດານສັງຫອນ ມືດມົນບໍໍ່ມີແຈ້ງ
ລາວເປັນຄົນຖະແຫຼງບ້ານ ອັນທະພານຜິດຮີດ
ຫົວເປັນຫຍຸມຮູບຂີີ້ຮ້າຍ ກາຍເສົ້າປູດເປົາ
ຂາແລະແຂນກໍໍ່ປຸ່ມເປົ້າ ໜ້າຂີີ້ດຽດເຫຼືອກະດັດ
ກຸຍພໍປານໂຄງຄວາຍ ກິີ່ນເໝັນພໍປານແຮ້ງ
ແນວເໝັນແຮງຂອງເຖົ້າ ເໝັນຫຼາຍແມ່ນຂີີ້ເຕົ່າ
ເຄົາກໍໍ່ລາມຮອດກົ້ນ ປານຍຸ້ມໝາກບວບລອຍ
ເຂົາໃສ່ຊື່່ໃຫ້ແຕ່ນ້ອຍ ເອີ້ນວ່າຊູຍຊົກ
ຊູຍຊົກຕົກລົງເປັນຄົນຂໍ ພໍໍ່ແມ່ຕາຍແຕ່ຍັງນ້ອຍ
ອາໄສລຸງກໍໍ່ຕາຍຈ້ອຍ ອາໄສອາກໍໍ່ຕາຍຫ່າ
ຊາດວ່າຄົນຂີີ້ຮ້າຍ ອາໄສບ້ານເພີ່ນບໍໍ່ຄືນ
ລາວເລີຍເກີດເດືອດວຸ້ນ ບໍໍ່ມີທີ່ອາໄສ
ຕົກລົງໄປຂໍທານ ທ່ຽວຂໍຕາມບ້ານ
ລາວຮີບໂຮມເງິນໄດ້ ເປັນເງິນໄທສີີ່ຮ້ອຍບາດ
ຊາດວ່າຄົນຂີີ້ຮ້າຍ ຫາໄດ້ຈັັ່ງຄ່ອຍດີ
ຈັກຊິເອົາໄປລີີ້ ຊຸກເຊື່່ອງໄວ້ທາງໃດ
ອີີ່ຕາພາມຈົນໃຈ ແຕ່ຊິເອົາເງິນໄວ້
ຄິດໄປມາຫາເພື່ອນ ທາງໄກຊິໄປຝາກ
ຝາກເງິນສີີ່ຮ້ອຍໄວ້ ຄັນເດີນດັ້ນທ່ຽວຂໍ
ໄປຮອດທີບພໍໍ້ວໍໍ້ ໂງຫາສ່ຽວຕາມເດີມ
ກັບມາເອົາເງິນຄືນ ສ່ຽວໃຊ້ສອຍໄປໝົດກ້ຽງ
ສ່ຽວໃຊ້ເງິນໄປໝົດກ້ຽງ ບໍໍ່ມີເຫຼືອຊິຄ້າງໄຖ່
ຫາອັນໃດກະບໍໍ່ໄດ້ ກະເລີຍໄຫ້ໃສ່ລູກສາວ
ຄອບວ່າໂຕບໍໍ່ເປັນກ້າວ ໃຊ້ເງິນເພີ່ນຈົນໝົດ
ຍົກລູກສາວແທນເງິນ ຊ່າງບໍໍ່ອາຍຂາຍໜ້າ
ອາມິດຕານາງຫຼ້າ ເປັນເມຍພາມຈັັ່ງແມ່ນຄ່ອງ
ຕາພາມໄດ້ນາດນ້ອງ ມັນຫົວຍຸ່ມຢູ່ໃນ ເຮີໆ
ໃຈຂອງພາມດີແທ້ ບໍໍ່ຫຼີກແວ່ໄປທາງໃດ
ແມ່ນບໍໍ່ມີເງິນຄໍາ ກະຊ່າງຕາມຕົວເຈົ້າ
ວ່າແຕ່ເອົານາງແກ້ວ ອະມິດຕາມາຊ້ອນຄູ່ ນໍໂຍມ
ເງິນກະແມ່ນເງິນຄ່າໜີີ້ ເມຍກະແມ່ນເມຍຄ່າໜີີ້ ພາມເຖົ້າກໍໍ່ຈິ່ງເອົາ
ລາວກໍໍ່ຄິດບໍ່ເສົ້າ ໄດ້ເມຍໜຸ່ມຊຸມສາວ ໂຍມເອີ່ຍ
ແມ່ນໃຜໆກໍໍ່ລືຊາ ຊ່າກັນໄປໄດ້
ຄັນແມ່ນໄດ້ເມຍແລ້ວ ກັບຕ່າວເຄຫາ
ຊວນເອົານາງອະມິດຕາ ຕ່າວຄືນເມືອບ້ານ
ສຸກສໍາລານກະເສມສ້ານ ອີຕາພາມໄດ້ເມຍໜຸ່ມ
ຍ່າງໄປໃສຫົວຍຸ້ມໆ ພໍປານໄດ້ໜ່ວຍມະນີ
ສຸກຢູ່ໃນໂລກນີີ້ ກະຄືຕອນເມຍຮັກ
ສ່ວນວ່າເງິນຫຼືທອງ ສ່ວນບໍໍ່ມີກະຕາມແລ້ວ
ອະມິດຕານາງແກ້ວ ຖືຄອງຕາມຊ່ອງ
ທໍາແຕ່ດີຖືກຕ້ອງ ບໍໍ່ມີໄດ້ໜ່າຍແໜງ
ຄອງອັນໃດເພີ່ນຕັ້ງ ນາງກໍໍ່ໝັັ່ນປະຕິບັດ
ຖືຕາມສາມີວັດ ບໍໍ່ລ່ວງພາງຕົວະຫຼິ້ນ
ຈົນຜູ້ຍິງແຖວນັ້ນ ເຂົາຊິງຊັງແໜງໜ່າຍ
ຮ້າຍໃຫ້ນາງໂຈ້ເຈ້ ຕີຂ້າໄລ່ໂຄມ
ອີຕາພາມມັນກຸ້ມ ເຫັນເມຍທຸກອຸກໃຈ
ບອກໃຫ້ໄປຂໍຄົນ ຊ່ວງຕີນຕາງໃຊ້
ຈໍາໃຈພາມມະໂນໃຫ້ ສິໄປໃສນໍອຸ່ນ
ເຂົ້າບໍໍ່ມີຊິຈອກໝໍ້ ຊິພໍໄດ້ກະຊ່າງຕາມເດນໍ
ມື້້ໜຶ່ງນັ້ນ ນາງອາມິດຕາເຈົ້າ ໄປລົງທ່ານໍາເຂົາ
ຈັກເຂົາຈາເຂົາແຊວ ຊ່າກັນຫຼາຍລົ້ນ
ຄົນເຫັນນາງອະມິດຕາແກ້ວ ສຽງແຊວໆເອີ້ນໃສ່
ພາມມະໂນຂີີ້ຮ້າຍ ເຂົາເວົ້າດ່ານາງ
ອຸກປານຟ້າຊິຂາດມ້າງ ຈັກວ່າແມ່ນແນວໃດ ໂຍມເອີ່ຍ
ນາງອະມິດຕາຈຶ່ງບໍໍ່ຄິດ ຫ່ວງນໍາພໍນ້ອຍ
ມຶງເປັນເດັກນ້ອຍມາໄດ້ຜົວຄົນເຖົ້າ ສຽງເຂົາແຊວເວົ້າວ່າ
ນາງອະມິດຕາຈິ່ງວ່າປາກບໍໍ່ໄດ້ ແສນເສົ້າເກົ່າໝອງ
ນາງກໍໍ່ຈິ່ງໄດ້ຮ້ອງ ຮ້ອງໂຮ່ໂພສັງກາ
ກັບຄືນມາເຮືອນພາມ ກະກ່າວຈາຄີຄ້ອຍ
ພາມຫຼຽວເຫັນວ່າເປັນຫຍັງນໍນ້ອຍ ອະມິດຕາເມຍມິ່ງ
ເຈົ້າເປັນຫຍັງຈຶ່ງໃຫ້ ມາເຮືອນເຫຍື່ອຍໆ
ມາຈັັ່ງຊີີ້ຂີີ້ເຂັບກະບໍໍ່ໄດ້ຕອດ ແມງງອດກະບໍໍ່ໄດ້ຕ່ອຍກູດອກ
ຈາກນັ້ນນາງອະມິດຕາ ກໍໍ່ຈິ່ງວ່າພີ່ພາມເອີ່ຍ
ຄັນບໍໍ່ໄປຫາຄົນຂ້າຍິງຊາຍມາໃຫ້ ອະມິດຕາຊິກັບຕ່າວ
ຊິຄືນເມືອສູ່ບ້ານ ຂ້ອຍຢູ່ບໍໍ່ໄດ້ມາແລ້ວສູ່ອັນ
ພໍແຕ່ວ່າທໍໍ່ນັ້ນ ພາມຈຶ່ງວ່າຕໍໍ່ລົງໄປ
ພາມຈຶ່ງຈາຄໍາໄຂ ກ່າວຈາຖະແຫຼງຕ້ານ
ວ່ານາງເອີ່ຍຕໍໍ່ໄປນີີ້ ເຈົ້າຢ່າໄປຕັກນໍໍ້າທໍາຄົວຄືເກົ່າ
ພີ່ອາສາຜູ້ເຖົ້າ ສິທໍາໃຫ້ຄູ່ສູ່ແນວ
ນາງອະມິດຕາແກ້ວ ເວົ້າຕໍໍ່ອີີ່ລຸງພາມ
ວ່າພາມເອີ່ຍນາງບໍໍ່ເຄີຍເອົາແລ້ວ ເອົາສາມີເປັນທາດ
ແມ່ນຊິທຸກຍາກໄຮ້ ນາງນ້ອງກໍໍ່ຊິເອົາ
ແຕ່ວ່າຂໍໃຫ້ເຈົ້າໄປຂໍຄົນມາໃຊ້ ຕາງຕີນໃຊ້ຊ່ວງ
ຄັນບໍໍ່ທໍາຈັັ່ງຊັ້ນ ຕົວຂ້ອຍສ່ວນຊິໜີ
ພໍແຕ່ວ່າທໍໍ່ນີີ້ ພາມກໍໍ່ຈິ່ງວ່ານາງເອີ່ຍ
ອັນວ່າເງິນຄໍາແກ້ວ ຂອງເຮົາມັນທຸກຍາກູເສຍແລ້ວ
ແສນວ່າລໍາບາກຮ້າຍ ປານນັ້ນກະບໍໍ່ດີ
ເຂົ້າຊິກິນອິີ່ມທ້ອງ ແລງເຊົ້າກະບໍໍ່ມີ
ຊໍໍ້າບໍໍ່ໜໍາຍັງຊິຫາຄົນໃຊ້ ຕາງຕີນໃຊ້ຊ່ວງ ວ່າຕິນາງ
ເຈົ້າຢ່າເຮັດຈັັ່ງຊັ້ນ ແນວນັ້ນກະບໍໍ່ເອົາ
ພໍວ່າແລ້ວນາງອາມິດຕາເຈົ້າ ຈຶ່ງບອກພີ່ເປັນມາ
ຄັນແມ່ນເຈົ້າບໍໍ່ຫາຄົນ ໃຫ້ຫາແນວໃຊ້ຊ່ວງ
ນາງຊິກັບຕ່າວບ້ານ ສະເໝີດ້າມດັັ່ງໝາຍ
ພາມກໍໍ່ຈິ່ງວ່າໂອ້ຍ ນາງອະມິດຕາເອີ່ຍ
ການທີີ່ຫາຄົນນັ້ນ ຫາເຫົາຍັງຍາກກວ່ານາງເອີ່ຍ
ຄັນຫາເຫົາຢູ່ຫົວ ມັນຫາກຍາກກວ່ານັ້ນ
ດອກນາງຫຼ້າ ຢ່າອ່ອນໃຈເດີນາງ
ຈັັ່ງຊັ້ນພີ່ຊິຕົກລົງໃຫ້ ໄປໄວມາງ່າຍ
ນາງຈົ່ງຕຽມຫໍໍ່ເຂົ້າ ຫາພ້ອມຍັດໃສ່ຖົງ
ຕຽມເອົາຂອງມາໃຫ້ ຂອງກິນບ່ອນຊິຍ່າງ
ຄັນແມ່ນຕຽມໃຫ້ແລ້ວ ພາມເຖົ້າຊິຈາກນາງ
ແລ້ວຕໍໍ່ຈາກນັ້ນ ນາງອະມິດຕາ
ກໍໍ່ຈິ່ງຕຽມຫໍໍ່ເຂົ້າ ພ້ອມພໍໍ່າຫຼາຍປະການ
ມີຫຼາຍແນວ ຍັດໃສ່ຖົງພາມເຖົ້າ
ເອົາລະຮອດບັດນີ້ ຊຸຍຊະກະກັນຫ້າ
ໂຍຕິກາໄວ້ນີີ້ກ່ອນ 79 ຄາຖາຕອນ
ອາວະສານພັກໄວ້ ຕອນໜ້າຈັັ່ງຄ່ອຍຟັງ
ນັ້ນເທາະນາ ສັດທາໂຍມ.